ໄຂ້ຍຸງລາຍ ຣະບາດ ເສັຽຊີວິດ 28 ຄົນ
ທົ່ວປະເທດລາວ ມີຜູ້ຕິດເຊື້ອໄຂ້ຍຸງລາຍ ເພີ່ມຂຶ້ນເປັນ 12 ພັນປາຍຄົນ, ຜູ້ເສັຽຊີວິດເພີ່ມເປັນ 28 ຄົນ.
-
ມະນີຈັນ
2019-07-12 -
-
-
Your browser doesn’t support HTML5 audio
ປັດຈຸບັນ ທົ່ວປະເທດລາວ ມີຜູ້ຕິດເຊື້ອ ໄຂ້ຍຸງລາຍ ເພີ່ມຂຶ້ນເປັນ 12,000 ປາຍຄົນ ແລະ ຜູ້ເສັຽຊີວິດ 28 ຄົນ. ສາເຫດ ທີ່ເຮັດໃຫ້ ມີການ ຕິດເຊື້ອພຍາດນີ້ຫຼາຍ ໃນໄລຍະນີ້ ເປັນຍ້ອນ ອາກາດຮ້ອນອົບເອົ້າ ມີແຫຼ່ງເພາະພັນຍຸງລາຍຫຼາຍ. ສ່ວນສາເຫດ ທີ່ເຮັດໃຫ້ ມີຜູ້ເສັຽຊີວິດຫຼາຍ ແມ່ນເປັນຍ້ອນ ປະຊາຊົນເປັນໄຂ້ ຕິດເຊື້ອພຍາດນີ້ແລ້ວ ບໍ່ໄປປິ່ນປົວ ຢູ່ໂຮງໝໍ ມັກຊື້ຢາກິນເອງ ເມື່ອໄຂ້ຮຸນແຮງ ຈຶ່ງໄປໂຮງໝໍ ແລະ ທາງໂຮງໝໍ ກໍຊ່ອຍບໍ່ໄດ້, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ກະຊວງສາທາຣະນະສຸຂ ທ່ານນຶ່ງຕໍ່ ອາຣ໌ ແອັຟ ເອ (RFA) ໃນມື້ວັນທີ 12 ກໍຣະກະດານີ້:
"ປີນີ້ ມັນເປັນທົ່ວປະເທດ ຫຼາຍກວ່າປົກຕິ ປັດຈຸບັນນີ້ ກໍຮອດ 12,000 ກໍຣະນີ, ຕາຍ 28, ກໍຢາກໃຫ້ ພໍ່ແມ່ປະຊາຊົນ ເອົາໃຈໃສ່ ເບິ່ງສະພາບ ແວດລ້ອມ ຢູ່ໃນເຮືອນໂຕເອງ ບໍ່ໃຫ້ມີ ນໍ້າກັກຂັງ ແຫຼ່ງເພາະພັນ ຂອງໜອນນໍ້າຍຸງລາຍ ຄັນຮູ້ສຶກວ່າ ໂຕເອງເປັນໄຂ້ ແມ່ນໃຫ້ຮີບຮ້ອນ ໄປ ກວດຢູ່ໂຮງໝໍ ເພື່ອໃຫ້ ຢັ້ງຢືນວ່າ ເປັນໄຂ້ເລືອດອອກ ແລະ ບໍ່ໃຫ້ຊື້ຢາມາກິນເອງ.”
ທ່ານເວົ້າວ່າ ໃນໄລຍະ ທີ່ຜ່ານມາ ຢູ່ໂຮງໝໍ ໃນນະຄອນຫຼວງວຽງຈັນ ໃນແຕ່ລະມື້ ມີຜູ້ຕິດເຊື້ອໄຂ້ຍຸງລາຍ ມາປິ່ນປົວ 50-60 ຄົນ ຫຼາຍກວ່າ ປົກຕິ ເຖິງແມ່ນວ່າ ຈະມີປະຊາຊົນ ມາປິ່ນປົວຫຼາຍ ແຕ່ທາງໂຮງໝໍຕ່າງໆ ກໍໄດ້ຈັດສະຖານທີ່ ພາຍໃນ ໂຮງໝໍ ເພື່ອຮອງຮັບ ຄົນເຈັບໃຫ້:
"ເວົ້າເຣື່ອງ ສະຖານທີ່ບໍຣິການ ຢູ່ໃນນະຄອນຫຼວງເຮົາ ພຽງພໍ ຢູ່ເນາະ ເພາະມັນ ມີໂຮງໝໍສູນກາງ ຢູ່ 6 ແຫ່ງ ແລະ ກໍໂຮງໝໍເມືອງ ຢູ່ 6 ແຫ່ງ ຄົນເຈັບ ພວກເຮົາ ຍັງສາມາດ ຮັບມື ໄດ້ຢູ່ ມື້ນຶ່ງ ກໍປະມານ 50-60 ຄົນ ນີ້ແຫຼະ ມາໃຊ້ບໍຣິການ ຢູ່ໃນໂຮງໝໍ ໃນນະຄອນຫຼວງ ສ່ວນຫຼາຍ ເຂົາມາ ໂຮງໝໍ ສູນກາງ ຄັນຖ້າວ່າ ມັນເຫຼືອ ຈາກໂຮງໝໍ ສູນກາງ ພວກເຮົາ ສາມາດ ຂຍາຍ ໄປໂຮງໝໍເມືອງໄດ້.”
ແຂວງທີ່ມີຄົນຕິດເຊື້ອພຍາດ ໄຂ້ຍຸງລາຍ ຫຼາຍກວ່າໝູ່ ໃນປັດຈຸບັນ ແມ່ນແຂວງ ສວັນນະເຂດ ມີ 2,078 ຄົນ, ເສັຽຊີວິດ 10 ຄົນ; ນະຄອນຫຼວງວຽງຈັນ ມີ 2,233 ຄົນ, ເສັຽຊີວິດ 6 ຄົນ; ແຂວງຈໍາປາສັກ 2,516 ຄົນ ເສັຽຊີວິດ 5 ຄົນ; ສາລະວັນ 1,563 ຄົນ ເສັຽຊີວິດ 3; ຄໍາມ່ວນ 1,278 ຄົນ ເສັຽຊີວິດ 2 ຄົນ ແລະ ແຂວງອື່ນໆອີກ ກໍມີຫຼາຍ.
ທາງກະຊວງສາທາຣະນະສຸຂ ຮຽກຮ້ອງໃຫ້ ປະຊາຊົນ ຊ່ອຍກັນທໍາລາຍ ແຫຼ່ງເພາະພັນ ຍຸງລາຍ ພ້ອມທັງ ໃຫ້ເອົາໃຈໃສ່ ທຳຄວາມສະອາດ ບ້ານເຮືອນ ແລະ ເຂດອ້ອມແອ້ມ ບໍ່ໃຫ້ມີ ນໍ້າຂັງ ຢູ່ໃນກະໂປະກະປ໋ອງ ກົງຣົດ ແລະ ອື່ນໆ, ແລະ ປະຕິບັດ ໃຫ້ເປັນປະຈໍາ.