ຫຼວງນ້ຳທາເຂັ້ມງວດຕ້ານ ໂຄວິດ19

ອຸ່ນເກ້ວ ສຸກສະຫວັນ
2020.12.17
ຫຼວງນ້ຳທາເຂັ້ມງວດຕ້ານ ໂຄວິດ19 ແຂວງຫຼວງນ້ຳທາເພີ່ມມາຕການ ຕ້ານໂຄວິດ19 ຫຼັງຈາກຄົນຈີນ 2 ຄົນ ທີ່ຕິດເຊື້ອເຂົ້າມາຢູ່ໃນແຂວງ ກ່ອນລັກລອບເຂົ້າຈີນ
ພາບປະກອບ: ນັກຂ່າວພົລເມືອງ

ເຈົ້າໜ້າທີ່ແຂວງຫລວງນ້ຳທາ ເພີ່ມມາຕການຕ້ານໂຄວິດ19 ຫຼັງຈາກຄົນຈີນ 2 ຄົນ ທີ່ຕິດເຊື້ອເຂົ້າມາຫລວງນ້ຳ ແລະ ຫຼ້າສຸດ, ເຈົ້າໜ້າທີ່ນຳເອົາປະຊາຊົນ 3 ຄົນ ທີ່ພົວພັນກັບຄົນຈີນ ນັ້ນມາກວດຫາເຊື້ອໂຄວິດ, ແລະ ກັກໂຕຕາມມາຕການປ້ອງກັນ.

ດຣ. ແກ້ວ ອິນທະວົງ ຫົວໜ້າຜແນກສາທາຣະນະສຸຂ ແຂວງຫລວງນ້ຳທາ, ໄດ້ເປີດເຜີຍໃນວັນທີ 14 ທັນວາ ຜ່ານມາ ວ່າກ່ຽວກັບ ຜົນການສອບສວນ ແລະ ຄົ້ນຫາບຸກຄົນໃກ້ຊິດ ກັບຄົນຈີນ 2 ຄົນ, ທີ່ຕິດເຊື້ອໂຄວິດ19 ມີຈຳນວນ 22 ຄົນ, ແລະ ເຈົ້າໜ້າທີ່ໄດ້ ເອົາເຂົາເຈົ້າ ໄປກວດຫາເຊື້ອໂຄວິດ19, ແຕ່ຜົນອອກມາບໍ່ມີຜູ້ໃດຕິດເຊື້ອ. ເຈົ້າໜ້າທີ່ສະເພາະກິດ ແຂວງຫລວງນ້ຳທາ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕຳແໜ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 17 ທັນວາ ວ່າ:

"ໄດ້ມື້ວານນີ້ແລ້ວ ເຂົາເຈົ້າຢ້ານວ່າ ທາງການຊິປັບຊິໃໝ ອອກມາກວດເພື່ອຄວາມໝັ້ນໃຈ, ໃຫ້ທຸກຄົນ ເກັບໂຕຢ່າງສົ່ງກວດຜົນ ອອກມາຮອບທີນຶ່ງ ຜົນອອກມາເປັນລົບ ອີກປະມານ ຮອດມື້ທີ 7 ເຮົາຈະເກັບໂຕຢ່າງອີກ ຮອບທີສອງ ຖ້າຮອບສອງກະເປັນຜົນລົບ ກໍໝາຍວ່າຄົບ 14 ມື້ ພວກເຮົາອາດຈະປ່ອຍ."

ທ່ານກ່າວຕື່ມວ່າ ເຈົ້າໜ້າທີ່ສາທາຣະນະສຸຂ ໄດ້ລົງກວດເຊື້ອທຸກຄົນ, ທີ່ຢູ່ໃນເຂດເສຖກິດພິເສດ ບໍ່ເຕັນ ປະມານ 3,500 ຄົນ, ແຕ່ບໍ່ມີ ຜູ້ຕິດເຊື້ອ ແລະກັບໄປເຮັດວຽກປົກກະຕິແລ້ວ.

ປັດຈຸບັນ ເຈົ້າໜ້າທີ່ກໍຍັງເຂັ້ມງວດຕາມຊາຍແດນຢູ່, ເພື່ອປ້ອງກັນການລັກລອບເຂົ້າມາລາວ ແບບຜິດກົດໝາຍ ແລະດ່ານຊາຍແດນ, ກໍຍັງບໍ່ເປີດໃຫ້ຄົນຈີນ ແລະຄົນລາວ ເດີນທາງເຂົ້າ-ອອກ ຖ້າບໍ່ໄດ້ຮັບອະນຸຍາດຈາກທາງການ:

"ພວກເຮົາກະຖືວ່າ ໄດ້ເພີ່ມຄວາມເຂັ້ມງວດຫວ່າງຊາຍແດນ ພະມ້າ ກັບລາວ, ໃນການສາລະເວ ແລະກະຍາມຕາມຈຸດສຳຄັນແດ່, ເພື່ອບໍ່ໃຫ້ເຂົາເຈົ້າລັກລອບເຂົ້າມາ, ເຂົ້າມາອີກ ຫາກຈະເຂົ້າມາແທ້ຫັ້ນ, ໃຫ້ພົວພັນປະສານງານເປັນທາງການ, ຕິດຕໍ່ກັບກົມກົງສຸນ ຂອງລາວເຮົາເລີຍ."

ເຈົ້າໜ້າທີ່ສາທາຣະນະສຸກ ແຂວງຫລວງນ້ຳທາ ທ່ານນຶ່ງທີ່ຂໍສງວນຊື່ ກ່າວວ່າ, ສຳລັບ 3 ຄົນ ສຸດທ້າຍທີ່ເຈົ້າໜ້າທີ່ຊອກຫາໄດ້ເຂົ້າ ມາກວດເຊື້ອໂຄວິດ19 ແລ້ວນັ້ນ ເປັນຄົນຂັບຣົດ ໂດຍສານ:

"ມັນແຍກກັນ 22 ຄົນ, ມັນກະມີຄອບຄົວ, ຜູ້ປະກອບການຫັ້ນ, ຜູ້ສຳຜັດໃກ້ຊິດຫັ້ນ, ດຽວນີ້ກຳລັງປະສານງານວ່າຈະຍົກເລີກການ ກັກບໍຣິເວນນີ້ລະ, ກຳລັງຂໍຣາຍງານໃຫ້ຄະນະ ຂອງແຂວງເພີ່ມມັນ 16 ມື້, ແລ້ວດຽວນີ້ ມັນບໍ່ມີແລ້ວເດ້, ມັນກວດສອງເທື່ອມັນ Negative ເປັນລົບໝົດ."

ຊາວບ້ານບໍ່ເຕັນ ທ່ານນຶ່ງກ່າວວ່າ, ກໍຮູ້ສຶກຢ້ານທີ່ຄົນຈີນລັກເຂົ້າມາລາວໂດຍບໍ່ຜ່ານການກວດໂຄວິດ19, ຊຶ່ງປັດຈຸບັນ ເຈົ້າໜ້າທີ່ ກໍເຂັ້ມງວດກວດກາຫຼາຍຂຶ້ນ ຮ້ານບັນເທີງກໍໃຫ້ປິດ ໝົດ, ແລະ ບໍ່ໃຫ້ຄົນລາວໄປຊື້ເຄື່ອງຂອງຕາມຊາຍແດນ:

"ກະຢ້ານຫັ້ນແຫຼະເນາະ, ກະເຂັ້ມງວດຢູ່, ບໍ່ໃຫ້ເຂົ້າໄປເລີຍຊ່ວງນີ້, ຮ້ານບັນເທີງ, ຮ້ານເບັຽ ຮ້ານຫຍັງນີ້ນ່າປິດໝົດແລ້ວ."

ຄົນຂັບຣົດຂົນສົ່ງຢູ່ບໍ່ເຕັນ ອີກທ່ານນຶ່ງເວົ້າວ່າ, ມີເຈົ້າໜ້າທີ່ສາທາຣະນະສຸຂ ກວດກາເຂັ້ມງວດຢູ່, ຕົນເອງກໍຮູ້ສຶກປົກກະຕິ, ແຕ່ກໍ ລະມັດລະວັງໂຕເອົາ, ແລະ ປ້ອງການໂຕເອງ:

"ຂອງຂ້ອຍກະໃສ່ຊຸດເອົາ, ກະມີຊຸດໃຫ້ໃສ່ຢູ່, ເປີດດ່ານປົກກະຕິເດ້, ຜູ້ໃດກໍຢູ່ນີ້ ໝົດເຮົາກະປ້ອງກັນຕົນເອງ, ລ້າງມື, ໄປໄສມາ, ກໍລ້າງມື, ລ້າງເຈວອອກ."

ປັດຈຸບັນ ຜູ້ຢູ່ເຂດເສຖກິດພິເສດບໍ່ເຕັນ ແຂວງຫຼວງນ້ຳທາ, ສາມາດອອກໄປເຮັດວຽກ ແລະຄ້າຂາຍໄດ້ເປັນປົກກະຕິແຕ່ເຈົ້າໜ້າທີ່ ກໍຍັງສືບຕໍ່ ເຝົ້າລະວັງ ການລະບາດຂອງ ໂຄວິດ19 ຢ່າງໃກ້ຊິດ, ໂດຍສະເພາະເຂດຊາຍແດນຕິດກັບ ພະມ້າ, ແລະ ຈີນ ເພາະວ່າ ມີຄວາມເປັນໄປໄດ້, ທີ່ຈະມີຄົນລັກເຂົ້າມາ ຄືກັບ ກໍຣະນີຄົນຈີນ 2 ຄົນ.

ນອກຈາກນີ້ເຈົ້າໜ້າທີ່ໄດ້ລົງໂຄສະນາ ໃຫ້ຄວາມຮູ້ແກ່ປະຊາຊົນໃນບ້ານທີ່ມີຄວາມສ່ຽງ, ເພື່ອໃຫ້ເອົາໃຈໃສ່ ແລະ ປະຕິບັດຫຼັກການ ປ້ອງກັນ ຢ່າງເຂັ້ມງວດ ພ້ອມດ້ວຍ ໂຈະການ ຮຽນ-ການສອນ ໃນເຂດເຝົ້າລະວັງຢ່າງໜ້ອຍ 14 ວັນ, ຕາມການແຈ້ງການຂອງ ຫ້ອງວ່າການແຂວງ ແລະ ຄວບຄຸມ ຮ້ານເຫຼົ້າ ຮ້ານເບັຽ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.