ກະຊວງ ສາທາຣະນະສຸຂ ເຕືອນໃຫ້ລະວັງ ພະຍາດໝາກສຸກລີງ ຣະບາດ
ກະຊວງ ສາທາຣະນະສຸຂ ເຕືອນປະຊາຊົນ ໃຫ້ລະວັງການຣະບາດ ຂອງພະຍາດໝາກສຸກລີງ ຫລັງກວດພົບຜູ້ຕິດເຊື້ອ ກໍຣະນີທໍາອິດ ເນື່ອງຈາກວ່າ ຜູ້ຕິດເຊື້ອອາດເຈັບປ່ວຍ ເຖິງແກ່ຊີວິດໄດ້ ຫາກປິ່ນປົວ ບໍ່ທັນເວລາ.
-
ຈຳປາທອງ
2023-09-20 -
-
-
Your browser doesn’t support HTML5 audio
ກະຊວງ ສາທາຣະນະສຸຂ ອອກແຈ້ງການ ເຖິງຜແນກສາທາຣະນະສຸຂແຂວງ, ນະຄອນຫລວງວຽງຈັນແລະສະຖານບໍຣິການ ສາທາຣະນະສຸຂເອກກະຊົນ ໃນທົ່ວປະເທດ ໃຫ້ເພີ່ມຄວາມເອົາໃຈໃສ່ ເຝົ້າລະວັງຄົນປ່ວຍໝວດອາການໄຂ້ ແລະອອກຕຸ່ມ. ຖ້າກວດພົບກໍຣະນີສົງໄສ ໃຫ້ຣາຍງານ ແລະ ເກັບຕົວຢ່າງ ສົ່ງໄປວິໄຈ ຢູ່ສູນວິເຄາະ ຣະບາດວິທຍາແຫ່ງຊາຕ ດ່ວນທີ່ສຸດ ເພາະຢູ່ລາວ ກວດພົບຜູ້ຕິດເຊື້ອພະຍາດໝາກສຸກລີງ ກໍຣະນີທໍາອິດແລ້ວ.
ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກະຊວງສາທາຣະນະສຸຂ ກ່າວວ່າ ປັດຈຸບັນ ມີການຢັ້ງຢືນ ຜູ້ຕິດເຊື້ອພະຍາດໝາກສຸກລີງ ກໍຣະນີທໍາອິດຢູ່ລາວ, ຜູ້ກ່ຽວມີປະວັດການຕິດເຊື້ອ ມາຈາກປະເທດໃກ້ຄຽງ. ອາການຂອງພະຍາດນີ້ ນອກຈາກມີໄຂ້ສູງກວ່າ 38.5 ອົງສາເຊນເຊສ, ເຈັບຫົວ, ປວດຕົນໂຕ ແລະຕ່ອມນໍ້າເຫລືອງໃຫຍ່ ແລ້ວກໍຈະມີຕຸ່ມ ຫລື ຝື່ນຂຶ້ນ, ຈະເຣີ່ມຈາກໃບໜ້າກ່ອນ ແລ້ວລາມໄປຕາມສ່ວນອື່ນໆ ຂອງຮ່າງກາຍ, ຈະກາຍເປັນຕຸ່ມໜອງ ແລ້ວແຕກ, ເປັນເກັດ.
ດັ່ງທີ່ທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 20 ກັນຍານີ້ວ່າ:
“ກໍຣະນີທໍາອິດທີ່ຕິດເຊື້ອ ເພາະວ່າມັນເປັນເຊື້ອນໍາເຂົ້າ ເພາະວ່າເຊື້ອໂຕນີ້ຫັ້ນ ມັນຂຶ້ນມາ ສ່ວນຫລາຍມັນຂຶ້ນແຖວພວກແອຟຣິກກາ ຕອນທໍາອິດມັນຂຶ້ນຕຸ່ມນ້ອຍໆ ຂຶ້ນແລ້ວມັນສິໂພງ ແບບໃສໆ ຂຶ້ນແລ້ວມັນເປັນໜອງ ໜອງແລ້ວມັນຈະແຕກອອກ ໂຕນັ້ນມັນຈະເປັນເກັດ ສັງເກດງ່າຍໆ ຂຶ້ນໃບໜ້າ ແລ້ວກໍຕາມ ລໍາໂຕ ແລ້ວຈຶ່ງແຂນຂາ. ມັນຊິບໍ່ຂຶ້ນຢູ່ແຂນກ່ອນ ການຮັກສາຄື ພວກໃຂ້ທໍລະພິດ ໄຂ້ທົ່ວໄປຫັ້ນແຫລະ ປິ່ນປົວຕາມອາການ ມັນເປັນຕະກູນດຽວກັນ ກັບພວກໄຂ້ທໍລະພິດ.”
ກ່ຽວກັບເຣື່ອງນີ້ ທ່ານໝໍ ຢູ່ໂຮງໝໍເອກກະຊົນແຫ່ງນຶ່ງ ໃນນະຄອນຫລວງວຽງຈັນ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ໄດ້ເອົາໃຈໃສ່ປະຕິບັດຕາມແຈ້ງ
ການທີ່ວ່ານັ້ນ ຢ່າງຄັກແນ່.
“ການກັ່ນກອງຫັ້ນແຫລະ ເພາະວ່າອາການມັນຫັ້ນ ຈະຢາກສັບສົນແດ່ອາການມັນຄື ພວກໄຂ້ເລືອດອອກ ຄືພວກອັກເສບ ຕ່ອມນໍ້າລາຍ ກະມີແຕ່ວ່າເບິ່ງເນາະ ເບິ່ງຄົນເຈັບວ່າໄຂ້ສູງບໍ່ ຫລືວ່າມີຜື່ນມີຕຸ່ມປວດຕົນໂຕ ບໍ່ຫລືວ່າ ມີອາການເຈັບຫົວ ໂຕນີ້ ເຮົາກໍຈະຄັດແຍກ ເຮົາກໍເຮັດຕາມແຈ້ງການ ແຕ່ເຣື່ອງຕຸ່ມນີ້ມັນຊິສະແດງອາການຊ້າເນາະ ຢ່າງໜ້ອຍປະມານ 2 ອາທິດ ຖ້າວ່າຄົນເຈັບເຂົ້າມາກ່ອນທີ່ມີອາການຕາມທີ່ເພິ່ນບອກວ່າ ເຮົາກໍຈະໄດ້ປົວຕາມອາການໄປກ່ອນ ຍັງບໍ່ຮູ້ຢາປົວທີ່ແນ່ນອນເທື່ອ.”
ຍານາງກ່າວຕື່ມວ່າ ພະຍາດໝາກສຸກລີງ ໃນບາງກໍຣະນີ ຜູ້ຕິດເຊື້ອອາຈມີອາ ການຮຸນແຮງ ແລະເສັຍຊີວິດໄດ້ ຫາກມີພູມຄຸ້ມກັນຕໍ່າ ແລະວ່າ ພະຍາດນີ້ ບໍ່ສາມາດຕິດຕໍ່ໄດ້ງ່າຍ ຈາກການໄອ, ຈາມ ຄືກັນກັບໂຄວິດ-19, ບໍ່ຈໍາເປັນຕ້ອງໃສ່ຜ້າອັດປາກ, ອັດດັງ.
ຢູ່ແຂວງບໍຣິຄໍາໄຊ ພາຍຫລັງທີ່ໄດ້ຮັບແຈ້ງການນັ້ນແລ້ວ ກໍໄດ້ມີການໂຄສະນາຜ່ານສື່ສັງຄົມອອນລາຍນ໌ ໃຫ້ປະຊາຊົນຮູ້ກ່ຽວກັບ ອາການຂອງຜູ້ຕິດເຊື້ອພະຍາດ ດັ່ງກ່າວ, ຮູ້ວິທີປ້ອງກັນ ແລະສິ່ງທີ່ຄວນປະຕິບັດ; ມີການປ້ອງກັນ ເປັນຕົ້ນ ເຝົ້າຣະວັງຕາມຊາຍແດນ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງເວົ້າມື້ໃນມື້ວັນທີ 20 ກັນຍາ ນີ້ວ່າ:
“ໂຕເຣື່ອງກັບປະຊາຊົນແທ້ ພວກເຮົາກໍອອກຕາມສື່ຊື່ໆ ແຕ່ວ່າສື່ລົງໂຄສະນາ ແຕ່ລະເຂດ ບໍ່ໄດ້ ກໍບໍ່ມີງົບໂຕນີ້ລົງເທື່ອ ແລ້ວກໍມີ ເຂົາເຈົ້າລົງວຽກອື່ນຫັ້ນນ່າ ເຂົາເຈົ້າກໍເສີມໄປນໍາຫັ້ນນ່າ ເລີຍເຝົ້າລະວັງໂຕນັ້ນ ມີແຕ່ເຮົາເຝົ້າລະວັງກໍຣະນີ ນໍາເຂົ້າ ຈາກບ່ອນອື່ນນ່າ ໂດຍສະເພາະຄົນໂດຍສານ ມາຈາກສາຍການບິນບໍ ຫລືວ່າ ຕ່າງໆ ເພິ່ນກໍເຝົ້າລະວັງຕາມສນາມບິນ ຕາມຊາຍແດນຈັ່ງຊີ້ນ່າ.”
ຢູ່ແຂວງຫລວງພຣະບາງ ແຕ່ລະພາກສ່ວນ ແຕ່ລະເມືອງ ກໍຈະມີການໂຄສະນາເຜີຍແພ່ ແຈ້ງການຂອງກະຊວງ ທິ່ວ່ານັ້ນ ດັ່ງດຽວກັນກັບແຂວງອື່ນໆ ເພື່ອໃຫ້ ປະຊາຊົນຮູ້ ແລະປະຕິບັດຕາມ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງນີ້ ເວົ້າໃນມື້ດຽວກັນນີ້ວ່າ:
“ແຕ່ລະພາກສ່ວນ ແຕ່ລະເມືອງຫລັງຈາກໄດ້ຮັບແຈ້ງການ ແລ້ວກໍເປັນພາຣະເມືອງໃຜເມືອງລາວ ທີ່ວ່າຈະຕ້ອງໄດ້ໂຄສນາຊ່ວຍ ຄັນຖ້າບັນດາດ່ານສາກົນທີ່ວ່າ ເດີນທາງເຂົ້າມາຫັ້ນ ພົບເຫັນອາການອິຫຍັງໃກ້ຄຽງ ກໍຕ້ອງໄດ້ເກັບໂຕຢ່າງ ແລ້ວກໍໄດ້ອັນນ່າ ເຮັດຣາຍງານດ່ວນຫັ້ນ ພວກເຮົາຍັງບໍ່ທັນໄດ້ມີຄະນະກັມການພິເສດ ຄືກັບໂຄວິດທີ່ເຮົດການປຸຊຸມ ເຮັດຫ້ອງປະຕິບັດງານ.”
ສໍາລັບແຂວງຈໍາປາສັກ ກໍເຊັ່ນດຽວກັນ ທາງຜແນກສາທາຣະນະສຸຂແຂວງ ກໍກໍາລັງເຮັດແຈ້ງການ ບໍ່ພຽງແຕ່ກ່ຽວກັບເຣື່ອງ ພະຍາດໝາກສຸກລີງເທົ່ານັ້ນ ແຕ່ຫາກຍັງກ່ຽວກັບພະຍາດອື່ນໆ ເຊັ່ນໄຂ້ຍຸງລາຍ, ໂຄວິດ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງນີ້ກ່າວວ່າ:
“ທາງທີມງານເຮົາກໍາລັງກະກຽມ ຊິລົງເມືອງຢູ່ ກໍາລັງເຮັດແຈ້ງການ ແລ້ວຈະບໍ່ເວົ້າແຕ່ວຽກໝາກສຸກລີງ ຊິເວົ້າຫລາຍວຽກ ໄຂ້ຍຸງຫລອກຍຸງລາຍ ຫລາຍອັນວຽກເຮົານ່າ ໂຄວອກໂຄວິດ ເຝົ້າລະວັງທຸກພະຍາດ.”
ກ່ຽວກັບເຣື່ອງດັ່ງກ່າວ ປະຊາຊົນຜູ້ນຶ່ງ ຢູ່ນະຄອນຫລວງວຽງຈັນ ເວົ້າວ່າ ປະ ຊາຊົນຈໍານວນນຶ່ງ ທີ່ໃຊ້ສື່ສັງຄົມອອນລາຍນ໌ ກໍເວົ້າເຖິງພະຍາດໝາກສຸກລີງ ເປັນຕົ້ນອາການຂອງພະຍາດນີ້ ແລະການມີຄວາມສ່ຽງຕໍ່ການທີ່ຈະຕິດພະຍາດນີ້.
“ໂຕນີ້ມັນສາມາດຕິດຕໍ່ໄດ້ທາງນໍ້າລາຍ ຫລືວ່າເພດສັມພັນ ຫລືວ່າການສັມຜັດໃນກໍຣະນີ ທີ່ວ່າຕຸ່ມນໍ້າໃສ ທີ່ມັນແຕກເນາະ ທີ່ມັນແຕກແລ້ວເຮົາໄປສັມຜັດໃນ ທີ່ວ່າບ່ອນຢູ່ບ່ອນນອນ ເຄື່ອງນຸ່ງຂອງຄົນນັ້ນ ມັນກໍຈະຕິດໄດ້ຄືກັນ ແຕ່ສໍາຄັນກໍຄືເຮົາກໍຕ້ອງເຝົ້າລະວັງໃຫ້ດີ.”
ນາງເວົ້າຕື່ມວ່າ ນາງສາມາດປ້ອງກັນໂຕເອງ ແລະຜູ້ອື່ນ ຈາກພະຍາດໝາກສຸກລີງນີ້ໄດ້ ໂດຍຫລີກລ້ຽງ ບໍ່ສໍາຜັດກັບຜິວໜັງ, ໃບໜ້າຄົນອື່ນ ທີ່ມີອາການຄ້າຍຄື ຫລືຕິດພະຍາດນີ້, ລ້າງມືດ້ວຍສະບູ ແລະນໍ້າສະອາດ ຫລືໃຊ້ເຈລລ້າງມື, ອະນາໄມບ່ອນນອນ, ໂຕະຕັ່ງ, ເສື້ອຜ້າ ແລະເຄື່ອງໃຊ້ ເປັນປະຈໍາ.
ເວົ້າເຖິງການຣະບາດ ຂອງພະຍາດໝາກສຸກລີງ, ອີງຕາມຣາຍງານ ຂອງສໍານັກຂ່າວໄທຍ, ມາເຖິງວັນທີ 31 ສິງຫາ 2023 ຢູ່ປະເທດໄທຍ ມີຜູ້ຕິດເຊື້ອທັງໝົດ 316 ຄົນ. ໃນຈໍານວນນີ້ ຢູ່ບາງກອກ ຕິດ 198 ຄົນ, ຢູ່ແຂວງຊົນບຸຣີ 22 ຄົນ, ນົນທະບຸຣີ 17 ຄົນ, ສມຸດປຣາການ 12 ຄົນ.
ສໍາລັບຢູ່ລາວ ເພື່ອຂໍຮູ້ເຮື່ອງ ຜູ້ທີ່ຕິດເຊື້ອພະຍາດນີ້ ກໍຣະນີທໍາອິດ ວ່າ ເປັນຄົນລາວ ຫລືຄົນຕ່າງປະເທດ ແລະຕິດເຊື້ອ ມາຈາກປະເທດໃດ, ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ຖາມ ກະຊວງສາທາຣະນະສຸຂ ທີ່ນະຄອນຫລວງວຽງຈັນ, ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ບໍ່ສາມາດໃຫ້ຄໍາເຫັນໄດ້.
ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກະຊວງສາທາຣະນະສຸຂ ທ່ານນຶ່ງກໍບອກໃຫ້ຮູ້ກ່ອນນັ້ນວ່າ ຜູ້ຕິດເຊື້ອກໍຣະນີທໍາອິດນີ້ ມີປະວັດຕິດ ມາຈາກປະເທດໃກ້ຄຽງ.