ຄົນລາວ ເສັຽຊີວິດ ຍ້ອນໂຣຄເອດສ ເພີ່ມຂຶ້ນ
2019.02.25

ໃນແຕ່ລະປີ ມີຄົນລາວ ເສັຽຊີວິດ ຍ້ອນໂຣຄເອດສ, ໃນນັ້ນ ມາເສັຽຊີວິດ ຢູ່ໂຮງໝໍ ມີ 100 ຄົນ. ໃນມຸມມອງ ຂອງວິຊາການ ຖືວ່າ ເປັນບັນຫາໃຫຍ່ ໂຕເລຂ ຄາດຄະເນ ຄົນເສັຽຊີວິດ ອາຈໜ້ອຍ ຖ້າປຽບທຽບໃສ່ ພຍາດອື່ນໆ ໃນປີ 2017 ມີ 140 ປາຍຄົນ ທີ່ເສັຽຊີວິດ ໃນໂຮງໝໍ ຖ້າປຽບທຽບໃສ່ ກັບພຍາດ ອື່ນໆ ທີມີການຕາຍ ຢູ່ໃນໂຮງໝໍ ຖືວ່າ ໂຣຄເອດສ ແມ່ນຢູ່ແຖວໜ້າ.
ຄວາມຈິງ ການຣາຍງານ ການຕິດເຊື້ອ ໂຣຄເອດສ ຢູ່ປະເທດລາວ ເຣີ່ມຕັ້ງແຕ່ ກໍຣະນີທໍາອິດ ໃນປີ 1990 ຈົນມາເຖິງ ປັດຈຸບັນ ເກືອບ 3 ທົດສວັດຜ່ານມາ, ປະກົດວ່າ ມີຜູ້ຕິດເຊື້ອເອດສ ຣາຍໃໝ່ ຢູ່ໃນລາວ ເພີ່ມຂຶ້ນ ເຣື້ອຍໆ. ແຕ່ໃນໄລຍະ 5 ປີ ຫຼັງມານີ້ ຣາຍງານ ຂອງສູນຕ້ານເອດສ ກະຊວງທາຣະນະສຸຂ ເຫັນວ່າ ຜູ້ຕິດເຊື້ອເອດສ ເພີ່ມຂຶ້ນ 2 ເທົ່າ, ດັ່ງທ່ານ ທອງແດງ ສີລາກຸນ, ຜູ້ຈັດການ ຫ້ອງການ ອົງການ ສະຫະປະຊາຊາດ ຕ້ານເອດສ, ໄດ້ໃຫ້ສຳພາດ ຕໍ່ວິທຍຸ ເອເຊັຽເສຣີ ເມື່ອທ້າຍເດືອນ ທັນວາ ຜ່ານມາວ່າ:
“ຄືຢູ່ໃນ 5 ປີກ່ອນ ປີນຶ່ງ ຈະກວດເຫັນ ຜູ້ຕິດເຊື້ອ ປະມານ 600 ຄົນຕໍ່ປີ. ມາຮອດ ປີ 2017 ຈາກການສລຸບ ຣາຍງານ ຂອງກະຊວງ ສາທາຣະນະສຸກ ປະກົດວ່າ ພົບເຫັນຜູ້ຕິດເຊື້ອ ໂຣຄເອດສ ເກືອບ 1,500 ຄົນ ຖ້າປຽບທຽບແລ້ວ ມັນເພີ່ມຂຶ້ນ 2 ເທົ່າ.”
ສ່ວນສາເຫດ ທີ່ເຮັດໃຫ້ຄົນລາວ ຕິດເຊື້ອ HIV ແລະ ຕິດເຊື້ອ ໂຣຄເອດສ ເພີ່ມຂຶ້ນນັ້ນ, ທ່ານກ່າວວ່າ ກະຊວງສາທາຣະນະສຸຂ ເພິ່ນໄດ້ຈັດກຸ່ມ ປະຊາກອນລາວ ທີ່ມີຄວາມສ່ຽງ ຕາມແຜນຍຸທສາດ ປະກອບມີ ກຸ່ມຂາຍບໍຣິການທາງເພດ, ເຊິ່ງຜົລການສຳຣວດພົບວ່າ ຜູ້ທີ່ເຮັດວຽກ ຢູ່ຕາມແຫຼ່ງບັນເທີງ ປະກົດວ່າ 90% ມີອັດຕຣາ ການຕິດເຊື້ອ ທາງເພດສັມພັນ ສູງເຖິງ 30% ໂດຍເຈົ້າໜ້າທີ່ ປະເມີນວ່າ ໃນລາວ ມີຜູ້ຂາຍ ບໍຣິການ ທາງເພດ 13,000-15,000 ຄົນ.
ສ່ວນ ກຸ່ມທີ່ເຄື່ອນຍ້າຍແຮງງານ ເຊິ່ງເອີ້ນວ່າ ຄົນໃຊ້ແຮງງານ ເປັນກັມມະກອນ ທີ່ມີການຍ້າຍຖິ່ນຕລອດ, ເປັນອີກກຸ່ມນຶ່ງ ທີ່ໜ່ວຍງານ ທີ່ກ່ຽວຂ້ອງ ບໍ່ໄດ້ເຮັດໂຄສະນາ ແລະ ຍັງບໍ່ທັນ ໄດ້ເຂົ້າໄປ ເຖິງກຸ່ມນີ້ ເຊິ່ງເປັນກຸ່ມລູກຄ້າ ຂອງສາວບໍຣິການ ຄາດຄະເນວ່າ ມີປະມານ 100,000 ຄົນ.
ມາເບິ່ງ ກຸ່ມທີ່ໜ້າສົນໃຈ ທີ່ອັດຕຣາ ການຕິດເຊື້ອ ເພີ່ມຂຶ້ນຢ່າງໄວ ຄື ກຸ່ມຊາຍ ທີ່ມີເພດສັມພັນ ກັບຊາຍ, ກຸ່ມນີ້ ໜ້າເປັນຫ່ວງ ຖ້າເບິ່ງສະພາບ ໂດຍລວມ ພາຍໃນປະເທດ ມີອັດຕຣາ ການຕິດເຊື້ອ ໂດຍຜ່ານ ການສຳຣວດ ແບບ IBBS ເປັນການສຳຣວດ ທາງພຶດຕິກັມ ແລະ ກໍມີການກວດເລືອດ ຫາເຊື້ອ HIV ກຸ່ມນີ້ ປະກົດວ່າ ເພີ່ມຂຶ້ນ. ນັບແຕ່ປີ 2014 ມີ 1.6% ແລະ ປີ 2017 ເພີ່ມຂຶ້ນເປັນ 2.4% ໂດຍຄາດ ຄະເນວ່າ ກຸ່ມນີ້ ມີປະມານ 50,000 ຄົນ, ເຊິ່ງ 16,000 ຄົນ ແມ່ນກຸ່ມສ່ຽງ ໂດຍໃນປີ 2017 ໂຄງການຕ້ານເອດສ ເຂົ້າເຖິງກຸ່ມ 16,000 ຄົນ ພຽງ 30% ເທົ່ານັ້ນ ແລະ ກຸ່ມທີ່ໃຊ້ຢາເສບຕິດ ທີ່ໃຊ້ເຂັມສັກຢາ ຮ່ວມກັນ ຢູ່ປະເທດລາວ ຄາດຄະເນວ່າ ມີ 16,000 ຄົນ ແຕ່ໂຄງການ ເຂົ້າເຖິງ ແຕ່ພຽງ 1% ຖືວ່າ ຍັງເປັນອຸປະສັກຫຼາຍ.
ປັດຈຸບັນ ໂຄງການຕ້ານເອດສ ໄດ້ມີການເຄື່ອນໄຫວ ການປີ່ນປົວ ຜູ້ຕິດເຊື້ອ HIV ແລະ ໂຣກເອດສ ໃນລາວ ຢ່າງຕໍ່ເນື່ອງ ແຕ່ບັນຫາ ຄືການເຂົ້າເຖິງ ການປິ່ນປົວ ຂອງຜູ້ຕິດເຊື້ອນັ້ນ ຍັງເປັນ ເຣື່ອງຫຍຸ້ງຍາກ ດັ່ງທ່ານ ທອງແດງ ສີລາກຸນ ໃຫ້ເຫດຜົລວ່າ:
“ການປິ່ນປົວ ARV ຍັງມີໜ້ອຍ ທົ່ວປະເທດລາວເຮົາ ມີພຽງ 11 ແຫ່ງ ໃນນັ້ນ ນະຄອນຫລວງວຽງຈັນ ມີ 3 ແຫ່ງ ເຊັ່ນໂຮງໝໍມະໂຫສົດ, ໂຮງໝໍເສດຖາທິຣາດ ແລະ ໂຮງໝໍ 150 ຕຽງ. ສ່ວນພາກເໜືອ ແຂວງຫຼວງພຣະບາງ ມີ 1 ແຫ່ງ ຄືໂຮງໝໍແຂວງຫຼວງພຣະບາງ, ແຂວງ ຫຼວງນໍ້າທາ 1 ແຫ່ງ, ຢູ່ແຂວງບໍ່ແກ້ວມີ 2 ແຫ່ງ ຢູ່ເມືອງຫ້ວຍຊາຍ ແລະ ເມືອງຕົ້ນເຜີ້ງ ຢູ່ແຂວງຫົວພັນ ມີຈຸດແຈກຢາຍ ARV ຢູ່ນຶ່ງ ແຫ່ງ ສ່ວນພາກກາງ ຫາ ໃຕ້ ມີຢູ່ແຂວງຄຳມ່ວນ, ແຂວງສວັນນະເຂດ ແລະ ຈຳປາສັກ.”
ບັນຫາການເຂົ້າເຖິງ ການປິ່ນປົວ ຕົວແທນ ຂອງກຸ່ມຄົນຫຼາກຫຼາຍ ທີ່ມີຊື່ກຸ່ມພູມໃຈ ທີ່ເປັນເຮົານັ້ນ ໄດ້ກ່າວ ໃນວັນຕ້ານເອດສສາກົລ ເມື່ອວັນທີ 01 ທັນວາ ປີຜ່ານມາວ່າ ຍັງມີຜູ້ຕິດເຊື້ອ ຈຳນວນຫຼາຍ ທີ່ຍັງບໍເຂົ້າເຖິງ ການປິ່ນປົວ:
“ຈຳນວນ 12,000 ຄົນ ທີ່ຕິດເຊື້ອ HIV ໃນ ສປປລາວ ມີພຽງແຕ່ 8,800 ຄົນ ຮູ້ສະຖານະພາບໂຕເອງ ຖ້າລອງຄິດເບິ່ງວ່າອີກ ເປັນພັນໆ ບໍ່ຮູ້ໃດ ແລ້ວມີພຽງ 6,300 ຄົນທີ່ໄດ້ຮັບການປິ່ນປົວ ສະນັ້ນ ຂ້າພະເຈົ້າ ຂໍຝາກຂໍ້ຄິດໂຕນີ້ ໃຫ້ພວກທ່ານ ໄດ້ຮັບຟັງເນາະ.”
ໃນຂນະດຽວກັນ, ທ່ານ ດຣ ພູທອນ ສຸດທະລັກ, ຫົວໜ້າ ສູນຕ້ານເອດສ ແລະ ພຍາດຕິດຕໍ່ ທາງເພດສັມພັນ ກະຊວງສາທາຣະນະສຸຂ, ໄດ້ຣາຍງານ ໂຕເລຂ ຢ່າງເປັນທາງການ ໃນກອງປະຊຸມ ຄນະ ກັມມະການ ຕ້ານເອດສ ປະຈຳປີ 2019 ເມື່ອກາງເດືອນ ມົກຣາ ຜ່ານມາວ່າ ເຣີ່ມແຕ່ປີ 1990 ຫາ ເດືອນ ກັນຍາ ປີ 2018 ສປປລາວ ມີຜູ້ຕິດເຊື້ອ HIV ຈຳນວນ 11,980 ຄົນ ເສັຽຊີວິດ ຍ້ອນໂຣຄເອດສ 2,080 ຄົນ. ສະເພາະ 9 ເດືອນຕົ້ນປີ 2018 ມີຜູ້ຕິດເຊື້ອ HIV ໃໝ່ ຈຳນວນ 1,076 ຄົນ. ເສັຽຊີວິດຈຳນວນ 116 ຄົນ, ເຊິ່ງໃນນັ້ນ ອັດຕຣາ ການຕິດເຊື້ອ HIV ໃນກຸ່ມຊາຍ ມີເພດສຳພັນກັບຊາຍ ເຫັນວ່າ ມີທ່າອ່ຽງເພີ່ມຂຶ້ນຫຼາຍ ຢູ່ໃນຂັ້ນ ໜ້າເປັນຫ່ວງ. ນອກຈາກນີ້, ອັດຕຣາ ການຕິດເຊື້ອ ພຍາດຕິດຕໍ່ ທາງເພດສຳພັນ ໃນທຸກກຸ່ມສ່ຽງ ເຫັນວ່າສູງຫຼາຍ. ສຳລັບແຂວງ ທີ່ມີຜູ້ຕິດເຊື້ອ ຫຼາຍກ່ວາໝູ່ ແມ່ນນະຄອນຫຼວງວຽງຈັນ, ສວັນນະເຂດ, ຈຳປາສັກ, ວຽງຈັນ, ຄຳມ່ວນ ຕາມລຳດັບ .
ໃນຕໍ່ໜ້າ ການປະຕິບັດໜ້າທີ່ ວຽກງານປ້ອງກັນ HIV/AIDS ຍິ່ງພົບຄວາມຫຍຸ້ງຍາກ ເນື່ອງຈາກວ່າ ຄນະຮັບຜິດຊອບ ປະຕິບັດວຽກງານ ການຕ້ານເອດສ ຍັງພົບບັນຫາ ການຂາດງົບປະມານ ຢ່າງໜັກ, ເຊິ່ງ ຜູ່ສນອງທຶນ ຊ່ອຍເຫຼືອ ຂອງອົງການສາກົລ ນັບມື້ ນັບຫຼຸດລົງ ເຮັດໃຫ້ ການເຂົ້າເຖິງ ກຸ່ມສຽງຫຍຸ້ງຍາກ.
ໃນຂນະດຽວກັນ ຣັຖບານ ສາມາດປະກອບທຶນ ເຂົ້າໃນໂຄງການນີ້ ສະເພາະປີນີ້ 10% ປີໜ້າ 15%, ເຊິ່ງຜ່ານມາ ການຊ່ອຍເຫຼືອ ຈາກ ສາກົລ ແມ່ນກວມເອົາ 70% ຂອງງົບປະມານ. ຕໍ່ກໍຣະນີ ການຂາດງົບປະມານ ເຣີ່ມຈາກປີນີ້ໄປ ຫຼາຍພາກສ່ວນ ໄດ້ສເນີ ໃຫ້ບັນຫາ ໂຣຄເອດສ ແຊກເຂົ້າໃນ ເປົ້າໝາຍແຜນພັທນາ ແບບຍືນຍົງ ຂອງຣັຖບານລາວ ເພື່ອເຮັດໃຫ້ ປະເທດລາວ ບັນລຸເປົ້າໝາຍ ສີ້ນສຸດໂຣຄເອດສ ໃນປີ 2030 ທີ່ສະຫະປະຊາຊາດ ໄດ້ວາງເປົ້າໝາຍ ໃຫ້ສະມາຊິກທົ່ວໂລກ.