ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກລະເບີດ ໃຊ້ເງິນຂອງຕົນເອງ ສ້ອມແປງເຮືອນທີ່ເພພັງ
ປະຊາຊົນ 20 ປາຍຄອບຄົວ ຢູ່ບ້ານນາໝີ ເມືອງໄຊ ແຂວງອຸດົມໄຊ ທີ່ໄດ້ຮັບຜົນກະທົບ ຈາກຮ້ານຂາຍອາໄລ່ລົດຂອງຈີນລະເບີດ ໃຊ້ເງິນຂອງຕົນເອງ ສ້ອມແປງເຮືອນ ທີ່ໄດ້ຮັບຄວາມເສຍຫາຍ.
-
ຈໍາປາທອງ
2025-02-19 -
-
-
Your browser doesn’t support HTML5 audio
ມາເຖິງປັດຈຸບັນ ປະຊາຊົນ 20 ປາຍຄອບຄົວ ຢູ່ບ້ານນາໝີ ເມືອງໄຊ ແຂວງອຸດົມໄຊ ກໍຍັງຕ້ອງໄດ້ເອົາເງິນ ຂອງຕົນເອງ ອອກກ່ອນ ໃນການສ້ອມແປງເຮືອນຂອງພວກຕົນ ທີ່ໄດ້ຮັບຄວາມເສຍຫາຍຫຼາຍ ຈາກການລະເບີດຂອງທາດລະເບີດ ແລະໝາກຟ່າ ຢູ່ຮ້ານຂາຍອາໄຫຼ່ລົດ ຂອງບໍລິສັດ ຊິນເຢ່ ການຄ້າຂາເຂົ້າ-ຂາອອກ ຂອງທ້າວ ຜ່ານຕົງ ນັກທຸລະກິດຈີນ ໃນມື້ວັນທີ 14 ກຸມພານີ້, ອີງຕາມຄໍາເວົ້າ ຂອງຊາວບ້ານຜູ້ໜຶ່ງ ທີ່ຂໍສະຫງວນຊື່ ແລະສຽງ ທີ່ເຮືອນຍາດພີ່ນ້ອງຂອງລາວ ໄດ້ຮັບຄວາມເສຍຫາຍໜັກ ຈາກເຫດລະເບີດນັ້ນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 19 ກຸມພານີ້:
"ເພິ່ນຢູ່ໝໍ່ບ່ອນເກີດເຫດ ເຮືອນເພພັງ ເພິ່ນບໍ່ມີເຮືອນຢູ່ ໄດ້ສ້ອມແປງທັນທີ ເຮືອນກໍເປັນເຮືອນດີ ເຮືອນງາມ ເຮືອນກໍ່ ໃສ່ຫຼັງຄາເລີກອອກໝົດ ແຕ່ໂຄງເຫຼັກຍັງຄືເກົ່າ ເອົາເງິນຕົນເອງສ້ອມແປງ ຖ້າພາກລັດມາຊ່ວຍນີ້ ຍາກ.”
ຊາວບ້ານຜູ້ດຽວກັນນີ້ ເວົ້າຕື່ມອີກວ່າ ໃນການຊ່ວຍເຫຼືອປະຊາຊົນ ເລື່ອງທີ່ພັກອາໄສ ຊຶ່ງບ້ານເຮືອນໄດ້ເພພັງ ຈາກເຫດລະເບີດນັ້ນ ກອງບັນຊາການທະຫານ ແຂວງອຸດົມໄຊ ໄດ້ສົ່ງທະຫານ 385 ຄົນ ແລະທັງຕໍາຫຼວດ ໄດ້ຮ່ວມກັນ ໃຫ້ການຊ່ວຍເຫຼືອ ແຕ່ວັນທີ 14 ຫາວັນທີ 17 ກຸມພານີ້ ລາວເວົ້າວ່າ:
“ທະຫານ ຕໍາຫຼວດ ຊ່ວຍກັນ ພວກເພິ່ນກໍເອົາອຸປະກອນ ໄປຊ່ວຍສຸກເສີນ ສ້ອມແປງເຮືອນ ທີ່ເປ່ເພ ຫຼັງຄາເລີກ ເພດານພັງ ແມ່ນແຕ່ລົດຈັກກໍປິວ ມີຄົນໄດ້ຮັບບາດເຈັບໜັກ.”
ເວົ້າເລື່ອງການສ້ອມແປງ ເຮືອນຂອງປະຊາຊົນ ທີ່ເພພັງ ເສຍຫາຍ ຍ້ອນການລະເບີດ ຢູ່ຮ້ານຂາຍອາໄຫຼ່ລົດ ຂອງບໍລິສັດຈີນນີ້ ເຈົ້າໜ້າທີ່ທ້ອງຖິ່ນທ່ານໜຶ່ງ ເວົ້າວ່າ ປັດຈຸບັນ ແມ່ນປະຊາຊົນ ເອົາເງິນຂອງຕົນເອງ ສ້ອມແປງ ແລະວ່າ ເລື່ອງນີ້ ຍັງບໍ່ຮູ້ລາຍລະອຽດ ວ່າທາງການເພິ່ນຈະເຮັດແນວໃດ, ເພິ່ນຍັງເອົາຂໍ້ມູນ ຄວາມເສຍຫາຍຢູ່:
”ເອີ ແມ່ນແຫຼະ ແມ່ນແຫຼະ ປະຊາຊົນເອົາເງິນຕົວເອງຫັ້ນແຫຼະແປງ ບໍ່ຮູ້ລາຍລະອຽດວ່າ ເພິ່ນຊິເຮັດແນວໃດ ເພິ່ນຍັງເກັບກໍາຂໍ້ມູນຍັງບໍ່ແລ້ວ ເຈົ້າ.”
ຂ່າວ ກ່ຽວກັນ
ທາງການ ກຳລັງສືບຫາ ຕຳແໜ່ງທີ່ມາ ຂອງທາດລະເບີດ ຢູ່ຮ້ານຂາຍອາໄຫຼ່ລົດ ຂອງຊາວຈີນ
ໄຟໄໝ້ ໃກ້ເຂດຕະຫຼາດຊັງຈ່ຽງ ສູນການຄ້າຈີນ ໃນນະຄອນຫຼວງວຽງຈັນ
ໃນຂະນະດຽວກັນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງອຸດົມໄຊ ນາງໜຶ່ງ ກໍເວົ້າຄືກັນວ່າ ພາກສ່ວນທີ່ກ່ຽວຂ້ອງ ຂອງແຂວງ ແລະເມືອງ ເພິ່ນກໍາລັງເກັບກໍາຂໍ້ມູນ ຄວາມເສຍຫາຍຢູ່ ອາທິດທີ່ແລ້ວ ເພິ່ນໄປໝົດອາທິດ ປັດຈຸບັນກໍາລັງສັງລວມຂໍ້ມູນ ເພື່ອລາຍງານຜົນເສຍຫາຍ ຊຶ່ງຈະນໍາໄປສູ່ ການຂຶ້ນແຜນ ຂໍງົບປະມານ ມາທົດແທນຄວາມເສຍຫາຍ ຂອງຊາວບ້ານ ທີ່ໄດ້ຮັບຜົນກະທົບ ຕໍ່ໄປ ດັ່ງທີ່ນາງເວົ້າວ່າ:
“ເພິ່ນກໍາລັງເກັບກໍາຂໍ້ມູນນ່າ ເມື່ຶອວານນີ້ ກໍອັນນ່າ ອາທີດແລ້ວ ກໍໄປໝົດທິດ ແຕ່ດຽວນີ້ ເພິ່ນກໍາລັງສັງລວມ ປະມານນີ້ແຫຼະ.”
ກ່ຽວກັບເລື່ອງທີ່ວ່ານີ້ ພັນເອກ ດວງຈັນ ໄຊວຸດ ຮອງຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ຖະແຫຼງຂ່າວ ໃນມື້ວັນທີ 15 ກຸມພາ ນີ້ວ່າ ເຫດການ ໄຟໄໝ້ທີ່ເກີດຂຶ້ນ ຢູ່ຮ້ານຂາຍອາໄຫຼ່ລົດ ຂອງຄົນຈີນ ທີ່ມາເຊົ່າເຮືອນປະຊາຊົນຢູ່ ເພື່ອເຮັດທຸລະກິດນັ້ນ ເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນ ຊຶ່ງໃນນັ້ນ ເປັນຄົນຈີນ 3 ຄົນ ແລະຄົນລາວ 1 ຄົນ, ມີຜູ້ບາດເຈັບສາຫັດ 3 ຄົນ ເປັນຄົນຈີນ ແລະບາດເຈັບເລັກໜ້ອຍ 3 ຄົນ ຊຶ່ງໃນນັ້ນ ເປັນຄົນລາວ 2 ຄົນ ແລະຄົນຈີນ 1 ຄົນ. ສ່ວນວ່າ ສາເຫດ ຂອງໄຟໄໝ້ນັ້ນ ຍັງບໍ່ສາມາດຢືນຢັນໄດ້ ເນື່ອງຈາກຜູ້ຢູ່ຈຸດເກີດເຫດ ໄດ້ເສຍຊີວິດ; ໃນທີ່ເກີດເຫດ ເຈົ້າໜ້າທີ່ກວດພົບ ຊິ້ນສ່ວນແກັບໝາກຟ່າ ແລະທາດລະເບີດ ຊຶ່ງຄາດວ່າ ລັກລອບເຂົ້າມາຈໍາໜ່າຍ, ຂະນະນີ້ ເຈົ້າໜ້າທີ່ ກໍາລັງສອບສວນເລື່ອງນີ້ຢູ່.
ເພື່ອຂໍຮູ້ຂໍ້ມູນ ກ່ຽວກັບເຫດການດັ່ງກ່າວ ເພິ່ມຕື່ມ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ກົງສຸນໃຫຍ່ຈີນ ປະຈໍາແຂວງຫຼວງພຣະບາງ ທີ່ຕິດຕາມເລື່ອງການລະເບີດ ໃນເທື່ອນີ້ ແຕ່ບໍ່ສາມາດຕິດຕໍ່ ຫາເຈົ້າໜ້າທີ່ ຜູ້ຮັບຜິດຊອບເລື່ອງນີ້ໄດ້.