ໄຂ້ເລືອດອອກ ລະ​ບາດ ຢູ່ນະຄອນຫຼວງ

ໄຂ້ເລືອດອອກ ກໍາລັງລະ​ບາດ ເລີ້ມແຕ່ຕົ້ນ ປິນີ້ມາ ຢູ່ນະຄອນຫລວງວຽງຈັນ.

ປະເພດຍຸງລາຍ ທີ່ເປັນພາຫະນະ ໃຫ້ເຊື້ອພຍາດ ໄຂ້ເລືອດອອກ ແຜ່ຣະບາດ Public Health Image Library

ໃນໄລຍະ 3 ເດືອນທຳອິດ ຂອງປີນີ້ ຢູ່ນະຄອນຫລວງວຽງຈັນ ມີຜູ້ຕິດເຊື້ອໄຂ້ເລືອດອອກ 40 ຄົນ ເຈົ້າໜ້າທີ່ ຜແນກສາທາຣະນະສຸກ ຢ້ານວ່າພຍາດໄຂ້ເລືອດອອກ ຈະລະບາດຫລາຍຄືປີກ່ອນ ທາງເຈົ້າໜ້າທີ່ ຈຶ່ງຫາວິທີປ້ອງກັນ ແຕ່ຕົ້ນປີ; ດັ່ງ ດຣ.ພອນປະເສີດ ອານຸພົມ ຫົວໜ້າຜແນກສາທາຣະນະສຸກ ນະຄອນຫລວງວຽງຈັນ ກ່າວວ່າ:

"ປັດຈຸບັນກໍ່ຍັງເຝົ້າລະວັງຢ່າງເຄັ່ງຄັດຫັ້ນແຫຼະ ໃຫ້ແຕ່ລະເມືອງຕິດຕາມ ມີມາດຕະການເລັ່ງດ່ວນ ໂດຍສະເພາະແມ່ນພົບກໍຣະນີ ຢູ່ບ້ານໃດ ກໍ່ໃຫ້ ທາງແພດໝໍ ຂອງພວກເຮົານີ້ລົງສົມທົບ ກັບອຳນາດການປົກຄອງ ລົງໄປກວດກາພື້ນທີ່ ສອບສວນກໍຣະນີ ກັບທີ່ ເບິ່ງວ່າມັນມີປັດໃຈ ສ່ຽງອັນໃດບໍ່ ທີ່ເຮັດໃຫ້ມັນເກີດຂຶ້ນ ຢູ່ໃນລະຍະປັດຈຸບັນ."

ທ່ານກ່າວຕື່ມວ່າ ປີກາຍນີ້ ຢູ່ນະຄອນຫລວງວຽງຈັນ ມີຜູ້ຕິດເຊື້ອໄຂ້ເລືອດອອກ ທັງໝົດກວ່າ 4000 ຄົນ ໃນນີ້ເສັຽຊີວິດ 2 ຄົນທຽບໃສ່ປີ 2016 ຜູ້ຕິເຊື້ອເພີ່ມຂຶ້ນ ສ່ວນຜູ້ເສັຽຊີວິດ ເພີ່ມຂຶ້ນນຶ່ງຄົນ.

ເຖີງວ່າຜ່ານມາ ຜແນກສາທາຣະນະສຸກ ນະຄອນຫລວງວຽງຈັນ ໄດ້ສຸມໃສ່ເລັ່ງສະກັດກັ້ນພຍາດ ດັ່ງກ່າວ ຢ່າງຈິງຈັງ ດ້ວຍການສົມທົບ ກັບທ້ອງຖິ່ນ ລົງໃຫ້ຄວາມຮູ້ປະຊາຊົນ ໃນການປ້ອງກັນຕົນເອງ ແລະການທຳລາຍແຫລ່ງເພາະພັນ ຂອງຍຸງລາຍ ຢູ່ຕາມບ້ານ ແລະເຂດທີ່ ສ່ຽງຕ່າງໆ ແຕ່ກໍ່ເຫັນວ່າການລະບາດ ຂອງພຍາດດັ່ງກ່າວ ຍັງບໍ່ມີທ່າອ່ຽງວ່າຈະຫລຸດລົງ ກົງກັນຂ້າມຊໍ້າພັດມີລັກສນະ ຂຍາຍອອກສູ່ ວົງກວ້າງໄປເລື້ອຍໆ.

ກອງປະຊຸມກຽ່ວກັບການປ້ອງກັນ ແລະຄວບຄຸມພຍາດໄຂ້ຍຸງລາຍ ທີ່ກະຊວງສາທາຣະນະສຸກ ເມື່ອທ້າຍເດືອນກຸມພາ ທີ່ມີຣາຍງານວ່າ ໃນປີ 2017 ສະພາບການເກີດໄຂ້ຍຸງລາຍ ໃນ ສປປ ລາວ ມີທັງໝົດ 5,584 ກໍຣະນີ ເສັຽຊີວິດ 14 ຄົນ ຍ້ອນພຍາດໄຂ້ຍຸງ ໄດ້ລະບາດ ໃນ 16 ແຂວງ ສ່ວນແຂວງຊຽງຂວາງ ແລະໄຊສົມບູນ ບໍ່ມີການລາຍງານ ວ່າມີຜູ້ຕິດເຊື້ອໄຂ້ເລືອດອອກ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org