ວັນແຫ່ງຄວາມສຸຂສາກົລ ຊາວລາວ ຫາຄວາມສຸຂ ຫຼາກຫຼາຍວິທີ
ເນື່ອງໃນວັນແຫ່ງຄວາມສຸຂສາກົລ ປີນີ້, ຊາວລາວຫຼາກຫຼາຍອາຊີບ ຫາຄວາມສຸຂ ໃນວິທີທີ່ແຕກຕ່າງກັນໄປ ເຖິງວ່າຈະມີຄວາມອຸກອັ່ງໃຈ ຈາກບັນຫາຕ່າງໆ ໃນໄລຍະໂຄວິດ-19 ຣະບາດ ຈົນກະທົບ ຕໍ່ການໃຊ້ຊີວິດປະຈຳວັນ.
-
ພູວົງສ໌
2022-03-18 -
-
-
Your browser doesn’t support HTML5 audio
ໃນປີນີ້, ຖືເປັນເປັນເວລາ 10 ປີພໍດີ ພາຍຫຼັງທີ່ອົງການສະຫະປະຊາຊາດ ໄດ້ກຳນົດໃຫ້ວັນທີ 20 ມີນາ ປີ 2012 ເປັນວັນແຫ່ງຄວາມສຸຂສາກົລ ເພື່ອໃຫ້ປະຊາກອນໃນທົ່ວໂລກ ເຫັນເຖິງຄວາມສຳຄັນ ຂອງຄວາມສຸຂ ໃນຊີວິດ ຂອງພວກເຂົາ. ໃນວັນດັ່ງກ່າວ, ປະຊາຊົນ ໃນຫຼາຍປະເທດ ກໍໄດ້ມີການລະນຶກເຖິງວັນດັ່ງກ່າວ ດ້ວຍກິຈກັມຕ່າງໆ ເພື່ອເປັນສັນຍາລັກວ່າ ໃນຊີວິດ ຂອງພວກເຂົາ ເຖິງຈະມີເຣື່ອງທີ່ບໍ່ດີ ຫຼືມີແນວອຸກອັ່ງໃຈນາໆປະການ, ແຕ່ຢ່າງໜ້ອຍ ກໍຍັງພໍມີຄວາມສຸຂ ກັບບາງສິ່ງບາງຢ່າງ ທີ່ໂຕເອງ ຈະສາມາດເຮັດໄດ້ແດ່.
ໃນປະເທດລາວເອງ, ເຖິງວ່າຈະບໍ່ມີການສເລີມສລອງ ວັນແຫ່ງຄວາມສູຂສາກົລ ດັ່ງກ່າວ ຢ່າງເປັນກິຈລັກສະນະ, ແຕ່ຫຼາຍຄົນ ກໍພໍມີວິທີການ ໃນການຫາຄວາມສຸຂ ໃຫ້ແກ່ຊີວິດໂຕເອງ ແລະ ເຫັນວ່າ ຄວາມສຸຂ ຍັງເປັນສິ່ງທີ່ສຳຄັນ ໃນຊີວິດ ຂອງພວກເຂົາເຊັ່ນກັນ ເຖິງຈະຕ້ອງພົບພໍ້ກັບອຸປະສັກຕ່າງໆ ໃນການດຳເນີນຊີວິດກໍຕາມ.
ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ມີໂອກາດໄດ້ສັມພາດ ຊາວລາວ ໃນຫຼາກຫຼາຍສາຂາອາຊີບ ກ່ຽວກັບວັນແຫ່ງຄວາມສຸຂສາກົລ ຄົບຮອບ 10 ປີນີ້ ວ່າ ໃນໄລຍະທີ່ໂຄວິດ-19 ພວມຣະບາດ ແລະ ຖ່າມກາງທີ່ ສະຖານະການໂລກ ທີ່ພວມຜັນແປໄປ ຢ່າງລະອິດລະອ້ຽວ ແລະ ສລັບຊັບຊ້ອນນີ້ ຊາວລາວ ພາກັນຫາຄວາມສຸຂໄດ້ ດ້ວຍວິທີໃດແດ່ ແລະ ຄຽງຄູ່ກັບຄວາມສຸຂນັ້ນ ມີເຣື່ອງໃດແດ່ ທີ່ພວກເຂົາພາກັນອຸກໃຈ.
ຊາວລາວທ່ານນຶ່ງ ຈາກເມືອງຊຳເໜືອ ແຂວງຫົວພັນ ທີ່ປະກອບອາຊີບ ຂັບຣົຖຈ່ຳໂບ້ ບໍຣິການ ໃນນະຄອນຫຼວງວຽງຈັນ ກໍໄດ້ໃຫ້ສັມພາດ ແກ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ວັນທີ 17 ມີນາ ວ່າ ໃນໄລຍະໂຄວິດ-19 ຣະບາດ 2 ປີມານີ້, ເຫັນໄດ້ວ່າ ຊີວິດທ່ານ ມີຄວາມອຸກອັ່ງໃຈຫຼາຍ ເນື່ອງຈາກບໍ່ສາມາດສ້າງລາຍຮັບ ມາຈຸນເຈືອຄອບຄົວ ໄດ້ຄືແຕ່ກ່ອນ ເພາະໄດ້ຍຶດອາຊີບນີ້ ມາເກືອບທັງຊີວິດແລ້ວ ແລະ ບໍ່ຮູ້ຈະໄປຊອກເຮັດອາຊີບໃດອີກ ເພາະເຂົ້າສູ່ວັຍຊະລາເຕັມທີ. ແຕ່ເມື່ອຖາມວ່າ ທ່ານຫາຄວາມສຸຂໄດ້ແນວໃດແດ່ ທ່ານກໍຕອບວ່າ ຄວາມສຸຂທີ່ຍິ່ງໃຫຍ່ ເຖິງຈະບໍ່ໄດ້ມີເງິນຄຳຫຼາຍ, ແຕ່ກໍພໍຫາໄດ້ ນັ້ນກໍແມ່ນການຢູ່ກັບຄອບຄົວ ໄດ້ພໍ້ໜ້າພໍ້ຕາກັນ ບໍ່ໄດ້ໄປເຮັດວຽກຕ່າງບ້ານຕ່າງເມືອງ ຄືແຕ່ກ່ອນ ກໍຖືວ່າມີຄວາມສຸຂແລ້ວ ເຖິງຈະເປັນຄວາມສຸຂ ພຽງເລັກໆນ້ອຍກໍຕາມ.
ສຽງ1: “ການດຳຣົງຊີວິດປະຈຳວັນເນາະ ເນື່ອງຈາກວ່າ ຖືກໂຄວິດ-19 ຣະບາດ ລະແມ່ນວ່າຫາຢູ່ຫາກິນ ບໍ່ຄົງທີ່ຄືເກົ່າ, ຄວາມທຸກຍາກກະສຸດແລ້ວ ແບບວ່າ ອັນຊີວິດ 3 ລໍ້ນີ້ ບໍ່ໄປມື້ໃດ ລະແມ່ນບໍ່ໄດ້ກິນ ວ່າຊັ້ນສາ. ໄປກະບໍ່ໄດ້ຄືເກົ່າ ບາງເທື່ອໄປກະ ມີມື້ນຶ່ງນີ້ກະເມືອລ້າ ມີມື້ນຶ່ງກະໄດ້ 10 ພັນກີບ, 20 ພັນກີບ, ເມືອຕ້ອນເຮືອນ ສ່ຳນັ້ນແຫຼະ. ຕອນນີ້ຫັ້ນ ມັນບໍ່ຄືແຕ່ກີ້, ແຕ່ກີ້ນີ້ກະພໍໄດ້ຢູ່ໄດ້ກິນ ມີມື້ນຶ່ງກະໄດ້ 70 ພັນກີບ, 80 ພັນກີບ ມີມື້ລະ 1 ແສນ ຫຼື 1 ແສນປາຍກະໄດ້. ມາຖືກແຜ່ຣະບາດນີ້, ມາຖືກພະຍາດນີ້ ຫັ້ນລະແມ່ນ ຫາຢູ່ຫາກິນບໍ່ຄົງທີ່, ກະຂາດເຂີນຫຼາຍ ວ່າຊັ້ນສາ.
ຜູ້ສື່ຂ່າວຖາມ: ບາດນີ້, ຮູ້ສຶກວ່າ ເປັນສິ່ງທີ່ທໍ້ຖອຍໃຈ ຮູ້ສຶກອຸກໃຈບໍ່ ຕໍ່ສະພາບການດັ່ງກ່າວ?
ໂອ້, ເຕັມທີ່ ລູກເອີ່ຍ, ເຕັມທີ່ຄວາມອຸກໃຈ, ແຕ່ວ່າບໍ່ຮູ້ແນວຊິເຮັດ ເປັນພໍ່ເປັນແມ່ນີ້ ກະເຖົ້າແກ່ແລ້ວ ໂຄ່ນໄມ້ໄງ້ຂອນ ກະເຮັດບໍ່ໄດ້ແລ້ວ. ຊິເຮັດກໍ່ສ້າງ ນຳບ້ານນຳເມືອງ ກະເຮັດບໍ່ໄດ້, ມີແຕ່ວ່າ ຫາເຊົ້າກິນຄ່ຳ ໄດ້ກະໄດ້ກິນ ບໍ່ໄດ້ກະແມ່ນຈຳເປັນ ວ່າຊັ້ນສາ.
ຜູ້ສື່ຂ່າວຖາມ: ຢາກຖາມພໍ່ອີກອັນນຶ່ງ ກະຄືວ່າ ໃນຂະນະດຽວກັນເນາະ ເຖິງວ່າເຮົາຈະມີຄວາມທຸກໃຈ ເຄັ່ງຮ້ອນໃຈ ຫາເງິນຫາຄຳຫຍຸ້ງຍາກ ຈັ່ງຊີ້, ສິ່ງໃດແດ່ ທີ່ຄິດວ່າເຮັດໃຫ້ພໍ່ ຍັງມີຄວາມສຸຂຢູ່?
ອັນຄວາມສຸຂນີ້, ໂອ່...ກະມີໜ້ອຍນ່າ ລູກເອີ່ຍ, ພໍ່ກະເລີຍບໍ່ຮູ້ແນວຊິຕອບ ເພາະວ່າຄວາມສຸຂນີ້ ມັນມີໜ້ອຍ, ຄວາມລຳບາກນີ້ມັນມີຫຼາຍ. ອັນເຣື່ອງຄວາມສຸຂນີ້ ລະແມ່ນວ່າ ເຮົາບໍ່ໄດ້ອອກຈາກຄອບຄົວ, ໄດ້ເທົ່າໃດ ກໍເອົາໃຫ້ຄອບຄົວກິນ ບໍ່ໄດ້ມາ ກະຖືວ່າ ໃຫ້ຄອບຄົວຢູ່ ວ່າຊັ້ນສາ. ແຕ່ວ່າເຮັດວຽກເຮັດງານອື່ນໆ, ຫັ້ນນ່າ ເຮົາໄດ້ຈາກຄອບຄົວໄປ ເຈັບເປັນ ຊິເຫັນຫາຄອບຄົວ ບໍ່ໄດ້ຮັບຮູ້ນຳ, ຈັ່ງຊັ້ນແຫຼະ ລູກເອີ່ຍ.
ຜູ້ສື່ຂ່າວຖາມ: ການທີ່ໄດ້ຢູ່ກັບຄອບຄົວ ກະຖືວ່າເປັນສ່ວນນຶ່ງ ທີ່ເຮັດໃຫ້ເຮົາມີຄວາມສຸຂບໍ ຫຼືຈັ່ງໃດ?
ເອີ່, ກະມີຄວາມສຸຂ, ຫັ້ນແຫຼະ ກະມີຄວາມສຸຂ ໄດ້ເຫັນໜ້າເຫັນຕາຄອບຄົວ ກະເລີຍມີຄວາມສຸຂ.
ຜູ້ສື່ຂ່າວຖາມ: ລະຄຶດວ່າ ສິ່ງໃດ ທີ່ຈະເຮັດໃຫ້ພໍ່ມີຄວາມສຸຂ ຫຼັງຈາກນີ້?
ອັນນີ້ກະ ຄັນວ່າ ມັນມີນັກທ່ອງທ່ຽວ ມັນມີຄົນແຂກຕ່າງເມືອງ ມານັ້ນເນາະ ຫຼືວ່າໂອ້ ແຂກຕ່າງດ້າວ ທ້າວຕ່າງແດນ ເຂົ້າມາ ອາຈມີຄວາມສຸຂ ເພາະວ່າ ເຮົານີ້ ແນວພໍ່ນີ້ ຖືວ່າໄດ້ເງິນນຳແຂກ ໄປທ່ຽວນັ້ນທ່ຽວນີ້ ໄປໆມາໆ. ຄັນວ່າບໍ່ມີແຂກ ກະຖືວ່າ ບໍ່ມີລາຍໄດ້, ວ່າຊັ້ນສາ. ຕອນນີ້ແຂກກະບໍ່ມີ, ອຸກໃຈຫຼາຍ.”
ຊາວລາວອີກນາງນຶ່ງ ໃນແຂວງສວັນນະເຂດ ທີ່ຍຶດອາຊີບເປັນແມ່ຄ້າ ຂາຍຫົວຜັກບົ່ວແດງ ແລະ ຫົວຜັກທຽມ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ກ່ຽວກັບວັນແຫ່ງຄວາມສຸຂສາກົລ ໃນມື້ດຽວກັນນີ້ວ່າ ວິທີດຽວ ທີ່ຈະເຮັດໃຫ້ແມ່ຄ້າ ພໍທີ່ຈະຫາຄວາມສຸຂໄດ້ ກໍຄືການທີ່ຍານາງ ສາມາດຄ້າຂາຍຫງາຍມືໄດ້ ໃນແຕ່ລະມື້ ທີ່ພໍໄດ້ເງິນ ມາຊື້ເຂົ້າປາອາຫານ ໃຫ້ກັບຄອບຄົວກິນ. ແຕ່ຄວາມອຸກອັ່ງໃຈ ໄລຍະນີ້ ແມ່ນມີຫຼາຍ ເພາະໄລຍະໂຄວິດ-19 ຣະບາດ ການຄ້າຂາຍ ກໍຫຍຸ້ງຍາກ ແລະ ປະສົມໃສ່ ສະພາບເສຖກິຈບໍ່ດີ, ພັຍເງິນເຟີ້ ແລະ ນ້ຳມັນເຊື້ອເພີງ ມີລາຄາແພງຂຶ້ນນັບມື້ ກໍຍິ່ງເຮັດໃຫ້ຕ້ອງຄຶດໜັກ ວ່າຈະຄ້າຂາຍແນວໃດຕໍ່ໄປ ເພາະກຳລັຍຫົດຫາຍ ຄ້າຂາຍບໍ່ໄດ້ຄືແຕ່ກ່ອນ.
ສຽງ2: “ປີນຶ່ງ ປະມານປີນຶ່ງນີ້ແຫຼະຫຍຸ້ງຍາກ, ຕົກມາປີນີ້ ກະແຮ່ງຫຍຸ້ງຍາກຕື່ມ, ເຄື່ອງຫຍັງກະແພງ ຄ້າຂາຍກະຍາກ, ເງິນບາທກະຂຶ້ນສູງ ນ້ຳມັນກະແພງ. ຍາກ, ກຳລັຍກະບໍ່ໄດ້ຄືແຕ່ກ່ອນ, ຍອດຂາຍກະຫຼຸດຫຼາຍ ເພາະວ່າແຕ່ກ່ອນ ຫອມນີ້ມັນບໍ່ໄດ້ຂາຍດອກ ໂລ 13 ພັນກີບນັ້ນ, ຕ້ອງຂາຍໂລພຸ້ນ 20 ປາຍພັນ, ບາດດຽວນີ້ ມັນເປັນນຳເສຖກິຈນີ້ແຫຼະ ຕ້ອງລົງ ບໍ່ລົງ ກະເຮັດແນວໃດຊັ້ນນ່າ. ໄລຍະລ໊ອກດາວ ລະແມ່ນບໍ່ໄດ້ຂາຍ ຕົກຕ່ຳ, ມັນຂາຍບໍ່ໄດ້ ຕລາດກະປິດ. ຫຍຸ້ງຍາກສຸດຕອນນີ້ ກະມີແຕ່ນ້ຳມັນ, ຫັ້ນແຫຼະ ມັນແພງ. ໄປໃສມາໃສ ໄປໄກ ກຳລັຍໜ້ອຍກະບໍ່ຢາກໄປ ໄປສົ່ງເຄື່ອງກະດາຍ ເພາະວ່າໄປກະບໍ່ກຸ້ມ ເພາະວ່າແພງແຮງເຫຼືອ ລິທນຶ່ງຈົນຊິ 18 ພັນກີບລະ.
ຜູ້ສື່ຂ່າວຖາມ: ຊັ້ນສິ່ງໃດ ທີ່ເຮັດໃຫ້ແມ່ຄ້າມີຄວາມສຸຂແດ່ ໃນໄລຍະນີ້?
ແມ່ຄ້າມີຄວາມສຸຂທຸກມື້, ມີຄວາມສຸຂກະຂາຍເຄື່ອງດີ, ມື້ໃດຂາຍເຄື່ອງບໍ່ດີ ກະແນວນັ້ນແຫຼະ ຢາກຫຍຸ້ງໆຍາກໆໜ້ອຍນຶ່ງ.”
ນັກທຸຣະກິຈທ່ານນຶ່ງ ໃນນະຄອນຫຼວງວຽງຈັນ ທີ່ປະກອບການ ໃຫ້ເຊົ່າຣົຖຕູ້ບໍຣິການ ທົ່ວປະເທດ ກໍກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ການຣະບາດ ຂອງໂຄວິດ-19 ເຮັດໃຫ້ຊີວິດການເປັນຢູ່ ແລະ ການດຳເນີນທຸຣະກິຈ ຫຍຸ້ງຍາກທີ່ສຸດ ເພາະທຸຣະກິຈ ໃຫ້ເຊົ່າຣົຖຕູ້ ແມ່ນອາສັຍແຕ່ນັກທ່ອງທ່ຽວ ເປັນຫຼັກ ເພື່ອສ້າງລາຍໄດ້. ຂະນະດຽວກັນ, ສະພາບລາຄານ້ຳມັນແພງເຊື້ອເພີງ ໃນປັດຈຸບັນ ພັດມາກະທົບໂດຍຕຣົງ ຕໍ່ຜູ້ທີ່ປະກອບອາຊີບນີ້ ເພາະເປັນຕົ້ນທຶນ ທີ່ສຳຄັນ ແລະ ອາຈເຮັດໃຫ້ ຕ້ອງກັບມາຄຶດໜັກວ່າ ຈະເອົາແນວໃດຕໍ່ໄປ ກັບການດຳເນີນທຸຣກິຈນີ້. ສ່ວນການຫາຄວາມສຸຂ ຂອງທ່ານ ກໍບໍ່ແມ່ນສິ່ງທີ່ໃຫຍ່ໂຕຫຍັງ ແລະ ກໍຄືກັບຄົນອື່ນໆທົ່ວໄປ ກໍຄືການໄດ້ຢູ່ກັບຄອບຄົວ ແລະ ໄດ້ພົບພໍ້ໝູ່ເພື່ອນ ແລະ ພີ່ນ້ອງປ້ອງປາຍ ຕັ້ງພາເຂົ້າຊຸມແຊວກັນ, ເຊິ່ງໄລຍະກ່ອນໂຄວິດ-19 ຣະບາດ ແມ່ນບໍ່ຄ່ອຍໄດ້ມີເວລາ ໃຫ້ກັບຄອບຄົວ ແລະ ມິຕໃກ້ຄຽງແບບນີ້ ເພາະຕ້ອງເດີນທາງຕລອດເວລາ ເນື່ອງດ້ວຍອາຊີບ ຂອງຕົນ.
ສຽງ3: “ອໍ, ກະຫຍຸ້ງຕາມໂຄວິດ-19 ແຫຼະອ້າຍ, ຫຍຸ້ງຕາມໂຄວິດ-19. ທີ່ຜ່ານມາຂອງເຮົາ ມັນກະບໍ່ໄດ້ອັນນັ້ນ ມັນມາຫຍຸ້ງກັບໂຄວິດ-19 ຊື່ໆນີ້ແຫຼະ, ມັນກ່ຽວກັບໂຄວິດ-19 ນີ້ແຫຼະ. ມັນກະມີຢູ່ ນັກທ່ອງທ່ຽວ ມັນກະບໍ່ຫາຍ, ແຕ່ວ່າມັນກະມີຢູ່ ແຕ່ວ່າມັນກະເປັນໜ້ອຍລົງ ຈັ່ງຊີ້ນ່າ. ມັນຮັບຕ່າງປະເທດ ເຂົ້າມາລາວບໍ່ໄດ້ເທື່ອ. ມັນກະຫຍຸ້ງຍາກແຕ່ໃນປະເທດລາວ, ເຮົາພຽງແຕ່ວ່າ ເອີ່ ຮັບໃຊ້ໃນປະເທດລາວເຮົາ ລະມັນກະ ຄົນລາວເຮົາ ມັນກະບໍ່ທັນມີກຳລັງ ທີ່ວ່າຈະເດີນທ່ອງທ່ຽວໄປຫຼາຍ ພຽງແຕ່ເກັບ 5 ເກັບກັນເຂົ້າໄປ ຈັ່ງຊີ້ນ່າ.
ຜູ້ສື່ຂ່າວຖາມ: ລະບາດນີ້ ເຣື່ອງລາຄານ້ຳມັນ ທີ່ເປັນໂຕນຶ່ງ ທີ່ເຮັດໃຫ້ຜູ້ປະກອບການນີ້ອຸກໃຈບໍ່ ເພາະວ່າ ຄັນສົມມຸດວ່າ ນ້ຳມັນແພງ ຕົ້ນທຶນເຮົາກະເພີ່ມຂຶ້ນ, ລະກະຄັນເຮົາຊິໄປເພີ່ມຄ່າບໍຣິການສູງຂຶ້ນ ລູກຄ້າກະຊິລັງເລ, ຫັ້ນນ່າ. ອັນນີ້ອຸກໃຈບໍ່ ໃນຈຸດນີ້?
ອຸກໃຈ, ຍອມຮັບວ່າອຸກໃຈຫຼາຍໆ, ໂຕນີ້ອຸກໃຈຫຼາຍ. ແບບວ່າ ແຕ່ກ່ອນເຮົາເຄີຍໃສ່ຢູ່ ອັນນີ້ ມັນເຮົາໄປກັບໄດ້ ລະເຮົາກະມີກຳລັຍ ພຽງພໍເນາະ. ລະບາດນີ້, ເຮົາມາໄລ່ກັບໂຕນີ້ ເຮົາຊິໄປຍົກລະດັບຂຶ້ນສູງ ລູກຄ້າກະ ມັນກະເປັນການທີ່ວ່າ ລັງເລວ່າ ຊິເອົາຂອງເຮົາບໍ່, ບໍ່ເອົາຂອງເຮົາບໍ່, ຈັ່ງຊີ້ນ່າ. ເຣື່ອງນ້ຳມັນນີ້ ມີຜົລກະທົບໂດຍຕຣົງເລີຍ.
ຜູ້ສື່ຂ່າວຖາມ: ໃນໄລຍະທີ່ມັນມີໂຄວິດ-19 ເຮັດຫຍັງກະຫຍຸ້ງຍາກເນາະ ເສຖກິຈກະບໍ່ດີ ຄ້າຂາຍຫງາຍມືກະບໍ່ໄດ້ ແລ່ນຣົຖກະຍາກ, ລະຄຶດວ່າສິ່ງໃດແດ່ ທີ່ເຮັດໃຫ້ທ່ານມີຄວາມສຸຂຢູ່?
ອໍ, ກະຢູ່ກັບມັນໃຫ້ໄດ້ ຈັ່ງຊີ້ນ່າ, ຢູ່ກັບມັນໃຫ້ໄດ້, ຫັ້ນນ່າ. ປັບໂຕເອງ ໃຫ້ມັນເຂົ້າກັບຄົງທີ່ ຂອງມັນ. ລະກະຖ້າຫຼາຍໆຄົນ ຖ້າເຂົ້າໃຈໃນໂຕນີ້ ມັນກະຢູ່ໄດ້. ຖ້າບໍ່ເຂົ້າໃຈ ລະມັນກະຢູ່ບໍ່ໄດ້ ຈັ່ງຊີ້ນ່າ.
ຜູ້ສື່ຂ່າວຖາມ: ໝາຍຄວາມວ່າ ໃນໄລຍະນີ້ ມັນມີແຕ່ຄວາມອຸກໃຈເນາະ, ແຕ່ວ່າ ມີສິ່ງໃດແດ່ ທີ່ພໍເຮັດໃຫ້ທ່ານ ມີຄວາມສຸຂ ຫຼືວ່າກິຈກັມໃດ ທີ່ວ່າຍັງເຮັດໃຫ້ທ່ານ ມີຄວາມສຸຂຢູ່?
ອໍ, ແບບວ່າເຮົາໄດ້ຢູ່ກັບຄອບຄົວ ແບບໄປຢາມພີ່ຍາມນ້ອງ ເພື່ອຄວາມສຸຂ ແບບໄປຢາມພີ່ຢາມນ້ອງ ລະກະໄດ້ພົບພໍ້ສ້າງສັນ ລະມີພໍ້ໜ້າພໍ້ຕາຫຼາຍໆຄົນ ຈັ່ງຊີ້ນ່າ ເພາະວ່າ ຄັນເປັນສ່ວນນຶ່ງຂອງເຮົາ ມັນກະບໍ່ໄດ້ມີເວລາ ແບບຖ້າວ່າບໍ່ມີໂຄວິດ-19 ມາແບບນີ້, ມັນກະບໍ່ໄດ້ມີເວລາ ມາຈັ່ງຊັ້ນ, ຊີ້ນ່າ. ແບບວ່າເຮົາກະມີວ່າ ເອີ່ ໃຫ້ເຮົາພົບພໍ້ສ້າງສັນກັບຄອບຄົວເຮົາໄດ້ ຈັ່ງຊີ້ນ່າ. ລະໂຄວິດ-19 ມັນມາຈັ່ງຊີ້ ກະເອີ່ ພໍດີເລີຍ ເຮັດໃຫ້ເຮົາ ຢູ່ກັບຄອບຄົວ.”
ທີ່ທ່ານໄດ້ຮັບຟັງໄປນັ້ນ, ແມ່ນສຽງສະທ້ອນ ຂອງຊາວລາວ ຈາກຫຼາກຫຼາຍອາຊີບ ທີ່ໄດ້ແບ່ງປັນຄວາມຄຶດເຫັນ ເຖິງການຫາຄວາມສຸຂ ເນື່ອງໃນວັນແຫ່ງຄວາມສຸຂສາກົລ ຖ່າມກາງທີ່ສະພາບ ການແຜ່ຣະບາດ ຂອງໂຄວິດ-19 ພາຍໃນປະເທດລາວ ກໍຍັງບໍ່ທັນຊາເທື່ອ ແລະ ສະຖານະການ ຂອງໂລກ ທີ່ກະທົບຕໍ່ເສຖກິຈ ກໍຍິ່ງເຮັດໃຫ້ຫຼາຍຄົນ ມີຄວາມອຸກໃຈຫຼາຍຂຶ້ນ ຈົນເປັນເຣື່ອງຍາກ ທີ່ຈະບອກວ່າ ພວກເຂົານັ້ນມີຄວາມສຸຂ ຫຼືຈະຫາວິທີໃດ ໃຫ້ມີຄວາມສຸຂໄດ້. ສບາຍດີ.