ຣະວັງ ຊີ້ນ ອາຫານ ທະເລ
ທາງການ ລາວ ເລັ່ງ ກວດກາ ຊີ້ນ, ອາຫານ ທະເລ ທີ່ ນໍາເຂົ້າ ຈາກ ວຽດນາມ ທີ່ ອາຈ ປົນເປື້ອນ ດ້ວຍ ສານ ຟໍມາລິນ ຫຼື ຢາ ດອງສົບ ຄົນຕາຍ.
-
ມະນີຈັນ
2015-08-21 -
-
-
Your browser doesn’t support HTML5 audio
ປັຈຈຸບັນ ທາງການ ໃນ ຫຼາຍແຂວງ ຂອງລາວ ເອົາໃຈໃສ່ ກວດກາ ຊີ້ນ ອາຫານ ທະເລ ທີ່ ນຳເຂົ້າ ຈາກ ວຽດນາມ, ເປັນຕົ້ນ ປາມຶກ ແລະ ເຄື່ອງໃນ ສັດ ເພື່ອ ປ້ອງກັນ ບໍ່ໃຫ້ ອາຫານ ທີ່ ປົນເປື້ອນ ນໍ້າຢາ ດອງ ສົບ ຫລື formalin ເຂົ້າມາ ໃນລາວ ອີກຕື່ມ, ຫລັງຈາກ ກ່ອນໜ້າ ນັ້ນ ໄດ້ມີການ ກວດພົບ ມາແລ້ວ, ຈົນ ປະຊາຊົນ ເກີດ ຄວາມ ກັງວົນ. ດັ່ງ ເຈົ້າໜ້າທີ່ ກ່ຽວຂ້ອງ ກ່າວ ໃນວັນທີ 20 ສິງຫາ 2015 ນີ້ວ່າ:
"ດຽວນີ້ ຂະເຈົ້າ ເອົາເຂົ້າມາ ກະໄດ້ ຜ່ານການ ກວດສອບ ຈາກດ່ານ, ດ່ານໄດ້ ກວດສອບ ວ່າ ສິນຄ້າ ອາຫານ ນີ້ ຂະເຈົ້າ ມີເຄື່ອງ ກວດ ລະອຽດ ວ່າເຂົ້າມາ ໄດ້ ຫລືບໍ່ໄດ້ ຫັ້ນນະ ຄັນຖ້າ ມີສານ ຟໍມາລິນ ຂະເຈົ້າ ກໍບໍ່ໃຫ້ເຂົ້າ ເດັດຂາດ, ແຕ່ກໍແທ້ ຖືວ່າ ມີການ ລັກລອບ ເຂົ້າມາ ຈາກນັ້ນ ນະຄອນຫຼວງ ກວດພົບ ແລະ ກໍແຕ່ ລະແຂວງ ເຂົາ ກະແຈ້ງ ໝົດ".
ທ່ານກ່າວ ຕໍ່ໄປວ່າ ພໍ່ຄ້າ ແມ່ຄ້າ ຢູ່ ວຽດນາມ ມັກ ເອົາຊີ້ນ ອາຫານ ສົດ ໄປ ແຊ່ຢາ ດອງສົບ ກ່ອນທີ່ ຈະສົ່ງໄປ ອອກຂາຍ ແຫ່ງຕ່າງໆ, ເພື່ອເຮັດໃຫ້ ອາຫານ ມີ ສະພາບ ສົດ-ໃໝ່ ແຕ່ເປັນ ອັນຕຣາຍ ເຖິງຊີວິດ ຂອງ ຜູ້ບໍຣິໂພກ, ເພາະ ສານນັ້ນ ຈະເຮັດໃຫ້ ເກີດພຍາດ ມະເຮັງ ຕາມມາ. ຜ່ານມາ ພໍ່ຄ້າ ແມ່ຄ້າ ໃນລາວ ສ່ວນ ຫຼາຍ ບໍ່ຮູ້ວ່າ ຊາວ ວຽດນາມ ເຮັດແນວ ນັ້ນ.
ເມື່ອ ຕົ້ນເດືອນ ນີ້ ເຈົ້າໜ້າທີ່ ສະເພາະກິດ ນະຄອນ ຫຼວງວຽງຈັນ, ໄດ້ຍຶດ ເຄື່ອງໃນ ໝູ, ງົວ, ແລະ ຄວາຍ ທີ່ ປົນເປື້ອນ ຢາ ດອງສົບ ຈໍານວນ 100 ປາຍ ກິໂລ ໃນ ເຮືອນ ຂອງພໍ່ຄ້າ ຄົນນຶ່ງ ຢູ່ເມືອງ ສີໂຄດຕະບອງ ຊຶ່ງ ຜູ້ເປັນ ເຈົ້າຂອງ ຮັບ ສາຣະພາບ ວ່າໄດ້ ຊື້ ມາຈາກ ພໍ່ຄ້າ ວຽດນາມ, ເພື່ອ ຈະເອົາໄປ ຂາຍ ຢູ່ ຕາມຕລາດ.
ທ່ານ ເວົ້າວ່າ ນອກຈາກນັ້ນ ແລ້ວ, ຕາມແຂວງ ທີ່ ຕິດກັບ ແມ່ນໍ້າຂອງ ກໍມີການ ກວດກາ ຊີ້ນ ສັດ, ທີ່ ນໍາເຂົ້າ ຈາກໄທ ເຊັ່ນດຽວກັນ ເພື່ອ ຮັບປະກັນ ສຸຂພາບ ຂອງ ຜູ້ ບໍຣິໂພກ. ເຖິງແມ່ນ ວ່າ ຍັງບໍ່ພົບ ຫຍັງ ຜິດ ປົກກະຕິ ແຕ່ ເຈົ້າໜ້າທີ່ ກໍ ກວດກາ ຢ່າງ ເຂັ້ມງວດ ຢູ່ ທຸກມື້.