ຜູ້ປົກຄອງ ເປັນຫ່ວງ ຖ້າເປີດໂຮງຮຽນ ເດືອນກັນຍາ
2021.08.26
ກະຊວງ ສຶກສາທິການ ແລະ ກິລາ ໄດ້ອອກ ແຈ້ງການເຖິງ ຜແນກ ສຶກສາທິການ ແລະ ກິລາ ແຂວງ ແລະ ນະຄອນຫຼວງວຽງຈັນ ຈະມີ ການເປີດສົກຮຽນ ຂອງສາມັນສຶກສາ ປະຈຳປີຮຽນ 2021-2022 ຢ່າງເປັນທາງການ ດັ່ງນີ້
- ການສຶກສາກ່ອນໄວຮຽນ, ການສຶກສາ ສາຍສາມັນສຶກສາ, ສາມັນກິນນອນຊົນເຜົ່າ, ສາມັນສຶກສາສົງ ແລະ ການສຶກສາພິເສດ ໃຫ້ກຳນົດເອົາວັນຈັນ ວັນທີ 6 ກັນຍາ 2021 ເປັນມື້ ໄຂສົກຮຽນໃໝ່.
- ຊັ້ນປະຖົມ ແລະ ມັທຍົມສຶກສາ: ໃຫ້ທົບທວນຄືນ ເນື້ອໃນບົດຮຽນວິຊາຫຼັກ ໂດຍສະເພາະ ວິຊາ ຄະນິດສາດ, ພາສາລາວ ທີ່ຮຽນບໍ່ຄົບຫຼັກສູດ ໃນວັນທີ 07-24 ກັນຍາ 2021.
- ການສຶກສາ ນອກໂຮງຮຽນ: ແມ່ນໃຫ້ກະກຽມ ການເປີດຮຽນຄືນ ໃນຕົ້ນເດືອນຕຸລາ 2021
- ອາຊີວະສຶກສາ: ກໍານົດ ເອົາການເປີດສົກຮຽນ ຂອງນັກຮຽນ ປີທີ 1 ແມ່ນເຣີ່ມ ວັນທີ 15 ຕຸລາ 2021 ແລະ ນັກຮຽນ ປີທີ 2-ປີທີ 3 ແມ່ນເຣີ່ມ ວັນທີ 6 ກັນຍາ 2021.
- ການສັມພາດ ຄັດເລືອກນັກຮຽນຈົບມັທຍົມ ຕົ້ນເຂົ້າ ຮຽນວິຊາຊີບ ຊັ້ນກາງ ແລະ ນັກຮຽນ ຈົບຊັ້ນມັທຍົມປາຍເຂົ້າຮຽນ: ແມ່ນໃຫ້ສືບຕໍ່ ປະຕິບັດແຕ່ ວັນທີ 15 ສິງຫາ ເຖິງວັນທີ 30 ຕຸລາ 2021.
- ການສຶກສາ ຊັ້ນສູງ: ກໍານົດ ເອົາການເປີດສົກຮຽນ ຂອງນັກສຶກສາ ປີທີ 1 ໃນວັນທີ 15 ຕຸລາ 2021 ແລະ ປີທີ 2 ຂຶ້ນໄປ ເຣີ່ມແຕ່ ວັນທີ 6 ກັນຍາ 2021.
- ການສອບເສັງ ເຂົ້າຮຽນຢູ່ ສະຖານການສຶກສາ ຊັ້ນສູງ ເຣີ່ມແຕ່ ວັນທີ 4 ເຖິງ 30 ກັນຍາ 2021
ການແຈ້ງການ ດັ່ງກ່າວ ເຮັດໃຫ້ ເຈົ້າໜ້າທີ່ ສຶກສາທິການ ແລະ ກິລາ ໃນຫຼາຍແຂວງ ແລະ ພໍ່ແມ່ ຜູ້ປົກຄອງ ນັກຮຽນ ບາງກຸ່ມ ເປັນຫວ່ງ ຍ້ອນໂຄວິດ-19 ຣະບາດ ຍັງບໍ່ສິ້ນສຸດ ລົງເທື່ອ ເຈົ້າໜ້າທີ່ ຫ້ອງການສຶກສາ ແຂວງສວັນນະເຂດ ທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 20 ສິງຫາ ກ່ຽວກັບ ການເປີດສົກຮຽນ ຄັ້ງນີ້ ອີງຕາມແຈ້ງການ ຂອງກະຊວງນັ້ນ ວ່າ: ອາດຈະບໍ່ສາມາດ ເປີດໂຮງຮຽນ ຂອງສາມັນສຶກສາໄດ້ ເນື່ອງຈາກວ່າ ໃນປັດຈຸບັນ ຍັງລໍ ລ໊ອກດາວ ຢູ່ທົ່ວແຂວງ ເພື່ອ ຕ້ານກັບ ໂຄວິດ-19 ແລະ ໂຮງຮຽນທົ່ວແຂວງ 95 ແຫ່ງ ໄດ້ກາຍເປັນ ເຂດກັກກັນ ຄົນງານລາວ ທີ່ເດີນທາງ ເຂົ້າມາລາວແລ້ວ ຫາກເປີດ ສົກຮຽນໃໝ່ແທ້ ຈະບໍ່ມີ ສະຖານທີ່ ໃຫ້ຄົນລາວເຫຼົ່ານັ້ນ ມີບ່ອນກັກຕົວ ເພື່ອປ້ອງກັນ ການແຜ່ຣະບາດ ຂອງເຊື້ອໂຄວິດ-19, ໃຫ້ພໍ່ແມ່ ຜູ້ປົກຄອງ ລໍຖ້າ ແຈ້ງການ ຈາກຄະນະ ສະເພາະກິຈ ປ້ອງກັນຄວມຄຸມ ແລະ ແກ້ໄຂ ການແຜ່ຣະບາດ ຂອງ ພຍາດໂຄວິດ-19 ກ່ຽວກັບ ການເປີດ ສົກຮຽນໃໝ່ ເພີ່ມຕາມ ພາຍຫລັງ ດັ່ງທ່ານກ່າວວ່າ:
“ເຮົາບໍ່ສາມາດ ເປີດໄດ້ ຖ້າຕິດໂຄວິດ-19 ເດ້ ໃຜຈະ ຮັບຜິດຊອບ. ແຂວງ ສວັນນະເຂດເຮົານີ້ ມັນລ໊ອກດາວ ເປັນເຂດພື້ນທີ່ ສີແດງຫຼາຍເນ່. ຕ້ອງຟັງ ສະເພາະກິຈກ່ອນ. ເປັນສູນກັກກັນ ຫຼາຍແຫ່ງ 95 ແຫ່ງ ທົ່ວແຂວງ ເຮົາເອົາ ຂະເຈົ້າອອກ ເຂົາເຈົ້າ ຊິໄປຢູ່ໃສ ບາດນີ້ ເຂົາອາສັຍ ຢູ່ໂຮງຮຽນນີ້ ມັນບໍ່ມີສູນ ແນວອື່ນອີກ.”
ທ່ານກ່າວຕື່ມວ່າ ປັດຈຸບັນ ແຂວງ ສວັນນະເຂດ ຮັບເອົາ ຄົນງານລາວ ທີ່ເດີນທາງ ມາຈາກ ປະເທດ ໄທຍ ເພື່ອເຂົ້າມາ ໃນແຂວງ ສເລັ່ຽ 2000 ຄົນແລ້ວ ຈຶ່ງອາດມີ ຄວາມເປັນໄປບໍ່ໄດ້ ທີ່ຈະເປີດ ສົກຮຽນ ໃໝ່ໃນ ເດືອນກັນຍາ ດ້ານຜູ້ປົກຄອງ ຢູ່ໃນນະຄອນຫຼວງ ວຽງຈັນ ເວົ້າວ່າ: ຕົນເອງ ບໍ່ເຫັນດີວ່າ ຈະສົ່ງລູກ ໄປຮຽນ ຮ່ວມກັບ ລູກຜູ້ອື່ນ ໃນສົກຮຽນໃໝ່ນີ້ ເນື່ອງຈາກວ່າ ທາງການລາວ ຍັງບໍ່ໄດ້ ສັກວັກຊີນ ກັນ ໂຄວິດ-19 ໃຫ້ເດັກນ້ອຍ ນັກຮຽນ ປ.1-ປ.7 ເທື່ອ ຈຶ່ງກັງວົນວ່າ ລູກຈະສ່ຽງ ຕໍ່ການຕິດ ໂຄວິດ- 19 ໃນໂຮງຮຽນໄດ້ ແລະ ຕ້ອງການ ໃຫ້ຂັ້ນເທິງ ໂຈະການເປີດ ໂຮງຮຽນໃໝ່ ໄປກ່ອນ, ດັ່ງ ຜູ້ປົກຄອງຜູ້ນີ້ ເວົ້າໃນມື້ດຽວກັນນີ້ ວ່າ:
“ເພາະວ່າ ຢາກໃຫ້ ເຂົາເຈົ້າໂຈະເປີດ (ສົກຮຽນ) ກ່ອນນ່າ ເພາະວ່າ ຊ່ວງນີ້ ມັນຣະບາດ ເປັນຕາຢ້ານ ຢູ່ນ່າ ລູກຍັງນ້ອຍ ຢູ່ເດ້ ສັກວັກຊີນ ໂຄວິດ-19 ຂອງເດັກນ້ອຍ ຍັງບໍ່ມີ ມີແຕ່ຂອງຜູ້ໃຫຍ່.”
ຂະນະດຽວກັນ ຜູ້ປົກຄອງ ຢູ່ແຂວງ ສວັນນະເຂດ ກໍເວົ້າວ່າ: ຕົວເອງ ກໍບໍ່ເຫັນດີ ຄືກັນ ທີ່ທາງການ ເປີດສົກຮຽນໃໝ່ ໃຫ້ນັກຮຽນປະຖົມ ແລະ ມັທຍົມ ເດືອນກັນຍານີ້ ເນື່ອງຈາກ ປະເທດລາວ ຍັງມີຜູ້ຕິດ ເຊື້ອໂຄວິດ-19 ຣາຍໃໝ່ ເພີ່ມຂຶ້ນ ເຮັດໃຫ້ ເດັກນ້ອຍນັກຮຽນ ມີຄວາມສ່ຽງຕິດ ໂຄວິດ-19 ຫາກໄປ ໂຮງຮຽນ ໃນໄລຍະນັ້ນ, ຖ້າເບິ່ງ ໂຕຈິງແລ້ວ ຈຳນວນ ຜູ້ຕິດເຊື້ອ ໂຄວິດ-19 ເປັນ 0 ກໍຈະສ້າງ ຄວາມໝັ້ນໃຈ ໃຫ້ຜູ້ປົກຄອງ ທີ່ຈະ ອະນຸຍາດ ໃຫ້ລູກ ຂອງຕົວເອງ ໄປໂຮງຮຽນໄດ້, ດັ່ງ ຜູ້ປົກຄອງ ຜູ້ນີ້ ເວົ້າໃນມື້ດຽວກັນນີ້ ວ່າ:
“ເອື້ອຍກະຍັງເທື່ອ ເພາະວ່າ ອັນນັ້ນ ຄືວ່າຫັ້ນແຫລະວ່າ ຊ່ວງນີ້ ໂຄວິດ-19 ເຮົາກໍບໍ່ຢາກ ໃຫ້ລູກ ອອກເຮືອນ ເພາະມັນ ຍັງສ່ຽງຢູ່, ໂຕນີ້ ກໍໜ້າຈະເບິ່ງ ຕົວຈິງ ຄັນວ່າ ເອີ ບ້ານເມືອງເຮົາ ແບບເອີ ແບບປົກກະຕິ ແບບບໍ່ມີຄົນ ຕິດແລ້ວ ຕໍ່ເມື່ອ ກໍບໍ່ມີແລ້ວ ຊີນ່າ ກໍຍັງຊິອັນນັ້ນ ໃຫ້ຮຽນ ຫັ້ນແຫລະ ແຕ່ວ່າ ຊ່ວງນີ້ ມັນກໍຍັງເປັນ ຕາຢ້ານຢູ່ ຈັ່ງຊັ້ນນ່າ.”
ຜູ້ປົກຄອງ ຝ່າຍບໍ່ເຫັນດີນຳ ທີ່ຈະໃຫ້ ການເປີດ ສົກຮຽນໃໝ່ ຂອງໂຮງຮຽນ ສາມັນສຶກສາ ກໍໄດ້ສເນີ ໃຫ້ມີການຮຽນ ອ໋ອນລາຍ ຢູ່ເຮືອນຕໍ່ໄປ ເພື່ອປ້ອງກັນ ລູກຫຼານ ສ່ຽງຕິດ ໂຄວິດ-19 ແລະ ເປັນສ່ວນນຶ່ງ ເພື່ອຈະຢຸດ ການຣະບາດ ຂອງໂຄວິດ-19.
ແຕ່ຜູ້ປົກຄອງ ຢູ່ແຂວງຫົວພັນ ພັດເວົ້າວ່າ: ຕົວເອງ ເຫັນດີນຳ ທີ່ທາງການ ຈະເປີດ ສົກຮຽນໃໝ່ ໃນເດືອນກັນຍາ ທີ່ຈະມາເຖິງນີ້ ເນື່ອງຈາກວ່າ ເປັນແຂວງ ທີ່ຍັງບໍ່ພົບ ຜູ້ຕິດເຊື້ອ ໂຄວິດ-19 ແລະ ແຂວງປິດ ການເຂົ້າ-ອອກ ພາຍໃນແຂວງ ຄັກແນ່ ຈຶ່ງຢາກໃຫ້ ລູກຫຼານ ໄດ້ໄປຮຽນ ຍ້ອນວ່າ ນັກຮຽນ ແຂວງຫົວພັນ ບໍ່ໄດ້ມີ ອຸປກອນ ການຮຽນ ອ໋ອນລາຍ ຢູ່ເຮືອນທຸກຄົນ ແລະ ຕ້ອງການ ໃຫ້ນັກຮຽນ ໄດ້ເລື່ອນຊັ້ນ ຕາມອາຍຸ ຂອງຂະເຈົ້າ, ດັ່ງ ທ່ານຜູ້ປົກຄອງ ຜູ້ນີ້ເວົ້າ ໃນມື້ດຽວກັນນີ້ວ່າ:
“ອັນສຳລັບ ຢູ່ແຂວງ ອັນຈຸເອື້ອຍນີ້ເນິ ພຍາດມັນ ກໍບໍ່ໄດ້ ຣະບາດຫັ້ນນ່າ ເຮົາກໍຄິດ ຢາກໃຫ້ເປີດ ຫັ້ນແຫລະ ເດັກນ້ອຍ ກໍຢາກຮຽນ ໃຫ້ຂຶ້ນຊັ້ນ ຕາມອາຍຸ ຫັ້ນແຫລະ ຢາກໃຫ້ລູກຫຼານ ຮຽນຕໍ່ເນື່ອງເນີ ເພາະວ່າ ພັກແລ້ວ ຫັ້ນນ່າ ຖ້າພັກດົນ ຄວາມຮູ້ ມັນກໍຈະ ບໍ່ຕໍ່ເນື່ອງເນີ.”
ຂະນະທີ່ ຜູ້ປົກຄອງ ຢູ່ນະຄອນຫຼວງ ວຽງຈັນ ອີກຜູ້ນຶ່ງ ເວົ້າວ່າ: ເຫັນດີ ທີ່ທາງການ ຈະເປີດ ການຮຽນ-ການສອນ ຂອງໂຮງຮຽນຊັ້ນ ປ.1-ປ.7 ໃນເດືອນກັນຍາ ທີ່ຈະມາເຖິງນີ້ ເນື່ອງຈາກວ່າ ຕົວເອງ ມີລູກ 2 ຄົນ ຄົນນຶ່ງ ຢູ່ ປ.1 ແລະ ອີກຄົນ ຢູ່ ປ.4 ກໍປະສົບ ບັນຫາ ຄື ຜູ້ປົກຄອງ ຕ້ອງໄດ້ ເສັຽເງິນ ຄ່າເທີມລູກ ຈຳນວນເຕັມ ເຖິງແມ່ນ ລູກຈະຮຽນ ອ໋ອນລາຍ ຢູ່ເຮືອນ ແລະ ລູກຮຽນ ອ໋ອນລາຍ ຢູ່ເຮືອນ ຫຼາຍເດືອນແລ້ວ ກໍມີ ຄວາມຫຍຸ້ງຍາກ ທີ່ລູກ ບໍ່ຕັ້ງໃຈຮຽນ ຍາດໂທຣະສັບກັນ ຫລິ້ນເກມ ຍ້ອນໂທຣະສັບ ທີ່ຫລິ້ນເກມ ມີພຽງເຄື່ອງດຽວ. ໃນເວລາດຽວກັນ ຜູ້ປົກຄອງ ຕ້ອງໄດ້ເຮັດວຽກ ຫາເງິນໃຊ້ຈ່າຍ ປະຈຳວັນ ກໍບໍ່ມີເວລາ ເບິ່ງແຍງ ແລະ ອົບຮົມ ຢ່າງເຕັມທີ່ ໃນລະຫວ່າງທີ່ ລູກຮຽນ ອ໋ອນລາຍ ໄດ້ຢ່າງເຕັມເມັດເຕັມໜ່ວຍ, ດັ່ງຜູ້ປົກຄອງຜູ້ນີ້ ກ່າວໃນມື້ດຽວກັນນີ້ວ່າ:
“ກໍຕ້ອງໄດ້ ລູກໄປ ຫັ້ນແຫລະ ເພາະວ່າ ຂາດຮຽນມາ ຫຼາຍເດືອນ ແລ້ວເດ່ (ຮຽນອ໋ອນລາຍ ຢູ່ເຮືອນ) ມັນກໍຫຍຸ້ງແດ່ ເພາະວ່າ ສ່ວນຫຼາຍ ມັນຈະ ບໍ່ຢາກຮຽນ ຈະເບິ່ງເຟສ ມິຫຍັງຫຼາຍກວ່າ ຫລິ້ນເກມ ເພາະວ່າ ເຮົາກໍຂາຍເຄື່ອງ ເຮົາກໍບໍ່ມີ ເວລາເບິ່ງ ໂທຣະສັບລູກ.”
ຝ່າຍຜູ້ປົກຄອງ ທີ່ເຫັນດີ ໃຫ້ທາງການ ເປີດສົກຮຽນໃໝ່ ຢາກສເນີໃຫ້ ໂຮງຮຽນ ສາມັນການສຶກສາ ທຸກແຫ່ງ ທີ່ຈະເປີດ ການຮຽນ-ການສອນ ໃນເດືອນກັນຍານີ້ ສືບຕໍ່ ມາຕການ ປ້ອງກັນ ການແຜ່ຣະບາດ ໂຄວິດ-19 ຢ່າງຕໍ່ເນື່ອງ ເປັນຕົ້ນ ນັກຮຽນທຸກຄົນ ຕ້ອງໃສ່ ຜ້າອັດປາກ-ອັດດັງ ຕລອດເວລາ ໝັ່ນລ້າງມື ດ້ວຍນ້ຳສະບູ, ຮັກສາໄລຍະຫ່າງ ຢ່າງນ້ອຍ 1 ແມັດ, ແທກອຸນນະພູມ ທຸກເຊົ້າ ກ່ອນເຂົ້າໂຮງຮຽນ ແລະ ບໍ່ອະນຸຍາດ ໃຫ້ຜູ້ປົກຄອງ ເຂົ້າມາສົ່ງໂຮງຮຽນ ເພື່ອປ້ອງກັນ ບໍ່ໃຫ້ນັກຮຽນ ສ່ຽງຕໍ່ ການຕິດເຊື້ອ ໂຄວິດ-19.
ເຖິງຢ່າງໃດກໍຕາມ, ກ່ຽວກັບເຣື່ອງນີ້ ທ່ານໝໍ ຢູ່ນະຄອນຫຼວງ ວຽງຈັນ ທ່ານນຶ່ງ ກ່າວວ່າ: ກ່ຽວກັບ ການເປີດ ສົກການສຶກສາໃໝ່ ໃນວັນທີ 1 ກັນຍານີ້ ໜ້າເປັນຫ່ວງ ຮ່ວມທັງ ການຮຽນ ອ໋ອນລາຍ ຢູ່ເຮືອນ ຂອງເດັກນ້ອຍ ມີຄວາມໜ້າເປັນຫ່ວງ ເໝືອນກັນ ເມື່ອພໍ່ແມ່ ອອກໄປເຮັດວຽກ ເປັນເວລາດົນ ແລ້ວປະລູກນ້ອຍ 2-3 ຄົນ ທີ່ຍັງບໍ່ ບັນລຸນິຕິພາວະ ໄວ້ເຮືອນ ນຳກັນ ຕາມລຳພັງ ເນື່ອງຈາກ ຈະເຮັດໃຫ້ ພີ່ນ້ອງ ບໍ່ຕັ້ງໃຈຮຽນ ຜ່ານໂທຣະສັບ ແຕ່ມາຍາດແຍ່ງ ໂທຣະສັບກັນ ເພື່ອຫລິ້ນເກມ ເຮັດໃຫ້ ສົ່ງຜົນຕໍ່ ພຶດຕິກັມເດັກ ອາດມີ ລັກສະນະ ໃຈຮ້າຍ ໂມໂຫ ແລ້ວເກີດມີ ການສະສົມ ຫຼື ອາດເປັນ ພາວະຊຶມເສົ້າ ອ່ອນໆໄດ້ ອັນເນື່ອງມາຈາກ ການຮຽນ ອ໋ອນລາຍ ເປັນເວລາດົນ ທີ່ເຮັດໃຫ້ເດັກ ບໍ່ໄດ້ມີ ໄລຍະເວລາ ໄດ້ຫລິ້ນນຳໝູ່ ແລະ ຮຽນກັບ ນາຍຄຣູ ຄືປົກກະຕິ, ດັ່ງທ່ານກ່າວ ໃນມື້ດຽວກັນນີ້ວ່າ:
”ຫຼັກໆເລີຍ ຈະແມ່ນ ເຣື່ອງກຽວກັບ ອາຣົມໂມໂຫຮ້າຍ ຫັ້ນນ່າ ຜິດປົກກະຕິເນີ ເພາະວ່າ ສື່ອ໋ອນລາຍ ເຮົາບໍ່ຮູ້ວ່າ ລາວຊິເບິ່ງຫຍັງເດ້ ອາດເປັນ ເກມອ໋ອນລາຍບໍ່ ອິຫຍັງຕ່າງໆ ຄັນຫລິ້ນ ບໍ່ໄດ້ໃຈ ລັກສະນະ ຈະໃຈຮ້າຍໂມໂຫ ເກີດເປັນ ການຄຽດສະສົມ ແລ້ວຊິມີ ພາວະຊຶມເສົ້າ ອ່ອນໆເດ້. ແຕ່ກໍຣະນີນຶ່ງ ກໍຄື ກໍຣະນີ ທີ່ບໍ່ໄດ້ ຮຽນອ໋ອນລາຍແລ້ວ ສ່ວນຫຼາຍ ພາວະອາຣົມ ຈະກັບມາ ເປັນປົກກະຕິ ແລ້ວລາວ ຈະໄປຮຽນ ຢູ່ໂຮງຮຽນ ທີ່ມີອາຈານສອນ ທີ່ມີໝູ່ ຫລິ້ນນຳ ຫຼາຍໆນ່າ ອັນນີ້ ຕ້ອງໄດ້ເບິ່ງວ່າ ໃນໄລຍະ ຫຼັງຈາກນີ້ໄປ ເພິ່ນຈະຮຽນ ອ໋ອນລາຍ ຍາວນານ ປານໃດເນີ.”
ນາຍໝໍ ທ່ານນີ້ ກ່າວຕື່ມວ່າ: ຖ້າຈະມີ ການເປີດ ການຮຽນ-ການສອນ ແທ້ ໂຮງຮຽນ ຕ້ອງມີ ມາຕການ ປ້ອງກັນໂຄວິດ-19 ຢ່າງເຄັ່ງຄັດ ແລະວ່າ ສຳລັບ ການຮຽນ-ການສອນ ໃນບ້ານນັ້ນ ກໍມີບັນຫາ ເໝືອນກັນ ຍ້ອນເດັກນ້ອຍ ບໍ່ຕັ້ງໃຈຮຽນ ຈະພາກັນ ໃຊ້ໂທຣະສັບ ເພື່ອຫລິ້ນເກມ ຫຼາຍກວ່າ ພໍ່ແມ່ຜູ້ປົກຄອງ ຕ້ອງໄດ້ເວົ້າ ນຳລູກ ໃຫ້ຮູ້ຈັກ ແບ່ງເວລາຫລິ້ນ ແລະ ຮຽນ ເປັນຕົ້ນ: ໃຫ້ລູກຫລິ້ນເກມ ບາງເວລາ ຫຼັງຈາກນັ້ນ ຕ້ອງໄດ້ຮຽນ ຕາມຕາຕະລາງ ຮຽນອ໋ອນລາຍ ທີ່ນາຍຄຣູ ກຳນົດໃຫ້.
ຜ່ານມາ ໄລຍະທີ່ ມີການຮຽນ ອ໋ອນລາຍ ຢູ່ເຮືອນນັ້ນ ບໍ່ມີພຽງແຕ່ ພໍ່ແມ່ຜູ້ປົກຄອງ ທີ່ໂທມາ ຂໍຄຳປືກສາ ຈາກແພດ ແລະຄຣູອາຈານ ແຕ່ລວມເຖິງ ຕົວນັກຮຽນເອງ ກໍໄດ້ໂທມາ ຂໍຄຳປຶກສາ ກ່ຽວກັບ ການຮຽນ ອ໋ອນລາຍ ຢູ່ແຕ່ເຮືອນນຳອີກ ຍ້ອນວ່າ ບັນຫາ ຢູ່ແຕ່ຫ້ອງ ເພື່ອຈັດການ ຄວາມຕຶງຄຽດ ແລະ ການບໍ່ເຂົ້າໃຈ ໃນບົດຮຽນ ທີເກີດຂຶ້ນ ໃນລະຫວ່າງ ການຮຽນ ອ໋ອນລາຍ ຢູ່ເຮືອນ ຄືກັນ.