ສູນໃຫ້ຄໍາປຶກສາ ແກ່ຜູ້ຖືກ ຄ້າມະນຸສ
2021.03.01

ຣັຖບາລລາວ ມີແຜນຣະດົມທຶນ ຈາກ ອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບຣັຖບາລ, ຈາກອົງການຈັດຕັ້ງສາກົນ, ຫົວໜ່ວຍທຸຣະກິດ ແລະ ພາກສ່ວນຕ່າງໆ ເພື່ອສ້າງສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍ ທີ່ແຂວງຫຼວງນໍ້າທາ ເປັນຄັ້ງທໍາອິດຢູ່ພາກ ເໜືອຂອງລາວ ເພື່ອເປັນບ່ອນຮອງຮັບ, ຝຶກອາຊີບ, ຟື້ນຟູສະພາບຈິດໃຈ ແລະ ສົ່ງພວກເຂົາເຈົ້າ ກັບຄືນບ້ານເດີມ, ອີງຕາມຄໍາ ເວົ້າຂອງເຈົ້າໜ້າທີ່ ສະຫະພັນແມ່ຍິງ ແຂວງຫຼວງນໍ້າທາ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 1 ມິນາ 2021 ນີ້:
“ກໍຣະດົມທຶນເນາະ ກໍ່ສ້າງສູນຂອງພວກເຮົາຫັ້ນ ມັນເປັນແຜນຂອງຣັຖບານ ເພື່ອປຸກຣະດົມນັກທຸຣະກິດ ພາກຣັຖແລະອົງການ ຈັດຕັ້ງໃນການສ້າງສູນ ໃຫ້ຄໍາປຶກສາເນາະ ພວກເຮົາຈະໄດ້ ມີໝົດຫັ້ນແຫລະ ມີຄົບວົງຈອນ.”
ນາງກ່າວຕື່ມວ່າ ແຜນຣະດົມທຶນທີ່ວ່ານີ້ ແມ່ນໄດ້ເລິ້ມມາແຕ່ປີ 2020 ແຕ່ຍ້ອນການລະບາດຂອງໂຄວິດ-19 ຈຶ່ງເຮັດໃຫ້ການເຄື່ອນ ໄຫວຣະດົມທຶນສ້າງສູນນັ້ນ ສືບຕໍ່ມາຮອດປີ 2021 ນີ້ ແລະວ່າ ຕາມຂໍ້ມູນທີ່ບໍ່ເປັນທາງການ ສູນແຫ່ງນີ້ຈະກວມເອົາເນື້ອທີ່ 2 ເຮັກຕາ, ຈະປະກອບດ້ວຍຫ້ອງການ, ຫ້ອງຮຽນ, ຫ້ອງພັກ ຊຶ່ງຈະສາມາດຮອງຮັບແມ່ຍິງ ແລະ ເດັກນ້ອຍ ຜູ້ເຄາະຮ້າຍຈາກການ ຄ້າມະນຸດເຖິງ 200 ຄົນ ແລະຈະໃຊ້ງົບປະມານໃນການສ້າງ ທັງໝົດປະມານ 17-18 ຕື້ກີບ.
ປັດຈຸບັນ ແຂວງຫລວງນໍ້າທາ ມີສູນຮອງຮັບຜູ້ເຄາະຮ້າຍ ຈາກການຄ້າມະນຸດຊົ່ວຄາວ, ເປັນອາຄານເຊົ່ານໍາສ່ວນບຸກຄົນ ແລະ ສາມາດຮອງຮັບໄດ້ພຽງ 20-30 ຄົນ ໂດຍທຶນ ຊ່ອຍເຫລືອ ຈາກສູນກາງ ສະຫະພັນແມ່ຍິງລາວ ປີນຶ່ງ ແຕ່ 10 ລ້ານ ຫາ 50 ລ້ານກີບ ແລະ ທຶນນັ້ນບໍ່ພຽງພໍ ໃນແຕ່ລະປີ. ແຕ່ບໍ່ຮູ້ວ່າ ເຊົ່າອາຄານນັ້ນ ມາແຕ່ປີໃດ.
ໃນໄລຍະການລະບາດຂອງໂຄວິດ-19 ນີ້ ເຖິງແມ່ນວ່າມີການປິດຊາຍແດນຣະຫວ່າງປະເທດ ແຕ່ເຈົ້າໜ້າທີ່ກ່ຽວຂ້ອງແຂວງຫຼວງ ນໍ້າທາ ກໍຍັງສາມາດຊ່ອຍເຫລືອ ແມ່ຍິງລາວ ຜູ້ເຄາະຮ້າຍຈາກ ການຄ້າມະນຸດຢູ່ຈີນ ໃຫ້ກັບຄືນປະເທດໄດ້ 3 ຄົນ ເມື່ອອາທິດ ທີ່ແລ້ວ ຄືທ້າຍເດືອນກຸມພາ ຜ່ານມາ. ໃນນັ້ນເປັນແມ່ຍິງ ແຂວງຫຼວງພຣະບາງ ແລະແຂວງອຸດົມໄຊ. ຜູ້ເຄາະຮ້າຍສ່ວນໃຫຍ່ ຈະຖືກຕົວະຍົວະ ໄປແຕ່ງດອງ ແລະ ຖືກຫຼອກລວງ ໄປຄ້າມະນຸດ ຢູ່ຕ່າງປະເທດ ເປັນຕົ້ນ ແມ່ນໄປຈີນ, ດັ່ງເຈົ້າໜ້າທີ່ ສະຫະພັນແມ່ຍິງ ແຂວງຫລວງນໍ້າທາ ຜູ້ດຽວກັນນີ້ກ່າວວ່າ:
“ຕົວະອັນພີ່ໆນ້ອງໆ ໄທບ້ານໄທເມືອງຂອງໂຕເອງ ຫັ້ນແຫລະ ເຂົາເຈົ້າກະຕົວະວ່າ ເອີ ຂ້ອຍໄປຢູ່ພຸ້ນມັນກໍຮັ່ງກໍມີ ມັນກະສະດວກ ສໍາບາຍ ກໍເອົາກັນໄປໄປແລ້ວ ມັນບໍ່ໄດ້ດັ່ງໃຈ. ນອກຈາກນັ້ນ ມັນສິຕົກເປັນຂ່າຍການຄ້າມະນຸດ ທັງໝົດຫັ້ນແຫຼະ. ການຊ່ວຍໄລຍະ ເບື້ອງຕົ້ນ ພວກເຮົາກະຕ້ອງການ ງົບປະມານຫລາຍ ຄືການໃຊ້ສອຍເນາະ ມັນກໍມີແຕ່ໂຕເປົ່າ ມາເດ໋ ພວກເຮົາກໍເອົາແຕ່ຕີນສຸດຫົວ ພຸ້ນແຫລະ ໃຫ້ຢູ່ໃຫ້ກິນ ການນຸ່ງຖືເບື້ອງຕົ້ນ ທີ່ມີຄວາມຈໍາເປັນເນາະ ແລ້ວກໍພວກເຮົາກໍຈັດສົ່ງ ໄປລໍາເນົາຖິ່ນກໍາເນີດ ແລ້ວກໍຄັນວ່າ ເສັຽຈິດເປັນໃບ້ ເປັນບ້າມາ ກໍໄດ້ສົ່ງໄປສູນໃຫຍ່.”
ອີງຕາມຕົວເລກທີ່ບໍ່ເປັນທາງການ ແຕ່ປີ 2015 ຮອດປັດຈຸບັນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຫລວງນໍ້າທາ ສາມາດຊ່ອຍແມ່ຍິງ ທີ່ຖືກເຄາະຮ້າຍ ຈາກການຄ້າມະນຸດໄດ້ 477 ຄົນ. ສະເພາະປີ 2020 ທີ່ມີການແຜ່ຣະບາດ ຂອງໂຄວິດ-19 ສາມາດຊ່ອຍແມ່ຍິງ ທີ່ຖືກເຄາະຮ້າຍຈາກການຄ້າມະນຸດໄດ້ 60-70 ຄົນ, ດັ່ງເຈົ້າໜ້າທີ່ກອງບັນຊາການ ຕໍາຣວດປ້ອງກັນ ຄວາມສງົບແຂວງຫຼວງນໍ້າທາ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຜູ້ຖືກເຄາະຮ້າຍປະມານ 60-70 ຄົນນີ້ແຫລະ ມີແຕ່ວ່າສະເພາະຢູ່ ແຂວງຫລວງນໍ້າທານີ້ ສລຸບລວມຕັ້ງແຕ່ໝົດປີ 2020 ນີ້ເນາະ ປະມານເກືອບຮ້ອຍຄົນນີ໊, ຄັນນັບຕັ້ງແຕ່ປີ 2015 ຂຶ້ນມານີ໊ແມ່ນ 400 ປາຍ 477 ຄົນແຕ່ວ່າລາຍລະອຽດ ແມ່ນຢູ່ໃນບົດບັນທຶກ.”
ນາງກ່າວຕື່ມວ່າໃນຈໍານວນແມ່ຍິງ ຜູ້ຖືກເຄາະຮ້າຍທັງໝົດ ທີ່ໄດ້ຮັບການຊ່ອຍເຫຼືອ ກັບຄືນປະເທດນັ້ນ ສ່ວນໃຫຍ່ເປັນຊົນເຜົ່າມົ້ງ, ຂະມຸ, ແລະລາວລຸ່ມ.
ເຈົ້າໜ້າທີ່ ສະຫະພັນແມ່ຍິງ ເມືອງສິງ ກ່າວວ່າ ເປັນເຣື່ອງດີ ທີ່ຂັ້ນເທິງມີແຜນ ຣະດົມທຶນສ້າງສູນໃຫ້ຄໍາປຶກສາ ແລະປົກປ້ອງ ແມ່ຍິງ ແລະເດັກນ້ອຍ ທີ່ຕົກເປັນຜູ້ເຄາະຮ້າຍ ຈາກ ການຄ້າມະນຸດຢູ່ ແຂວງຫລວງນໍ້າທາ ແລະເລືອກເອົາແຂວງຫລວງນໍ້າທາ ເປັນສູນກາງແຂວງພາກເໜືອຂອງລາວ ຊຶ່ງຈະຊ່ອຍໃຫ້ ການປະສານງານງ່າຍ ແລະ ຫລຸດຜ່ອນເວລາ ແລະ ງົບປະມານໃນການ ຕິດຕໍ່ພົວພັນ ກັບສູນກາງ ສະຫະພັນແມ່ຍິງລາວ ດັ່ງທີ່ນາງກ່າວວ່າ:
“ກໍນ່າຈະດີເນາະ ຖ້າວ່າມາຕັ້ງສູນໃຫ້ຄໍາປຶກສາ ເພາະວ່າເຮົາຈະໄດ້ເບິ່ງແຍງ ຜູ້ທີ່ຖືກເຄາະຮ້າຍຫັ້ນ ຕໍ່ການທີ່ວ່າເຮັດຕິດຕາມ ຫັ້ນ, ສົມມຸດຄົນຢຸ່ແຂວງເຮົາ ສ່ວນຫລາຍຈະສົ່ງໄປ ສູນກາງໝົດເກາະ.”
ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ສະຫະພັນແມ່ຍິງ ແຂວງຫລວງນໍ້າທາ ຜູ້ດຽວກັນນີ້ແລ້ວແມ່ນວ່າ ແຜນຣະດົມທຶນສ້າງສູນຮັບຕ້ອນ ຜູ້ເຄາະຮ້າຍ ຈາກການຄ້າມະນຸດ ທີ່ ແຂວງຫລວງນໍ້າທາ ເປັນຄັ້ງທໍາອິດໃນແຂວງ ພາກເໜືອຂອງລາວນີ້ ຈະສໍາເຣັດເມື່ອໃດ ກໍຂຶ້ນຢູ່ກັບວ່າ ຂັ້ນເທິງເພິ່ນຈະຣະດົມທຶນໄດ້ເມື່ອໃດ.
ແລະວ່າ ຖ້າຫາກຜູ້ໃດມີໃຈໃສສັດທາ ຢາກຊ່ອຍແມ່ຍິງແລະເດັກນ້ອຍ ທີ່ຖືກເຄາະຮ້າຍ ຈາກການຄ້າມະນຸດ ກໍຂໍໃຫ້ຕິດຕໍ່ໄປຫາ ສູນກາງສະຫະພັນ ແມ່ຍິງລາວໂດຍກົງ ສ່ວນ ສະຫະພັນແມ່ຍິງ ແຂວງຫລວງນໍ້າທາ ເປັນພຽງຜູ້ຮັບມາປະຕິບັດຕາມ ທິດຊີ້ນໍາ ຂອງຂັ້ນເທິງ ເທົ່ານັ້ນ ຫລື ຕິດຕໍ່ສາຍດ່ວນເລກ 362 ໄດ້.