ຄົນງານລາວຄ້າງຢູ່ດ່່ານ ວັງເຕົ່າ ຊ່ອງເມັກ
2020.04.09

ຍັງມີຄົນງານລາວຈໍານວນນຶ່ງ ຢາກກັບຄືນບ້ານ ຈາກປະເທດໄທ ຜ່ານດ່ານສາກົລ ລາວ-ໄທ ຣະຫວ່າງແຂວງຈໍາປາສັກ ແລະອຸບົນວັງເຕົ່າ -ຊ່ອງເມັກ ໃນມື້ວັນທີ 7 ເມສານີ້ ແຕ່ເຈົ້າໜ້າທີ່ໄທ ບໍ່ອະນຸຍາດຍ້ອນ ປະຕິບັດຕາມຄໍາສັ່ງ ຂອງເຈົ້າແຂວງອຸບົນ ທີ່ບໍ່ໃຫ້ມີການຜ່ອນຜັນ.
ຄົນງານລາວທີ່ວ່ານັ້ນ ໄດ້ພາກັນຂີ່ຣົດມາລົງໜ້າດ່ານຊ່ອງເມັກ 6 ຄັນ, ແຕ່ລະຄັນມີ 5-6 ຄົນ ເພື່ອທີ່ຈະຂໍຜ່ານມາຝັ່ງລາວ ແຕ່ເຈົ້າໜ້າໄທ ບໍ່ອະນຸຍາດ ເຮັດໃຫ້ພວກເຂົາເຈົ້າ ພາກັນກັບຄືນໄປຫານາຍຈ້າງ, ອີງຕາມຄໍາເວົ້າຂອງ ເຈົ້າໜ້າທີ່ຕໍາຣວດ ດ່ານຊ່ອງເມັກ ຕໍ່ RFA ໃນມື້ ວັນທີ 9 ເມສາ ນີ້:
“ຢູ່ໜ້າດ່ານນີ້ບໍ່ມີແລ້ວ ເພາະໄດ້ກວດຂັນ ກັກຣົດທຸກຄັນ ທີ່ເຂົ້າມາໜ້າດ່ານຊ່ອງເມັກ. 2-3 ມື້ ທີ່ຜ່ານມາ ກັກຣົດ 6 ຄັນ ຄັນນຶ່ງ 3 ຫາ 5 ຄົນ. ແຮງງານລາວ ຕ້ອງການຈະກັບໄປລາວ. ຄົນງານເຫລົ່ານີ້ບໍ່ໄດ້ ເປັນຜູ້ຕ້ອງຫາອິ່ຫຍັງ ກໍໃຫ້ພວກເຂົາ ເຂົ້າຂະບວນການແຮງງານ ຂອງທາງແຂວງ.”
ແຕ່ມື້ກ່ອນນັ້ນ ຄືມື້ວັນທີ 6 ເມສາ ນີ້ມີຄົນງານລາວຈາກໄທ 207 ຄົນເດີນທາງ ຈາກເຂົ້າມາແຂວງຈໍາປາສັກ ໂດຍມີຣົດທະຫານ 3 ຄັນ ຮັບໄປພັກຢູ່ໂຮງຮຽນ ປະຖົມສົມບູນບ້ານ ໜອງໄຮໂຄກເມືອງໂພນທອງ. ແລະໃນມື້ຕໍ່ມາ ໃນຈໍານວນຄົນງານເຫລົ່ານັ້ນ ກໍຖືກຍ້າຍໄປໄວ້ ຢູ່ສູນກັກກັນຊົ່ວຄາວຂອງ 3 ເມືອງ ຄື ເມືອງໂຂງ 13 ຄົນ, ເມືອງສຸຂຸມາ 8 ຄົນ ແລະ ເມືອງມຸນລະປະໂມກ 14 ຄົນ.
ພ້ອມກັນນັ້ນ ຜູ້ທີ່ເປັນຄົນ ແຂວງ ສວັນນະເຂດ 39 ຄົນ, ແຂວງ ສາລະວັນ 20 ຄົນ ແລະ ບໍຣິຄໍາໄຊ 1 ຄົນ ກໍຈະຖືກສົ່ງ ໄປກັກໂຕຢູ່ ທ້ອງຖິ່ນຂອງພວກເຂົາ ເຈົ້າໃນໄວໆນີ້.
ກ່ຽວກັບເຣຶ່ອງການຜ່ານດ່ານສາກົນ ວັງເຕົ່າ-ຊ່ອງເມັກ ເຈົ້າໜ້າທີ່ແຂວງຈໍາປາສັກ ທ່ານນຶ່ງ ກ່າວວ່າ ປັດຈຸບັນ ດ່ານທາງໄທບໍ່ໃຫ້ຄົນລາວ ຈາກໄທ ກັບເຂົ້າມາລາວແລ້ວ. ສ່ວນທີ່ປ່ອຍໃຫ້ເຂົ້າມາໃນມື້ວັນທີ 6 ເມສາ ນັ້ນ ກໍຍ້ອນມີເຈົ້າໜ້າທີ່ສອງຝ່າຍ ປະສານງານກັນຢູ່ດ່ານ ເຖິງຄວາມຮັບຜິດຊອບ ເຣຶ່ອງການຢູ່ການກິນ.
“ກະໜັກໃຈກັນ ອ້າຍນ້ອງເວົ້າກັນ ໃຜຈະລ້ຽງຢູ່ຫັ້ນ ຢູ່ດ່ານ ໄທ ຈະລ້ຽງເບາະ ກົງຈັກກົງງານອາຫານກິນອີ່ມ ບ້ານພັກໂຮງແຮມມັນກະປິດ ປິດຈະຢູ່ຈັ່ງໃດ ໃຜຈະເອົາເຂົ້າໃຫ້ກິນ ໄທ ກະສັ່ງປິດບ້ານ ບໍ່ໃຫ້ເຂົ້າ ມາເລີຍດຽວນີ້.”
ທ່ານກ່າວຕື່ມວ່າຄົນທີ່ມີຄວາມສ່ຽງ ກໍນໍາໄປກັກໂຕຢູ່ສູນໂດຍສະເພາະ ສ່ວນຄົນທີ່ແຂງແຮງດີ ກໍມີເຈົ້າໜ້າທີ່ໃຫ້ຄວາມຮູ້ກ່ຽວກັບໂຄວິດ-19 ແລະ ກັກໂຕຢູ່ເຮືອນ 14 ມື້.
ສໍາລັບຢູ່ດ່ານຂົວ ມິດຕະພາບລາວໄທ ມຸກດາຫານ-ສະຫວັນນະເຂດ ທາງດ້ານເຈົ້າໜ້າທີ່ໄທ ກ່າວວ່າ ປັດຈຸບັນ ບໍ່ມີຄົນງານລາວມາແລ້ວ. ສໍາລັບຄົນງານລາວຢູ່ໄທ ທີ່ໜັງສືເດີນທາງໝົດອາຍຸ ຕັ້ງແຕ່ວັນທີ 26 ມີນາ 2020 ນັ້ນ ຣັຖບານໄທ ອະນຸຍາດໃຫ້ຢູ່ຕໍ່ໄດ້ ເຖິງວັນທີ 30 ເມສານີ້.
"ທ່ານເວົ້າວ່າ “ບໍ່ມີມາແລ້ວ ມຸກດາຫານ ບໍ່ມີແລ້ວ ແຕ່ວ່າມັນມີປະກາດ ນາຍົກ ເຊັ່ນມາມື້ວານນີ້ແລ້ວ ໃຜທີ່ມີວີຊາໝົດ ອາຍຸຕັ້ງແຕ່ວັນທີ 26 ມິນາເປັນຕົ້ນມາ ໃຫ້ຂຍາຍໄປເຖິງ 30 ເມສາ.”
ແລະຢູ່ດ່ານນະຄອນພະນົມ ທີ່ຕິດກັບແຂວງຄໍາມ່ວນ ປັດຈຸບັນ ຢູ່ໜ້າດ່ານ ກໍບໍ່ມີຄົນລາວມາແລ້ວ ເພາະເຈົ້າໜ້າທີ່ບໍ່ຜ່ອນຜັນໃຫ້.
"ທ່ານເວົ້າວ່າ “ຫລັງຈາກປະຊາສັມພັນໄປທົ່ວກັນແລ້ວ ກໍບໍ່ມີມາເລີຍ ທຸກຂົວເປີດໝົດ. ສ່ວນຫລາຍກໍກັບໄປຢູ່ກັບນາຍຈ້າງ. ຜູ້ທີ່ກັບບໍ່ໄດ້ ແທ້ໆ ສ່ວນນຶ່ງກໍໄດ້ກັບລາວ ເຂົາມາທັນ. ມື້ວານນີ້ກະຊວງມະຫາດໄທ ກໍອອກປະກາດມາ ໃຫ້ຜ່ອນຜັນ ຄົນທີ່ຢູ່ເກີນກໍານົດວີຊາບໍ່ຕ້ອງ ຍື່ນຄໍາຮ້ອງຂໍ ຢູ່ຕໍ່ອິຫຍັງເລີຍ.”
ແລະທີ່ດ່ານແຂວງໜອງຄາຍ ເຈົ້າໜ້າທີ່ດ່ານກໍເວົ້າວ່າ ບໍ່ມີຄົນລາວ ທີ່ຢາກກັບບ້ານນັ້ນມາ ຍ້ອນເຈົ້າໜ້າທີ່ບໍ່ໃຫ້ຂ້າມ ຕາມຄໍາສັ່ງຂອງເຈົ້າ ແຂວງໜອງຄາຍ:
ທ່ານເວົ້າວ່າ “ທີ່ດ່ານໜອງຄາຍນີ້ບໍ່ມີ ມັນ ໝົດແລ້ວ ກໍບໍ່ເຫັນເລີຍ ຄືເຂົາບໍ່ໃຫ້ຂ້າມເລີຍ ປິດແລ້ວຕອນນີ້ ບໍ່ມີຜ່ອນຜັນ.”
ເປັນອັນວ່າແຕ່ລະດ່ານຂອງໄທ ທີ່ຕິດກັບລາວ ບໍ່ມີການຜ່ອນຜັນ ໃຫ້ຄົນງານລາວ ທີ່ເຮັດວຽກຢູ່ໄທກັບປະເທດແລ້ວ, ເຮັດໃຫ້ຄົນງານລາວ ຈໍານວນນຶ່ງ ຕ້ອງກັບໄປອາສັຍຢູ່ນໍານາຍຈ້າງ ຫລືພີ່ນ້ອງ.
ແລະເມື່ອວັນທີ 7 ເມສານີ້ ຣັຖບານໄທ ກໍໄດ້ປະກາດ ອະນຸຍາດໃຫ້ຄົນງານລາວ ຢູ່ໄທ ທີ່ໜັງສືເດີນທາງ ໝົດອາຍຸ ຕັ້ງແຕ່ວັນທີ 26 ມິນາ ຜ່ານມາ ຢູ່ຕໍ່ໄດ້ເຖິງ 30 ເມສາ ນີ້ ໂດຍບໍ່ຕ້ອງໄດ້ຍື່ນຄໍາຮ້ອງ ແລະບໍ່ເສັຽຄ່າປັບໃໝມື້ລະ 500 ບາດ ແຕ່ຢ່າງໃດ.