ກັງວົນຣົຖໄຟລາວ-ຈີນ ພາຫນະແຜ່ເຊື້ອໂຄວິດ-19
2021.12.22

ພາຍຫຼັງທີ່ທາງການລາວ ໄດ້ເປີດໃຫ້ບໍຣິການ ເສັ້ນທາງຣົຖໄຟລາວ-ຈີນ ມີປະຊົນຈໍານວນຫຼາຍ ໄປໃຊ້ບໍຣິການກັນ ຢ່າງໜາແໜ້ນ ໂດຍສະເພາະແຂວງຫຼວງນໍ້າທາ ແລະແຂວງຫຼວງພຣະບາງ ທີ່ມີຄົນໄປໃຊ້ບໍຣິການເປັນຈໍານວນຫຼາຍ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຢູ່ແຂວງຫຼວງນໍ້າທາ ກໍຍັງກັງວົນວ່າ ອາຈເກີດການແຜ່ຣະບາດ ຂອງເຊື້ອໂຄວິດ-19 ຕາມຣົຖໄຟລາວ-ຈີນໄດ້ ເນື່ອງຈາກເຫັນວ່າ ຍັງບໍ່ສາມາດຮັກສາໄລຍະຫ່າງໄດ້ ເຖິງແມ່ນວ່າ ຄົນທີ່ໄປໃຊ້ບໍຣິການ ຈະສັກວັກຊິນປ້ອງກັນເຊື້ອໂຄວິດ-19 ຄົບໂດສແລ້ວກໍຕາມ ແຕ່ຍັງມີຄວາມສ່ຽງຈະຕິດເຊື້ອໄດ້ ສະນັ້ນ ກໍຢາກໃຫ້ຫຼາຍຄົນ ທີ່ໄປໃຊ້ບໍຣິການຣົຖໄຟລາວ-ຈີນ ປະຕິບັດຕາມມາຕການປ້ອງກັນເຊື້ອໂຄວິດ-19 ຢ່າງເຂັ້ມງວດ ໂດຍການເວັ້ນໄລຍະຫ່າງ ໃສ່ຜ້າອັດປາກອັດດັງ ມີນໍ້າຢາລ້າງມືຂ້າເຊື້ອຕິດໂຕໄປນໍາດ້ວຍ, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນແຂວງຫຼວງນໍ້າທາ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວໃນວັນທີ່ 22 ທັນວາ ນີ້ວ່າ:
“ກະມີຄວາມເປັນຫ່ວງນີ້ແລ້ວ ຢ້ານບໍ່ມີຄວາມປອດໄພ ບາງຄັ້ງຄາວ ນັ່ງເຮົາກໍເຫັນ ນັ່ງບໍ່ຮັກສາໄລຍະຫ່າງ ເພາະເຂົາເຈົ້າແມ່ນຄອບຄົວດຽວກັນ ເພື່ອນສະນິດທີ່ເຮັດວຽກຢູ່ນໍາແລ້ວຫັ້ນນ່າເນາະ ເຂົາເຈົ້າກໍນັ່ງເປັນຈຸ້ມຫັ້ນແຫຼະ ກໍຍັງໃຫ້ຮັກສາໄລຍະຫ່າງຢູ່ ມັນກໍຕ້ອງໄດ້ລ້າງມືອີ່ຫຍັງຕ່າງໆ.”
ທ່ານກ່າວຕື່ມວ່າ ໃນໄລຍະທີ່ຜ່ານມາ ກໍມີຜູ້ຕິດເຊື້ອໂຄວິດ-19 ທີ່ບໍ່ຮູ້ໂຕເອງວ່າຕິດເຊື້ອ ແລ້ວໄປໃຊ້ບໍຣິການຕາມຣົຖໄຟລາວ-ຈີນ ແຕ່ວ່າ ເຊື້ອກໍຍັງບໍ່ໄດ້ແຜ່ຣະບາດໄປໄກ ເພາະທາງການ ກໍໄດ້ແຈ້ງໄປຍັງຜູ້ສັມຜັດໃກ້ຊິດ ທຸກຄົນໃຫ້ກັກໂຕເອງກ່ອນ ແລະນອກຈາກນີ້ ກໍຍັງມີມາຕການອື່ນໆ ສໍາລັບຜູ້ທີ່ຈະໄປໃຊ້ບໍຣິການ ຣົຖໄຟລາວ-ຈີນ ນໍາດ້ວຍ ໂດຍຈະຕ້ອງສັກວັກຊິນປ້ອງກັນ ເຊື້ອໂຄວິດ-19 ໃຫ້ຄົບໂດສ ແລະແຕ່ລະສະຖານນີ ກ່ອນຈະເຂົ້າໄປຊື້ປີ້ ກໍຕ້ອງມີເຄື່ອງກວດວັດແທກອຸນຫະພູມ ແລະເຈວລ້າງມືໄວ້ສໍາລັບບໍຣິການນໍາ.
ຂະນະທີ່ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນແຂວງຫຼວງພຣະບາງ ທ່ານນຶ່ງ ກໍກ່າວວ່າ ກ່ຽວກັບເຣື່ອງດັ່ງກ່າວນີ້ ກໍຍັງເປັນຫ່ວງຢູ່ ວ່າເຊື້ອໂຄວິດ-19 ຈະແຜ່ຣະບາດຕາມຣົຖໄຟລາວ-ຈີນ ເຊັ່ນກັນ ເນື່ອງຈາກປະຊາຊົນ ເຣີ່ມໃຊ້ຊີວິດປົກກະຕິກັນແລ້ວ ແນ່ນອນວ່າ ຕ້ອງໄປໃຊ້ບໍຣິການຣົຖໄຟລາວ-ຈີນກັນຫຼາຍ ແລະກໍບໍ່ໄດ້ເວັ້ນໄລຍະຫ່າງເທົ່າທີ່ຄວນ ເຖິງແມ່ນວ່າເຈົ້າໜ້າທີ່ຈະມີມາຕການປ້ອງກັນກໍຕາມ:
“ເຣື່ອງໜ້າເປັນຫ່ວງນີ້ ກໍໜ້າເປັນຫ່ວງແທ້ ແໜ້ນກັນທຸກມື້ໄປຊື້ປີ້ ບາງມື້ກໍບໍ່ໄດ້ເດ້ ເວັ້ນໄລຍະຫ່າງນີ້ ມັນກໍເປັນໄປບໍ່ໄດ້ແລ້ວ ສ່ຽງແລ້ວ ສ່ຽງເພິ່ນກໍປ້ອງກັນກັນຢູ່ ເພິ່ນກໍມີການກວດແທກອຸນຫະພູມ ແລະກໍບໍ່ມີໃບສັກຢາ ເພິ່ນບໍ່ໃຫ້ຂຶ້ນ.”
ກ່ຽວກັບເຣື່ອງດັ່ງກ່າວນີ້ ຜູ້ທີ່ໄປໃຊ້ບໍຣິການຣົຖໄຟລາວ-ຈີນ ທ່ານນຶ່ງ ກໍກ່າວວ່າ ຫຼາຍຄົນກໍບໍ່ໄດ້ຮູ້ສຶກຢ້ານເຊື້ອໂຄວິດ-19 ເທົ່າກັບເມື່ອກ່ອນແລ້ວ ແລະຖືວ່າມີຄວາມສະດວກສະບາຍຂຶ້ນ ເຖິງແມ່ນວ່າຍັງບໍ່ຄ່ອຍເປັນຣະບຽບ ແຕ່ກໍຮູ້ຈັກປ້ອງກັນໂຕເອງ ເພາະຖືວ່າຍັງມີຄວາມສ່ຽງຢູ່:
“ບໍ່ຄ່ອຍໄປຣະບຽບປານໃດ ຊ່ວງຕອນຄົນຫຼາຍນະ ມັນຈະວຸ້ຍວາຍກັນ ແບບນັ່ງບໍ່ເປັນບ່ອນໃຜບ່ອນມັນ ສົມມຸດວ່າເຮົາຊື້ປີເນາະ ມັນຈະມີເບີນັ່ງເປັນແຖວ ເປັນຫຍັງໄປຫັ້ນນ່າ ແລ້ວເຂົາເຈົ້ານັ່ງປົນມົ້ວໄປເລີຍຈັ່ງຊີ້ນ່າ ມັນເວົ້າເຣື່ອງຄວາມສະດວກສະບາຍ ມັນກໍຈໍາເປັນຫັ້ນແຫຼະ ແຕ່ວ່າເຮົາກໍຕ້ອງໄດ້ຣະມັດຣະວັງເອົາ.”
ສ່ວນຜູ້ໃຊ້ບໍຣິການຣົຖໄຟລາວ-ຈີນ ອີກທ່ານນຶ່ງ ກໍກ່າວວ່າ ກໍບໍ່ໄດ້ກັງວົນຫຼາຍ ເພາະກໍຮູ້ຈັກປ້ອງກັນໂຕເອງ ແລະຜູ້ໃດທີ່ຈະຂຶ້ນຣົຖໄຟລາວ-ຈີນ ເຈົ້າໜ້າທີ່ກໍມີມາຕການປ້ອງກັນຢູ່ແລ້ວ ໂດຍສະເພາະ ຕ້ອງມີໃບຢັ້ງຢືນການສັກວັກຊິນປ້ອງກັນເຊື້ອໂຄວິດ-19 ແລະມີມາຕການອື່ນໆນໍາດ້ວຍ:
“ເຮົາສັກຢາຄົບແລ້ວ ມັນບໍ່ເປັນຫຍັງ ຜູ້ໃດຂຶ້ນຣົຖໄຟ ຕ້ອງມີເອກສານສັກຢາ ຄັນຜູ້ໃດບໍ່ມີໃບສັກຢາ ເຂົາເຈົ້າບໍ່ໃຫ້ຂຶ້ນ ມັນຈະກວດອຸນຫະພູມເຈົ້າກ່ອນ ເຈົ້າຈະຍ່າງເຂົ້າ ບ່ອນສະແກນຫັ້ນ ຄັນ 37-38 ຂຶ້ນໄປຫັ້ນລະບໍ່ໄດ້.”
ພ້ອມດຽວກັນນີ້ ໃນມື້ວັນທີ່ 10 ມົກກະຣາ ປີ 2022 ທີ່ຈະມາເຖິງນີ້ ກະຊວງສຶກສາທິການແລະກິລາ ຈະເປີດຮຽນ ໃນເຂດທີ່ມີການແຜ່ຣະບາດຂອງເຊື້ອໂຄວິດ-19 ຈຶ່ງເຮັດໃຫ້ພໍ່ແມ່ຜູ້ປົກຄອງຫຼາຍຄົນ ຍັງບໍ່ໝັ້ນໃຈ ໂດຍສະເພາະເດັກນ້ອຍນັກຮຽນຊັ້ນປະຖົມ ແລະອະນຸບານ ທີ່ຍັງບໍ່ໄດ້ສັກວັກຊິນປ້ອງກັນເຊື້ອໂຄວິດ-19 ແລະພວກເດັກນ້ອຍນີ້ ກໍຍັງບໍ່ຮູ້ຈັກ ທີ່ຈະປ້ອງກັນໂຕເອງໃຫ້ດີເທົ່າທີ່ຄວນເທື່ອ ສະນັ້ນ ຢາກໃຫ້ເປີດຮຽນໃນຣະດັບຊັ້ນມັທຍົມກ່ອນ ທີ່ນັກຮຽນໄດ້ຮັບການສັກວັກຊິນປ້ອງກັນເຊື້ອໂຄວິດ-19 ແລ້ວ, ດັ່ງຜູ້ປົກຄອງ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວວ່າ:
“ບໍ່ໝັ້ນໃຈໂຕນີ້ເດີ້ ຢ້ານແຕ່ກຸ່ມເດັກນ້ອຍນີ້ແຫຼະ ກຸ່ມຜູ້ໃຫຍ່ປານໃດ ຄັນເປີດກະໃຫ້ເປີດຫ້ອງໃຫຍ່ກ່ອນ ຜູ້ທີ່ເຂົາສັກຢາແລ້ວຫັ້ນ ເດັກນ້ອຍ ປ.1 ປ.2 ອະນຸບານນີ້ ກໍຍັງບໍ່ຢາກໃຫ້ເປີດເທື່ອດອກ ຄັນເປັນຜູ້ໃຫຍ່ ມັນຍັງຮູ້ໝົດແລ້ວເດ້ ອັນນີ້ເດັກນ້ອຍມັນບໍ່ຮູ້ຫຍັງ.”
ຜູ້ປົກຄອງເດັກນ້ອຍໃນແຂວງບໍ່ແກ້ວ ອີກທ່ານນຶ່ງ ກໍກ່າວວ່າ ກໍຍັງຮູ້ສຶກກັງວົນຢູ່ ສໍາລັບເດັກນ້ອຍ ທີ່ຍັງບໍ່ທັນໄດ້ສັກວັກຊິນປ້ອງກັນເຊື້ອໂຄວິດ-19 ແລະທາງການຄວນຈະເປີດຮຽນໃຫ້ກັບບັນດານັກສຶກສາກ່ອນ ເພາະເປັນຜູ້ໃຫຍ່ແລ້ວ ແລະກໍຮູ້ຈັກປ້ອງກັນໂຕເອງໄດ້ດີກວ່າເດັກນ້ອຍ:
“ກະບໍ່ຢາກໃຫ້ໄປຫັ້ນແຫຼະ ຮຽນອອນລາຍຄືເກົ່າ ຍັງຣະແວງຢູ່ ຍັງຢ້ານຢູ່ ຄັນແມ່ນຜູ້ໃຫຍ່ຈະສ່ຽງ 50% ເດັກນ້ອຍຈະປ່ຽນ 70-80% ແຫຼະ ເພາະວ່າເດັກນ້ອຍ ບໍ່ຮູ້ປ້ອງກັນບໍ່ຮູ້ອີ່ຫຍັງໄປ ໄປກະໄປເປັນໝູ່ ມັກເຫຼັ້ນນໍາກັນ.”
ຫຼັາສຸດນີ້ ໃນມື້ວັນທີ່ 21 ທັນວາ 2021 ຣັຖບານປະເທດໂປແລນ ກໍໄດ້ມອບວັກຊິນປ້ອງກັນເຊື້ອໂຄວິດ-19 ຍີ່ຫໍ້ແອສຕ້າເຊນິກ້າ ໃຫ້ແກ່ຣັຖບານລາວ ຈໍານວນ 501,600 ໂດສ. ສໍາລັບການຕິດເຊື້ຶອໂຄວິດ-19 ຢູ່ລາວ ໃນມື້ວັນທີ່ 22 ທັນວາ 2021 ນີ້ ທາງການລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມໃໝ່ອີກ ຈໍານວນ 1,341 ຄົນ, ເສັຍຊີິວິດເພີ່ມອີກ 4 ຄົນ ມາຮອດປັດຈຸບັນ ປະເທດລາວ ມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 101,865 ຄົນ ແລະເສັຍຊີວິດສະສົມ 288 ຄົນ.
ສ່ວນການສັກວັກຊິນປ້ອງກັນເຊື້ອໂຄວິດ-19 ມາຮອດວັນທີ່ 21 ທັນວາ 2021 ມີຜູ້ໄດ້ຮັບການສັກວັກຊິນເຂັມທີ່ 1 ຈໍານວນ 4,416,684 ຄົນ ແລະເຂັມທີ່ 2 ຈໍານວນ 3,377,027 ຄົນ.