ໂຮງງານລະລາຍເສດເຫຼັກ ສົ່ງກິ່ນ
2020.10.14

ນັບຕັ້ງແຕ່ ຕົ້ນເດືອນຕຸລາ ມານີ້ ຊາວບ້ານຫຼາຍຄົນ ຢູ່ໃນເຂດຫຼັກ 29 ບ້ານໂພນສະຫວັນ ແລະບ້ານໃກ້ຄຽງ ຢູ່ເມືອງໄຊທານີ ນະຄອນ ຫຼວງວຽງຈັນ ໄດ້ພາກັນຈົ່ມ ຍ້ອນໄດ້ຮັບຜົລກະທົບ ເປັນບາງມື້ ຈາກຄວັນ ຂອງໂຮງງານ ຫຼອມເຄື່ອງອິເລັກໂຕຣນິກ ທີ່ບໍ່ໄດ້ໃຊ້ ແຫ່ງນຶ່ງ ທີ່ຕັ້ງຢູ່ເມືອງນີ້ ແຕ່ບໍ່ມີຂໍ້ມູນ ວ່າເປັນຂອງບໍຣິສັດໃດ ດັ່ງຊາວບ້ານໂພນສະຫວັນ ທ່ານນຶ່ງ ຜູ້ຊໍສງວນຊື່ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 14 ຕຸລານີ້ວ່າ:
"ແມ່ນແລ້ວ ມີບັນຫາກິ່ນເໝັນ ໂຕນີ້ກະຕັ້ງແຕ່ ເລີ່ມທີ່ວ່າຂະເຈົ້າ ຍ້າຍກອງຂີ້ເຫຍື້ອໄປໝົດແລ້ວ ກະມັນກະມາເປັນຊ່ວງໆນະ ອາທິດນຶ່ງ ກະເໝັນຢູ່ ເໝັນຢູ່ມື້ນຶ່ງ 2 ມື້ເທົ່ານັ້ນແຫຼະ ລົມພັດຂຶ້ນເມືອມັນຈະ ເໝັນຢູ່ ເພາະມັນຢູ່ຫ່າງກັນປະມານ 3 ກິໂລແມັດ.”
ທ່ານເວົ້າຕື່ມວ່າ ທີ່ຜ່ານມາ ຊາວບ້ານຫຼາຍຄົນ ໄດ້ຮ້ອງຮຽນ ໄປຍັງອໍານາດການປົກຄອງ ເມືອງໄຊທານີ ເພື່ອຂໍໃຫ້ແກ້ໄຂ ບັນຫາດັ່ງກ່າວ ຫຼາຍເທື່ອ ຍ້ອນມັນເປັນບັນຫາ ທີ່ເກີດຂຶ້ນເລື້ອຍໆ ຫຼາຍປີແລ້ວ, ແຕ່ກໍຍັງແກ້ບໍ່ຕົກຈັກເທື່ອ ແລະວ່າ ຫຼັງຈາກຮ້ອງຮຽນໄປແລ້ວ ກໍບໍ່ເຫັນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ມາຕິດຕາມ ກວດກາໂຮງງານ ໃນເຣື່ອງກິ່ນເໝັນນີ້ແຕ່ຢ່າງໃດ, ຊາວບ້ານຍັງຄອງຄອຍຢູ່.
ໃນຂນະດຽວກັນ ຊາວບ້ານ ບ້ານສົມສະຫວັນ ຜູ້ຂໍສງວນຊື່ ທ່ານນຶ່ງ ກໍເວົ້າຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ ກິ່ນເໝັນ ຈາກໂຮງງານ ດັ່ງກ່າວ ບາງມື້ໄດ້ສົ່ງ ຜົລກະທົບ ມາຮອດບ້ານນີ້ ເຊັ່ນດຽວກັນ ໂດຍສະເພາະ ໃນຕອນແລງ ຈະມີກິ່ນເໝັນຫຼາຍ ເຮັດໃຫ້ຊາວບ້ານ ຫຼາຍ ຄອບຄົວ ເດືອດຮ້ອນ ແລະບໍ່ຮູ້ວ່າຈະແກ້ໄຂບັນຫານີ້ ໄດ້ແນວໃດ ດັ່ງທີ່ທ່ານກ່າວວ່າ:
“ບາງຊ່ວງກະກິ່ນ ບາງຊ່ວງກະບໍ່ກິ່ນ ອັນທີ່ຈິງສ່ວນຫຼາຍກະຕອນຫົວຄໍ່າ ທາງບ້ານຫຍັງກະບໍ່ຢາກໃຫ້ມັນເປັນແຫຼະ ໂຕທີ່ວ່າເຂົາເຮັດກິ່ນແທ້ ເຂົາກະຈົ່ມ ບໍ່ຮູ້ວ່າມີໃບສເນີໄປແກ້ແນວໃດ.”
ກ່ຽວກັບ ບັນຫານີ້ ເຈົ້າໜ້າທີ່ ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງໄຊທານີ ຜູ້ຂໍສງວນຊື່ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 14 ຕຸລານີ້ວ່າ ໃນເບື້ອງຕົ້ນ ຍັງບໍ່ຮູ້ຂໍ້ມູນ ກ່ຽວກັບການປ່ອຍຄວັນ ຂອງໂຮງງານນັ້ນເທື່ອ ແຕ່ກ່ອນໜ້ານີ້ ທາງການ ໄດ້ສັ່ງໃຫ້ ໂຮງງານຫຼອມ ໂລຫະ ແລະຂີ້ເຫຍື້ອ ອິເຫລັກໂຕຣນິກທຸກປະເພດ ຢຸດເຊົາການຜລິດ ຍ້ອນມີຄວັນ ອອກຈາກໂຮງງານຫຼາຍ ຈົນສົ່ງຜົລກະທົບ ຕໍ່ໍຊຸມຊົນ ແລະໃຫ້ເຮັດສ່ວນນຶ່ງ ເປັນສາງເກັບຂີ້ເຫຍື້ອແທນ. ສ່ວນບັນຫາ ເຣື່ອງໂຮງງານຍັງປ່ອຍຄວັນອອກນັ້ນ ຈະຕິດຕາມກວດກາຕື່ມກ່ອນ ດັ່ງທີ່ ທ່ານກ່າວວ່າ:
“ໂຕໂຮງງານຫຼອມອິເລັກໂຕຣນິກນີ້ ຖືວ່າໃຫ້ຢຸດເຊົາແລ້ວນະ ໂຕນີ້ເມື່ອກ່ອນລະເປັນໂຮງງານຂອງຈີນ ທາງຣັຖບານ ໄທເຮົາໃຫ້ຢຸດເຊົາ ພວກໂຮງງານ ຣິໄຊເກີລ ພວກຫຼອມເຄື່ອງອິເລັກໂຕຣນິກ ນີ້ນິນະ ເພາະວ່າມັນສົ່ງກິ່ນຂິວ ສ່ວນນຶ່ງເຮົາປ່ຽນເປັນສາງ.”
ເພື່ອຂໍຮູ້ ເຣື່ອງນີ້ເພິ່ມຕື່ມ ວິທຍຸເອເຊັຽ ເສຣີ ໄດ້ຕິດຕໍ່ໄປຫາ ຫ້ອງການຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ ເມືອງໄຊທານີ ໃນມື້ ດຽວກັນນີ້ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຄາປະຊຸມ ບໍ່ສະດວກທີ່ຈະໃຫ້ ຄໍາເຫັນໄດ້.
ແຕ່ເຈົ້າໜ້າທີ່ ຂແນງ ສາທາຣະນະສຸຂລາວ ທ່ານນຶ່ງ ຜູ້ຂໍສງວນຊື່ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 14 ຕຸລານີ້ວ່າ ຄວັນ ຫຼືກິ່ນເໝັນ ທີ່ອອກຈາກ ໂຮງງານອຸດສາຫະກໍາ ໃດໆກໍຕາມ ຫາກຊາວບ້ານ ໄດ້ຮັບກິ່ນທຸກມື້ ຢູ່ຕລອດນັ້ນ ກໍມີໂອກາດສູງ ທີ່ຈະເປັນພຍາດ ກ່ຽວກັບ ຣະບົບທາງເດີນຫາຍໃຈ ເປັນຕົ້ນ ພຍາດອັກເສບປອດ ໃນໄລຍະເວລາ 2-3 ປີ ແລະມີບັນຫາ ທາງດ້ານສຸຂພາບຈິດນໍາດ້ວຍ ດັ່ງທີ່ທ່ານ ກ່າວວ່າ:
“ອັກເສບແຫຼະ ອັກເສບປອດແຫຼະໂຕນີ້ນະ ຄັນວ່າມັນມີກິ່ນເໝັນ ມັນມີຄັວນມົລພິດນີ້ນະ ມັນອັກເສບປອດແຫຼະ ຂີ້ຮ້າຍກະຕ້ອງແມ່ນ ຣະດັບ 2-3 ປີຂຶ້ນໄປຫັ້ນແຫຼະ ແລ້ວກິ່ນເໝັນ ມັນຈະກະທົບຈິດໃຈຂະເຈົ້າ ຂະເຈົ້າຈະລໍາຄານເນາະ ກິ່ນເໝັນຫັ້ນນະ ແລ້ວມັນກະ ກະທົບກັບ ສຸຂພາບ ຂະເຈົ້າຫັ້ນແຫຼະ.”
ທ່ານກ່າວອີກວ່າ ຕາມປົກຕິແລ້ວ ໂຮງງານອຸດສາຫະກັມ ປະເພດຕ່າງໆ ຈະຕ້ອງຕັ້ງຢູ່ ຫ່າງຈາກເຂດຊຸມຊົນ ເພື່ອບໍ່ໃຫ້ຄວັນແລະກິ່ນຂິວ ກະທົບໃສ່ຊາວ ບ້ານ. ແຕ່ສໍາລັບໂຮງງານດັ່ງກ່າວ ຕົນຍັງບໍ່ຮູ້ຂໍ້ມູນຣາຍລະອຽດ ເທື່ອວ່າ ເປັນແນວໃດ ແລະຕັ້ງຢູ່ຫ່າງຈາກແຫຼ່ງງຊຸມຊົນ ຫຼາຍປານໃດ.
ເມື່ອເດືອນສິງຫາ ປີ 2016 ຊາວບ້ານ ບ້ານໂພນສະຫວັນ ເຄີຍຮ້ອງຮຽນ ເຣື່ອງກິ່ນເໝັນ ຈາກໂຮງງານ ຫຼອມໂລຫະນັ້ນ ຜ່ານສື່ສັງຄົມ ອອນລາຍ ຍ້ອນຄວັນ ຈາກໂຮງງານ ໄດ້ເຮັດໃຫ້ຊາວບ້ານ ໄດ້ຮັບຄວາມເດືອດຮ້ອນ, ເຮັດໃຫ້ເດັກນ້ອຍ ແລະຜູ້ສູງອາຍຸ ເຈັບຫົວຫຼາຍ ແຕ່ມາຮອດ ປັດຈຸບັນ ກໍຍັງເກີດບັນຫານີ້ ຢູ່ຄືເກົ່າ.
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ພະຍາຍາມ ຕິດຕໍ່ຫາ ກະຊວງອຸດສາຫະກັມ ແລະການຄ້າ ເພື່ອຂໍຮູ້ຂໍ້ມູນ ກ່ຽວກັບວ່າ ໂຮງງານລະລາຍ ຂີ້ເຫຍື້ອອິເລັກໂຕຣນິກ ດັ່ງກ່າວ ວ່າປັດຈຸບັນ ແມ່ນໃຜ ເປັນຜູ້ດໍາເນີນກິຈການ ແລະເລີ່ມຕັ້ງ ແຕ່ປີໃດ ແຕ່ກໍຍັງ ບໍ່ໄດ້ຮັບຄໍາຕອບເທື່ອ.
ເມື່ອປີ 2016 ໂຮງງານແຍກຊິ້ນສ່ວນ ຂີ້ເຫຍື້ອອິເລັກໂຕຣນິກ ແຫ່ງນຶ່ງ ທີ່ຕັ້ງຢູ່ເຂດບ້ານ ໂນນຂີ້ເຫລັກ ເມືອງ ສີໂຄດຕະບອງ ກໍເຄີຍ ເຮັດໃຫ້ເກີດບັນຫາ ປ່ອຍຄວັນ ແລະສົ່ງກິ່ນເໝັນ ໃສ່ຊາວບ້ານຄືກັນ ແຕ່ໃນທີ່ສຸດ ທາງການໄດ້ແກ້ບັນຫາ ດ້ວຍການ ຍ້າຍໂຮງງານນັ້ນ ໄປຕັ້ງຢູ່ເຂດ ອຸດສາຫະກັມ ການຄ້າວຽງຈັນ ໂນນທອງ ຫຼັກ 21.