ສວນກ້ວຍ, ໝາກໂມຈີນ ກະທົບ ປະຊາຊົນ
ສຸພັດຕາ
2020.02.06
2020.02.06

ປະຊາຊົົນ ເມືອງຮຸນ ແຂວງອຸດົມໄຊ ທີ່ຊົມໃຊ້ນໍ້າແບງ ໄດ້ຮັບຜົລກະທົບ ຈາກສວນກ້ວຍ ແລະ ສວນໝາກໂມ ຂອງນັກລົງທຶນຈີນ ທີ່ປ່ອຍ ສານເຄມີ ແລະ ຖິ້ມຂີ້ເຫຍື້ອ ໂຟມຫໍ່ເຄືອກ້ວຍ ລົງໃສ່ ນໍ້າແບງ ເຮັດໃຫ້ນໍ້າເປື້ອນ ບໍ່ເປັນຕາໃຊ້, ດັ່ງປະຊາຊົນ ທີ່ໄດ້ຮັບຜົລກະທົບ ກ່າວຕໍ່ ວິທຍູ ເອເຊັຽ ເສຣີ ວ່າ:
ສຽງສັມພາດ:
ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກສວນກ້ວຍ ແລະ ສວນໝາກໂມ ຂອງຈີນ ກ່າວຕື່ມວ່າ ນອກຈາກວ່າ ນໍ້າແບງ ຈະເປື້ອນເປິະ ຍ້ອນ ຂີ້ເຫຍື້ອ ແລະ ສານເຄມີ ແລ້ວນັ້ນ, ປັດຈຸບັນ ນໍ້າແບງ ກໍບົກແຫ້ງ ເພາະສວນກ້ວຍ ຂອງບໍຣິສັດ ຈີນສຸ່ຍ ດູດເອົາ ນໍ້າໄປໃຊ້ ໃນສວນ ຂອງພວກ ເຂົາເຈົ້າ ເຮັດໃຫ້ນໍ້າແບງແຫ້ງ.