ນັກສຶກສາລາວຄ້າງຢູ່ ຈີນ : ປອດອັກເສບ ສາຍພັນໃໝ່

ອຸ່ນແກ້ວ ສຸກສະຫວັນ
2020.01.28
F-Wuhan ເຈົ້າໜ້າທີ່ ກ່າວວ່າ ມີພະນັກງານແພດ 6.000 ຄົນ ໄດ້ໄປຮອດ ເມືອງ Hubei ແລ້ວ
AFP

ນັກສຶກສາລາວ ຈຳນວນຫຼາຍ ຢູ່ປະເທດຈີນ ຍັງບໍ່ສາມາດກັບ ປະເທດລາວ ໄດ້ ຍ້ອນທາງການຈີນ ບໍ່ອະນຸຍາດໃຫ້ ອອກຈາກປະເທດ ຫລັງຈາກທີ່ ໄດ້ສັ່ງປິດຫລາຍເມືອງ ຢູ່ຈີນ ເພື່ອຄວາມຄຸບການລະບາດ ຂອງພຍາດປອດອັກເສບ ສາຍພັນໃໝ່ ຫຼື Corona virus. ດຣ ບຸນກອງ ສີຫາວົງ ຣັຖມົນຕຼີກະຊວງສາທາຣະນະສຸຂ ກ່າວໃນຖແລງການ ໃນວັນທີ 27 ມົກກະຣາ ວ່າ:

"ປັດຈຸບັນນັກສຶກສາຄ້າງຢູ່ພຸ້ນຫລາຍຢູ່ ແຕ່ວ່າຍັງບໍ່ມີຂໍ້ມູນ ຄົນລາວຕິດເຊື້ອລາງຄົນກໍຢາກມາ ຈະມາແນວໃດເພິ່ນບໍ່ໃຫ້ມາ ພວກເຮົາກໍໄດ້ ຕິດຕໍ່ ປະທານສະມາຄົມນັກສຶກສາ ຢູ່ຈີນ ໃຫ້ພົວພັນ ຫາສະມາຊິກ ເປັນຫ່ວງເລື້ອງອາຫານ ບ່ອນໃດກໍອັດໝົດ ຫັ້ນເດ້."

ປັດຈຸບັນ ເຈົ້າໜ້າທີ່ ທາງການລາວ ກຳລັງເຝົ້າຕິດຕາມຢ່າງລະອຽດ, ດັ່ງທ່ານ ກ່າວໃນຖແລງການ ອີກວ່າ:

"ອັນນີ້ ມັນຂຶ້ນຢູ່ກັບທາງ ຈີນ ຄັນວ່າທາງ ຈີນ ພຸ້ນຮັບປະກັນແລ້ວ ກັບໄດ້ເພິ່ນກະບອກ ຄັນບໍ່; ເພິ່ນກະຫ້າມຢູ່ເດ້ ອັນພວກເຮົາຈະຕ້ອງໄດ້ ຕິດຕາມ ແລະ ພ້ອມກັນນັ້ນ ຣັຖບານຈີນ ກໍເອົາໃຈໃສ່ຢູ່ ຝ່າຍຈີນ ເພິ່ນກະຊິແກ້ໄຂໄດ້."

ໃນຂນະທີ່ ຍາດພີ່ນ້ອງຂອງນັກສຶກສາລາວ ທີ່ໄປຮຽນຢູ່ຈີນ ກໍສະແດງຄວາມເປັນຫ່ວງ, ດັ່ງຍາດພີ່ນ້ອງນັກສຶກສາລາວຄົນນຶ່ງ ໄດ້ກ່າວ ວ່າ:

"ຂະເຈົ້າກຳລັງປິດເມືອງຫັ້ນນະ ກະເລີຍຈອງມາ ມັນກະບໍ່ມີຄວາມປອດໄພ ສຳລັບຄົນໃນຄອບຄົວເຮົາ ຊິນ່າ ໄປສຶກສາຢູ່ພຸ້ນກະຈິງ ແຕ່ວ່າ ເຮົາຊິບໍ່ໄດ້ຕິດໂຣກ ຕິດເຊື້ອຫຍັງນຳເຂົາເຈົ້າຊິນ່າ."

ທາງການລາວ ໄດ້ປະສານງານກັບທາງການຈີນ ເພື່ອໃຫ້ດູແລນັກສຶກສາລາວ ຢູຈີນ ໂດຍສະເພາະ ຢູໃນເຂດເມືອງ ທີ່ມີການສັ່ງປິດ ແລະ ທາງການລາວ ໄດ້ແນະນຳໃຫ້ນັກສຶກສາລາວ ປະຕິບັດຕາມລະບຽບ ຂອງຣັຖບານຈີນ ເພື່ອຄວາມປອດໄພ.

ສ່ວນວ່າ ກຳມະກອນຈີນ ທີ່ເຮັດວຽກຢູ່ສວນກ້ວຍ ເມືອງຫີນເຫີບ ແຂວງວຽງຈັນ ຍັງບໍ່ກ້າເດີນທາງກັບ ປະເທດຈີນ ໃນໄລຍະປີໃໝ່ ຈີນ, ເຈົ້າໜ້າທີ່ ເມືອງຫີນເຫີບ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ຄືວ່າ ບໍ່ເຫັນຜູ້ໃດເມືອ ເປັນນຳພຍາດບ້ານເຂົາ ເປັນນາຍເປັນຫຍັງ ກະບໍ່ເມືອເດ້ ປີນີ້ ປີກາຍເຫັນເຂົາກະເມືອຢູ່ ເທົ່າເກົ່າຫັ້ນແຫລະ ກະບໍ່ມີການເຄື່ອນເໜັງ."

ເຖິງຢ່າງໃດກໍຕາມ, ດຣ. ບຸນກອງ ສີຫາວົງ ຣັຖມົນຕຼີກະຊວງ ສາທາຣະນະສຸຂ ໄດ້ຢືນຢັນວ່າ ຍັງບໍ່ພົບຜູ້ຕິດເຊື້ອ ພຍາດປອດອັກເສບ ສາຍພັນໃໝ່ Corona virus ໃນລາວ ສ່ວນວ່າ ມີຂ່າວອອກທາງເຟສບຸກ ວ່າມີຜູ້ຕິດເຊື້ອຢູ່ໂຮງໝໍນັ້ນ ນັ້ນແມ່ນຂ່າວປອມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.