5 ຄົນຕາຍ, ສົງ​ໃສ ​ມີ​ທາດ​ເບື່ອ ໃນ​ໝາກ​ຫຸ່ງ

ພູວົງສ໌
2019.04.08
ສວນຊາວບ້ານ ເຂດນ້ຳປຸຍ ເມືອງພຽງ ແຂວງ ໄຊຍະບູຣີ
RFA/Mek/fb

ເກີດເຫດຊາວບ້ານ ເສັຽຊີວິດ 5 ຄົນ ທີ່ບ້ານພູພຽງ, ເມືອງເຟືອງ ແຂວງວຽງຈັນ ຍ້ອນກິນໝາກຫຸ່ງ ໃນວັນທີ 5 ເມສາ ທີ່ຜ່ານມານີ້, ເຊິ່ງຜູ້ເສັຽຊີວິດ ທັງໝົດ ເປັນຄົນໃນຄອບຄົວດຽວກັນ ອັນປະກອບໄປດ້ວຍ ພໍ່, ແມ່, ລູກສາວ 2 ຄົນ ແລະ ລູກຊາຍ 1 ຄົນ ທີ່ໄດ້ເອົາ ໝາກຫຸ່ງ ມາແກງສູ່ກັນກິນ ແລ້ວເກີດອາຫານເປັນພິດ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ຂແນງອາຫານ ແລະ ຢາ ແຂວງວຽງຈັນ ທ່ານນຶ່ງ ໄດ້ກ່າວ ເມື່ອວັນທີ 8 ເມສາ ນີ້ວ່າ:

“ຂະເຈົ້າ ກະກິນແກງ ບໍ່ແມ່ນໝາກຫຸ່ງດອກ ກິນແກງຜັກຫວານປ່າ ຫັ້ນນ່າ. ຂະເຈົ້າ ມາກິນມັນກະບໍ່ມີຫຍັງ ແລງມາລະ ຂະເຈົ້າກິນແກງ ໝາກຫຸ່ງ ຕົ້ມໝາກຫຸ່ງກິນຫັ້ນນ່າ ມັນຈັ່ງຄ່ອຍມີອາການ. ຄອບຄົວ ມີ 5 ຄົນ ເຫຼືອແຕ່ ລູກນ້ອຍ ອາຍຸ 1 ເດືອນ, ກິນຫຍັງ ບໍ່ໄດ້ເດ. ເຫຼືອນັ້ນ ກິນນຳກັນ 5 ຄົນ ຖືວ່າ ເສັຽຊີວິດໝົດ.”

ທ່ານກ່າວຕື່ມວ່າ ໝາກຫຸ່ງ ທີ່ຊາວບ້ານກິນນັ້ນ, ບໍ່ໄດ້ຊື້ມາຈາກຕລາດ ເປັນໝາກຫຸ່ງ ທີ່ເຂົາເຈົ້າ ປູກເອງຢູ່ສວນ, ເຊິ່ງຕອນນີ້ ຍັງຢູ່ຣະຫວ່າງ ການກວດກາວິຈັຍ ວ່າເກີດຈາກສານເຄມີ ຫຼື ຢາເບື່ອ ປະເພດໃດແທ້ ຄາດວ່າ ຈະໃຊ້ເວລາ 3-4 ມື້ ຈຶ່ງຈະຮູ້ຜົນ.

“ໝາກຫຸ່ງ ຢູ່ສວນຂະເຈົ້າເອງ ບໍ່ຮູ້ວ່າ ຊິເບື່ອ ຍ້ອນຫຍັງ ຫຼືວ່າ ເປັນຍ້ອນຫຍັງຫັ້ນນ່າ. ເຂົາເອົາ ນ້ຳກະເພາະ ໄປວິຈັຍ ຢູ່ຕ້ອງລໍຖ້າ ຜົລການ ສັນລະສູດ ຂອງເຈົ້າໜ້າທີ່ ອອກມາກ່ອນ ເພາະວ່າ ເຮົາກະບໍ່ຮູ້ວ່າແນ່ຊັດ ຍ້ອນອັນໃດແທ້ ຢູ່ໃນໝາກຫຸ່ງ ມີສານເຄມີບໍ່ ຫຼືບໍ່ມີສານເຄມີ.”

ທ່ານກ່າວມ້ວນທ້າຍວ່າ ຊາກສົບ ຜູ້ເສັຽຊີວິດ ທັງ 5 ຄົນ ຍັງບໍ່ໄດ້ນຳໄປ ທຳພິທີ ທາງສາສນາເທື່ອ ຍ້ອນຍັງຢູ່ຣະຫວ່າງການສັນລະສູດສົບຢູ່ ໃນຂນະທີ່ ເຈົ້າໜ້າທີ່ ຍັງສືບສວນຫາສາເຫດ ທີ່ແທ້ຈິງຢູ່ ແລະ ຍັງບໍ່ມີພາກສ່ວນໃດ ເຂົ້າມາຊ່ອຍເຫຼືອ ຄອບຄົວ ທີ່ເສັຽຊີວິດ ທັງ 5 ຄົນນີ້. ສ່ວນລູກນ້ອຍ ອາຍຸພຽງ 1 ເດືອນ, ຍາດຕິພີ່ນ້ອງ ກໍໄດ້ຮັບໄປເບິ່ງແຍງ ຕໍ່ແລ້ວ. ຕາມປົກກະຕິແລ້ວ, ຊາວກະສິກອນ ໃນລາວ ຍັງມັກໃຊ້ ສານເຄມີ ໃນການປູກຝັງຫຼາຍຢູ່, ແຕ່ໃນກໍຣະນີນີ້ ເຈົ້າໜ້າທີ່ ກໍຍັງບໍ່ໄດ້ຕັ້ງ ຂໍ້ສົງໃສວ່າ ສາເຫດການເສັຽຊີວິດ ຂອງຄອບຄົວ ດັ່ງກ່າວ ກ່ຽວຂ້ອງ ກັບສານເຄມີ ຫຼືບໍ່?

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.