ຄວາມຄືບໜ້າຂ່າວ VIP ຄລີນິກ
ເຈົ້າໜ້າທີ່ ຕຳຣວດ ເວົ້າວ່າ ໄດ້ໄປກວດກາ VIP ຄລີນິກ ແລ້ວ ແລະ ກຳລັງ ຄົ້ນຫາ ມາຕການ ທີ່ ຈະປະຕິບັດ ໃນຂັ້ນຕໍ່ໄປ
-
ມະນີຈັນ
2017-05-30 -
-
-
Your browser doesn’t support HTML5 audio
ໜ່ວຍງານສະກັດກັ້ນ ແລະຕ້ານການຄ້າມະນຸສ ສົມທົບກັບ ກະຊວງ ສາທາຣະນະສຸຂ ສປປລາວ ໄດ້ລົງໄປ ກວດກາ ແລະຮິບໂຮມ ຂໍ້ມູນ ທີ່ກ່ຽວຂ້ອງ ກັບ VIP ຄລີນິກ ແລ້ວ. ປັດຈຸບັນ ຍັງຢູ່ໃນຂັ້ນຕອນ ຄົ້ນຄວ້າຫາ ມາຕການ ທີ່ຈະປະຕິບັດຕໍ່ ຄລີນິກ ດັ່ງກ່າວ ເພາະເຣື້ອງນີ້ ຖືເປັນ ບັນຫາໃໝ່ ສຳລັບ ເຈົ້າໜ້າທີ່ລາວ. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຕຳຣວດ ສະກັດກັ້ນ ແລະຕ້ານການ ຄ້າມະນຸສ ຕໍ່ RFA ເມື່ອ ວັນທີ 26 ພຶສພາ 2017 ນີ້:
"ທາງເຮົານັ້ນເກັບກໍາຂໍ້ມູນ ກະຮູ້ຢູ່ວ່າ ບໍ່ໄດ້ຮັບ ບໍ່ມີໃບອະນຸຍາດ ຫັ້ນແຫຼະ ຢູ່ໃນຄລີນິກ ດັ່ງກ່າວ ຫັ້ນນ່າ. ແຕ່ວ່າໂຕນີ້ ເຮົາກະຍັງ ລໍຖ້າ ຂໍຄຳ ນຳສັ່ງ ຫົວໜ້າຢູ່ວ່າ ຊິເຮັດແນວໃດ ຕໍ່ ເພາະວ່າຜ່ານມາ ກໍຣະນີ ນີ້ກະບໍ່ມີ ບົດຮຽນ ໃຫ້ແກ່ເຮົາ, ເປັນບົດຮຽນ ທີ່ທຳອິດ ເພາະວ່າ ຂະເຈົ້າ ຈະມາສ້າງ ເອົາລູກ ຢູ່ບ້ານເຮົາ ຫັ້ນນ່າ ຢູ່ໄທ ເຂົາບໍ່ໃຫ້ເຮັດ ລະເດ, ກະເປັນບັນຫາໃໝ່”.
VIP clinic ແຫ່ງນີ້ ຖືກປິດລົງ ແຕ່ວັນທີ 24 ພຶສພາ ຍ້ອນບໍ່ໄດ້ຮັບ ອະນຸຍາດ ຈາກພາກສ່ວນ ສາທາຣະນະສຸຂ ຊຶ່ງທ່ານ ບອກວ່າຈະ ມີການ ປະສານງານ ກັບເຈົ້າໜ້າທີ່ ທາງການໄທ ເພາະໄດ້ມີບົດ ບັນທຶກ ຄວາມເຂົ້າໃຈກັນ ໃນວຽກງານ ນີ້ແລ້ວ:
"ກວດກາແລ້ວ ກະຊິສັ່ງປິດຫັ້ນແລ້ວ, ມັນບໍ່ຖືກຕ້ອງ ສົມທົບກະ ກະຊວງສາທາ ເພິ່ນກະວ່າ ບໍ່ໃຫ້ເຮັດຫັ້ນແລ້ວ. ມາຕການຕໍ່ໄປ ຊິເຮັດ ແນວໃດ ລະເຮົາຊິແຈ້ງນຳຫຼັງ, ເຮົາມີ MOU ລະເຮົາຊິເວົ້າກັນ. ໂຕນີ້ມັນເຮັດໃຫ້ ພາບພົດ ຂອງທາງແພດເຮົາ ບໍ່ຖືກຕ້ອງແລ້ວ”.
ທາງດ້ານເຈົ້າໜ້າທີ່ ສາທາຣະນະສຸຂ ກໍໄດ້ກ່າວຕໍ່ RFA ໃນມື້ດຽວກັນ ນັ້ນວ່າ ໃນຂັ້ນຕໍ່ໄປ ຈະມອບໃຫ້ ໜ່ວຍງານ ສະເພາະກິຈ ສັ່ງບໍ່ ໃຫ້ເປີດ ຄລີນິກ ປະສົມພັນທຽມ ເພາະ ເປັນສິ່ງທີ່ ສາທາຣະນະສຸກ ລາວ ບໍ່ອະນຸຍາດ:
“ເພາະວ່າຂໍເຮັດເຣື້ອງ ປະສົມພັນທຽມ ພວກເຮົາບໍ່ອະນຸຍາດ, ຄັນຊັ້ນກະຊິແມ່ນ ໃຫ້ຢຸດເຊົາຫັ້ນແຫຼະ ພວກເຮົາ ກະບໍ່ໄດ້ ເຮັດກັນແຮງ ກະຊິບໍ່ແມ່ນ ໄປບັງຄັບ ແບບດ່ວນ ກະທັນຫັນເນາະ, ແຕ່ກະຊິໃຫ້ອຳນາດ ການປົກຄອງ ນະຄອນຫຼວງ ຫັ້ນແຫຼະ ໃຫ້ເມືອງ ຫັ້ນແຫຼະ, ມີໜ່ວຍ ສະເພາະກິຈ ຂະເຈົ້ານ່າ ຂະເຈົ້າຊິຊຸກຍູ້ ໃຫ້ເຊົາຫັ້ນແຫຼະ. ບໍ່ຊັ້ນ ເຂົາກະຊິໄໝ ຫຼືວ່າ ໃສ່ອັນນັ້ນໄປ ເພີ້ມທະວີ ຂຶ້ນ ກະຈົນໃຫ້ ເຊົາພຸ້ນແຫຼະ”.
VIP ຄລີນິກຕັ້ງຢູ່ຖນົນກຳແພງເມືອງ ໃນເຂດບ້ານໜອງໄຮ ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ, ໄດ້ເປີດໃຫ້ ບໍຣິການ ຢ່າງ ເປັນທາງການ ເມື່ອ ເດືອນສິງຫາ 2016.
ແຕ່ເປີດດຳເນີນການ ໄດ້ລະຍະນຶ່ງ ກໍຖືກທາງການ ສັ່ງໃຫ້ປິດ ຍ້ອນເຄື່ອນໄຫວ ບໍ່ຖືກຕ້ອງ ແລະ ກໍກັບມາເປີດ ຄືນອີກ ຈົນກະທັ້ງມີ ຂ່າວວ່າ ອາຈເປັນສະຖານທີ່ ທີ່ກໍ່ໃຫ້ເກີດ ມີຂະບວນຈ້າງ ຖືພາແທນກັນ ຂ້າມຊາຕ ດັ່ງທີ່ເປັນຂ່າວ ເມື່ອເດືອນເມສາ ທີ່ ຜ່ານມາ.