ຄົນຕິດໄຂ້ມາເລເຣັຽ ຫຼຸດລົງ

ສຸພັດຕາ
2019.04.26
F-Malaria ປະຊາຊົນ ໃນແຂວງພາກໃຕ້ ເຕົ້າໂຮມກັນ ຟັງຄໍາອະທິບາຍ ວິທີປ້ອງກັນ ແລະ ກໍາຈັດບ່ອນອອກໄຂ່ ຂອງຍຸງລາຍ ຫຼັງຈາກນັ້ນ ທາງການກໍແຈກ ມຸ້ງຍ້ອມຢາໃຫ້
ຮູບພາບຈາກ : ນັກຂ່າວພົລເມືອງ

ຄົນຕິດໄຂ້ປ່າມາເລເຣັຽ ໃນລາວ ມີແນວໂນ້ມຫຼຸດລົງ ຢ່າງຕໍ່ເນື່ອງ ຍ້ອນຜູ້ຕິດເຊື້ອໄຂ້ປ່າມາເລເຣັຽ ໄດ້ຮັບການສັກຢາ ແລະເຂົ້າເຖິງການ ປິ່ນປົວ ຫຼາຍຂຶ້ນ ແລະຣັຖບານລາວ ກໍເອົາໃຈໃສ່ໃນການຄວບຄຸມເຊື້ອໄຂ້ປ່າມາເລເຣັຽ ໂດຍອອກມາຕການ ຫ້າມປະຊາຊົນເຂົ້າໄປຕັດໄມ້, ນອນປ່າ ແລະໄດ້ແຈກມຸ້ງຍ້ອມຢາ ປ້ອງກັນຍຸງໃຫ້ແກ່ປະຊາຊົນ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ກະຊວງສາທາຣະນະສຸຂ ຕໍ່ວິທຍຸເອເຊັຽ ເສຣີ ໃນວັນທີ 25 ເມສາ ນີ້:

“ມັນມີຢູ່ ແຕ່ວ່າໜ້ອຍກວ່າທຸກປີຫຼາຍແລ້ວ ເພາະວ່າ ເຣີ້ມຈາກປີ 2017 ທີ່ວ່ານາຍົກເພິ່ນມີຄໍາສັ່ງຫ້າມເຂົ້າປ່າ ເພາະວ່າ ມາເລເຣັຽຢູ່ລາວ ມັນເກີດຂຶ້ນຍ້ອນວ່າ ປະຊາຊົນຢູ່ແຖບນັ້ນ ມັນເຂົ້າປ່າຕັດໄມ້ ແມ່ນແຫຼະເຂດຊົນນະບົດ ພາກໃຕ້ ແຂວງຈໍາປາສັກ ທີ່ວ່າມີຊາຍແດນຕິດກັບ ກັມພູຊາ ຫັ້ນແຫຼະ ຈະແມ່ນຫຼາຍທີ່ສຸດ.”

ທ່ານກ່າວວ່າ ປີ 2016 ສປປລາວ ມີຜູ້ຕິດເຊື້ອໄຂ້ປ່າມາເລເຣັຽ 11 ພັນປາຍຄົນ ໃນທົ່ວປະເທດ ແລະ ມາຮອດປີ 2017 ຜູ້ຕິດເຊື້ອໄຂ້ປ່າ ມາເລເຣັຽ ຫຼຸດລົງເຫຼືອຢູ່ເກືອບ 9 ພັນຄົນ, ສປປລາວ ກວດພົບຜູ້ຕິດເຊື້ອໄຂ້ປ່າມາເລເຣັຽ ໃນແຂວງພາກໃຕ້ 90% ຫຼາຍກວ່າໝູ່ ແມ່ນ ແຂວງຈໍາປາສັກ ຮອງມາແມ່ນແຂວງສະຫວັນນະເຂດ, ອັດຕະປື, ເຊກອງ ແລະສາລະວັນ ສໍາລັບແຂວງພາກເໜືອ ພົບຜູ້ຕິດເຊື້ອພຍາດນີ້ 10% ຢູ່ ແຂວງຜົ້ງສາລີ, ຊຽງຂວາງ ແລະ ແຂວງຫົວພັນ.

ສໍາລັບພື້ນທີ່ ທີ່ກວດພົບໄຂ້ປ່າມາເລເຣັຽ ສ່ວນຫຼາຍແມ່ນທາງພາກໃຕ້ ປະຊາຊົນສ່ວນຫຼາຍ ມັກອາສັຍຢູ່ຕາມເຂດຊາຍແດນ ລາວ-ວຽດນາມ ແລະ ຊາຍແດນ ລາວ-ກັມພູຊາ, ຊຶ່ງເປັນພື້ນທີ່ຫ່າງໄກສອກຫຼີກ ການເດີນເຂົ້າຕົວເມືອງ ກໍຫຍຸ້ງຍາກ ເຮັດໃຫ້ຂະເຈົ້າບໍ່ໄດ້ຮັບການສັກຢາ ແລະ ການເຂົ້າເຖິງຂໍ້ມູນຕ່າງໆ ກໍຍັງບໍ່ທົ່ວເຖິງ.

ຜູ້ຕິດເຊື້ອໄຂ້ປ່າມາເລເຣັຽ ໃນ ສປປລາວ ໃນປັດຈຸບັນ ແມ່ນໄດ້ຮັບການປິ່ນປົວ ຈາກສູນໄຂ້ຍຸງ ນະຄອນຫຼວງວຽງຈັນ ແລະໂຮງໝໍແຂວງ ທົ່ວປະເທດ ໂດຍມີຢາປິ່ນປົວສະເພາະ ແລະຢານັ້ນຍັງເປັນຢາ ທີ່ຖືກຄວບຄຸມບໍ່ມີຂາຍທົ່ວໄປ, ຊຶ່ງຢາດັ່ງກ່າວແມ່ນໄດ້ຮັບການຊ່ອຍເຫຼືອ ຈາກອົງການກອງທຶນໂລກ ຫຼື Global Fund:

“ເພາະວ່າເຮົາບໍ່ຢາກໃຫ້ໃຊ້ຊະຊາຍ ການຄຸ້ມຄອງຍັງບໍ່ທັນໄດ້ດີເນາະ ເພື່ອຮັບປະກັນຄຸນນະພາບ ຂອງຢາ ສະນັ້ນ, ເຮົາໃຊ້ແຕ່ ໂຕທີ່ວ່າ ການຊ່ວຍເຫຼືອ Global Fund.”

ອີງຕາມການຣາຍງານຂອງອົງການກອງທຶນໂລກ ຫຼື The Global Fund ຄົນຕິດໄຂ້ປ່າມາເລເຣັຽໃນທົ່ວໂລກ ປີ 2017 ຣະບຸວ່າ ຢູ່ລາວ ມີຜູ້ຕິດເຊື້ອໄຂ້ປ່າມາເລເຣັຽ ແລະຢູ່ໃນຊ່ວງປິ່ນປົວເກືອບ 9 ພັນຄົນໃນທົ່ວປະເທດ ສ່ວນຂໍ້ມູນໂຕເລຂຜູ້ຕິດເຊື້ອນັ້ນໃນປີ 2018 ຍັງບໍ່ມີ ຣາຍງານອອກມາເທື່ອ.

ອົງການອະນາມັຍໂລກຣາຍງານວ່າ ຜູ້ເສັຽຊີວິດ ຍ້ອນໄຂ້ປ່າມາເລເຣັຽ ໃນລາວ ນັບແຕ່ປີ 2010 ຫາປີ 2017 ຮວມທັງໝົດ ມີ 122 ຄົນ, ປັດຈຸບັນ ສປປລາວ ໄດ້ຮັບທຶນຊ່ອຍເຫຼືອໃນການຄວບຄຸມ ແລະປິ່ນປົວ ຜູ້ຕິດເຊື້ອໄຂ້ປ່າມາເລເຣັຽ ປະມານ 4-8 ລ້ານໂດລາສະຫະຣັດຕໍ່ປີ ຈາກອົງການສາກົນຫຼາຍແຫ່ງ ເປັນຕົ້ນ ອົງການອະນາມັຍໂລກ, ອົງການຣິເຣີ້ມຕ້ານໄຂ້ປ່າມາເລເຣັຽ ຂອງປະທານນທິບໍດີສະຫະຣັດ, ອົງການທະນາຄານໂລກ ແລະ ອົງການກອງທຶນໂລກ ຫຼື The Global Fund.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.