ສິນຄ້າ ບໍ່ມີ ອຢ ຍັງມີຂາຍຫຼາຍ ໃນລາວ
2018.07.09

ຜແນກອຸດສະຫະກັມ ແລະການຄ້າ ນະຄອນຫລວງ ວຽງຈັນ ຫ້າມຜູ້ປະກອບການ ຮ້ານຄ້າຍ່ອຍ ນໍາສິນຄ້າໝົດອາຍຸ, ສິນຄ້າບໍ່ໄດ້ມາຕຖານ ມາຂາຍໃຫ້ປະຊາຊົນ, ແລະໃຫ້ເຈົ້າຂອງຮ້ານກວດກາ ສິນຄ້າພາຍໃນຮ້ານຄ້າຂອງຕົນ ເປັນປະຈໍາ ໂດຍເຈົ້າໜ້າທີ່ ຂແນງອຸດສາຫະກັມ ແລະການຄ້າ ຈະເຂັ້ມງວດ ໃນການກວດກາທຸກ 3 ເດືອນ. ດັ່ງເຈົ້າໜ້າທີ່ ຜແນກອຸດສະຫະກັມ ແລະການຄ້າ ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 9 ກໍຣະກະດາ ນີ້ວ່າ:
“ມັນສິມີກວດເນາະ ຖ້າວ່າເຮົາກວດ ຄັ້ງທີ່ 1 ມາຕການກໍຄື ເຮັດບົດບັນທຶກກັບເຈົ້າຂອງຮ້ານ ແລ້ວກໍໃຫ້ຂໍ້ຂ່າວສານ ທີ່ມັນຖືກຕ້ອງ ໃຫ້ເຂົາ ໄດ້ຮັບຊາບນໍາ ຄັ້ງທີ່ 2 ເຮົາສິໄດ້ເຮັດບົດບັນທຶກຄືເກົ່າ ໄດ້ມີການປັບໃໝ 10% ຂອງມູນຄ່າສິນຄ້າ ທີ່ພວກເຮົາກວດ ພໍ້ນັ້ນ ຫາກວ່າຄັ້ງທີ່ 3 ບາດນີ້ ກວດພົບອີກປັບໃໝ 50% ຂອງມູນຄ່າ ທີ່ວ່າຂາຍຕາມ ທ້ອງຕລາດ.”
ທ່ານກ່າວຕື່ມວ່າ ນັບແຕ່ຕົ້ນປີມາ ຜແນກອຸດສະຫະກັມ ແລະການຄ້າ ນະຄອນຫຼວງວຽງຈັນ ໄດ້ລົງກວດກາໂຮງຂ້າສັດ, ແລະຮ້ານຄ້າຍ່ອຍ ແລ້ວ 2 ເທື່ອ ແຕ່ລະເທື່ອພົບວ່າ ຍັງມີໂຮງງານບາງແຫ່ງ ຜລິດສິນຄ້າ ທີ່ບໍ່ໄດ້ມາຕຖານ ເຊັ່ນວ່າໂຮງງານຜລິດນໍ້າດື່ມ ຮວມໄປເຖິງ ໂຮງງານຂ້າສັດ ທີ່ບໍ່ໄດ້ມາຕຖານ ຂາດຫລັກອະນາມັຍ ແລະທາງການ ກໍສັ່ງໃຫ້ຜູ້ປະກອບການ ແກ້ໄຂໄປແລ້ວ ແລະບາງແຫ່ງກໍຖືກສັ່ງປິດ ຢ່າງຖາວອນໄປແລ້ວກໍມີ.
ສໍາລັບສິນຄ້າທີ່ກວດພົບ ໃນບັນດາຮ້ານຄ້າຍ່ອຍ ທີ່ຜູ້ປະກອບການ ຫຼືເຈົ້າຂອງຮ້ານນໍາມາຂາຍ ກໍມີປະເພດສິນຄ້າທີ່ຜລິດ ຈາກໂຮງງານ ທີ່ບໍ່ໄດ້ມາຕຖານ ບໍ່ມີສລາກ ວັນທີ່ເດືອນປີ ໝົດອາຍຸ ເປັນຕົ້ນ ນົມກ່ອງ, ປາກະປ່ອງ ແລະແປ້ງນົວ ຫຼືທີ່ຮູ້ກັນວ່າ ຜົງຊູຣົດ. ຣາຍງານວ່າ ປັດຈຸບັນ ຢູ່ນະຄອນຫຼວງວຽງຈັນ ມີໂຮງງານຜລິດນໍ້າດື່ມ ໂຮງງານຜລິດນໍ້າກ້ອນ, ໂຮງງານຜລິດອາຫານຮ້ານ Mini Mark, ໂຮງແຮມ ແລະຮ້ານອາຫານທັງໝົດ 812 ແຫ່ງ. ໃນນັ້ນບໍ່ມີທະບຽນການຄ້າ ທັງໝົດ 127 ແຫ່ງ.