ໂຮງໝໍຍອມຜິດຜ່າຕັດ ຜິດພາດ

ໂຮງໝໍ ແຂວງເຊກອງ ຍອມຮັບຜິດຊອບ ຕໍ່ກໍຣະນີ ຜ່າຕັດ ແລ້ວລືມ ຜ້າບັ້ງ ໃນທ້ອງ ຂອງຄົນເຈັບ.

ສະພາບຂອງຜູ້ປ່ວຍຈາກບາດແຜພາຍໃນອັຄເສບ ຍ້ອນມີຜ້າບັ້ງຕົກຄ້າງຢູ່ໃນທ້ອງເຖິງ 4 ເດືອນ ຮູບຖ່າຍອຸປຖັມໂດຍ: ນັກຂ່າວເຊກອງ

ໝໍ ແຂວງເຊກອງ ຜ່າຕັດຄົນເຈັບໃຫ້ແມ່ຍິງ ແລ້ວເກີດຄວາມຜິດພາດ ຈົນເວລາຜ່ານໄປ 4 ເດືອນ ຄົນເຈັບ ມີອາການເຈັບທ້ອງຮຸນແຮງ ແລ້ວຂ້າມໄປປີ່ນປົວ ຢູ່ໂຮງໝໍປະເທດໄທ ແລະໝໍໄທ ກວດພົບເຫັນວ່າ ມີຜ້າບັ້ງຕົກຄ້າງຢູ່ໃນທ້ອງ ຈົນຕິດເຊື້ອຢ່າງຮຸນແຮງ ແລະ ໄດ້ ຮັບການຜ່າຕັດເອົາຜ້າບັ້ງ ອອກຈາກທ້ອງຮຽບຮ້ອຍແລ້ວ.

ເບື້່ອງຕົ້ນທາງໂຮງໝໍແຂວງ ຈະບໍ່ຮັບຜິດຊອບ ຕໍ່ກໍຣິນີດັ່ງກ່າວ ແລະຫ້າມບໍ່ໃຫ້ຄອບຄົວຄົນເຈັບຟ້ອງຮ້ອງ ແລະລົງຂ່າວ. ດັ່ງເຈົ້າໜ້າທີ່ ຜແນກສາທາຣະນະສຸກ ກ່າວຕໍ່ວິທຍຸເອເຊັຍເສຣີ ເມື່ອວັນທີ 14 ມົກຣາ ນີ້ວ່າ:

"ດຽວນີ້ທາງໂຮງໝໍເຮົາກໍ່ມີການທົດແທນ ການປີ່ນປົວໃຫ້ຄົນເຈັບ ຈົນເຊົາພຸ້ນແຫລະ ຫລືວ່າຈະໄປປີ່ນປົວຕ່າງແຂວງ ຕ່າງປະເທດບໍ່ ແລະ ເບື້ອງຕົ້ນເຮົາຈະມີການຈ່າຍ ເບື້ອງເຮົາຮັບຜິດຊອບ ທັງໝົດ."

ນອກຈາກນີ້ ເຈົ້າໜ້າທີ່ ຍັງໄດ້ກ່າວເຖີງສາເຫດ ທີ່ໝໍໄດ້ລືມຜ້າບັ້ງໄວ້ໃນທ້ອງເມື່ອ 4 ເດືອນ ກ່ອນນັ້ນ ຍ້ອນວ່າທີມທ່ານໝໍເຮັດວຽກ ຫລາຍຢ່າງໃນມື້ນັ້ນ ແລະ ມີທ່ານໝໍຜູ້ຊ່ຽວຊານຜ່າຕັດ ເອົາລູກອອກຜູ້ດຽວ.

"ຜູ້ກ່ຽວເຂົ້າມາຜ່າຕັດເກີດລູກ ແຕ່ທາງໂຮງໝໍລືມເອົາຜ້າບັ້ງອອກ ຄົນເຈັບໄປປີ່ນປົວ ຕໍ່ເປັນທ່ານໝໍຢູ່ນີ້ແຫລະ ຢູ່ໜ່ວຍງານປະສູດ ອັນນຶ່ງກໍ່ເຮັດວຽກຫລາຍແດ່ ຊ່ຽວຊານກໍ່ມີຜູ້ດຽວຊ່ຽວຊານຜ່າຕັດ ປະສູດ."

ໃນຂນະດຽວກັນ ກໍຣະນີ ຂ່າວໝໍ ລືມຜ້າບັ້ງໃນທ້ອງຄົນເຈັບ ໄດ້ກະຈາຍອອກໄປ, ຫລ້າສຸດເມື່ອວັນທີ 11 ມົກຣາ ຜ່ານມາ ທາງຄນະ ອຳນວຍການໂຮງໝໍ ແຂວງເຊກອງ ກໍ່ໄດ້ອອກມາຍອມຮັບວ່າ ຈະຮັບຜິດຊອບ ຈ່າຍຄ່າປີ່ນປົວໃຫ້ຄົນເຈັບທັງໝົດ ບໍ່ວ່າຈະປີ່ນປົວຢູ່ ພາຍໃນຫລືຕ່າງປະເທດ ເບື້ອງຕົ້ນທາງໂຮງໝໍແຂວງ ເຊກອງ ໄດ້ຈ່າຍເງິນໃຫ້ຄົນເຈັບໄປແລ້ວ ເປັນມູນຄ່າ 17 ລ້ານປາຍກີບ ພ້ອມທັງປະກາດວ່າ ຈະປີ່ນປົວຈົນເຊົາເປັນປົກກະຕິ  ແລະຈະໄດ້ກວດສອບ ປະຕິບັດວິນັຍ ຕໍ່ກັບໝໍ ທີ່ເຮັດຜິດພາດຕໍ່ໄປ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org