ແຜນຕ້ານໂຣຄຖອກທ້ອງ ແລະ ປອດອັຄເສພ
2013.04.16

ອົງການ ອາຫານໂລກ ແລະ ຢູນີເຊັບ ວາງແຜນ ອອກໃໝ່ ເພື່ອຫລຸດຜ່ອນ ການເສັຍຊີວິດ ຈາກໂຣຄ ຖອກທ້ອງ ແລະ ໂຣຄປອດ ອັຄເສພ ໃນທົ່ວໂລກ ແລະ ຫວັງວ່າ ແຜນໃໝ່ນີ້ ຈະ ສາມາດ ຊ່ວຍກອບກູ້ ຊີວິດ ຂອງ ເດັກນ້ອຍ ໄດ້ເຖິງ 2 ລ້ານຄົນ.
ເຈົ້າໜ້າທີ່ ການແພດ ອົງການ ອະນາໄມໂລກ ກ່າວວ່າ ການປ້ອງກັນ ແລະ ຫລຸດຜ່ອນ ການເສັຍ ຊີວິດ ຂອງເດັກນ້ອຍ ຈາກ ໂຣຄປອດອັຄເສພ ແລະ ໂຣຄຖອກທ້ອງ ບໍ່ຕ້ອງອາສັຍ ແຕ່ການໃຊ້ຢາ ຢ່າງດຽວ ຕ້ອງອາສັຍ ການຮັກສາ ຄວາມສະອາດ ແລະ ການຢູ່ການກິນ ໃຫ້ດີຂຶ້ນນຳ, ຕົວຢ່າງ ຢູ່ໃນປະເທດ ທີ່ ຈະເຣີນແລ້ວ ບໍ່ຄ່ອຍມີ ໂຣຄປອດອັຄເສພ ແລະ ໂຣຄຖອກທ້ອງ ເພາະ ອາຫານການກິນດີ ແລະ ບ່ອນຢູ່ອາສັຍ ກໍສະອາດ.
ດຣ. Elizabeth Mason ຜູ້ອຳນວຍການ ຜແນກ ແມ່ແລະເດັກ ຂອງ ອົງການ ອະນາໄມ ໂລກ ກ່າວວ່າ ໃນກໍຣະນີ ປະເທດ ທີ່ທຸກຍາກ ເຊັ່ນ ກຳພູຊາ ບັງກລາເດັສ ແລະ Ethiopia ຈຳເປັນຕ້ອງໃຊ້ ທັງຢາ ທັງເພິ້ມ ການຮັກສາ ຄວາມສະອາດ ແລະ ໃຫ້ ປະຊາຊົນ ກິນອາຫານ ທີ່ມີ ຄຸນນະພາບ ຈຶ່ງຈະສາມາດ ຫລຸດຜ່ອນ ການເສັຍຊີວິດ ຂອງ ເດັກນ້ອຍ ຈາກໂຣຄ ດັ່ງກ່າວ ໄດ້.
ສ່ວນ Dr. Mickey Chopra ຫົວໜ້າ ໂຄງການ ສຸຂພາບ ປະຈຳ ຢູນີເຊັບ ກ່າວວ່າ ພວກເຮົາ ຈະໃຫ້ການ ຊ່ວຍເຫລືອ ແກ່ ປະເທດ ທີ່ທຸກຍາກ ໃຫ້ຫລຸດຜ່ອນ ການເສັຍຊີວິດ ຂອງເດັກນ້ອຍ ທີ່ມີອາຍຸ ຕໍ່າກວ່າ ຫ້າປີ ລົງໄປ ໃຫ້ໄດ້ເຖິງ ສອງລ້ານຄົນ ພາຍໃນ ປີ 2015 ແລະ ພາຍໃນປີ 2025 ເດັກນ້ອຍ ເຖິງ 90 ສ່ວນຮ້ອຍ ໃຫ້ມີໂອກາດ ໄດ້ໃຊ້ຢາ ຕ້ານເຊື້ອໂຣຄ ເພື່ອປົວໂຣຄ ປອດອັຄເສພ ແລະ ໄດ້ໃຊ້ນໍ້າເກືອ ເພື່ອຊ່ວຍບັນເທົາ ອາການ ຖອກທ້ອງ.