ບົດລົງໂທດ ຜູ້ເສບ, ຈຳໜ່າຍ ຜລິຕພັນ ສານເສບຕິດ ຫຼາຍປະເພດ

ອົງການ ໄອຍະການ ປະຊາຊົນສູງສຸດ ອອກຄໍາສັ່ງ ໃຫ້ດໍາເນີນຄະດີ ຕໍ່ຜູ້ທີ່ປູກ, ຄ້າຂາຍ ແລະຄອບຄອງ ພືດ ທີ່ໃຫ້ສານເສບຕິດ ແລະສານຣະເຫີຍ ທີ່ມີສານເສບຕິດອື່ນ ຜູ້ລະເມີດ ຈະຖືກລົງໂທດ ຕາມກົດໝາຍ ຢ່າງເຂັ້ມງວດ.

ທ່ານ ໄຊຊະນະ ໂຄດພູທອນ, ຫົວໜ້າອົງການ ໄອຍະການ ປະຊາຊົນສູງສຸດ. ຮູບພາບ: ປກສ

ເມື່ອວັນທີ 30 ມິນາ 2023 ທີ່ຜ່ານມານີ້ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ອອກຄໍາສັ່ງ ເຖິງຫົວໜ້າອົງການ ໄອຍະການປະຊາຊົນ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ໃຫ້ດໍາເນີນຄະດີ ຕໍ່ຜູ້ທີ່ປູກ, ຜລິດ, ປຸງແຕ່ງ, ຄ້າຂາຍ, ຈໍາໜ່າຍ, ຂົນສົ່ງ, ຄອບຄອງ, ນໍ້າເຂົ້າ-ສົ່ງອອກ, ເສບພືດ ທີ່ໃຫ້ສານເສບຕິດ ເຊັ່ນ ໃບກະທ່ອມ, ນໍ້າກະທ່ອມ ຫຼືສານຣະເຫີຍທີ່ມີສານເສບຕິດອື່ນ ເຊັ່ນ ປູມເປົ້າອັດແກັສ ສານໄນຕັສອ໋ອກໄຊ, ຢາສູບໄຟຟ້າ-ຊີຊ່າ (ບາລາກູ) ແລະອື່ນໆ ເພື່ອນໍາເອົາຜູ້ກະທໍາຜິດ ມາລົງໂທດຕາມກົດໝາຍຢ່າງເຂັ້ມງວດ ແລະເດັດຂາດ, ອີງຕາມຄໍາສັ່ງເລຂທີ 006 ຂອງອົງການໄອຍະການປະຊາຊົນສູງສຸດ ລົງວັນທີ 30 ມິນາ ປີ 2023.

ກ່ຽວກັບເຣື່ອງນີ້ ທາງຫ້ອງການໄອຍະການ ປະຊາຊົນ ໃນຫຼາຍແຂວງ ກໍຍັງບໍ່ທັນໄດ້ເຣີ່ມຈັດຕັ້ງ ປະຕິບັດຕາມຄໍາສັ່ງດັ່ງກ່າວເທື່ອ ຕ້ອງລໍຖ້າໃຫ້ມີກອງປະຊຸມ ພາຍໃນອີກເທື່ອນຶ່ງກ່ອນ, ເຊິ່ງສ່ວນໃຫຍ່ ຍັງຄົງປະຕິບັດຕາມວາຣະແຫ່ງຊາຕ ວ່າດ້ວຍການປ້ອງກັນ, ປາບປາມ ແລະແກ້ໄຂບັນຫາຢາເສບຕິດ.

ດັ່ງເຈົ້າໜ້າທີ່ ຫ້ອງການໄອຍະການ ປະຊາຊົນແຂວງ ແຂວງຫົວພັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 7 ເມສາ ນີ້ວ່າ:

“ຂອງໄອຍະການສູງບໍ ໂອ້ ຍັງບໍ່ເຫັນໂຕນີ້ນ່າ ປັດຈຸບັນນີ້ມີແຕ່ ຈັດຕັ້ງປະຕິບັດວຽກງານ ວາຣະແຫ່ງຊາຕ ແກ້ໄຂບັນຫາຢາເສບຕິດ.”

ຂະນະທີ່ ຫ້ອງການໄອຍະການ ປະຊາຊົນແຂວງ ແຂວງຜົ້ງສາລີ ກໍຢືນຢັນວ່າ ທາງແຂວງກໍຍັງບໍ່ທັນໄດ້ຈັດຕັ້ງປະຕິດບັດຕາມ ຄໍາສັ່ງດັ່ງກ່າວ ຂອງອົງການໄອຍະການ ປະຊາຊົນສູງສຸດເທື່ອ ມີແຕ່ເຫັນຄໍາສັ່ງດ່ັງກ່າວ ຜ່ານທາງສື່ສັງຄົມອ໋ອນລາຍນ໌ ເຊິ່ງຕ້ອງລໍຖ້າໃຫ້ຫົວໜ້າ ຂັ້ນແຂວງ ຫຼື ຄະນະເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ມີການປະກາດ ຈັດຕັ້ງປະຕິບັດອີກເທື່ອນຶ່ງກ່ອນ.

ດັ່ງເຈົ້າໜ້າທີ່ ນາງນຶ່ງ ກ່າວວ່າ:

“ເຫັນແຈ້ງການມື້ວານນີ້ໂອ້ ມື້ວານຫາກໍເຫັນຕິ ຫາກໍເຫັນມື້ວານ ມື້ຊືນນີ້ຕິ ແຈ້ງການ ອັນນີ້ກະບໍ່ຮູ້ຄືກັນ ມີແຕ່ປະສານຫ້ອງການເບາະ.”

ແຕ່ເຖິງຢ່າງໃດກໍຕາມ ຊາວບ້ານຫຼາຍຄົນທີ່ຮູ້ຂ່າວດັ່ງກ່າວ ສ່ວນໃຫຍ່ກໍເຫັນວ່າ ເປັນການເໝາະສົມແລ້ວ ທີ່ຈະມີການດໍາເນີນຄະດີ ຕໍ່ຜູ້ທີ່ເຮັດຜິດລະບຽບກ່ຽວກັບສານເສບຕິດປະເພດຕ່າງໆ ໂດຍສະເພາະ ໃບກະທ່ອມ ແລະຢາສູບໄຟຟ້າ ເຊິ່ງເຫັນວ່າ ມີການນໍາໃຊ້ຢ່າງຊະຊາຍຫຼາຍເກີນໄປ ໂດຍບໍ່ມີການຈໍາກັດອາຍຸ ຜູ້ທີ່ນໍາໃຊ້ ຈຶ່ງເຫັນວ່າ ຄວນມີການດໍາເນີນຄະດີ ຕໍ່ຜູ້ຝ່າຝືນຢ່າງເຖິງທີ່ສຸດ.

ດັ່ງຊາວລາວ ທ່ານນຶ່ງ ກ່າວວ່າ:

“ໂອ້ດີຫຼາຍໂອ້ ຄັນຖ້າວ່າຄືວ່າຫັ້ນແຫຼະ ທີ່ຜ່ານມານີ້ ມັນແບບແນວບໍ່ດີເນາະ ນໍ້າທ່ອມ ໃບກະທ່ອມ ຢາສູບໄຟຟ້າ ຜົນເສັຍໝົດເນາະ ຖ້າຄັນເພິ່ນຫ້າມໄດ້ ຈັບໄດ້ໄລ່ທັນກໍດີ ຄືວ່າເນາະໃສ່ໂທດໃສ່ຫຼັກການຫັ້ນນ່າ ເອີ່...ດີຫຼາຍ.”

ໃນຂະນະດຽວກັນ ຊາວລາວອີກທ່ານນຶ່ງ ກໍຮູ້ສຶກຍິນດີນໍາ ທີ່ພາກສ່ວນກ່ຽວຂ້ອງໄດ້ເອົາໃຈໃສ່ ຕໍ່ບັນຫາດັ່ງກ່າວ ເພາະເຫັນວ່າໃນປັດຈຸບັນນີ້ ວັຍໜຸ່ມຫຼາຍຄົນ ມັກມົວເມົາຢູ່ກັບສານເສບຕິດປະເພດໃບກະທ່ອມ, ນໍ້າກະທ່ອມ​, ຢາສູບໄຟຟ້າ ຮວມເຖິງປູມເປົ້າອັດແກັສ ແບບຮູ້ເທົ່າບໍ່ເຖິງການ ເຊິ່ງເປັນພັຍຕໍ່ຮ່າງກາຍຂອງພວກເຂົາເຈົ້າ.

ດັ່ງທ່ານກ່າວວ່າ:

“ຄັນມັນມີພິດຕໍ່ສັງຄົມ ແລ້ວເພິ່ນຫ້າມ ເຮົາກະເຫັນດີນໍາ ເພາະວ່າຊາວໜຸ່ມເຂົາເຈົ້າ ບາງເທື່ອແນວໃດ ຢ້ານສິ່ງມືນເມົາ ເຂົາເຈົ້າກິນເນາະ ເພິ່ນຫ້າມ ກະດີໃຈນໍາຫັ້ນແຫຼ້ວ ບໍເຊົາເທື່ອດອກ ບ້ານເຮົານີ້ກະມີແຫຼະ.”

ທາງດ້ານອະດີດເຈົ້າໜ້າທີ່ ທ່ານນຶ່ງ ທີ່ມີຄວາມຮູ້ກ່ຽວກັບຢາເສບຕິດ ກ່າວວ່າ ສໍາລັບສານເສບຕິດ ປະເພດປູມເປົ້າອັດແກັສ ແລະຢາສູບໄຟຟ້ານັ້ນ ທາງພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ອອກກົດລະບຽບຫ້າມມາຕັ້ງແຕ່ດົນແລ້ວ ແຕ່ກໍເຫັນວ່າ ຍັງມີການລັກນໍາໃຊ້ກັນຢູ່ ຈຶ່ງເຫັນສົມຄວນ ໃຫ້ມີການລົງໂທດ ຜູ້ທີ່ຝ່າຝືນແບບເດັດຂາດ.

ດັ່ງທ່ານກ່າວວ່າ:

“ເອີ່ ຢາສູບໄຟຟ້າເຂົາເຈົ້າຫ້າມໃດ໋ ເຂົາເຈົ້າບໍ່ໃຫ້ນໍາເຂົ້າແລ້ວ ດຽວນີ້ເຂົາເຈົ້າ ເຊົາສັ່ງຢຸດ ລະຫວ່າງເດືອນ 1 ເດືອນ 2 ເດືອນ 3 ເດືອນ 4 ມານີ້ ບໍ່ມີແລ້ວດຽວນີ້ ເພິ່ນຄຸມແລ້ວບໍ່ໃຫ້ໃຊ້ແລ້ວ ບໍ່ໃຫ້ໃຊ້ຢາສູບໄຟຟ້າ ກັບໝາກປູມເປົ້າຫັ້ນແຫຼະ.”

ຢ່າງໃດກໍຕາມ ໃນຄໍາສັ່ງກ່າວຍັງໄດ້ລະບຸຕື່ມວ່າ ໃຫ້ຫົວໜ້າອົງການໄອຍະການປະຊາຊົນທ້ອງຖິ່ນ ປະສານສົມທົບກັບເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເພື່ອຕິດຕາມກວດກາ ການອອກຄໍາສັ່ງ ເປີດການສືບສວນ-ສອບສວນ, ກັກໂຕຜູ້ຕ້ອງສົງໃສ, ຈັບໂຕຜູ້ຕ້ອງຫາ, ດໍາເນີນຄະດີ ໃນຂໍ້ຫາການປູກ, ຜລິດ, ປຸງແຕ່່ງ, ຄ້າຂາຍ, ຈໍາໜ່າຍ, ຂົນສົ່ງ, ຄອບຄອງ, ນໍາເຂົ້າ-ສົ່ງອອກ, ເສບພືດ ທີ່ໃຫ້ສານເສບຕິດ ຫຼືສານຣະເຫີຍທີ່ມີສານເສບຕິດອື່ນ.

ພ້ອມດຽວກັນນີ້ ກໍໃຫ້ຫົວໜ້າໄອຍະການປະຊາຊົນຂັ້ນທ້ອງຖິ່ນ ກວດກາການປະຕິບັດກົດໝາຍ, ນິຕິກັມຂອງເຈົ້າໜ້າທີ່ ອົງການສືບສວນ-ສອບສວນ ຕ້ອງໄດ້ຮັບປະກັນເຮັດໃຫ້ທຸກຂັ້ນຕອນ ຂອງການດໍາເນີນຄະດີຢາເສບຕິດ ມີຄວາມໂປ່ງໃສ ແລະຍຸຕິທໍາຕາມກົດໝາຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org