ຄົນງານລາວກັບມາແຕ່ໄທ ຫຼາຍຄົນ ກັງວົນ

ປະຊາຊົນ ເປັນຫ່ວງ ກໍຣະນີ ຄົນງານລາວ ກັບມາແຕ່ ປະເທດໄທ ສ່ວນ ເຈົ້າໜ້າທີ່ ເຂັ້ມງວດ ຕິດຕາມ ກວດກາ ຄົນງານ ທີ່ກັບມາຈາກ ປະເທດໄທ ເພື່ອປ້ອງກັນ covid-19.

ຊາວລາວທີ່ກັບຈາກ ໄທ ໂດຍໃຊ້ດ່ານນ້ອຍ ທັມມະດາ ຊຶ່ງບໍ່ຮູ້ວ່າມີການກວດກາ ເຣື້ອງການລະບາດ ຂອງ ພຍາດໂຄວິດ-19 ຫຼືບໍ່ ຮູບຈາກ : ນັກຂ່າວພົລເມືອງ

ໃນທ້າຍອາທິດ ທີ່ຜ່ານມາ, ຫລັງຈາກ ມີຄົນເດີນທາງມາຈາກປະເທດໄທ ປະມານ 26 ພັນຄົນ ກັບເຂົ້າມາ ປະເທດລາວ ໃນລະຍະ COVID19 ລະບາດ, ຊຶ່ງໃນນັ້ນ ຈຳນວນ 26 ພັນຄົນ ສ່ວນຫລາຍແມ່ນຄົນງານ ລາວ.

ກ່ຽວກັບບັນຫາດັ່ງກ່າວ, ຜູ້ຄົນຍັງເປັນຫ່ວງ ເຣື້ອງມາຕການກັກຕົວ ຄົນລາວ ທີ່ໄປເຮັດວຽກຢູ່ ປະເທດໄທ ຈຳນວນຫລາຍພັນຄົນ ເປັນ ເວລາ 14 ວັນ ວ່າຈະສາມາດເຮັດໄດ້ຜົນຂນາດໃດ ໂດຍສະເພາະ ຜູ້ທີ່ລັກ ຂ້າມຂອງມາ ໂດຍບໍ່ຜ່ານດ່ານສາກົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org