ໄຂ້ເລືອດອອກ ຄືພັຍຮ້າຍ ໃນຣະດູຝົນ

ໄຂ້ຍຸງ ຫຼືໄຂ້ເລືອດອອກ ຍັງເປັນບັນຫາ ໃນລະດັບປະເທດ ໂດຍສະເພາະໃນຣະດູຝົນ ຊຶ່ງນັບແຕ່ຕົ້ນປີ 2022 ຮອດວັນທີ່ 3 ກໍຣະກະດາ ທົ່ວປະເທດລາວ ມີຜູ້ຕິດເຊື້ອໄຂ້ຍຸງລາຍ ຫຼືໄຂ້ເລືອດອອກ ສະສົມ ທັງໝົດ 6,047 ຄົນ ແລະເສັຍຊີວິດສະສົມ 8 ຄົນແລ້ວ.

ຄົນເຈັບ ທີ່ນອນປິ່ນປົວ ດ້ວຍພະຍາດຕ່າງໆ ໃນໂຮງໝໍແຫ່ງນຶ່ງ ທີ່ນະຄອນຫຼວງວຽງຈັນ, ວັນທີ 22 ມີນາ ປີ 2022. ນັກຂ່າວ ພົລເມືອງ

ນັບແຕ່ວັນທີ່ 20 ມິຖຸນາ 2022 ທີ່ສູນຂ່າວສານການແພດສຸຂສຶກສາ ກະຊວງສາທາຣະນະສຸຂ ໄດ້ເຜີຍແຜ່ໂຕເລຂ ຜູ້ຕິດເຊື້ອໄຂ້ຍຸງລາຍ ຫຼືໄຂ້ເລືອດອອກ ໃນທົ່ວປະເທດຢ່າງເປັນທາງການ ໃນ 6 ເດືອນຕົ້ນປີ ຂອງປີ 2022 ມີທັງໝົດ 3,132 ຄົນ ແລະເສັຍຊີວິດ 3 ຄົນ ມາຮອດວັນທີ່ 3 ກໍຣະກະດາ 2022 ຄືນັບຫຼັງຈາກ ວັນທີ່ 20 ມິຖຸນາ ມາພຽງ 12 ມື້ ມີຜູ້ຕິດເຊື້ອໄຂ້ຍຸງລາຍສະສົມ ເພີ່ມຂຶ້ນຕື່ມ 2,915 ຄົນ ແລະເສັຍຊີວິດເພີ່ມຂຶ້ນເປັນ 5 ຄົນ ນັ້ນໝາຍຄວາມວ່າ ປັດຈຸບັນ ທົ່ວປະເທດລາວ ມີຜູ້ຕິດເຊື້ອໄຂ້ຍຸງລາຍ ຫຼືໄຂ້ເລືອດອອກ ສະສົມຮວມທັງໝົດ 6,047 ຄົນ ແລະເສັຍຊີວິດສະສົມ 8 ຄົນແລ້ວ ໂດຍຈໍານວນຜູ້ຕິດເຊື້ອທັງໝົດນີ້ ຢູ່ນະຄອນຫຼວງວຽງຈັນ ເປັນອັນດັບນຶ່ງ ຊຶ່ງມີຜູ້ຕິດເຊື້ອ 3,193 ຄົນ, ຮອງລົງມາ ແມ່ນແຂວງສາຣະວັນ ມີຜູ້ຕິດເຊື້ອ 652 ຄົນ ແລະອັນດັບ 3 ແມ່ນແຂວງເຊກອງ ມີຜູ້ຕິດເຊື້ອ 545 ຄົນ. ເຊິ່ງໂຕເລຂຜູ້ຕິດເຊື້ອໄຂ້ຍຸງລາຍ ຫຼືໄຂ້ເລືອດອອກ ທີ່ເພີ່ມຂຶ້ນໃນ 6 ຕົ້ນເດືອນຕົ້ນປີ ມາຮອດປັດຈຸບັນນີ້ ຖືເປັນໂຕເລຂ ທີ່ເພີ່ມຂຶ້ນຫຼາຍ ຈາກປີ 2021 ທີ່ທົ່ວປະເທດລາວ ມີຜູ້ຕິດເຊື້ອໄຂ້ຍຸງລາຍສະສົມພຽງແຕ່ 1,555 ຄົນ ແລະມີຜູ້ເສັຍຊີວິດພຽງ 1 ຄົນເທົ່ານັ້ນ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກະຊວງສາທາຣະນະສຸຂ ກ່າວວ່າ ສາເຫດທີ່ເຮັດໃຫ້ປີນີ້ ມີໂຕເລຂຜູ້ຕິດເຊື້ອ ແລະເສັຍຊີວິດ ຈາກໄຂ້ຍຸງລາຍເພີ່ມຂຶ້ນ ຍ້ອນວ່າ ຂັ້ນເທິງຕັດງົບປະມານ ຕ້ານການຣະບາດເຊື້ອໄຂ້ຍຸງລາຍ ຂອງເຈົ້າໜ້າທີ່ສູນໄຂ້ຍຸງ, ແມ່ກາຝາກ ແລະແມງໄມ້ ທີ່ລົງຕິດຕາມ ແລະສ້າງຂບວນການ ໃຫ້ປະຊາຊົນເປັນເຈົ້າການ ໃນການປະຕິດວຽກງານ 5 ປ ນັ້ນມາເປັນເວລາ 3 ປີແລ້ວ ອີກທັງ ປະຊາຊົນກໍຖືເບົາ ບໍ່ເອົາໃຈໃສ່ປະຕິບັດຕາມ ຫຼັກການ 5 ປ ຈຶ່ງເຮັດໃຫ້ປີນີ້ ມີຈໍານວນຜູ້ຕິດເຊື້ອໄຂ້ຍຸງລາຍ ແລະເສັຍຊີວິດເພີ່ມຂຶ້ນ ແລະສູງກວ່າປີທີ່ຜ່ານມາ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກະຊວງສາທາຣະນະສຸຂ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 5 ກໍຣະກະດາ ນີ້ວ່າ:

“ທັມມະດາ ແຕ່ລະປີ ຈຸເຮົາມີເງິນ ເພິ່ນຈະໃຫ້ເງິນຕ້ານຣະບາດຫັ້ນໄວ້ເນາະ ແຕ່ເພິ່ນຕັດມານີ້ 3 ປີແລ້ວຫັ້ນນ່າ ເຮົາບໍ່ມີເງິນຫ່ວງນີ້ ອັນນຶ່ງຫັ້ນແຫຼະ ອັນທີ່ສອງ ຄືກະຢາກໃຫ້ແຕ່ລະແພດໝໍ ໄປກວດໄປຄຸມເບິ່ງ ໄປຄວ້າມໃຫ້ ປະຊາຊົນມັນບໍ່ໃຫ້ຄວາມຮ່ວມມື ອັນທີ່ເຮົາລົງວ່າ ຕ້ານຣະບາດ ໄປຢູ່ເປັນເດືອນນີ້ນ່າ ແມ່ນເຮົາເດ້ໄປເຮັດ ສ່ວນຫຼາຍຫັ້ນນ່າ ແພດໝໍນີ້ແຫຼະ ໄປສໍາຣວດເບິ່ງ ຂ້ອຍເຫັນແລ້ວ BI (BI ຄືຄ່າການທໍາລາຍໜອນນໍ້າ) ສູງອີກ 3-4 ມື້ນີ້ ຂ້ອຍໄປອີກ ກໍເຫັນອີກ ປະຊາຊົນ ບໍ່ໃຫ້ຄວາມຮ່ວມມືກໍເທົ່ານັ້ນ.”

ປີ 2022 ນີ້ ສູນໄຂ້ຍຸງ ແມ່ກາຝາກ ແລະແມງໄມ້ ໄດ້ຮັບງົບປະມານ ສນັບສນູນວຽກງານ ລົງຕິດຕາມ ແລະສ້າງຂບວນການ ໃຫ້ປະຊາຊົນເປັນເຈົ້າການ ໃນການສະກັດກັ້ນ ເພື່ອຫຼຸດຜ່ອນບໍ່ໃຫ້ມີໄຂ້ຍຸງລາຍ ຈາກອົງການອະນາມັຍໂລກ ປະຈໍາປະເທດລາວ ຈໍານວນ 40 ປາຍລ້ານກີບ ເຊິ່ງເປັນງົບປະມານເພື່ອລົງຕິດຕາມຢູ່ 3 ແຂວງ ຄື ແຂວງສາຣະວັນ, ເຊກອງ ແລະອັດຕະປື ແລະສາມາດລົງຕິດຕາມໄດ້ພຽງແຕ່ 5-6 ມື້ເທົ່ານັ້ນ ຂະນະທີ່ ແຕ່ກ່ອນ ຈະຕ້ອງລົງຕິດຕາມເປັນເວລາ 1 ເດືອນຢ່າງຕໍ່າ ເພື່ອຍຸຕິການແຜ່ຣະບາດ ຂອງໄຂ້ຍຸງລາຍ ໂດຍເຈົ້າໜ້າທີ່ ທີ່ລົງໄປນັ້ນ ກໍລົງໄປປິດຝາພາຊະນະ ທີ່ກັກເກັບນໍ້າໃນເຮືອນ ແລະນອກເຮືອນຂອງປະຊາຊົນ ເພື່ອບໍ່ໃຫ້ຍຸງລາຍມາໄຂ່ໃສ່ ພ້ອມທັງແນະນໍາ ແລະໃຫ້ຄວາມຮູ້ແກ່ປະຊາຊົນ ໃຫ້ປະຕິບັດເປັນນິສັຍທຸກສັປດາ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກະຊວງສາທາຣະນະສຸຂ ຜູ້ດຽວກັນກັບຂ້າງເທິງ ກ່າວວ່າ:

“ທັມມະດາ ເຮົາກະມີເງິນເນາະ ມີເງິນລົງຕິດຕາມ ສໍາລັບແດງກີ້ ເຮົາມີ 3 ແຂວງເນາະ ສາຣະວັນ ກັບເຊກອງ ກັບອັດຕະປື 40 ປາຍລ້ານຫັ້ນ 3 ແຂວງ ໄດ້ລົງແຕ່ 4-5 ມື້ນຶ່ງໃດ໋ ທັມມະດາ ເວົ້າເຣື່ອງການຣະບາດແນວນີ້ຫັ້ນນ່າ ມັນຕ້ອງໄດ້ລົງເປັນເດືອນ ເຂົາເອີ້ນວ່າ ມັນຈຸລຸ ມັນຈຶ່ງລົງ ຫຼືວ່າ ຈຶ່ງຢູ່ຫັ້ນນ່າ.”

ກ່ອນໜ້ານີ້ ໃນວັນທີ່ 20 ມິຖຸນາ 2022 ແຂວງຜົ້ງສາລີ, ແຂວງບໍ່ແກ້ວ, ແຂວງຊຽງຂວາງ ແລະແຂວງຫົວພັນ ຍັງບໍ່ທັນພົບຜູ້ຕິດເຊື້ອໄຂ້ຍຸງລາຍເທື່ອ ແຕ່ມາຮອດວັນທີ່ 3 ກໍຣະກະດາ ທີ່ຜ່ານມານີ້ 4 ແຂວງດັ່ງກ່າວ ແມ່ນມີຜູ້ຕິດເຊື້ອໄຂ້ຍຸງລາຍແລ້ວ ໃນນັ້ນ ແຂວງຊຽງຂວາງ ມີຜູ້ຕິດເຊື້ອໄຂ້ຍຸງລາຍເຖິງ 16 ຄົນ ແລະເສັຍຊີວິດ 1 ຄົນ ເປັນເດັກນ້ອຍແມ່ຍິງ ອາຍຸ 14 ປີ ຈາກເມືອງຄໍາ ໃນຈໍານວນຜູ້ຕິດເຊື້ອໄຂ້ຍຸງລາຍ ແລະເສັຍຊີວິດ ພາຍໃນແຂວງຊຽງຂວາງນີ້ ມີລັກສະນະ ການຕິດເຊື້ອຢູ່ກັບທີ່ ຄື ຄົນໄຂ້ ຢູ່ແຕ່ເຮືອນ ບໍ່ໄດ້ອອກໄປໃສ ກໍຕິດເຊືິ້ອ ແລະເສັຍຊີວິດຍ້ອນຍຸງລາຍ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຊຽງຂວາງ ກ່າວໃນມື້ດຽວກັນນີ້ວ່າ:

“ເອີ່ກໍາລັງຊິລົງໄປ ກໍຄິດວ່າມື້ນີ້ແຫຼະ ລໍຖ້າງົບປະມານ ງົບປະມານຍັງບໍ່ອອກດຽວນີ້ນ່າ ພວກເອື້ອຍກໍວາງແຜນ ຊິໄປມື້ນີ້ນີ້ ຊິໄປສ້າງຂບວນການເນາະ ເຮັດສຸຂສຶກສາ ແລະສໍາຣວດໜອນນໍ້າໄປພ້ອມເລີຍ ແຕ່ພວກເອື້ອຍຊິລົງໄປນີ້ ຊິໄປລົງບ່ອນ ທີ່ມີ (ການຕິດເຊື້ອ) ກ່ອນແຫຼະນີ້ນ່າ ເພາະວ່າໂຕຊຸມຊົນ ຂອງຈອມທອງນີ້ ມັນເປັນໃຈກາງຂອງເມືອງ ມີຄົນແອອັດ.”

ຍານາງກ່າວຕື່ມວ່າ ນອກຈາກນີ້ ທາງຜແນກສາທາຣະນະສຸຂ ແຂວງຊຽງຂວາງ ກໍມີແຜນຈະພົ່ນຢາຂ້າຍຸງລາຍ ແຕ່ວ່າ ຈັກພົ່ນຢານັ້ນເປ່ເພ ຈຶ່ງຈະໄດ້ປະສານງານຫາພາກສ່ວນທີ່ກ່ຽວຂ້ອງ ເພື່ອສ້ອມແປງຈັກກ່ອນ ແລະຊື້ຢາເຄມີກຽມພົົ່ນຂ້າຍຸງລາຍ ເປັນຂັ້ນຕອນຕໍ່ໄປ.

ສ່ວນແຂວງເຊກອງ ເປັນແຂວງ ທີ່ມີຜູ້ຕິດເຊື້ອໄຂ້ຍຸງລາຍເພີ່ມຂຶ້ນ ເປັນລໍາດັບທີ່ 3 ໂດຍໃນວັນທີ່ 3 ກໍຣະກະດາ 2022 ແຂວງເຊກອງ ມີຜູ້ຕິດເຊື້ອຈໍານວນ 545 ຄົນ, ຂະນະທີ່ ໃນວັນທີ່ 20 ມິຖຸນາ 2022 ແຂວງເຊກອງ ມີຜູ້ຕິດເຊື້ອ 220 ຄົນ ເປັນລໍາດັບທີ່ 4 ແລະມາຮອດວັນທີ່ 3 ກໍຣະກະດາ ແຂວງເຊກອງ ຍັງບໍ່ມີຣາຍງານຜູ້້ເສັຍຊີວິດ ຍ້ອນໄຂ້ຍຸງລາຍເທື່ອ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຕ້ານໄຂ້ຍຸງ ແຂວງເຊກອງ ກໍໄດ້ປຸກຣະດົມ ໃຫ້ຂັ້ນເມືອງ ແລະຂັ້ນບ້ານ ສ້າງຂບວນການ ທໍາລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍ ທຸກວັນສຸກໃນແຕ່ລະສັປດາ ມາໄດ້ຫຼາຍສັປດາແລ້ວ ເຊິ່ງແຜນໂຕ້ຕອບ ກັບການແຜ່ຣະບາດຂອງເຊື້ອໄຂ້ຍຸງລາຍນີ້ ແມ່ນຈະອີງໃສ່ຊຸມຊົນ ແລະປະຊາຊົນເປັນຫຼັກ ແລະແຜນໃນຕໍ່ໜ້າ ຄື ສີດພົ່ນຢາເຄມີຂ້າຍຸງ ຫາກຂແນງໄຂ້ຍຸງ ໄດ້ຮັບງົບປະມານແລ້ວ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງເຊກອງ ກ່າວໃນມື້ດຽວກັນນີ້ວ່າ:

“ພວກເຮົາອີງໃສ່ການມີສ່ວນຮ່ວມ ຂອງຊຸມຊົນຫຼາຍກວ່າເດ້ ແລະກໍຕິດຕາມເບິ່ງ ເພາະດຽວນີ້ ເຂົາສ້າງບວນການ ເປັນຫຼາຍອາທິດແລ້ວເດ້ ບ້ານເຂົາເຮັດ ເພາະພວກເຮົາ ກໍເລັ່ງລັດ ທັງສົມທົບກັບ ອໍານາດການປົກຄອງ ແລ້ວກໍເລັ່ງລັດ ໃຫ້ແຕ່ລະຄອບຄົວ ໃຫ້ຕິດຕາມ (ຈໍານວນຜູ້ຕິດເຊື້ອ) ກໍຊິຫຼຸດລົງໄດ້ຢູ່ ລໍຖ້າຟັງເບິ່ງນໍາກັນຫັ້ນແຫຼະ.”

ສໍາລັບນະຄອນຫຼວງວຽງຈັນ ເປັນ 1 ແຂວງ ທີ່ມີຜູ້ຕິດເຊື້ອໄຂ້ຍຸງລາຍ ແລະເສັຍຊີວິດຫຼາຍກວ່າໝູ່ ເປັນອັນດັບ 1 ຂອງປະເທດ ສະເພາະບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ມີປະຊາຊົນ ຕິດເຊື້ອໄຂ້ຍຸງລາຍ ໃນຊ່ວງ 1 ເດືອນທີ່ຜ່ານມາ ແລະປະຊາຊົນພາຍໃນບ້ານດັ່ງກ່າວ ກໍໄດ້ສາມັກຄີກັນ ອອກແຮງງານ ສ້າງຂບວນການອະນາມັຍ ທໍາລາຍແຫຼ່ງເພາະພັນຍຸງລາຍ 4 ສັປດາຕິດຕໍ່ກັນມາແລ້ວ ແລະທາງບ້ານເອງ ກໍຍັງບໍ່ມີແຜນ ຈະສີດພົ່ນຢາຂ້າຍຸງລາຍເທື່ອ ເນື່ອງຈາກສານເຄມີ ຈະເປັນອັນຕລາຍຕໍ່ລະບົບ ທາງເດີນຫາຍໃຈຂອງປະຊາຊົນ ມີແຕ່ຈະສາມັກຄີກັນ ອອກແຮງງານ ສ້າງຂບວນການອະນາມັຍ ທໍາລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍເທົ່ານັ້ນ.

ດັ່ງອໍານາດການປົກຄອງ ຂັ້ນບ້ານ ບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ:

“ເຮົາກໍອະນາມັຍ ອອກແຮງງານຫັ້ນນ່າ ແຕ່ລະຄົວເຮືອນ ທີ່ມີການຕິດເຊື້ອ ເຮົາກໍໃຫ້ຄວ້າມກະໂປະ ກະປ໋ອງ ເຮັດປະຕິບັດ 5 ປ ໃຫ້ມັນໄດ້ນ່າ ມັນບໍ່ເຖິງຂັ້ນພົ່ນ ມັນບໍ່ຮ້າຍແຮງ ພົ່ນຢາ ມັນເປັນອັນຕລາຍ ຄັນມັນບໍ່ຮ້າຍແຮງ ມີແຕ່ເຮັດອະນາມັຍຊື່ໆ ກໍໄດ້ແລ້ວ ເປີດຂບວນການອະນາມັຍ 4 ອາທິດຊ້ອນ ກໍຖືວ່າ ມັນກໍເລີ່ມມິດໄປແລ້ວ.”

ກ່ຽວກັບການຣະບາດ ຂອງເຊື້ອໄຂ້ຍຸງລາຍ ຫຼືໄຂ້ເລືອດອອກ ນີ້ ດຣ. ບົວລໍາ ຄໍາລ້ອມ ຄະນະສູນໄຂ້ຍຸງ, ແມ່ກາຝາກ ແລະແມງໄມ້ ກະຊວງສາທາຣະນະສຸຂ ກ່າວວ່າ ປີນີ້ ຝົນຕົກແຕ່ຫົວປີ ບວກກັບເປັນປີຣະບາດໃຫຍ່ ຂອງເຊື້ອພຍາດດັ່ງກ່າວ ຈຶ່ງເຮັດໃຫ້ ມີຈໍານວນຜູ້ຕິດເຊື້ອໄຂ້ເລືອດອອກ ເພີ່ມຂຶ້ນຫຼາຍ ຖ້າທຽບໃສ່ໃນໄລຍະດຽວກັນ ຂອງປີຜ່ານມາ ແລະມີຄວາມສ່ຽງສູງ ທີ່ຈະເກີດການຣະບາດຮ້າຍແຮງ ເຊິ່ງໄລຍະທີ່ມີການຕິດເຊື້ອສ່ວນໃຫຍ່ ແມ່ນນັບແຕ່ ເດືອນເມສາ ຫາເດືອນຕຸລາ.

ແລະສໍາລັບປະຊາຊົນທ່ານໃດ ມີອາການໄຂ້ຂຶ້ນສູງກະທັນຫັນ 38.5 ອົງສາ, ເບື່ອອາຫານ, ໜ້າແດງ, ວິນຫົວ, ປວດຮາກ, ມີຜື່ນແດງເປັນຈຸດ ຫຼືຈຸດເລືອດອອກນ້ອຍໆ ຂຶ້ນຕາມຕົນໂຕ, ອາຈົມເປັນສີດໍາ, ມີອາການຊ໊ອກ ແລະເມື່ອໄຂ້ຫຼຸດລົງຢ່າງໄວ ມື ຕີນເຢັນ ຊີພຈອນເຕັ້ນຄ່ອຍ ແລະໄວ ໃຫ້ໄປຮັບການກວດເລືອດ ແລະພົບແພດແລະໝໍ ໃຫ້ໄວທີ່ສຸດ.

ນອກຈາກນັ້ນ ກໍຕ້ອງປ້ອງກັນໂຕເອງ ບໍ່ໃຫ້ຍຸງກັດ ແລະທໍາລາຍແຫຼ່ງເພາະພັນຍຸງ, ຖອກນໍ້າໃນພາຊະນະທີ່ບໍ່ໃຊ້ອອກເປັນປະຈໍາ ເນື່ອງຈາກຍຸງຈະວາງໄຂ່ ໃນອ່າງນໍ້າທີ່ບໍ່ເໜັງຕີງ ຊຶ່ງເປັນວິທີນຶ່ງ ທີ່ຈະຊ່ອຍຫຼຸດຜ່ອນ ການແຜ່ຣະບາດຂອງເຊື້ອໄຂ້ຍຸງລາຍໄດ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org