195 ຄົນ ຕິດໂຄວິດ-19, ເສັຽຊີວິດ 1 ຄົນ
ມີຜູ້ເສັຽຊີວິດ ຕື່ມອີກ 1 ຄົນ ແລະ ລາວກວດພົບ ຜູ້ຕິດໂຄວິດ-19 ຕື່ມ 195 ຄົນ, ໃນນັ້ນ ນຳເຂົ້າ 149 ຄົນ ແລະ ຕິດໃນຊຸມຊົນ 46 ຄົນ, ຮວມທັງ ຕິດໃນສະຖານທີ່ ຄຸມຂັງ ແຂວງສວັນນະເຂດ 8 ຄົນ.
-
ຈຳປາທອງ
2021-08-26 -
-
-
Your browser doesn’t support HTML5 audio
ຈາກຜົລ ຂອງການກວດວິເຄາະ ຫາເຊື້ອໂຄວິດ-19 ຈຳນວນ 3,267 ຄົນ ໃນມື້ວັນທີ 25 ສິງຫາ 2021 ນີ້ ທາງການລາວ ກວດພົບຜູ້ຕິດເຊື້ອ ໂຄວິດ-19 ໃໝ່ຕື່ມອີກ 195 ຄົນ, ໃນນັ້ນ ຕິດໃນຊຸມຊົນ 46 ຄົນ ແລະ ນໍາເຂົ້າ 149 ຄົນ, ເຮັດໃຫ້ມີ ຜູ້ຕິດເຊື້ອສະສົມ 14,104 ຄົນ ແລະ ມີຜູ້ເສັຽຊີວິດ 12 ຄົນ. ດຣ. ຣັດຕະນະໄຊ ເພັດສຸວັນ, ຫົວໜ້າ ກົມຄວບຄຸມ ພະຍາດຕິດຕໍ່ ກະຊວງ ສາທາຣະນະສຸຂ, ຕາງໜ້າ ຄະນະສະເພາະກິຈ ປ້ອງກັນ ໂຄວິດ-19 ກ່າວໃນພິທີຖແລງຂ່າວ ຕໍ່ສື່ມວນຊົນ ໃນມື້ວັນທີ 26 ສິງຫານີ້ວ່າ:
“ພວກເຮົາ ໄດ້ກວດວິເຄາະ ທັງໝົດ 3,267 ຄົນ ໃນນັ້ນ ແມ່ນກວດພົບ ຜູ້ຕິດເຊື້ອໃໝ່ 195 ຄົນ ຕິດເຊື້ອ ໃນຊຸມຊົນ 46 ຄົນ ນະຄອນຫຼວງ 14 ຄົນ, ແຂວງບໍ່ແກ້ວ 15 ຄົນ, ໄຊຍະບູຣີ 2 ຄົນ, ອຸດົມໄຊ 1 ຄົນ, ຫຼວງພຣະບາງ 3 ຄົນ, ສວັນນະເຂດ 9 ຄົນ ໃນນັ້ນ ແມ່ນຈາກ ສະຖານທີ່ ຄຸມຂັງ 8 ຄົນ ແລະ ແຂວງຈໍາປາສັກ 2 ຄົນ.”
ໃນຈໍານວນ 195 ຄົນ ທີ່ຕິດເຊື້ອໃໝ່ນັ້ນ ຕິດຢູ່ ນະຄອນຫຼວງວຽງຈັນ 52 ຄົນ, ແຂວງ ຈໍາປາສັກ 48 ຄົນ, ສວັນນະເຂດ 41 ຄົນ, ສາລະວັນ 15 ຄົນ, ບໍ່ແກ້ວ 15 ຄົນ, ຄໍາມ່ວນ 12 ຄົນ, ຫຼວງພຣະບາງ 5 ຄົນ, ບໍຣິຄໍາໄຊ 4 ຄົນ, ໄຊຍະບູຣີ 2 ຄົນ ແລະ ແຂວງອຸດົມໄຊ 1 ຄົນ.
ດຣ. ຣັດຕະນະໄຊ ເວົ້າວ່າ ຫຼ້າສຸດນີ້ ມີຜູ້ເສັຽຊີວິດ ຍ້ອນໂຄວິດ-19 ອີກຄົນນຶ່ງ ເປັນຄົນທີ 12, ເປັນຜູ້ຊາຍ ອາຍຸ 35 ປີ, ເປັນນັກໂທດ ໃນສະຖານທີ່ຄຸມຂັງ, ເປັນຄົນ ບ້ານນາມໍ່ ເມືອງໄຊພູທອງ ແຂວງສວັນນະເຂດ:
“ຄົນເຈັບ ແມ່ນເສັຽຊີວິດ ສະສົມ ແມ່ນ 12 ຄົນ ເຊິ່ງໃນນັ້ນໃໝ່ 1 ຄົນ ແມ່ນຈາກ ແຂວງສວັນນະເຂດ ເປັນເພດຊາຍ ອາຍຸ 35 ປີ ບ້ານນາມໍ ເມືອງໄຊພູທອງ ຜູ້ກ່ຽວ ແມ່ນຢູ່ສະຖານທີ່ ຄຸມຂັງ.”
ຢູ່ແຂວງຫຼວງນໍ້າທາ ໄດ້ປິດ ການສັນຈອນ ໄປຫາ ແຂວງບໍ່ແກ້ວ ຊົ່ວຄາວ 14 ມື້ ຄື ແຕ່ວັນທີ 26 ສິງຫາ ໄປເຖິງ ວັນທີ 8 ກັນຍາ 2021 ໂດຍຫ້າມບໍ່ໃຫ້ ຄົນທົ່ວໄປ ເດີນທາງ ເຂົ້າ-ອອກ. ຜູ້ທີ່ໄດ້ ສັກວັກຊິນ ສອງເຂັມ ຕາມກໍານົດແລ້ວ ກໍບໍ່ອະນຸຍາດ ໃຫ້ເຂົ້າມາ ແຂວງຫລວງນໍ້າທາ ໃນໄລຍະນີ້ ເພື່ອປ້ອງກັນ ການຣະບາດ ຂອງເຊື້ອນັ້ນ ດັ່ງເຈົ້າໜ້າທີ່ ຄະນະສະເພາະກິດ ປ້ອງກັນໂຄວິດ-19 ຢູ່ແຂວງນີ້ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 26 ສິງຫານີ້ວ່າ:
“ເພາະວ່າ ຢູ່ແຂວງບໍ່ແກ້ວຫັ້ນ ມີການລະບາດ ຖ້າເຮົາ ບໍ່ປິດການສັນຈອນ ມັນກໍຈະເປັນ ຊ່ອງຫວ່າງ ເຮັດໃຫ້ ການແຜ່ຣະບາດ ຂອງໂຄວິດນີ້ ເປັນວົງກວ້າງ ເຮົາປິດຂາດເລີຍ ບໍ່ອະນຸຍາດ ໃຫ້ຄົນໃດ ຄົນນຶ່ງ ເຂົ້າ-ອອກໄດ້ ຄົນສັກວັກຊິນ 2 ເຂັມ ແຕ່ມີ ການຕິດເຊື້ອ ມີມາແລ້ວ ກໍເລີຍ ໄດ້ປິດເນາະ ປອດພັຍ ໄວ້ກ່ອນດີກວ່າ.”
ແຕ່ສໍາລັບ ຄົນງານລາວ ທີ່ກັບຄືນ ມາບ້ານ ແມ່ນກັບມາໄດ້ ເພາະມີ ເຈົ້າໜ້າທີ່ ນໍາພວກເຂົາ ເຈົ້າໄປກັກຕົວ ຢູ່ສູນກັກ ບໍຣິເວນ, ບໍ່ອະນຸຍາດ ໃຫ້ພົວພັນ ກັບຜູ້ໃດ ທີ່ຢູ່ທາງນອກ ຈົນກວ່າ ຮູ້ວ່າ ບໍ່ຕິດໂຄວິດ-19.
ເພື່ອປ້ອງກັນ ການຣະບາດ ຂອງໂຄວິດ-19 ແຂວງຫຼວງພຣະບາງ ກໍໄດ້ອອກ ແຈ້ງການ ປິດບ້ານໂຄມຂວາງ ຢູ່ນະຄອນຫຼວງພຣະບາງ ແລະ ປະກາດເປັນພື້ນທີ່ ສີແດງ, ຫ້າມບໍ່ໃຫ້ ປະຊາຊົນ ໃນເຂດບ້ານນັ້ນ ເດີນທາງ ເຂົ້າ-ອອກ ແຕ່ມື້ວັນທີ 25 ສິງຫາ ເຖິງວັນທີ 8 ກັນຍາ 2021 ຍ້ອນຢູ່ ບ້ານດັ່ງກ່າວ ມີຄົນຕິດ ໂຄວິດ-19 ແລະ ມີຄົນຈໍານວນນຶ່ງ ໄດ້ສັມຜັດ. ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ແຂວງຫຼວງພຣະບາງ ເວົ້າວ່າ ໄດ້ນໍາຕົວ ຜູ້ຕິດໂຄວິດ-19 ໄປປິ່ນປົວແລ້ວ, ສ່ວນຜູ້ສັມຜັດ ໃກ້ຊິດ ແມ່ນໄດ້ນໍາໄປ ກວດຫາ ເຊື້ອໝົດແລ້ວ:
“ມັນມີກໍຣະນີ ຕິດເຊື້ອແລ້ວ ທາງຄະນະ ສະເພາະກິດ ຂອງສາທາ ເພິ່ນນີ້ ກໍເອົາໄປ ສັມຜັດໃກ້ຊິດ ຈັກຄົນຈັກຄົນ ເພິ່ນກະເອົາໄປ ສະເພາະ ພາກສ່ວນ ຢູ່ຮ່ວມນັ້ນ ໃຫ້ກັກໂຕເອງ ຢູ່ເຮືອນໝົດເດ໋ຫັ້ນ.”
ແລະ ບໍຣິສັດ ເບັຽລາວ ກໍໄດ້ອອກ ແຈ້ງການ ໃນມື້ວັນທີ 25 ສິງຫານີ້ວ່າ ໄດ້ມີ ພະນັກງານ ຂອງຕົນ ຕິດເຊື້ອໂຄວິດ-19 ຈໍານວນ 5 ຄົນ ຍ້ອນໄດ້ສັມຜັດ ກັບຜູ້ທີ່ຕິດເຊື້ອ ຢູ່ເມືອງໄຊທານີ. 5 ຄົນ ທີ່ວ່ານີ້ ໄດ້ຖືກນໍາຕົວ ໄປປິ່ນປົວ ຢູ່ບ່ອນທີ່ ທາງການຈັດໄວ້ ແລະ ທາງບໍຣິສັດ ໄດ້ແຍກ ຜູ້ທີ່ມີຄວາມສ່ຽງ ໄປກັກຕົວ ແລະ ກວດຫາເຊື້ອ ແລະ ໄດ້ພົ່ນຢາ ຂ້າເຊື້ອແລ້ວ.
ອີງຕາມ ການຣາຍງານ ຂອງຄະນະສະເພາະກິຈ ປ້ອງກັນໂຄວິດ-19 ໃນມື້ວັນທີ 26 ສິງຫາ 2021 ນີ້, ມາເຖິງ ປັດຈຸບັນ ຢູ່ລາວ ມີຜູ້ໄດ້ຮັບ ການກວດວິເຄາະ ຫາເຊື້ອໂຄວິດ-19 ທັງໝົດ 417,992 ຄົນ, ມີຜູ້ຕິດ ເຊື້ຶອສະສົມ 14,104 ຄົນ, ປິ່ນປົວ ຫາຍແລ້ວ 9,532 ຄົນ, ກໍາລັງປິ່ນປົວ ແລະ ຕິດຕາມ ອາການ ຢູ່ໂຮງໝໍ 4,366 ຄົນ, ເສັຽຊີວິດ 12 ຄົນ. ມາເຖິງ ມື້ວັນທີ 25 ສິງຫານີ້ ມີຜູ້ໄດ້ຮັບ ການສັກວັກຊິນ ເຂັມທີນຶ່ງແລ້ວ 2,235,384 ຄົນ ແລະ ສັກເຂັມທີສອງແລ້ວ 1,702,119 ຄົນ.