ເດັກນ້ອຍ ເກືອບ 3 ພັນ ຄົນ ຂາດ ສານອາຫານ: ເຊກອງ
ເດັກນ້ອຍ ອາຍຸ ຕໍ່າກວ່າ 5 ປີ ທົ່ວ ແຂວງເຊກອງ ຍັງຂາດ ສານອາຫານ ເກືອບຮອດ 3 ພັນ ຄົນ.
-
ມະນີຈັນ
2019-06-06 -
-
-
Your browser doesn’t support HTML5 audio
ເດັກນ້ອຍອາຍຸຕໍ່າກວ່າ 5 ປີ ທົ່ວແຂວງເຊກອງ ຊຶ່ງສ່ວນໃຫຍ່ເປັນເດັກນ້ອຍຊົນເຜົ່າ ຂາດສານອາຫານ ໃນປີ 2018 ເກືອບ 3 ພັນຄົນ ໃນຈຳນວນຜູ້ທີ່ເຂົ້າມາກວດ ຢູ່ໂຮງໝໍ ເພື່ອຕິດຕາມເຣື້ອງການຂາດສານອາຫານ.
ສາເຫດທີ່ເຮັດໃຫ້ເດັກນ້ອຍຂາດສານອາຫານຫຼາຍ ສາເຫດນຶ່ງ ກໍແມ່ນຍ້ອນຜູ້ເປັນແມ່ ເວລາຖືພາ ບໍ່ໄດ້ກິນອາຫານຄົບ 6 ໝວດ ຄື: ຄາໂບໄຮເດຣທ, ໂປຣຕິນ, ໄຂມັນ, ໄວຕາມິນ, ເກືອແຮ່ທາດ ແລະນໍ້າ ອັນສົ່ງຜົນເຮັດໃຫ້ເດັກນ້ອຍ ຂາດສານອາຫານ ຕັ້ງແຕ່ຍັງຢູ່ ໃນທ້ອງແມ່, ຕາມຄໍາເວົ້າຂອງເຈົ້າໜ້າທີ່ ຜແນກສາທາຣະນະສຸຂ ແຂວງເຊກອງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ມິຖຸນານີ້:
“ບາງເທື່ອເຂົ້ານໍ້າຊ້າມປາ ກໍບໍ່ມີພຽງພໍ ກໍມີເຂດຫ່າງໄກ ມັນກໍມີຄືກັນ ຕັ້ງແຕ່ເຣີ້ມຖືພາພຸ້ນແຫຼະ ໃນທ້ອງໃນແທ້ງພຸ້ນແຫຼະ ມີປັນຫານະ ບາງຄັ້ງກໍແນະນໍາຢູ່ ເຂົາເມືອ ເຂົາກໍບໍ່ມີແນວກິນ ໄດ້ກິນແຕ່ເຂົ້າ ເຂົ້າກໍມີຊໍ່ານັ້ນເດ່ ສ່ວນຫຼາຍກໍເປັນທາດແປ້ງ ເປັນຫຼັກ ເຂົາເຈົ້າກິນ ໂປຕິນກໍມີໜ້ອຍ ມັນກໍມີຜັກຈໍາພວກນຶ່ງ ທີ່ເຂົາກິນ.”
ສາເຫດທີ່ສອງ ກໍແມ່ນເດັກນ້ອຍຊົນເຜົ່າ ຕັ້ງແຕ່ເກີດໃໝ່ ຈົນອາຍຸເຖິງ 5 ປີ ໄດ້ກິນອາຫານຕາມທີ່ ພໍ່ແມ່ມີໃຫ້ກິນ ຊຶ່ງສ່ວນໃຫຍ່ຈະກິນ ແຕ່ທາດແປ້ງຫຼາຍ ຍ້ອນບໍ່ມີແນວກິນ ເຮັດໃຫ້ເດັກນ້ອຍຂາດສານອາຫານ ທີ່ມີທັງເດັກນ້ອຍ ຂາດສານອາຫານ ກະທັນຫັນ ຄືເມື່ອ ເຈັບປ່ວຍ, ຖອກທ້ອງ, ເປັນໄຂ້ ເຮັດໃຫ້ເດັກນ້ອຍກິນບໍ່ໄດ້ ນັ້ນກໍເປັນອີກສາເຫດນຶ່ງ ທີ່ເຮັດໃຫ້ເດັກນ້ອຍຂາດສານອາຫານ ເຊັ່ນກັນ.
ແຂວງເຊກອງ ມີໂຄງການຊ່ອຍເຫຼືອ ດ້ານໂພສະນາການ ຂອງອົງການອາຫານໂລກ ເພື່ອປ້ອງກັນເດັກນ້ອຍ ຂາດສານອາຫານ ເປັນຕົ້ນ ໂຄງການ ໄວຕາມິນ ໃຫ້ແມ່ມານ ກິນຕັ້ງແຕ່ເລີ້ມຖືພາ ຈົນຮອດເກີດລູກໄດ້ 3 ເດືອນ. ຫຼັງຈາກນັ້ນ ກໍໃຫ້ເດັກນ້ອຍ ແຕ່ອາຍຸ 6 ເດືອນ ຫາ 2 ປີກິນ. ແຕ່ໂຄງການດັ່ງກ່າວ ບໍ່ມີພໍສໍາລັບທຸກບ້ານ ຈຶ່ງເຮັດໃຫ້ມີເດັກນ້ອຍ ຂາດສານອາຫານ ຈົນມາເຖິງທຸກມື້ນີ້:
“ໄລຍະທີ່ເຮົາຈັດຕັ້ງປະຕິບັດ ມັນກໍບໍ່ທົ່ວເຖິງ ເວລາເຮົາເຮັດໂຄງການໄລຍະສັ້ນ ແລະຄວາມຍືນຍົງມັນກໍມີໜ້ອຍ, ມັນມີວິຕາມິນ ເຮົາໃຫ້ ສໍາລັບແມ່ມານ ກໍມີໂດຍອົງການອາຫານໂລກ ໃຫ້ການສນັບສນຸນ ໃຫ້ແມ່ນມານທີ່ເຣີ້ມຖືພາ ໃຫ້ກິນ ຈົນຮອດ ຫຼັງເກີດລູກໄດ້ 3 ເດືອນ ຫຼັງຈາກນັ້ນ ເດັກນ້ອຍກໍສືບຕໍ່ ແຕ່ 6 ເດືອນ ຫາ 2 ປີ.”
ທ່ານເວົ້າວ່າ ຖ້າຫາກສັງເກດເຫັນເດັກນ້ອຍ ອາຍຸຕໍ່າກວ່າ 5 ປີ ຈ່ອຍ, ງ່ວມເຫງົາ, ບໍ່ມັກຫຼີ້ນກັບໝູ່ ໃຫ້ຟ້າວແຈ້ງເຈົ້າໜ້າທີ່ ສຸຂສາລາ ຫຼືໂຮງໝໍ ເພື່ອປ້ອງກັນບໍ່ໃຫ້ເດັກນ້ອຍ ຂາດສານອາຫານ ຈົນກາຍເປັນຂາດສານອາຫານຊໍ້າເຮື້ອ ທີ່ມີຜົມສີແດງ ແລະ ຈະບໍ່ສາມາດ ປິ່ນປົວໄດ້.
ທ່ານເວົ້າຕື່ມອີກວ່າ ເດັກນ້ອຍອາຍຸຕໍ່າກວ່າ 5 ປີ ທີ່ຂາດສານອາຫານ ຢູ່ທົ່ວແຂວງເຊກອງ ເກືອບ 3 ພັນຄົນນັ້ນ ເປັນພຽງຈໍານວນນຶ່ງ ທີ່ເຈົ້າໜ້າທີ່ສາມາດເຂົ້າເຖິງ ແລະຕິດຕາມໄດ້. ແຕ່ຍັງມີເດັກນ້ອຍອາຍຸຕໍ່າກວ່າ 5 ປີອີກຈໍານວນ 11 ພັນຄົນທົ່ວແຂວງ ທີ່ເຈົ້າໜ້າທີ່ ຍັງບໍ່ສາມາດ ເຂົ້າເຖິງ, ບໍ່ສາມາດຕິດຕາມ ແລະບໍ່ຮູ້ວ່າ ໃນຈໍານວນນັ້ນ ຈະມີເດັກນ້ອຍຂາດສານອາຫານ ຕື່ມອີກຫຼືບໍ່.