ເດັກນ້ອຍເກີດໃໝ່ຢູ່ລາວ ເສັຽຊີວິດ ໜ້ອຍລົງ

ອັດຕຣາການ ເສັຽຊີວິດ ຂອງເດັກນ້ອຍ ເກີດໃໝ່ ຢູ່ ສປປລາວ ຫຼຸດລົງ ແຕ່ທຽບໃສ່ ປະເທດອື່ນ ກໍຍັງສູງຢູ່.

ແມ່ຍິງທີ່ກໍາລັງ ຕ້ອງໄດ້ຢູ່ໃນການເບິ່ງແຍງ ຂອງໝໍ ຢ່າງໃກ້ຊິດ Screen captured from UNFPA video

ເດັກນ້ອຍລາວ ອາຍຸຕໍ່າກວ່າ 5 ປີ ເສັຽຊີວິດໜ້ອຍລົງ ຫຼຸດລົງຈາກ 98 ຄົນ ຕໍ່ 1 ພັນຄົນ ໃນປີ 1995 ລົງມາເປັນ 87 ຄົນໃນປີ 2017. ໃນເວລາດຽວກັນ ເດັກນ້ອຍອາຍຸຕໍ່າກວ່າ 1 ປີ ກໍເສັຽຊີວິດຫຼຸດລົງ ຈາກ 70 ຄົນ ຕໍ່ 1 ພັນຄົນ ລົງເປັນ 54 ຄົນ ຕໍ່ເດັກນ້ອຍ 1 ພັນຄົນ, ເຖິງຈະຫຼຸດລົງ ແຕ່ອັດຕຣາການເສັຽຊີວິດ ຂອງເດັກນ້ອຍຢູ່ລາວຍັງສູງກວ່າ ຫຼາຍປະເທດໃນໂລກ, ດັ່ງເຈົ້າໜ້າທີ່ວິຊາການ ກົມອະນາມັຍ ແລະ ສົ່ງເສີມສຸຂພາບ ກະຊວງສາທາຣະນະສຸຂ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 2 ມີນາ ນີ້ວ່າ:

“ຄັນທຽບໃສ່ປະເທດອື່ນ ເຮົາຍັງຕາຍສູງຢູ່ ຄັນທຽບໃສ່ບ້ານເຮົາເອງ ກໍ່ຖືວ່າອັດຕາການຕາຍ ມັນຫຼຸດລົງ ສ່ວນໃຫຍ່ເດັກນ້ອຍຕາຍນິ ແຕ່ກ່ອນມັນຈະເປັນ ເລື່ອງມາເລເລັຽ, ອັກເສບເລື້ອງລະບົບຫາຍໃຈ ລະກໍ່ຖອກທ້ອງ ແຕ່ປັດຈຸນີ້ ມາເລເລັຍ ມັນກໍ່ຖືກ ກໍາຈັດໄປແລ້ວ ມັນຈະແມ່ນອັກເສບລະບົບຫາຍໃຈ ນັ້ນມັນນໍ້າເບີວັນເນາະ ລະກະຕໍ່ມາເປັນຖອກທ້ອງ ພວກນີ້ແຫຼະ.”

ເພື່ອຫຼຸດຜ່ອນ ການເສັຽຊີວິດຂອງ ເດັກນ້ອຍ ທາງການໄດ້ຈັດສົ່ງໝໍ ແລະພຍາບານ ໄປຊ່ວຍເບິ່ງແຍງ ແມ່ຍິງຖືພາ ໃນເຂດຫ່າງໄກ ສອກຫຼີກ ດັ່ງທ່ານກ່າວ ອີກວ່າ:

“ຄັນຖ້າວ່າບ່ອນໃດ ທີ່ບໍ່ໄດ້ໄປຮອດໄປເຖິງ ແມ່ນເຮົາຈະມີທີມງານ ເຄື່ອນທີ່ ຢ່າງນ້ອຍປີນຶ່ງ 4 ເທື່ອ ຄັນຖ້າວ່າມີແມ່ຍິງຖືພາ ເຮົາກໍ່ໄປ ກວດທ້ອງ ໃຫ້ຂະເຈົ້າ ລະກະມີຢາທາດເຫລັກ ອິຫຍັງ ການໃຫ້ສຸຂສຶກສາ ຂະເຈົ້າຄວນຮັກສາດູແລ ເວລາຝາກທ້ອງ ແນວໃດ ຄັນວ່າ ເດັກນ້ອຍ ເພີ່ນກະໃຫ້ຄຳປືກສາ ຈະມີການຊັ່ງນໍ້າໜັກ ແລະກະມີປະເມີນວ່າ ເຮົາຈະເລີນເຕີບໂຕ ໄປຕາມເກນອາຍຸບໍ່ເນາະ ມີການຕີ ລາຄາທາງດ້ານ ໂພຊນາການແດ່.”

ອີງຕາມບົດຣາຍງານ ຂອງອົງການ (UNICEF) ຢູນີເຊັບ ອັດຕຣາການເສັຍຊີວິດ ຂອງເດັກນ້ອຍເກີດໃໝ່ ໃນທົ່ວໂລກ ແມ່ນຢູ່ຣະດັບ 28 ຄົນ ໃນເດັກເກີດໃໝ່ 1 ພັນຄົນ ໜ້ອຍກວ່າລາວ ເກືອບ 3 ເທົ່າ.

ຢ່າງໃດກໍຕາມ ກະຊວງສາທາລະນະສຸຂ ໄດ້ຕັ້ງເປົ້າໝາຍວ່າ ໃນປີ 2020 ຈະໃຫ້ອັດຕຣາການເສັຽຊີວິດ ຂອງເດັກນ້ອຍເກີດໃໝ່ ຫຼຸດລົງ ໃຫ້ໄດ້ກາຍ 40 ຄົນ ຕໍ່ເດັກນ້ອຍ 1 ພັນຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org