ຊາວນະຄອນຫຼວງວຽງຈັນ ປະສົບບັນຫາ ນໍ້າປະປາ ບໍ່ພຽງພໍ ຕໍ່ຄວາມຕ້ອງການ

ນໍ້າປະປາ ຢູ່ນະຄອນຫຼວງວຽງຈັນ ບໍ່ພຽງພໍ ກັບການຊົມໃຊ້ ຂອງປະຊາຊົນ ເຮັດໃຫ້ປະຊາຊົນ ປະສົບບັນຫາ ນໍ້າປະປາບໍ່ໄຫຼ ແລະ ນໍ້າປະປາໄຫຼຄ່ອຍ.

ຮູບພາບ ທິວທັດ ນະຄອນຫຼວງວຽງຈັນ ຈາກໂຮງແຮມ ແຫ່ງໜຶ່ງ ປະກອບດ້ວຍພາບຕັດ-ແຕ່ງ ຈາກ Canva. ເດືອນພະຈິກ ປີ 2024. RFA/Canva

ການສະໜອງນໍ້າປະປາ ຢູ່ນະຄອນຫຼວງວຽງຈັນ ບໍ່ພຽງພໍ ກັບການຊົມໃຊ້ ຂອງປະຊາຊົນ  ໂດຍໂຮງງານຜະລິດນໍ້າປະປາ ທັງ 6 ແຫ່ງ ທົ່ວນະຄອນຫຼວງວຽງຈັນ ສາມາດຜະລິດນໍ້າປະປາ ໄດ້ພຽງ 348,000 ແມັດກ້ອນ ຕໍ່ມື້ ແລະ ຍັງມີນໍ້າຮົ່ວໄຫຼ ຈາກທໍ່ນໍ້າປະປາແຕກ  26%, ເຮັດໃຫ້ນໍ້າປະປາ ໃນຄົວເຮືອນ ໂຮງຈັກ-ໂຮງງານ ແລະສໍານັກງານຕ່າໆ ນັ້ນ ເຫຼືອພຽງແຕ່ 260,000 ແມັດກ້ອນ ຕໍ່ມື້ ຂະນະທີ່ ຄວາມຕ້ອງການ ໃຊ້ນໍ້າປະປາໂຕຈິງ ແມ່ນ 400,000 ແມັດກ້ອນ, ເຮັດໃຫ້ປະຊາຊົນ ປະສົບບັນຫາ ນໍ້າປະປາບໍ່ໄຫຼ ແລະ ນໍ້າປະປາໄຫຼຄ່ອຍ ເປັນເວລາຫຼາຍເດືອນ, ອີງຕາມລາຍງານປະຊຸມ ຂອງອົງການປົກຄອງ ນະຄອນຫຼວງວຽງຈັນ ແລະລັດວິສາຫະກິດ ນໍ້າປະປາ ນະຄອນຫຼວງວຽງຈັນ ເມື່ອວັນທີ 12 ມີນາ ທີ່ຜ່ານມາ.

ບັນຫານ້ຳປະປາ ແກ່ຍາວ

ຊາວບ້ານ ຢູ່ເຂດບ້ານບໍ່ນາງົວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ທ່ານໜຶ່ງ ກ່າວວ່າ ນໍ້າປະປາໄຫຼບໍ່ປົກກະຕິ ໄດ້ປະມານ 2 ປີ ແລ້ວ, ທັ້ງໆທີ່ ກ່ອນໜ້ານີ້ ນໍ້າປະປາໄຫຼປົກກະຕິ ແຕ່ເມື່ອແຈ້ງໄປຍັງ ລັດວິສາຫະກິດ ນໍ້າປະປາ ຂັ້ນເມືອງ ກໍໄດ້ຄໍາຕອບວ່າ ລະບົບສົ່ງນໍ້າເປ່ເພ ແລະ ກໍຍັງບໍ່ໄດ້ຮັບການແກ້ໄຂ ຈົນຮອດປັດຈຸບັນ ສ້າງຄວາມລໍາບາກ ໃນການໃຊ້ຊີວິດ, ດັ່ງທ່ານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 14 ມີນາ 2025 ນີ້ວ່າ:

“ແຕ່ກ່ອນ ມັນກໍໄດ້ຢູ່, ມັນບໍ່ໄດ້ນິ່ ປະມານ 2 ປີ ມາປະມານ ນີ້ແຫຼະ ແລ້ວນໍ້າມາ ຫັ້ນນ່າ 2 ໂມງການຄືນພຸ້ນ. ເຮົາຈຶ່ງໄດ້ລຸກຂຶ້ນ ມາໂຕ່ງນໍ້າຫຍັງ. ເຂົາວ່າ ລະບົບສົ່ງນໍ້າມັນເພ, ຂ້ອຍໂທຖາມເນາະ ໂອ້ຍ...ຊິອາບນໍ້າປະປາດີໆ ນີ້ບໍ່ໄດ້ອາບ ນໍ້າສ້າງກໍຂິວ ລໍາບາກອີ່ຫຼີໃດ໋.”

ສ່ວນ ຢູ່ບ້ານຂາມງອຍ ເມືອງໄຊເສດຖາ ກໍປະສົບບັນຫາ ນໍ້າປະປາບໍ່ໄຫຼ ໄດ້ປະມານ 3 ເດືອນແລ້ວ ຈົນມາຮອດ ວັນທີ 14 ມີນາ ນີ້ ນໍ້າປະປາ ກໍເລີ່ມໄຫຼຄ່ອຍໆ ປະມານຊົ່ວໂມງເຄິ່ງ ແລ້ວກໍຢຸດໄຫຼ. ຊາວບ້ານ ຕ້ອງໄດ້ໄປແກ່ນ້ຳ ຢູ່ບ້ານໂຊກໃຫຍ່ ເພື່ອມາໃຊ້ໃນຄົວເຮືອນ ແລະ ເມື່ອໂທໄປສອບຖາມ ຫ້ອງການນໍ້າປະປາ ເມືອງໄຊເສດຖາ ກໍບໍ່ສາມາດຕິດຕໍ່ໄດ້ ຂະນະທີ່ ລັດວິສາຫະກິດ ນໍ້າປະປາ ກໍຕອບມາວ່າ ຈະແກ້ໄຂບັນຫາໃຫ້ ແຕ່ກໍຍັງບໍ່ມີການແກ້ໄຂເທື່ອ, ດັ່ງຊາວບ້ານ ຢູ່ບ້ານຂາມງອຍ ນາງໜຶ່ງ ກ່າວວ່າ:

“ປົກກະຕິ ມັນບໍ່ມາເລີຍ ແຕ່ຫາກໍມາມື້ນີ້ ຕອນ 3 ໂມງ 3 ໂມງປາຍໜ້ອຍໜຶ່ງ ແລ້ວມາ. ແລ້ວມັນກໍບໍ່ມາເລີຍ ມື້ນີ້ ໝົດມື້. ຕອນນີ້ ມັນກໍຍັງບໍ່ມາ. ເຮົາໂຕ່ງນໍ້າບໍ່ໄດ້ ມັນບໍ່ໄດ້ ມັນອອກຄ່ອຍ ເຮົາບໍ່ໄດ້ຫຼາຍ. ເຮົາກໍຍັງແກ່ນໍ້າ ຢູ່ບ້ານໂຊກໃຫຍ່ ມາໃຊ້, 3 ເດືອນແລ້ວ ບໍ່ມານີ້ນ່າ. ເຂດເຮົາ ເຮົາວ່າເປັນບ່ອນຕໍ່າ ແລ້ວມັນບໍ່ມາ.”


ຂ່າວ ກ່ຽນກັນ

ຊາວບ້ານເດືອດຮ້ອນ ນ້ຳປະປາມີບັນຫາ ໃນຫຼາຍເມືອງ ຂອງນະຄອນຫຼວງວຽງຈັນ

ນໍ້າປະປາ ແຂວງຫຼວງພະບາງ ປິດບໍລິການ 35 ມື້

ຊາວນະຄອນຫຼວງວຽງຈັນ ໄດ້ຮັບຜົນກະທົບ ຍ້ອນຂາດນໍ້າໃຊ້


ຂະນະທີ່ ຊາວບ້ານ ຢູ່ບ້ານນາລຽນ ເມືອງນາຊາຍທອງ ນາງໜຶ່ງ ກ່າວວ່າ ນໍ້າປະປາ ໃນເຂດບ້ານຂອງນາງ ເລີ່ມບໍ່ມາ ເປັນປົກກະຕິ ຕັ້ງແຕ່ເດືອນເມສາ ປີ 2024. ບາງເທື່ອໄຫຼ ແລະ ບາງເທື່ອ ບໍ່ໄຫຼ. ຢ່າງໃດກໍຕາມ ທຸກເດືອນທີ່ນໍ້າບໍ່ມາ ຕາມປົກກະຕິ ຫຼື ໄຫຼຄ່ອຍ ແຕ່ຍັງຕ້ອງໄດ້ຈ່າຍ ຄ່ານໍ້າປະປາ ຕະຫຼອດ, ດັ່ງນາງ ກ່າວວ່າ:

“ອັນທີ່ບໍ່ມາປົກກະຕິ ຕັ້ງແຕ່ປີກາຍພຸ້ນນ່າ ເດືອນ 4 ເດືອນ 5 ປີກາຍ, ແຕ່ວ່າ ຊ່ວງກ່ອນຫັ້ນເນາະ ກາງຄືນມັນມາໃດ໋, ມາທຸກຄືນ ແຕ່ວ່າຊ່ວງນີ້ຫັ້ນ ເປັນທິດພຸ້ນນ່າ ມັນຈຶ່ງມາ ເທື່ອໜຶ່ງສິນ່າ. ຈ່າຍ ຈ່າຍທຸກເດືອນ ຄ່ານໍ້າພຸ້ນນ່າ ກໍໄດ້ຊື້ຖັງນໍ້າມາ 2,000 ລິດເນາະ ໄວ້ໂຕ່ງໄວ້ຫັ້ນນ່າ, ກໍຄືເກົ່າ ບໍ່ໄດ້ນໍ້າຄືເກົ່າ ແຕ່ວ່າໄດ້ຈ່າຍ ເພາະວ່າຂ້ອຍເປີດໄວ້ຕະຫຼອດເນາະ.”

ນອກຈາກນີ້ ກໍາລັງການຜະລິດນໍ້າປະປາ ບໍ່ພຽງພໍຕໍ່ຄວາມຕ້ອງການແລ້ວ ໃນຊ່ວງລະດູແລ້ງ ຍິ່ງເຮັດໃຫ້ມີນໍ້າບໍ່ພຽງພໍ ໃນການຜະລິດນໍ້າປະປາ.

ການແກ້ໄຂບັນຫາ ຍັງບໍ່ທົ່ວເຖິງ ຫຼື ພຽງພໍ

ເພື່ອແກ້ໄຂບັນຫາດັ່ງກ່າວ ລັດວິສາຫະກິດ ນໍ້າປະປາ ນະຄອນຫຼວງວຽງຈັນ ໄດ້ເພີ່ມກໍາລັງການຜະລິດ ຕະຫຼອດ 24 ຊົ່ວໂມງ ແລະ ໄດ້ອະນຸມັດ ໃຫ້ພະແນກແຜນການ ແລະການລົງທຶນ ນະຄອນຫຼວງວຽງຈັນ ເຊັນສັນຍາກໍ່ສ້າງ ໂຮງງານນໍ້າປະປາ ທີ່ບ້ານທ່າດອກຄຳ ເມືອງໄຊທານີ ຈຳນວນ 100,000 ແມັດກ້ອນ ແລະ ກໍາລັງພິຈາລະນາ ອະນຸມັດກໍ່ສ້າງໂຮງງານ ຢູ່ບ້ານຫ້ວຍຫ້ອມ ຈຳນວນ 20,000 ແມັດກ້ອນ ແລະ ກຳລັງຈະຈັດຕັ້ງປະຕິບັດ ລົງມືກໍ່ສ້າງ ໂຮງງານຜະລິດນໍ້າ ຢູ່ຈີ່ນາຍໂມ້ ຕື່ມອີກ 40,000 ແມັດກ້ອນຕໍ່ມື້.

ນອກຈາກນີ້ ຈະໄດ້ລະດົມ ໃຫ້ພາກສ່ວນເອກກະຊົນ ລົງທຶນໃສ່ການກໍ່ສ້າງໂຮງງານ ແລະ ວາງລະບົບສາຍສົ່ງນໍ້າປະປາ ເພື່ອໃຫ້ສາມາດສະໜອງ ໃຫ້ແກ່ຄວາມຕ້ອງການ ຂອງສັງຄົມ ຢ່າງພຽງພໍ, ດັ່ງເຈົ້າໜ້າທີ່ ລັດວິສາຫະກິດ ນໍ້າປະປາ ນະຄອນຫຼວງວຽງຈັນ ທ່ານໜຶ່ງ ກ່າວວ່າ:

“ໂດຍສະເພາະ ຊ່ວງລະດູແລ້ງ ມັນອາດຈະມີບັນຫາເນາະ ແຕ່ວ່າປັດຈຸບັນ ທາງບໍລິສັດເຮົາ ກໍເລັ່ງແກ້ໄຂ ໜຶ່ງມາ ກະເພີ່ມການຜະລິດຂຶ້ນ 24 ຊົ່ວໂມງ, ສອງມາ ກໍມີແຜນ ເຮັດໂຮງງານເພີ່ມ ມີແຜນເປີດ ໃຫ້ເອກກະຊົນ ມາລົງທຶນຢູ່.”

ບັນຫານໍ້າປະປາ ບໍ່ໄຫຼ ຫຼື ໄຫຼຄ່ອຍ ໃນນະຄອນຫຼວງວຽງຈັນ ຍັງເກີດຂຶ້ນເລື້ອຍໆ. ກ່ອນໜ້ານີ້ ໃນເດືອນພຶດສະພາ ປີ 2024 ຊາວບ້ານ ຫຼາຍຂົງເຂດ ທົ່ວນະຄອນຫຼວງວຽງຈັນ ຍັງສືບຕໍ່ ປະສົບກັບບັນຫາ ນ້ຳປະປາບໍ່ໄຫຼ ໂດຍສະເພາະ ໃນໄລຍະກາງເວັນ ແລະ ວັນເສົາ-ອາທິດ ເຮັດໃຫ້ຊາວບ້ານ ໄດ້ຮັບຄວາມເດືອດຮ້ອນຫຼາຍ ຍ້ອນມີນ້ຳປະປາໄວ້ໃຊ້ ບໍ່ພຽງພໍ ໃນການດຳລົງຊີວິດ ປະຈຳວັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org