ທາງການເຕືອນລະວັງ ໄວຣັສ ໂຄໂຣນາ
2020.01.23

ກະຊວງສາທາຣະນະສຸຂລາວ ອອກແຈ້ງການ ໃນມື້ວັນທີ 20 ມົກກະຣາ ນີ້ ໃຫ້ທຸກພາກສ່ວນ ທີ່ກ່ຽວຂ້ອງ ເຝົ້າລະວັງ ເພື່ອສະກັດກັ້ນ ເຊື້ອ ໄວຣັສ ໂຄໂຣນາ ສາຍພັນໃໝ່ ທີ່ກໍາລັງຣະບາດຢູ່ປະເທດຈີນ ປັດຈຸບັນບໍ່ໃຫ້ຣະບາດເຂົ້າມາລາວໄດ້. ໄວຣັສ ຊນິດນີ້ເປັນໄວຣັສ ປອດອັກເສບ ທີ່ຍັງບໍ່ມີຢາປິ່ນປົວນັ້ນ ສາມາດຕິດຕໍ່ ຈາກຄົນສູ່ຄົນໄດ້ ແລະ ເຖິງຂັ້ນເສັຽຊີວິດຍ້ອນ.
ການເຝົ້າຣະວັງທີ່ວ່ານັ້ນ ແມ່ນໃຫ້ເອົາໃຈໃສ່ກວດກາ ຜູ້ຄົນຢູ່ຕາມດ່ານຊາຍແດນຕ່າງໆ ຢ່າງເຂັ້ມງວດ ເປັນຕົ້ນຜູ້ທີ່ເດີນທາງມາຈາກ ປະເທດຈີນ, ຕາມຄໍາເວົ້າຂອງເຈົ້າໜ້າທີ່ ກະຊວງສາທາຣະນະສຸຂທ່ານນຶ່ງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 22 ມົກກະຣາ ນີ້:
"ປັດຈຸບັນເຮົາມີການເຝົ້າຣະວັງ ດ່ານນໍ ມີສະແກນຄົນເຈັບ ທີ່ວ່າເດີນທາງມາແຕ່ຈຸດຣະບາດ ຫັ້ນນະ ແລະມີຄວາມກຽມພ້ອມ ໃນການລົງ ອິນວິດທິເກດ ກໍຣະນີ ເຈິຄົນເຈັບ ແລ້ວກະມີການກຽມພ້ອມຂອງໂຮງໝໍ ເພາະເປັນພຍາດທີ່ບໍ່ຮູ້ວ່າ ສາເຫດມັນມາ ຈາກສັດຊນິດໃດບໍ່, ກະຮູ້ໄດ້ແລ້ວວ່າມັນຕິດຕໍ່ຫາຄົນຫາຄົນໄດ້ແລ້ວ."
ທ່ານກ່າວຕື່ມວ່າ ແຂວງຜົ້ງສາລີ, ຫຼວງນໍ້າທາ ແລະ ແຂວງອຸດົມໄຊ ເປັນແຂວງ ທີ່ມີຄວາມສ່ຽງຕໍ່ ການທີ່ຈະມີເຊື້ອພຍາດດັ່ງກ່າວເຂົ້າມາ ຣະບາດຍ້ອນມີຊາຍແດນ ຕິດກັບປະເທດຈີນ ແລະ ມີຄົນຈີນເດີນທາງເຂົ້າ-ອອກ ເປັນປະຈໍາ.
ແຕ່ມາເຖິງ ປັດຈຸບັນ ກໍຍັງບໍ່ທັນມີຄົນລາວຕິດ ເຊື້ອພຍາດນີ້ເທື່ອ, ແຕ່ພົບຄົນຈີນ ຜູ້ນຶ່ງມີອາການ ທີ່ຕ້ອງສົງສັຍ ວ່າອາດຈະຕິດເຊື້ອ. ຜູ້ກ່ຽວ ຢູ່ໃນຣະຫວ່າງການສອບສວນ ຂອງເຈົ້າໜ້າທີ່ ດັ່ງທີ່ທ່ານກ່າວວ່າ:
"ຍັງບໍ່ໄດ້ພົບເຊື້ອ ແຕ່ວ່າກໍມີຄົນຕ້ອງສົງສັຍ ຢູ່ຄົນນຶ່ງ ຄົນຈີນ ຢູ່ໃນການສືບສວນສອບສວນ ບໍ່ທັນໄດ້ເປັນທາງການ ເຮົາກໍຕ້ອງໄດ້ຖາມ ປະວັດເພິ່ນວ່າ ເພິ່ນມີອາການຫຍັງແດ່ ເຊັ່ນມີໄຂ້ ມີໄອ ມີຈາມ ມີຫາຍໃຈຍາກ ບໍສິນາ."
ອີງຕາມການຣາຍງານ ຂອງອົງການຂ່າວ ເອເຊັຍ CNA ວັນທີ 21 ມົກກະຣາ ນີ້ ທາງການຈີນ ຢືນຢັນວ່າ ຢູ່ຈີນ ມີຜູ້ຕິດເຊື້ອພຍາດ ໂຄໂຣນາ 308 ຄົນ ຊຶ່ງໃນນັ້ນຢູ່ເມືອງ ວູຮັນ 270 ປາຍຄົນ ຮວມທັງເຈົ້າໜ້າທີ່ສາທາຣະນະສຸກ 15 ຄົນ, ມີຜູ້ເສັຍຊີວິດແລ້ວ 6 ຄົນ. ມີຜູ້ຕ້ອງສົງສັຍ ວ່າຕິດເຊື້ອອີກ 54 ຄົນ ຢູ່ມົນທົນກວາງຕຸ້ງ, ກຸງປັກກິ່ງ ແລະ ນະຄອນຊຽງຮາຍ ແລະຜູ້ທີ່ຕ້ອງໄດ້ເຝົ້າຣະວັງອີກປະມານ 1,000 ຄົນ.
ນອກຈາກ ຈີນ ແລ້ວ ກໍຍັງພົບຜູ້ຕິດເຊື້ອພຍາດນີ້ ຢູ່ປະທດໄທ 2 ຄົນ ແລະ ເກົາຫລີໃຕ້ 1 ຄົນ. ທັງໝົດເປັນຄົນຈີນ ທີ່ເດີນທາງມາຈາກ ເມືອງ ວູຮັນ ຂນະທີ່ຍີ່ປຸ່ນ ແລະໃຕ້ຫວັນ ແຕ່ລະປະເທດກໍຢືນຢັນວ່າ ພົບຜູ້ຕິດເຊື້ອນີ້ແລ້ວ 1 ຄົນ. ປະເທດ ອອສເຕຣເລັຍ ກໍກໍາລັງ ກວດສອບ ຊາຍຄົນນຶ່ງ ທີ່ຕ້ອງສົງສັຍວ່າຕິດເຊື້ອໄວຣັສ ດັ່ງກ່າວ ໂດຍບໍ່ຮູ້ວ່າຕິດມາຈາກປະເທດຈີນ ຫລືບໍ່.
ແລະອົງການອະນາມັຍໂລກ WHO ກໍເປີດປະຊຸມສຸກເສີນ ຢູ່ນະຄອນເຈນີວາ ປະເທດສະວິດເຊີແລັນໃນມື້ວັນທີ 22 ມົກກະຣາ ນີ້ເພື່ອ ພິຈາຣະນາ ວ່າ ການຣະບາດຂອງໄວຣັສ ໂຄໂຣນາ ຄວນປະກາດເປັນ ພາວະສຸກເສີນ ດ້ານສາທາຣະນະສຸກໂລກ ຫລືບໍ່.