ເຈົ້າໜ້າທີ່ໄທຍ ຈັບຄົນລັກຂົນ ຢາເສບຕິດ ຈາກຝັ່ງລາວ 2 ຄົນ

ໃນມື້ວັນທີ່ 10 ພຶສພາ ທີ່ຜ່ານມານີ້ ເຈົ້າໜ້າທີ່ທະຫານພຣານ ກອງກໍາລັງສຸຣະສັກມົນຕຣີ ແຂວງໜອງຄາຍ ປະເທດໄທຍ ໄດ້ຈັບຊາຍໄທຍ 2 ຄົນ ທີ່ລັກຂົນຢາເສບຕິດ ມູນຄ່າຮວມ ທັງໝົດ 400 ລ້ານບາດ ຈາກເມືອງສັງທອງ ນະຄອນຫຼວງວຽງຈັນ.

ຜູ້ຕ້ອງຫາ ຊາວໄທຍ 2 ຄົນ ທີ່ ຂົນຢາເສບຕິດ ຈາກເມືອງສັງທອງ ນະຄອນຫຼວງວຽງຈັນ ຂຶ້ນຝັ່ງທີ່ ເຂດເມືອງສັງຄົມ ແຂວງໜອງຄາຍ ປະເທດໄທຍ ແລະຖືກເຈົ້າໜ້າທີ່ໄທຍຈັບໄດ້, ຮູບຖ່າຍເມື່ອວັນທີ 10 ພຶສພາ 2022. RFA

ໃນມື້ວັນທີ່ 10 ພຶສພາ ທີ່ຜ່ານມານີ້ ເຈົ້າໜ້າທີ່ທະຫານພຣານ ກອງກໍາລັງສຸຣະສັກມົນຕຣີ ແຂວງໜອງຄາຍ ປະເທດໄທຍ ໄດ້ຈັບໂຕຄົນໄທຍ 2 ຄົນ ທີ່ລັກຂົນຢາບ້າ ຈໍານວນປະມານ 5 ລ້ານ 5 ແສນເມັດ, ຢາອີ ນໍ້າໜັກ 4 ກິໂລກຣາມ ພ້ອມທັງຢາເສບຕິດອື່ນໆ ມູນຄ່າຮວມທັງໝົດ 400 ລ້ານບາດ ຈາກເມືອງສັງທອງ ນະຄອນຫຼວງວຽງຈັນ ຂ້າມມາເຂດເມືອງສັງຄົມ ແຂວງໜອງຄາຍ ປະເທດໄທຍ ເຊິ່ງໃນມື້ເກີດເຫດ ຍັງມີກຸ່ມຄົນໄທຍ ອີກ 8 ຄົນ ທີ່ຢູ່ໃນຂບວນການດັ່ງກ່າວ ສາມາດຂຶ້ນເຮືອຫຼົບໜີໄປຝັ່ງລາວ ເມືອງສັງທອງ ນະຄອນຫຼວງວຽງຈັນໄດ້ ແລະຄົນໄທຍອີກ 1 ຄົນ ທີ່ມານໍາກັນ ໄດ້ຈົມນໍ້າຫາຍສາບສູນໃນແມ່ນໍ້າຂອງ, ໂດຍປັດຈຸບັນ ເຈົ້າໜ້າທີ່ແຂວງໜອງຄາຍ ໄດ້ປະສານງານໄປຍັງເຈົ້າໜ້າທີ່ຝັ່ງລາວ ເພື່ອໃຫ້ຊ່ອຍຕິດຕາມຫາຄົນໄທຍດັ່ງກ່າວແລ້ວ ແຕ່ຍັງບໍ່ທັນຈັບໂຕໄດ້ເທື່ອ.

ດັ່ງເຈົ້າໜ້າທີ່ ທະຫານພຣານ ແຂວງໜອງຄາຍ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 12 ພຶສພາ ນີ້ວ່າ:

“ຄົນຮ້າຍທີ່ຫຼົບໜີໄປ ທາງ ປກສ.ນະຄອນຫຼວງວຽງຈັນ ກໍຄົງຈະອອກໝາຍຈັນ ໃນຂໍ້ຫາສົມຮູ້ຮ່ວມຄິດກ່ຽວກັບການຂົນສົ່ງຢາເສບຕິດ ທາງຕໍາຣວດລາວ ກໍຈະຕິດຕາມໂຕຢູ່ ມັນເປັນໜ້າທີ່ຂອງຕໍາຣວດລາວ ທີ່ຈະຕ້ອງຕິດຕາມໂຕຕໍ່ໄປ ເພາະວ່າພວກເຮົາ ກໍໄດ້ໃຫ້ຂໍ້ມູນຣາຍລະອຽດໄປໝົດແລ້ວ.”

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ເພື່ອຖາມຄວາມຄືບໜ້າກໍຣະນີດັ່ງກ່າວ ໂດຍເຈົ້າໜ້າທີ່ ທີ່ຂໍສງວນຊື່ ແລະສຽງທ່ານນຶ່ງ ຊີ້ແຈງພຽງແຕ່ວ່າ ທາງເຈົ້າໜ້າທີ່ ກໍາລັງຊອກຫາຕິດຕາມໂຕຄົນໄທຍດັ່ງກ່າວຢູ່ ແລະຍັງບໍ່ທັນພົບໂຕເທື່ອ.

ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງສັງທອງ ໄດ້ກ່າວໃນກ່ອນໜ້ານີ້ວ່າ ສະພາບການລັກລອບຂົນສົ່ງຢາເສບຕິດ ລະຫວ່າງເມືອງສັງທອງ ກັບແຂວງໜອງຄາຍ ປະເທດໄທຍນັ້ນ ຍັງເກີດຂຶ້ນຢູ່ເລື້ອຍໆ ໂດຍມີເຈົ້າໜ້າທີ່ລາວຈໍານວນນຶ່ງ ເປັນຜູ້ອໍານວຍຄວາມສະດວກໃຫ້ແກ່ກຸ່ມດັ່ງກ່າວ ຈຶ່ງເຮັດໃຫ້ເປັນເຣື່ອງຍາກ ທີ່ຈະປາບປາມ ແລະຈັບໂຕ ມາດໍາເນີນຄະດີ ໄດ້ໝົດໃນບາດດຽວ.

ດັ່ງທ່ານກ່າວວ່າ:

“ມັນບໍ່ໝົດຈັກເທື່ອດອກໂຕນີ້ ເຮົາກະຍາກຢູ່ ເຈົ້າໜ້າທີ່ເຮົານີ້ແຫຼະ ສະກັດກັັ້ນໂຕນີ້ໃຫ້ມັນໝົດ ຄືຊິຍາກແລ້ວ ຄືວ່າແຫຼະມັນມີເຈົ້າໜ້າທີ່ໄທເຮົານີ້ແຫຼະ ຢູ່ເບື້ອງຫຼັງບໍອິຫຍັງຫັ້ນນ່າ ເຮົາມັນຍາກໂຕນີ້ ແຕ່ວ່າເຮົາກາຈັບໄດ້ຢູ່.”

ເຈົ້າໜ້າທີ່ແຂວງໜອງຄາຍ ຖແລງຂ່າວ ການຈັບຄົນໄທຍ 2 ຄົນທີ່ລັກລອບຂົນຢາບ້າ ຈໍານວນ 5 ລ້ານ 5 ແສນເມັດ ມາຈາກລາວ.

ໃນຂະນະທີ່ ເຈົ້າໜ້າທີ່ທ້ອງຖິ່ນ ຢູ່ເມືອງສັງຄົມ ແຂວງໜອງຄາຍ ປະເທດໄທຍ ກ່າວວ່າ ປັດຈຸບັນ ຫຼາຍໜ່ວຍງານໃນເມືອງສັງຄົມ ໄດ້ພຍາຍາມກວດກາ ແລະສະກັດກັ້ນ ການລັກລອບຂົນສົ່ງຢາເສບຕິດ ຈາກລາວເຂົ້າມາໄທຍ ແຕ່ກໍຍັງມີບາງກຸ່ມ ທີ່ສວຍໂອກາດລອດພົ້ນຈາກສາຍຕາ ຂອງເຈົ້າໜ້າທີ່ ແລະໃນໄລຍະນີ້ ນໍ້າຂອງກໍບໍ່ໄດ້ບົກແຫ້ງ ຈຶ່ງເປັນຊ່ອງທາງ ໃນການຂົນສົ່ງຢາເສບຕິດທາງເຮືອ.

ດັ່ງຍານາງກ່າວວ່າ:

“ລະດັບນໍ້າຂອງຂ້ອນຂ້າງສູງ ສາມາດແລ່ນເຮືອໄດ້ຄ່ອງໂຕ ທາງເຮົາກໍໄດ້ເພີ່ມມາຕການ ໂດຍອີງຕາມຄໍາສັ່ງຂອງຜູ້ບັງຄັບບັນຊາ ເພິ່ນກໍໃຫ້ມີການລາດຕະເວນຢ່າງຕໍ່ເນື່ອງ ຕາມແຄມແມ່ນໍ້າຂອງ.”

ທາງດ້ານນັກກົດໝາຍລາວ ທ່ານນຶ່ງກ່າວວ່າ ສໍາລັບຄົນໄທຍທີ່ມີຄວາມຜິດ ກ່ຽວກັບການລັກລອບຂົນສົ່ງຢາເສບຕິດ ລະຫວ່າງປະເທດ ແລະຫຼົບໜີມາຢູ່ໃນລາວນັ້ນ ຄັນຖືກຈັບໄດ້ ກໍຈະສົ່ງໂຕໃຫ້ເຈົ້າໜ້າທີ່ໄທຍ ຮັບໂຕໄປດໍາເນີນຄະດີຢູ່ໄທຍ ເນື່ອງຈາກລາວແລະໄທຍ ໄດ້ເຮັດສັນຍາສົ່ງຜູ້ຮ້າຍຂ້າມແດນ ນໍາກັນຢູ່ແລ້ວ.

ດັ່ງທ່ານກ່າວວ່າ:

“ໂຕນີ້ ເຮົາອີງໃສ່ສະຖານທູດເນາະ ສະຖານທູດ ຂໍໂຕຜູ້ຮ້າຍຂ້າມແດນນີ້ ເຮົາຈະສົ່ງໃຫ້ ຄັນບໍ່ມີ ເຮົາຈະບໍ່ໃຫ້ ປະເທດລາວກັບປະເທດໄທຍ ມີສັນຍາສົ່ງຜູ້ຮ້າຍຂ້າມແດນຢູ່ເຈົ້າ.”

ສ່ວນຊາວລາວ ທ່ານນຶ່ງກ່າວວ່າ ສາເຫດທີ່ເຮັດໃຫ້ມີການລັກລອບ ຂົນສົ່ງຢາເສບຕິດ ລະຫວ່າງລາວ-ໄທຍ ແລະມີຄົນໄທຍ ຂ້າມມາຮ່ວມຂບວນການກັບຄົນລາວນັ້ນ ເປັນຍ້ອນການບັງຄັບໃຊ້ກົດໝາຍ ຂອງເຈົ້າໜ້າທີ່ ທີ່ຍັງບໍ່ທັນເຄັ່ງຄັດເທົ່າທີ່ຄວນ ຈຶ່ງເຮັດໃຫ້ກຸ່ມດັ່ງກ່າວ ບໍ່ຢ້ານຕໍ່ກົດໝາຍ.

ດັ່ງທ່ານກ່າວວ່າ:

“ຖືວ່າໜ້າ ບໍ່ເຄັ່ງຄັດປານໃດເນາະ ບໍ່ເຄັ່ງຄັດປານໃດ ຄົນກະບໍ່ຢ້ານ ຜູ້ເຮັດມັນກາເຮັດ ມີເງິນໄປຖອກຫຼາຍ ລະເຂົາກະປ່ອຍອອກ ຈັ່ງຊີ້ນ່າ ສ່ວນຫຼາຍຫັ້ນນ່າ ກະຄືວ່າ ປະຫານຊີວິດຫັ້ນແຫຼະ ແລ້ວບໍ່ປະຫານຫັ້ນນ່າ ຫຼືວ່າຕລອດຊີວິດ ພັດມັນຍັງປ່ອຍອອກມາ.”

ກ່ອນໜ້ານີ້ ໃນວັນທີ່ 3 ມິນາ ທີ່ຜ່ານມາ ເຈົ້າໜ້າທີ່ໜ່ວຍເຮືອຮັກສາຄວາມສງົບ ຕາມລໍາແມ່ນໍ້ານຂອງ ແຂວງໜອງຄາຍ ຂອງປະໄທຍ ກໍໄດ້ເຂົ້າຈັບເຄືອຂ່າຍ ຂົນສົ່ງຢາເສບຕິດຈາກລາວມາໄທຍ ພ້ອມກັບຍຶດຂອງກາງ ເປັນຢາບ້າ ຈໍານວນ 3 ລ້ານ 5 ແສນ ເມັດ ເຊິ່ງຂົນຂ້າມມາທາງເຮືອ ມາຈາກເມືອງສັງທອງ ນະຄອນຫຼວງວຽງຈັນ ໂດຍສາມາດຈັບຄົນໄທຍໄດ້ 1 ຄົນ ເປັນຜູ້ທີ່ລໍຖ້າຮັບຢາບ້າ ທີ່ຂົນຂ້າມມາຈາກເມືອງສັງທອງ ສ່ວນຄົນຮ້າຍ ອີກ 2 ຄົນ ໂດຍບໍ່ຮູ້ຄັກແນ່ ວ່າເປັນຄົນລາວ ຫຼືຄົນໄທຍ ທີ່ນໍາຢາບ້າມາສົ່ງນັ້ນ ໄດ້ຂີ່ເຮືອຫຼົບໜີໄປໄດ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org