ຄົນຂັບລົດແທັກຊີ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ຖືກຂ້າຊິງຊັບ
ຄົນບ້ານມົກກະຈອກ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ອາຊີບຂັບລົດແທັກຊີ ຢູ່ເຂດເສດ ຖະກິດພິເສດ ສາມຫຼ່ຽມຄໍາ ຖືກຂ້າຊິງຊັບ ແລະ ເອົາລົດໄປ, ເຮັດໃຫ້ຜູ້ຄົນ ຢ້ານ ແລະ ລະວັງ ຂຶ້ນຕື່ມ.
-
ຈຳປາທອງ
2025-02-05 -
-
-
Your browser doesn’t support HTML5 audio
ເຫດອາດຊະຍາກໍາ ຮຸນແຮງຫຼາຍຂຶ້ນ ຢູ່ແຂວງບໍ່ແກ້ວ ຮວມທັງໃນເຂດເສດຖະ ກິດພິເສດ ສາມຫຼ່ຽມຄໍາ ຢູ່ເມືອງຕົ້ນເຜິ້ງ ໃນປັດຈຸບັນ ເປັນຕົ້ນ ການປຸ້ນຈີ້ ແລະຂ້າຊິງຊັບ, ກໍລະນີຫຼ້າສຸດ ກໍແມ່ນການຂ້າຊິງຊັບ ຄົນຂັບລົດແທັກຊີ ໃນວັນທີ 29 ມັງກອນ 2025 ນີ້, ເຮັດໃຫ້ປະຊາຊົນ ຈໍານວນບໍ່ໜ້ອຍ ແລະຄົນຂັບລົດແທັກຊີ ຢ້ານກົວ ໂດຍສະເພາະພວກນັກທ່ອງທ່ຽວ ທີ່ມາທ່ຽວໃນແຂວງນີ້, ຕ້ອງໄດ້ລະມັດລະວັງຫຼາຍຂຶ້ນ, ຕ້ອງໃຊ້ຄົນນໍາທ່ຽວ ພາທ່ຽວ ເພື່ອຄວາມປອດໄພ ຮວມທັງຢູ່ເມືອງຫ້ວຍຊາຍ ທີ່ເປັນອັນຕະລາຍຢູ່ແລ້ວ, ດັ່ງພະນັກງານນໍາທ່ຽວ ຢູ່ແຂວງບໍ່ແກ້ວຜູ້ໜຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ກຸມພາ ນີ້ວ່າ:
“ຢູ່ຫ້ວຍຊາຍນີ້ ມັນກໍໜ້າຈະອັນຕະລາຍຢູ່ແລ້ວ. ອັນນີ້ກໍເປັນເລື່ອງປົກກະຕິຢູ່ແລ້ວ. ກະມີແຕ່ເລື່ອງນີ້ ຫັ້ນແຫຼະ. ຄັນວ່າໄປມາ ດີສຸດກະແມ່ນມານໍາບໍລິສັດ, ຈ້າງໄກນີ້ ນໍາໄປທ່ອງທ່ຽວ ແລ້ວມັນຈັ່ງປອດໄພກວ່າ. ຄັນໄປຄົນດຽວນີ້, ບໍ່ຮູ້ທາງ ອັນນີ້ ໄປມັນກໍອັນຕະລາຍ ບໍ່ມີໃຜຮັບຮູ້ນໍາ ແມ່ນບໍຫລະ.”
ບໍ່ພຽງເທົ່ານັ້ນ ຜູ້ໃຫ້ບໍລິການ ເລື່ອງການນໍາທ່ຽວ ໂດຍສະເພາະ ຜູ້ມີອາຊີບຂັບລົດແທັກຊີຮັບຈ້າງ ພາຍໃນເຂດເສດຖະກິດພິເສດ ສາມຫ່ຽມຄໍາ ແລະ ຢູ່ແຂວງບໍ່ແກ້ວ ເວົ້າລວມ ກໍຕ້ອງໄດ້ລະມັດລະວັງ ເລື່ອງການປຸ້ນຈີ້ ຊິງຊັບ ໃຫ້ຫຼາຍຂຶ້ນ ໃນເວລາໄປຮັບສົ່ງຜູ້ໂດຍສານແປກໜ້າ ເປັນຕົ້ນໃນເວລາກາງຄືນ ຕ້ອງໄດ້ລະມັດລະວັງ ຫຼາຍທີ່ສຸດ, ດັ່ງຄົນຂັບລົດແທັກຊີ ຢູ່ແຂວງບໍ່ແກ້ວ ຜູ້ໜຶ່ງ ເວົ້າໃນມື້ດຽວກັນ ນີ້ວ່າ:
“ຄົນຮູ້ຈັກ ກະໂອເຄ ໄປໄດ້ ຖ້າບໍ່ຮູ້ຈັກກໍຢ້ານຢູ່ ແມ່ນມັນປຸ້ນເອົາລົດ ປຸ້ນເອົາທອງຢູ່ ມີເຄສແບບນີ້, ມີ 4 ເທື່ອແລ້ວ ປີນີ້ ປີກາຍ.”
ຢູ່ແຂວງບໍ່ແກ້ວ ຮວມທັງໃນເຂດເສດຖະກິດພິເສດ ສາມຫ່ຽມຄໍາ ມັກເກີດເຫດ ອາດສະຍາກໍາຂຶ້ນຢູ່ເລື້ອຍໆ ແລະ ຫຼ້າສຸດ ກໍແມ່ນກໍລະນີ ທ້າວ ຄໍາພັນ ວິໄລພອນ ອາຍຸ 41 ປີ ຊາວບ້ານ ບ້ານມົກກະຈອກ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ອາຊີບຂັບລົດແທັກຊີ ຢູ່ເຂດເສດຖະກິດພິເສດ ສາມຫ່ຽມຄໍາ ທີ່ບໍລິການຮັບສົ່ງຜູ້ໂດຍສານທົ່ວແຂວງບໍ່ແກ້ວ ກໍໄດ້ຖືກຄົນຮ້າຍບໍ່ຮູ້ຈໍານວນ ໂທລະສັບມາຫາ ໃຫ້ໄປຮັບເອົາຢູ່ເມືອງຫ້ວຍຊາຍ ກໍໄດ້ຖືກຂ້າຊິງຊັບ ໃນວັນທີ 29 ມັງກອນ 2025 ນີ້ ແລ້ວກໍເອົາລົດແທັກຊີ ໜີໄປ.
ຂ່າວ ກ່ຽວກັນ
ຄົນຂັບລົດແທັກຊີ ຢູ່ເຂດເສດຖະກິດພິເສດສາມລ່ຽມຄໍາ ຖືກຄາດຕະກໍາໂຫດ
ພົບແມ່ຍິງ ຖືກຄາດຕະກໍາ ຖິ້ມລົງແມ່ນໍ້າຂອງ
ພວກຂັບລົດແທັກຊີ້ ຢູ່ເຂດ 3 ຫຼ່ຽມຄໍາ ຂຶ້ນຄ່າໂດຍສານ ເອົາເອງ
ການຂ້າຊິງຊັບ ຄົນຂັບລົດແທັກຊີທີ່ວ່ານີ້ ເປັນການຂ້າເອົາເງິນເອົາຄໍາ ແລະເອົາລົດໄປ, ເປັນການຂ້າຢ່າງໂຫດຫ້ຽມ. ຄົນຮ້າຍ ໃຊ້ມີດຟັນ ແລະ ແທງຕົນໂຕຫຼາຍບ່ອນ ແລ້ວເອົາສົບໄປຖິ້ມໄວ້ຢູ່ທາງກາງປ່າ ລະຫວ່າງ ບ້ານນໍ້າຍອນ ແລະ ບ້ານປາກງາວ ດັ່ງຄົນຂັບລົດແທັກຊີ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ຜູ້ໜຶ່ງເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 4 ກຸມພາ ນີ້ວ່າ:
“ໄດ້ຍິນຍາດພີ່ນ້ອງເຂົາເຈົ້າວ່າ ເປັນການຂ້າ ປຸ້ນຊິງຊັບ ເພາະວ່າ ຂ້າແລ້ວເອົາລົດລາວໄປ ແລ້ວກໍເອົາເງິນຄໍາລາວໄປ ໃຫ້ລາວໄປຮັບຢູ່ຫ້ວຍຊາຍ ແລ້ວຂຶ້ນມາບໍ່ແກ້ວ ແຕ່ວ່າມາຮອດບ່ອນໃກ້ຂ້າກັນຕາຍ ຊຸດແລ້ວນີ້ແຫຼະ ເພາະມັນເປັນທາງປ່າແດ່ ບ່ອນຫັ້ນນະ ບ່ອນທາງປ່າ ລະຫວ່າງປາກງາວຫັ້ນແຫຼະ.”
ແຕ່ມາເຖິງປັດຈຸບັນ ເຈົ້າໜ້າທີ່ຕໍາຫຼວດ ກໍຍັງບໍ່ສາມາດຈັບໂຕຄົນຮ້າຍ ທີ່ກໍ່ເຫດນັ້ນ ມາລົງໂທດຕາມລະບຽບກົດໝາຍໄດ້ເທື່ອ ແຕ່ກໍພະຍາຍາມສືບສວນ-ສອບສວນ ຫາໂຕຄົນຮ້າຍນັ້ນຢູ່ ດັ່ງພະນັກງານອາສາສະໝັກກູ້ໄພ ຢູ່ແຂວງບໍ່ແກ້ວ ຜູ້ໜຶ່ງ ທີ່ບອກໃຫ້ຮູ້ວ່າ ທິມງານຂອງຕົນ ມີແຕ່ໄດ້ໄປມ້ຽນສົບຜູ້ກ່ຽວເທົ່ານັ້ນ ເວົ້າວ່າ:
“ແມ່ນແຫຼະ ມີແຕ່ທີມງານໄປມ້ຽນໃຫ້ຊື່ໆ ເພິ່ນກໍາລັງສັນນິຖານຢູ່ ຕໍາຫຼວດເພິ່ນກໍາລັງນໍາຢູ່ ເຈົ້າ ຫຼາຍມື້ແລ້ວ.”
ເພື່ອຂໍຮູ້ລາຍລະອຽດ ກ່ຽວກັບເຫດການທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາກອງບັນຊາການ ຕໍາຫຼວດປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ, ແຕ່ເຈົ້າ
ໜ້າທີ່ຜູ້ຮັບຜິດຊອບເລື່ອງນີ້ ຍັງບໍ່ສາມາດທີ່ຈະເປີດເຜີຍ ໃຫ້ຮູ້ໄດ້ເທື່ອ.
ແລະເມື່ອກ່ອນໜ້ານີ້ ຄົນຂັບລົດແທັກຊີ ຢູ່ເມືອງຕົ້ນເຜິ້ງ ຜູ້ໜຶ່ງ ກໍໄດ້ຖືກຄົນຮ້າຍ ລໍ້ລວງໄປຂ້າຢ່າງໂຫດຫ້ຽມ ຢູ່ເຂດບ້ານນໍ້າເກິ່ງເກົ່າ ເມືອງຫ້ວຍຊາຍ ໃນມື້ວັນທີ 17 ກັນຍາ 2024 ແຕ່ເດືອນຕໍ່ມາ ຄືເດືອນຕຸລາ ຂອງປີດຽວກັນນັ້ນ ເຈົ້າໜ້າທີ່ຕໍາຫຼວດແຂວງບໍ່ແກ້ວ ກໍຈັບຜູ້ກໍ່ເຫດນັ້ນ ໄດ້, ເປັນຄົນງານພະມ້າຜູ້ໜຶ່ງ ທີ່ເຮັດວຽກ ຢູ່ໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ. ຜູ້ກ່ຽວຮັບສາລະພາບວ່າ ສາເຫດ ທີ່ພາໃຫ້ລົງມືຂ້າຄົນຂັບລົດແທັກຊີນັ້ນ ແມ່ນຍ້ອນຂໍ້ຂັດແຍ່ງສ່ວນຕົວ.
ແລະກໍລະນີຢາເສບຕິດ ຊຶ່ງເຈົ້າໜ້າທີ່ກອງຫຼອນ ບ້ານພິບູນທອງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ໄປກວດເຮືອນຫຼັງໜຶ່ງ ຢູ່ເຂດບ້ານນັ້ນ ໃນມື້ວັນທີ 30 ມັງກອນ 2025 ເວລາປະມານ 10:00 ໂມງ, ໄດ້ກວດພົບຢາບ້າ ຈຳນວນ 4,400,000 ເມັດ, ນ້ຳໜັກ 528 ກິໂລກຣາມ, ແຕ່ຜູ້ຕ້ອງຫາ ທັງ 3 ຄົນ ຫຼົບໜີໄປໄດ້.
ແລະເຈົ້າໜ້າທີ່ ກອງບັນຊາການ ຕໍາຫຼວດປ້ອງກັນຄວາມສະຫງົບ ເຂດເສດ ຖະກິດພິເສດ ສາມຫຼ່ຽມຄໍາ ກັບເຈົ້າໜ້າທີ່ຕໍາຫຼວດຈີນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຮ່ວມກັນນໍາກໍາລັງ ເຂົ້າຈັບກຸ່ມແກ້ງສໍ້ໂກງ ທາງໂທລະຄົມ ຈໍານວນ 41 ຄົນ ໃນມື້ວັນທີ 12 ມັງກອນ 2025 ນີ້. ທັງໝົດ ເປັນຄົນສັນຊາດຈີນ. ແລະຕໍ່ມາ ໃນມື້ວັນທີ 16 ມັງກອນ ກໍໄດ້ນໍາຜູ້ຕ້ອງຫາ ແລະ ຂອງກາງ ສົ່ງໃຫ້ເຈົ້າໜ້າທີ່ຕໍາຫຼວດຈີນ ຢູ່ດ່ານສາກົນ ບໍ່ເຕັນ-ບໍ່ຫານ ແຂວງຫຼວງນໍ້າທາ ເພື່ອນໍາໄປດໍາເນີນຄະດີ ຢູ່ປະເທດຈີນ.