ອະຫິວາໝູ ອາຟຣິກາ ຣະບາດ ຢູ່ໄຊຍະບູຣີ

ຈໍາປາທອງ
2020.09.23
F-pigs-in-rural ໂຕຢ່າງໝູບ້ານ ທີ່ຊາວບ້ານ ໃນເຂດຊົນນະບົດ ຂອງລາວ ທີ່ແຂວງຄຳມ່ວນ ມັກລ້ຽງແບບປ່ອຍ ໃຫ້ຊອກຫາກິນ ຕາມກາງບ້ານ ແລະ ສ່ວນໃຫຍ່ ສ່ຽງຕໍ່ການຕິດເຊື້ອພຍາດ ອະຫິວາໝູ ອາຟຣິກາ. ຖ່າຍຮູບເມື່ອ: ເດືອນມີນາ 2019. ຖ່າຍໂດຍ: TS
RFA

ປັດຈຸບັນ ພຍາດອະຫິວາໝູອາຟຣິກາຣະບາດໜັກຢູ່ເມືອງຊຽງຮ່ອນ ແຂວງໄຊຍະບູຣີ, ມີໝູຕາຍຍ້ອນ ແລະຖືກຂ້າໄປແລ້ວຫຼາຍກວ່າ 500 ໂຕ ຢູ່ 4 ບ້ານຄືບ້ານແກ່ນ, ບ້ານສາມັກຄີໄຊ, ບ້ານນໍ້າກອກ ແລະບ້ານດອນເຟືອງ ເຮັດໃຫ້ຜູ້ລ້ຽງໝູ ໄດ້ຮັບຜົລກະທົບ, ຂາດທຶນຫຼາຍ, ຜູ້ລ້ຽງໝູຫຼາຍຄົນ ຢາກໃຫ້ທາງການ ທີ່ກ່ຽວຂ້ອງ ຊ່ອຍໃນເຣຶ່ອງການຊົດເຊີຍ ໃຫ້ໃນເບື້ອງຕົ້ນ ເພາະບາງຄົນ ກໍກູ້ຢືມເງິນທະນາຄານ ແລະ ກອງທຶນບ້ານ ມາລົງທຶນລ້ຽງ, ອີງຕາມຄໍາເວົ້າ ຂອງຊາວບ້ານ ບ້ານແກ່ນ ເມືອງຊຽງຮ່ອນ ຜູ້ຂໍສງວນຊື່ທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ ວັນທີ 23 ກັນຍານີ້:

“ແນ່ນອນ 100% ແຫຼະມີຜົລກະທົບຕໍ່ຄອບຄົວ ຕໍ່ບຸກຄົນທີ່ວ່າເພິ່ນລ້ຽງສັດ ກໍຍັງມີບັນຫາຢູ່ນີ໋ຫັ້ນແຫຼະ. ເຈົ້າຂອງໝູເພິ່ນກະຂໍທົດແທນໃຫ້ເດ໋ ເພິ່ນກໍບໍ່ໃຫ້ຄໍາຕອບວ່າແນວໃດ. ທາງປະຊາຊົນກະສເນີ ເພິ່ນກະຈົດໄປຫັ້ນແຫຼະ ຖືວ່າບໍ່ມີຄວາມຫັວງວ່າ ຈະໄດ້ຫັ້ນແຫຼະ. ບາງຄົນກະຢືມ ເງິນ ທະນາຄານມາ ບາງຄົນກໍຢືມ ເງິນກອງທຶນບ້ານ. ”

ທ່ານກ່າວຕື່ມວ່າ ການຣະບາດຂອງພຍາດ ໝູອາຟຣິກາ ເລິ້ມມາແຕ່ທ້າຍເດືອນ ກໍຣະກະດາ 2020, ແຕ່ໝູ ບໍ່ໄດ້ຕາຍທຸກມື້. ທີ່ຜ່ານມາ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໄດ້ລົງມາສັກຢາ ປ້ອງກັນພຍາດໃຫ້ໝູຢູ່ ແຕ່ກໍມີໝູເຫງົາ ແລະຕາຍໄປນໍາ. ພໍມາຮອດ ທ້າຍເດືອນສິງຫາ ພຍາດ ທີ່ວ່ານີ້ ກໍໄດ້ເລິ້ມຣະບາດໝັກ ໄປຫຼາຍບ້ານ. ໃນນັ້ນ ບ້ານແກ່ນ ແລະບ້ານສາມັກຄີໄຊ ຣະບາດໜັກ, ເປັນພື້ນທີ່ສີແດງ, ຢູ່ບ້ານແກ່ນ ມີໝູຕາຍ 45 ໂຕ ແລະ ເຈົ້າໜ້າທີ່ຂ້າຖິ້ມ 200 ປາຍໂຕ ເພາະມັນມີຄວາມສ່ຽງ ຕໍ່ການທີ່ຈະຕິດພຍາດນັ້ນ. ໝູສ່ວນໃຫຍ່ ຊາວບ້ານ ບໍ່ໄດ້ລ້ຽງ ເປັນຟາມ ລ້ຽງກັນ ເປັນຄອບຄົວ ແລະຫຼາຍຄົນ ກໍຮູ້ສຶກຢ້ານ ບໍ່ກ້າກິນຊີ້ນໝູ ແລະຍອມໃຫ້ເຈົ້າໜ້າທີ່ຂ້າຖິ້ມ ດັ່ງທີ່ທ່ານກ່າວວ່າ:

“ຊາວບ້ານກະຢ້ານ ຢ້ານມັນຕິດພຍາດໃສ່ຄົນ ເພິ່ນກໍວ່າມັນບໍ່ໄດ້ຕິດເຖິງຄົນ ແຕ່ວ່າ ກໍຢ້ານຫັ້ນແຫຼະ ກໍຈໍາເປັນຫັ້ນແຫຼະ ບໍ່ມີໃຜຢັ້ງຢືນ ໃຫ້ໄດ້ຫັ້ນນ່າ ຢ້ານມັນຕິດຫຼືບໍ່ ຫຼືເຮັດແນວໃດ ມີ 4-5 ໂຕກໍໄດ້ທັບຖິ້ມໝົດ.”

ແລະຜູ້ລ້ຽງໝູ ອີກທ່ານນຶ່ງ ຢູ່ບ້ານສາມັກຄີໄຊ ຜູ້ຂໍສງວນຊື່ ກໍກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ບ້ານນີ້ເປັນບ້ານທໍາອິດ ທີ່ເກີດ ການຣະບາດ ຂອງພຍາດ ອະຫິວາໝູອາຟຣິກາ, ມີໝູຕາຍມາເລື້ອຍໆ ຕັ້ງແຕ່ເດືອນ ມິຖຸນາ 2020 ມາ, ໝູຕາຍ ແລະຖືກເຈົ້າໜ້າທີ່ຂ້າຖິ້ມ ລວມກັນ 200 ປາຍໂຕ. ແລະວ່າ ໝູຂອງຕົນກໍຕາຍ ແລະຖືກເຈົ້າໜ້າທີ່ ນໍາໄປຂ້າຖິ້ມຄືກັນ. ປັດຈຸບັນ ຢາກໄດ້ເງິນຊົດເຊີຍຈາກທາງການ ເພາະວ່າຂາດທຶນຫຼາຍ:

“ຂອງຂ້ອຍນີ໋ ກໍ 6-7 ໂຕນີ໋ ຕາຍບໍ່ເຫຼືອຈັກໂຕເລີຍ. ກະເຈົ້າຂອງໝູກໍຫຼາຍຄອບຄົວເນາະ ໝູແຂງແຮງເຂົາເຈົ້າກະເກັບໄປໝົດ ໂຕອ່ອນເພັຽ ຂະເຈົ້າກະເກັບໄປໝົດ ຖືວ່າຂາດທຶນຮ້າຍແຮງທີ່ສຸດ ໂຕປະມານ 100 ກິໂລນີ໋ ເຂົາກະຄູນໂລ 30 ພັນກີບ ຕົກ 3 ລ້ານລ້ານເດ໋ເນາະ.”

ທ່ານກ່າວຕື່ມວ່າ ເຣື່ອງກິນຊີ້ນໝູໃນຂນະນີ້ ຕົນເອງກໍຢ້ານຄືກັນ ບໍ່ກ້າກິນແລ້ວ ເຖິງແມ່ນວ່າຈະມີເຈົ້າໜ້າທີ່ ລົງມາສະກັດກັ້ນ ການຣະບາດ ຂອງພຍາດ ໝູອາຟຣິກາ ແລະຂ້າໝູຖິ້ມກໍຕາມ. ແຕ່ຢູ່ຕາມຕລາດ ກໍຍັງເຫັນມີຄົນຂາຍໄສ້ກອກ ຊີ້ນໝູຢູ່, ບໍ່ຮູ້ວ່າ ໄດ້ຜ່ານ ການກວດກາ ຈາກເຈົ້າໜ້າທີ່ ຫຼືບໍ່ ດັ່ງທີ່ທ່ານກ່າວວ່າ:

“ດຽວນີ້ກໍຕາຍຍັງບໍ່ເຊົານະ. ຢູ່ຕລາດ ເຂົາເຈົ້າຍັງມີການຕາຍ ໄສ້ກອກ ຫລືວ່າເປັນຊຽງໝູ ເຂົາຈືນກໍຍັງມີຜູ້ຂາຍຢູ່ເນາະ ຖືວ່າບໍ່ກິນແລ້ວ ຜູ້ໃດກໍຢ້ານ.”

ແລະຢູ່ບ້ານນໍ້າກອກ ຊາວບ້ານທ່ານນຶ່ງ ຜູ້ຂໍສງວນຊື່ ກໍກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 23 ກັນຍານີ້ວ່າ ຕົນເອງກໍລ້ຽງໝູຄືກັນ ແລະກໍ ຂາດທຶນຫຼາຍ. ທີ່ຜ່ານມາ ເຈົ້າໜ້າທີ່ກະສິກັມ ແລະປ່າໄມ້ເມືອງ ກໍໄດ້ລົງມາສັກຢາໃຫ້ໝູຢູ່ ແຕ່ເອົາບໍ່ຢູ່ ເພະມັນຕິດເຊື້ອພຍາດໄປແລ້ວ, ໄດ້ຂ້າໝູນັ້ນຖິ້ມ. ແລະວ່າ ປັດຈຸບັນ ຕົນບໍ່ກ້າກິນຊີ້ນໝູ ຢ້ານຕິດເຊື້ອພຍາດ:

“ເດືອດຮ້ອນ ໂອ໋ ມັນຂາດທຶນແຫຼະ ຂາດທຶນຫຼາຍ. ຫຼັງຈາກມັນຕາຍແລ້ວ ເຂົາກະເອົາໄປຖິ້ມໄປຝັງຫັ້ນແຫຼະ. ໂຕນີ໋ບໍ່ມີໃຜກ້າກິນແລ້ວ ມັນແຜ່ຣະບາດຫຼາຍ ຢ້ານມັນເຜີຍແຜ່ຣະບາດໃສ່ຄົນ ໃສ່ຫຍັງແດ່ ບ້ານອື່ນກະຕາຍຫຼາຍຄືກັນ ກະສິກັມມາເບິ່ງ ມາກວດກາ ກໍເອົາຢາ ມາໃຫ້ສັກ ກະບໍ່ຢູ່ແລ້ວ ມັນຕິດພຍາດແລ້ວ.”

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ກະສິກັມ ແລະປ່າໄມ້ເມືອງຊຽງຮ່ອນ ຜູ້ຂໍສງວນຊື່ທ່ານນຶ່ງ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ປັດຈຸບັນ ຍັງຮິບໂຮມຂໍ້ມູນຢູ່ ຍັງບໍ່ຮູ້ວ່າ ມີໝູຕາຍແລ້ວຈັກໂຕ ເພາະມີຫຼາຍບ້ານ ທີ່ພຍາດອະຫິວາ ໝູອາຟຣິກາຣະບາດ ຊຶ່ງເບື້ອງຕົ້ນນີ້ ຮູ້ວ່າມີ 12 ບ້ານ. ນອກຈາກ 4 ບ້ານທີ່ວ່ານັ້ນແລ້ວ ກໍຍັງມີບ້ານຫົວນາ, ບ້ານອອນ, ບ້ານດົງ ແລະບ້ານອື່ນໆອີກຫຼາຍບ້ານ.

ແລະວ່າ ສາເຫດ ທີ່ພາໃຫ້ເກີດການຣະບາດ ຂອງພຍາດນີ້ ຄາດວ່າ ເກີດຈາກເຊື້ອພຍາດ ມາຈາກເມືອງຊຽງເງິນ ຍ້ອນວ່າ ຊາວບ້ານນໍາໝູ ຈາກເມືອງ ຊຽງເງິນ ແຂວງ ໄຊຍະບູຣີ ມາລ້ຽງຢູ່ເມືອງຊຽງຮ່ອນ ເພາະປີທີ່ແລ້ວ ເມືອງຊຽງເງິນ ມີການຣະບາດ ຂອງເຊື້ອພຍາດນີ້:

“ດຽວນີ້ເຮົາຍັງຮວບຮວມ ຂໍ້ມູນເນາະ. ດຽວນີ້ມັນມີ 12 ບ້ານເນາະເພີ່ມໄປຕື່ມ. ໂຕນີ້ຕາມຂໍ້ມູນເບື້ອງຕົ້ນລະແມ່ນ ເວົ້າເຣື່ອງເຊື້ສະສົມ ມາຈາກ ການເຄື່ອນຍ້າຍທີ່ວ່າ ບ້ານມັນເກີດມາກ່ອນ ບ້ານທົນ ບ້ານຮົງໄພ ເມືອງເງິນຫັ້ນ ເຂົາເອົາໝູນ້ອຍມາລ້ຽງ ທີ່ວ່າຢັ້ງຢືນວ່າ ເປັນພຍາດ ໝູແອຟຣິກກາຫັ້ນນ່າ.”

ທ່ານກ່າວຕື່ມວ່າ ປັດຈຸບັນ ກໍເລັ່ງຂ້າໝູ ທີ່ມີຄວາມສ່ຽງ ຕໍ່ການຕິດເຊື້ອພຍາດນັ້ນຖິ້ມ ເພື່ອບໍ່ໃຫ້ມັນແຜ່ຣະບາດ ໄປຫຼາຍກວ່ານີ້ ແລະທັງ ຫ້າມບໍ່ໃຫ້ເຄື່ອນຍ້າຍໝູ ອອກຈາກເມືອງ ແລະເຂດບ້ານຕ່າງໆນໍາດ້ວຍ. ສ່ວນວ່າຄ່າຊົດເຊີຍ ຫຼືການຊ່ອຍເຫຼືອຕ່າງໆນັ້ນ ເຈົ້າໜ້າທີ່ ຍັງບໍ່ ທັນໄດ້ຫາລືກັນເທື່ອ ເພາະໃນໄລຍະນີ້ ຕ້ອງຄວບຄຸມ ການແຜ່ຣະບາດຂອງເຊື້ອພຍາດ ອະຫິວາໝູອາຟຣິການີ້ກ່ອນ ບໍ່ໃຫ້ມັນກະຈາຍ ເປັນວົງກວ້າງອອກໄປຫຼາຍກວ່ານີ້.

ອີງຕາມການຣາຍງານ ຂອງຂ່າວທ້ອງຖິ່ນ ໃນລາວ ວັນທີ 21 ກັນຍາ 2020, ຫ້ອງການປົກຄອງ ເມືອງຊຽງຮ່ອນ ແຂວງໄຊຍະບູຣີ ໄດ້ ອອກຄໍາສັ່ງ ວ່າດ້ວຍ ການປະກາດ ເຂດຣະບາດ ຂອງພຍາດອະຫິວາໝູອາຟຣິກາ ໃນຂອບເຂດທົ່ວເມືອງ ວ່າ ບ້ານໃດມີໝູຕາຍ ຫຼືເຈັບ ອົງການປົກຄອງບ້ານນັ້ນ ຕ້ອງແຈ້ງ ໃຫ້ເຈົ້າໜ້າທີ່ກະສິກັມ ແລະປ່າໄມ້ຮູ້ໂດຍດ່ວນ ເພື່ອທໍາລາຍຖິ້ມ ແລະເຈົ້າໜ້າທີ່ກະສິກັມ ແລະປ່າໄມ້ ຕ້ອງສົມທົບກັບ ອໍານາດການປົກຄອງບ້ານ ຂ້າເຊື້ອພຍາດ, ຫ້າມບໍ່ໃຫ້ເຄື່ອນຍ້າຍໝູທຸກຊນິດເຂົ້າ ແລະອອກເຂດບ້ານ, ຫ້າມທຸກພາກສ່ວນ ບໍ່ໃຫ້ຂ້າໝູເຈັບ ຕິດເຊື້ອ ຫຼືຕາຍ ຍ້ອນພຍາດອະຫິວາ ໝູອາຟຣິກ ບໍຣິໂພຄແລະຂາຍ າມສະຖານທີ່ຕ່າງໆເດັດຂາດ, ຫ້າມເອົາໝູທີ່ຕາຍ ແລ້ວ ຖິ້ມລົງໜອງເດັດຂາດ ແລະພ້ອມທັງ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ແລະປະຊາຊົນ ຮ່ວມມືກັບເຈົ້າໜ້າທີ່ ຄວບຄຸມພຍາດດັ່ງກ່າວ ເພື່ອ ແກ້ໄຂບັນຫາໃຫ້ທັນການ, ໃຫ້ກະສິກັມ ແລະປ່າໄມ້ ສົມທົບກັບ ຂແນງການທີ່ກ່ຽວຂ້ອງ ລົງໂຄສະນາ ແລະໃຫ້ຂໍ້ມູນແກ່ປະຊາຊົນເຂົ້າໃຈ ເຖິງຜົລຮ້າຍ ຂອງພຍາດອະຫິວາໝູອາຟຣິການັ້ນ.

ແລະເມື່ອກ່ອນນັ້ນ ຄືວັນທີ 6 ສິງຫາຜ່ານມາ ມີຣາຍງານວ່າ ທາງການແຂວງຫຼວງນ້ຳທາ ກວດພົບ ພຍາດອະຫິວາ ໝູອາຟຣິກາ ຢູ່ຟາມໝູ ຄົນຈີນ ໃນເມືອງ ແລະ ແຂວງຫຼວງນ້ຳທາ ແລະ ໄດ້ສັ່ງໃຫ້ ທຳລາຍໝູໄປແລ້ວ 1,000 ໂຕ ເພື່ອບໍ່ໃຫ້ ພຍາດຣະບາດ ໄປສູ່ຟາມອື່ນໆ.

ພຍາດດັ່ງກ່າວ ກັບມາຣະບາດ ແຕ່ຕົ້ນເດືອນ ກໍຣະກະດາ ຜ່ານມາ ຈາກຟາມລ້ຽງໝູ ຂອງຄົນຈີນ. ສ່ວນສາເຫດ ຂອງການຣະບາດນັ້ນ ຄາດວ່າ ມາຈາກປະເທດຈີນ ຍ້ອນວ່າໝູທັງໝົດນຳເຂົ້າ ມາຈາກປະເທດຈີນ, ໃນທ້າຍ ເດືອນກໍຣະກະດາ ຜ່ານມາ ເຈົ້າໜ້າທີ່ ດ່ານສາກົລ ບໍ່ເຕັນ ແຂວງຫຼວງນ້ຳທາ ໄດ້ທຳລາຍຊີ້ນໝູ ນ້ຳໜັກ 5,000 ກິໂລກຣາມ ທີ່ນຳເຂົ້າມາ ຈາກປະເທດຈີນ ແບບຜິດກົດໝາຍ.

ໃນປີ 2019 ທີ່ຜ່ານມາ ພຍາດອະຫິວາ ໝູອາຟຣິກາ ຣະບາດຢູ່ 16 ແຂວງ ຂອງລາວ, ເຮັດໃຫ້ໝູຕາຍ 12 ພັນໂຕ ແລະ ຕິດເຊື້ອ 3 ພັນໂຕ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.