ຣະວັງຊີ້ນແລະປາ ມີສານ ກັນບູດ
2014.11.25

ປັດຈຸບັນ ເຈົ້າໜ້າທີ່ ກ່ຽວຂ້ອງ ໃນລາວ ກຳລັງ ກວດກາ ຊີ້ນ ແລະ ປາ ແລະ ອາຫານ ທະເລ ທີ່ ວາງຂາຍ ຢູ່ຕາມ ທ້ອງ ຕລາດ ໂດຍ ສະເພະ ຢູ່ ນະຄອນ ຫຼວງ ວຽງຈັນ ຫລັງຈາກ ທີ່ມີສຽງ ຮຽກຮ້ອງ ໃຫ້ມີການ ກວດກາ ຍ້ອນ ເຫັນວ່າ ພໍ່ຄ້າ ແມ່ຄ້າ ບາງກຸ່ມ ໄດ້ນຳເອົາ ສານກັນບູດ ມາໃສ່ໃນ ຊີ້ນແລະປາ ຊຶ່ງ ຈະເປັນ ອັນຕະລາຍ ຕໍ່ ສຸຂພາບ ຂອງ ປະຊາຊົນ. ດັ່ງ ທ່ານກ່າວ ວ່າ:
"ສ່ວນຫລາຍ ເພີ່ນ ຈະຄົ້ນພົບ ຢູ່ ນະຄອນຫລວງ ເພາະວ່າ ປາ ມັນກະມີ ບູດເນົ່າ ຫັ້ນນ່າ ແລ້ວ ຂະເຈົ້າ ກະໃສ່ມາ ແມ່ນປາມຶກ ບໍ່ ທີ່ ມາຈາກ ທະເລ ນີ້ ກະບໍ່ແນ່ໃຈ ໂຕນີ້ ເພາະວ່າ ປັດຈຸບັນ ນີ້ ກຳລັງ ກວດກາ ກັນຢູ່".
ເຈົ້າໜ້າທີ່ ກ່າວຕໍ່ໄປ ອີກວ່າ ຊິ້ນ ແລະ ປາ ແລະ ອາຫານ ທະເລ ທີ່ໃສ່ສານ ກັນບູດ ນັ້ນ ແມ່ນນຳມາ ຈາກ ປະເທດ ວຽດນາມ ແຕ່ວ່າ ພວກຊາວ ຄ້າຂາຍ ນຳມາໃສ່ ສານກັນບູດ ເອງ ເພື່ອ ບໍ່ໃຫ້ຊີ້ນ ແລະ ປາ ເຫນົ່າໄວ ແລະ ໃຫ້ ສາມາດ ຢູ່ ໄດ້ຫລາຍມື້.
ນອກຈາກ ນີ້ ຣາຍງານ ຈາກ ສື່ມວນຊົນ ລາວ ຍັງກ່າວ ອີກວ່າ ຢູ່ຕລາດ ນະຄອນ ຫຼວງ ວຽງຈັນ ມັກພົບເຫັນ ອາຫາ ນທີ່ໃສ່ສານ ກັນບູດ ຫລາຍ ແລະ ເຈົ້າໜ້າທີ່ ກໍໄດ້ ອອກ ແຈ້ງເຕືອນ ໃຫ້ຜູ້ ບໍລິໂພກ ໃຫ້ເອົາ ໃຈໃສ່.
ຊີ້ນ, ປາ ຫລື ອາຫານ ທະເລ ທີ່ ໃສ່ ສານກັນບູດ ເຂົ້າໄປນັ້ນ ຜູ້ທີ່ກິນ ເຂົ້າໄປແລ້ວ ຈະມີ ອາການ ວິນຫົວ ຮາກ ເຈັບທ້ອງ ທ້ອງຊຸ ແລະ ເຮັດໃຫ້ຮ່າງ ກາຍອ່ອນເພັຽ. ນອກ ຈາກນີ້ ຍັງສາມາດ ເກີດພຍາດ ແຊກຊ້ອນ ໄດ້ງ່າຍ ແລະ ຖ້າຮ້າຍແຮງ ໄປກວ່ານັ້ນ ເຖີງຂັ້ນ ເສັຽຊີວິດ.