ຫິນເຫີບບໍ່ເຫັນດີໃຫ້້ ຄົນຈີນ ປູກກ້ວຍ

ສຸພັດຕາ
2019.05.17
f-hinheub ສວນກ້ວຍ ຂອງນັກລົງທຶນຈີນ ຢູ່ເມືອງຫິນເຫີບ ແຂວງວຽງຈັນ
ຮູບພາບຈາກ : ນັກຂ່າວພົລເມືອງ

ທາງການ ເມືອງຫິນເຫີບ ແຂວງວຽງຈັນ ບໍ່ເຫັນດີ ກັບນັກລົງທຶນ ຈີນ ທີ່ເຂົ້າມາລົງທຶນ ປູກກ້ວຍ 500 ເຮັກຕ້າ ຢູ່ເມືອງນີ້, ຍ້ອນຈະສົ່ງ ຜົນກະທົບ ຕໍ່ປະຊາຊົນ ແລະ ສິ່ງແວດລ້ອມ, ແຕ່ ກໍບໍ່ສາມາດຫ້າມໄດ້ ເພາະວ່າ ເຈົ້າໜ້າທີ່ບາງຄົນ ເປັນຜູ້ອະນຸຍາດ ໃຫ້ຄົນຈີນເຂົ້າມາ ປູກ, ດັ່ງເຈົ້າໜ້າທີ່ ຫ້ອງການເມືອງຫິນເຫີບ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 17 ພຶສພາ ນີ້ວ່າ:

“ເມືອງຫິນເຫີີບ ເຮົາບໍ່ຕ້ອງການສວນກ້ວຍຈີນ ວ່າຊັ້ນຊະເນາະ ພວກເຮົາ ມັນຢັບຢັ້ງບໍ່ໄດ້ແຫຼະ ຂ້ອຍກະບໍ່ຮູ້ເນາະ ມັນຄາອັນໃດ ຄືວ່າມີ ຂໍ້ຕົກລົງລົບລ້າງ ຂໍ້ກໍານົດ ວ່າບໍ່ໃຫ້ເຮັດແລ້ວ ແຕ່ວ່າຜູ້ກ່ຽວຍັງຝືນຢູ່ ພວກເຮົາມັນຜູ້ນ້ອຍ ມັນຢັບຢັ້ງບໍ່ໄດ້.”

ທ່ານກ່າວຕື່ມວ່າ ກຸ່ມນັກລົງທຶນຈີນ ທີ່ເຂົ້າມາລົງທຶນ ປູກກ້ວຍເທື່ອນີ້ ແມ່ນເຂົ້າມາປູກ ຕັ້ງແຕ່ປີ 2018 ຊຶ່ງມີເຈົ້າໜ້າທີ່ ຣະດັບສູງບາງຄົນ ເປັນຜູ້ຊວນເຂົ້າມາ ໂດຍທີ່ ບໍ່ໄດ້ຂໍອະນຸຍາດ ທາງເມືອງເລີຍ, ຫຼັງຈາກປູກໄດ້ບໍ່ດົນ ກໍເຮັດໃຫ້ ມີສານເຄມີ ໄຫຼລົງນໍ້າລີກ ແລະ ນໍ້າຕັ້ງ ສົ່ງຜົນໃຫ້ປະຊາຊົນ 4 ບ້ານ ທີ່ໃຊ້ນໍ້າສາຍດັ່ງກ່າວ ໄດ້ຮັບຜົນກະທົບ.

ພາຍຫຼັງທີ່ໄດ້ຮັບການຮ້ອງຮຽນ ຈາກປະຊາຊົນ ຜແນກກະສິກັມ ແລະປ່າໄມ້ ແຂວງວຽງຈັນ ຈຶ່ງລົງພື້ນທີ່ໄປກວດກາ ພ້ອມກັບໃຫ້ນັກລົງທຶນ ຈີນ ໂຈະການປູກກ້ວຍກ່ອນ ເພື່ອໃຫ້ຂະເຈົ້າ ເຮັດເອກສານ ແລະເຮັດບົດປະເມີນຜົນກະທົບ ຕໍ່ສິ່ງແວດລ້ອມ ແລະປະຊາຊົນ ໃຫ້ຮຽບຮ້ອຍ ແລ້ວຈຶ່ງຈະໃຫ້ສືບຕໍ່ ລົງມືປູກກ້ວຍໄດ້. ເຖິງແມ່ນວ່າ ທາງຂັ້ນເມືອງ ແລະປະຊາຊົນ ຈະບໍ່ເຫັນດີກໍຕາມ.

ກ່ຽວກັບເຣື້ອງທີ່ວ່ານີ້ ເຈົ້າໜ້າທີ່ຫ້ອງການກະສິກັມແລະປ່າໄມ້ ເມືອງຫິນເຫີບ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ ປັດຈຸບັນ ນັກລົງທຶນຈີນກໍໂຈະການ ປູກກ້ວຍຊົ່ວຄາວ ເພື່ອເຮັດເອກສານໃຫ້ຖືກຕ້ອງ ໃນຂນະທີ່ເຈົ້າໜ້າທີ່ເມືອງ ເຮັດໄດ້ພຽງແຕ່ ພຍາຍາມແນະນໍາ ໃຫ້ຂະເຈົ້າປູກກ້ວຍແບບ ເຂັ້ມງວດ ບໍ່ໃຫ້ສານເຄມີ ຈາກສວນກ້ວຍນັ້ນ ກະທົບໃສ່ສິ່ງແວດລ້ອມ ແລະປະຊາຊົນ ຄືດັ່ງທີ່ຜ່ານມາ:

“ແຕ່່່ວ່າ ເວົ້າເຣື້ອງອັນນີ້ ໄທເຮົາກະເຂັ້ມງວດຫັ້ນແຫຼະເນາະ ເພື່ອບໍ່ໃຫ້ມີບັນຫາຕໍ່ສິ່ງແວດລ້ອມ ເພື່ອບໍ່ໃຫ້ມີບັນຫາຕໍ່ສັງຄົມ ເຣື່ອງປູກ ເຣື້ອງ ລ້ຽງກະເຮັດໃຫ້ມັນຖືກຕ້ອງ ຕາມຣະບຽບກົດໝາຍບ້ານເມືອງຂອງລາວ ເຮົາໄດ້ກໍານົດໄວ້ຫັ້ນແລ້ວ ຄັນບໍ່ມີບັນຫາເບື້ອງຣັຖ ເຮົາກໍຊິໄດ້ ຕົກລົງ.”

ກ່ອນໜ້ານີ້ ຊາວບ້ານຫິນເຫີບເໜືຶອ ໄດ້ເວົ້າຕໍ່ວິທຍຸເອເຊັຽ ເສຣີ ວ່າ ປະຊາຊົນໃນບ້ານ ດັ່ງກ່າວ ທີ່ມີ 223 ຄອບຄົວນັ້ນ ຮູ້ສຶກ ຂັດຂ້ອງໃຈ ກັບການ ເຂົ້າມາປູກກ້ວຍ ຂອງນາຍທຶນຈີນ ຍ້ອນຢ້ານວ່າ ສານເຄມີ ຈາກສວນກ້ວຍ ຈະໄຫຼລົງສູ່ນໍ້າຊອງ ແລະ ນໍ້າລີກ, ຊຶ່ງເຫັນຕົວຢ່າງ ຈາກຫຼາຍພື້ນທີ່ ທີ່ໄດ້ຮັບຜົນກະທົບ ຈາກສວນກ້ວຍຈີນມາແລ້ວ ພ້ອມກັບຕັ້ງຄໍາຖາມ ໄປຍັງສູນກາງ ວ່າເປັນຫຍັງຈຶ່ງໃຫ້ຄົນຈີນ ມາປູກ ກ້ວຍ ຕື່ມອີກ ທັ້ງໆທີ່ໄດ້ສັ່ງລົບລ້າງ ສວນກ້ວຍໄປແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.