ສາກົລຊ່ອຍຫຼຸດຜ່ອນ ເດັກນ້ອຍ ຂາດສານ ອາຫານ

ອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບ ຣັຖບານ ຊ່ອຍຫຼຸດຜ່ອນ ການຂາດ ສານອາຫານ ຂອງເດັກນ້ອຍ ຢູ່ ແຂວງສາຣະວັນ.

ການກັ່ນຕອງ ເດັກນ້ອຍ ຂາດສານອາຫານ ແລະ ຂາດໂພຊນາການ ຂອງ ຜແນກສາທາຣະນະສຸຂ ຈໍາປາສັກ ພາບຈາກ: ວີດີໂອ ຜແນກສາທາຣະນະສຸຂ ຈໍາປາສັກ

ອົງການສຸພານິມິດສາກົລ ຢູ່ປະເທດລາວ ໄດ້ຮັບທຶນຊ່ອຍເຫຼືອຈາກກະຊວງການຕ່າງປະ ເທດ ແລະການຄ້າຂອງປະເທດນິວຊີແລັນ ຈໍານວນ 1,125,000 ໂດລາສະຫະຣັດ ໃນການຈັດຕັ້ງ ໂຄງການໂພສະນາການສະມ້ວຍ ເພື່ອຊ່ອຍເຫຼືອພໍ່ແມ່ ວັຍຈະເຣີນພັນ ທີ່ ແຕ່ງດອງ ມີລູກ ແລະລູກ ມີອາຍຸ 1,000 ມື້ລົງມາ ທີ່ຂາດສານອາຫານ ທັງໝົດ 5,068 ຄົນ ຢູ່ 15 ບ້ານ ຂອງເມືອງສະມ້ວຍ ແຂວງສາຣະວັນ ເປັນເວລາ 4 ປີ ນັບຕັ້ງແຕ່ເດືອນ ກໍຣະກະດາ 2021 ເຖິງເດືອນ ມິຖຸນາ 2025.

ໂຄງການໂພສະນາການສະມ້ວຍນີ້ ມີເປົ້າໝາຍຫຼຸດຜ່ອນ ຈໍານວນເດັກນ້ອຍຂາດສານອາຫານ ທີ່ມີອາຍຸຕໍ່າກວ່າ 5 ປີເປັນຫຼັກ ເນື່ອງ ຈາກວ່າ ເດັກນ້ອຍໃນເກນອາຍຸດັ່ງກ່າວ ຢູ່ເມືອງສະມ້ວຍນີ້ ມີຮ່າງກາຍຕໍ່າເຕັ້ຽ ແລະນໍ້າໜັກບໍ່ໄດ້ມາຕຖານ ຈໍານວນຫຼວງຫຼາຍ ທຽບ ໃສ່ເມືອງອື່ນໆ ໃນທົ່ວປະເທດລາວ ຊຶ່ງຂນະນີ້ ມີເດັກນ້ອຍຂາດສານອາຫານ ປະມານ 300,000 ຄົນ ອີງຕາມສະຖິຕິ ປີ 2020 ຜ່ານມາ.

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ຫ້ອງການສາທາຣະນະສຸຂ ເມືອງສະມ້ວຍ ແຂວງສາຣະວັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 17 ສິງຫາ ນີ້ວ່າ:

“ຊ່ວຍເຫຼືອພວກໂພສະນາການນີ້ແຫຼະ ເຮັດໃຫ້ເດັກບໍ່ຂາດສານອາຫານ ອີ່ຫຍັງຕ່າງໆນີ້ນ່າ. ແຂວງສາຣະວັນນີ້ ລະແມ່ນສະມ້ວຍ ເດັກຂາດສານອາຫານສູງກວ່າໝູ່ ນໍ້າໜັກຫຼຸດມາຕຖານ ແລະ ກໍເດັກເຕັ້ຽ ທຽບທົ່ວປະເທດ ເມືອງສະມ້ວຍ ຍັງຂາດສານອາຫານ ສູງອີກຕາມເພິ່ນວ່ານ່າ.”

ທ່ານກ່າວຕື່ມວ່າ ໂຄງການໂພສະນາການດັ່ງກ່າວ ຈະເລັ່ງໃສ່ຄອບຄົວຂອງພໍ່ແມ່ ຢູ່ໃນວັຍຈະເຣີນພັນ ຊຶ່ງມີລູກອາຍຸບໍ່ເກີນ 4 ປີ ທີ່ຂາດສານອາຫານ ແລະເລັ່ງໃສ່ຊ່ອຍເຫຼືອຄົນພິການ ຄົນດ້ອຍໂອກາດ ແລະເດັກນ້ອຍອາຍຸຕໍ່າກວ່າ 5 ປີ ທີ່ຂາດສານອາຫານ ຮຸນແຮງ ຫຼື ຂາດແບບຊໍາເຮື້ອ ໃນ 15 ບ້ານເປົ້າໝາຍນໍາດ້ວຍ.

ແລະເຈົ້າໜ້າທີ່ ຫ້ອງການສາທາຣະນະສຸຂ ເມືອງສະມ້ວຍ ອີກທ່ານນຶ່ງ ກໍເວົ້າວ່າ ໂຄງການທີ່ວ່ານີ້ ເປັນໂຄງການທໍາອິດ ທີ່ເລັ່ງໃສ່ ຊ່ອຍເຫຼືອແມ່ ແລະເດັກນ້ອຍ ຢູ່ເມືອງສະມ້ວຍ, ເປັນໂຄງການທີ່ເຂົ້າເຖິງບ້ານໂດຍກົງ, ບໍ່ໄດ້ເຂົ້າເຖິງໂຮງຮຽນ ຄືກັນກັບໂຄງການ ອາຫານທ່ຽງ, ເປັນໂຄງການ ທີ່ຜູ້ເປັນພໍ່ແມ່ວັຍຈະເຣີນພັນ ຈະໄດ້ມີສ່ວນຮ່ວມເຮັດກິຈກັມນໍາດ້ວຍ ຊຶ່ງປັດຈຸບັນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກໍາລັງເຜີຍແຜ່ໃຫ້ກຸ່ມເປົ້າໝາຍ ໃນແຕ່ລະບ້ານ ກ່ຽວກັບກິຈກັມຕ່າງໆ ທີ່ຈະສ່ວນຮ່ວມນັ້ນ, ດັ່ງທີ່ທ່ານກ່າວ ໃນມື້ດຽວກັນນັ້ນວ່າ:

“ເຜີຍແຜ່ໃຫ້ທີມງານຂັ້ນເມືອງ ຂັ້ນສຸຂສາລາ ຫຼັກໆກໍສິແມ່ນເຣື່ອງໂພສະນາການ ແລະ ກໍວຽກແມ່ແລະເດັກ ເດັກຂາດສານອາຫານ ແດ່ ແລະກໍເວົ້າເຣື່ອງການປະເມີນ ເດັກຂາດສານອາຫານອິສັ່ງນີ້ແຫຼະ ແລະກໍວຽກກິຈກັມອື່ນໆອີກ.”

ເຈົ້າໜ້າທີ່ຜູ້ປະສານງານ ຣະຫວ່າງລາວ ແລະ ນິວຊີແລັນ ໃນໂຄງການໂພສະນາການສະມ້ວຍ ເວົ້າວ່າ ໄດ້ມີການລົງນາມ ໃນບົດ ບັນທຶກ ຄວາມເຂົ້າໃຈກັນ ຫຼື MOU ຮຽບຮ້ອຍແລ້ວ, ຫາກເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເຜີຍແຜ່ກິຈກັມໃຫ້ກຸ່ມເປົ້າໝາຍສໍາເຣັດແລ້ວ ກໍຈະ ໄດ້ກະກຽມ ການສ້າງກຸ່ມສາມັກຄີ ເພື່ອຝຶກອົບຮົມພໍ່ແມ່ວັຍຈະເຣີນພັນ ໃຫ້ຮູ້ຈັກປຸງແຕ່ງອາຫານໃຫ້ລູກ ທີ່ມີທາດບໍາລຸງຄົບໝວດໝູ່ ເພື່ອບໍ່ໃຫ້ລູກຂາດສານອາຫານຮຸນແຮງ ແລະແບບຊໍາເຮື້ອນັ້ນອີກ. ຫຼັງຈາກນັ້ນ ທາງໂຄງການກໍຈະໄດ້ມອບອຸປກອນ ທີ່ຈໍາເປັນ ໃນ ການປູກຝັງ ແລະລ້ຽງສັດ ຕາມຄໍາແນະນໍາ ທາງດ້ານເຕັກນິກ ວິຊາການຂອງໂຄງການ, ດັ່ງທີ່ນາງກ່າວ ໃນມື້ວັນທີ 17 ສິງຫານີ້ວ່າ:

“ພວກເຮົາຈະຮ່ວມກຸ່ມ ທັງຜູ້ເປັນແມ່ ແລະຜູ້ເປັນພໍ່ ພ້ອມເນາະ ພວກເຮົາຈະຝຶກອົບຮົມ ໃຫ້ຄວາມຮູ້ເຂົາເຈົ້າກ່ອນ. ຫຼັງຈາກນັ້ນແລ້ວ ຈະໃຫ້ເຂົາເຈົ້າເຮັດເຕັກນິກຕ່າງໆ ແລ້ວຈຶ່ງປະກອບອຸປກອນ ໃຫ້ເຂົາເຈົ້າໃນສ່ວນທີ່ເຂົາເຈົ້າ ສາມາດເຮັດໄດ້ ບໍ່ວ່າຈະເປັນການລ້ຽງ ສັດນ້ອຍ ແນວພັນພືດຕ່າງໆ ທີ່ເຮົາຈະໃຫ້ເຂົາເຈົ້າປູກ ເພື່ອເຂົາເຈົ້າ ນໍາໃຊ້ໄປເປັນອາຫານໃນຄົວເຮືອນ ຫຼັງຈາກນັ້ນ ກໍສິປັບປຸງ ເຣື່ອງການແຕ່ງກິນ ໃຫ້ເຂົາເຈົ້າໃຫ້ຖືກສຸຂອະນາມັຍ ລວມທັງມີເຕັກນິກການປຸງແຕ່ງ ອາຫານ ໃຫ້ມັນຖືກຫຼັກໂພສະນາການ.”

ນາງກ່າວຕື່ມວ່າ ກິຈກັມຂອງໂຄງການນີ້ ບໍ່ມີພຽງແຕ່ທີ່ເວົ້າມາເທົ່ານັ້ນ ແຕ່ຫາກຍັງມີອີກຫຼາຍກິຈກັມ ຮວມທັງສ້ອມແປງປັບປຸງຣະບົບ ນໍ້າລິນ ໃຫ້ສາມາດໃຊ້ໄດ້ທົ່ວເຖິງ ທັງເພື່ອຫົດຜັກ, ລ້ຽງປາ, ລ້ຽງກົບ ເພື່ອນໍາມາປຸງແຕ່ງອາຫານໃຫ້ລູກກິນ ແລະ ປັບປຸງວິດຖ່າຍ ຂອງແຕ່ລະບ້ານ ໃຫ້ຖືກຫຼັກສຸຂອະນາມັຍ.

ຊາວບ້ານຢູ່ເມືອງສະມ້ວຍ ຜູ້ນຶ່ງເວົ້າວ່າ ຕົນເຄີຍໄປເປັນອາສາສມັກ ເຮັດວຽກຢູ່ເຂດບ້ານອາຊິງເໜືອ ແລະບ້ານອາຊິງໃຕ້ ຊຶ່ງເປັນ ບ້ານຊົນເຜົ່າປະໂອ ທີ່ໂຍກຍ້າຍມາຕັ້ງໃໝ່ ພາຍຫຼັງທີ່ທາງການລາວ ໂຍກຍ້າຍພວກເຂົາເຈົ້າ ອອກຈາກບ້ານເກົ່າ ເພື່ອສ້າງເຂື່ອນ ໄຟຟ້າ.

2 ບ້ານນີ້ ເປັນບ້ານທີ່ພໍ່ແມ່ທຸກຍາກ, ລ້ຽງລູກແບບປະຖົມປະຖານ ດີແຕ່ໄດ້ຮັບການຊ່ອຍເຫຼືອ ຈາກໂຄງການໂພສະນາການສະມ້ວຍ, ຕົນດີໃຈນໍາພໍ່ແມ່ ວັຍຈະເຣີນພັນ ແລະເດັກນ້ອຍ ອາຍຸຕໍ່າກວ່າ 4 ປີ ທີ່ຈະບໍ່ຂາດສານອາຫານອີກ ຫາກໂຄງການທີ່ວ່ານີ້ ຊ່ອຍເຫຼືອ ພວກເຂົາເຈົ້າແທ້ ແລະພວກເຂົາເຈົ້າ ຈະມີອາຫານການກິນ, ມີຊີວິດການເປັນຢູ່ດີຂຶ້ນ, ດັ່ງທີ່ທ່ານກ່າວໃນມື້ດຽວກັນນີ້ວ່າ:

“ເຂົາກິນຕາມບ້ານໆ ເຂົາຫັ້ນແຫຼະ ເພາະວ່າ ມັນອາຫານການກິນ ເຂົາກໍບໍ່ພຽງພໍ ຫັ້ນນ່າ ເຂົາກິນຕາມພາສາ ພື້ນຖານຫັ້ນນ່າ ເຂົາ ລ້ຽງປາ ກົບໄດ໋ ເຂົາເຮັດໄດ້ອັນນັ້ນອັນນີ້ ມັນກໍສິຫຼຸດຜ່ອນຂອງເຂົາແນ່ ເຂົາກໍສິກະຕືຣືລົ້ນ ເຮັດອັນນັ້ນອັນນີ້ຫັ້ນນ່າ ຄັນແມ່ນມີຜູ້ ລົງທຶນໃຫ້ເຂົາຫັ້ນນ່າ ທາງນີ້ເຂົາຄົນແນວນັ້ນ.”

ນອກຈາກນັ້ນ ໂຄງການໂພສະນາການ ຂອງປະເທດ ນິວຊີແລັນນີ້ ຈະເບິ່ງແຍງພໍ່ແມ່ ວັຍຈະເຣີນພັນ ແລະ ລູກຂອງພວກເຂົາເຈົ້າ ຢ່າງໃກ້ຊິດ ໂດຍທີ່ທາງໂຄງການ ຈະມີກຸ່ມອາສາສມັກປະຈໍາຢູ່ແຕ່ລະບ້ານ ໃຫ້ຄໍາປຶກສາ ແລະ ຕິດຕາມເຣື່ອງໂພສະນາການ ແລະ ສຸຂພາບ ເພື່ອເຮັດໃຫ້ພໍ່ແມ່ວັຍຈະເຣີນພັນ ແລະລູກບໍ່ຂາດສານອາຫານ ແລະມີສຸຂພາບດີ ນໍາດ້ວຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org