ຜູ້ໂດຍສານເຮືອສໍາຣານ Diamond Princess (ຕໍ່)

ມະນີຈັນ
2020.03.17
F-Diamond ເຮືອສໍາຣານທ່ອງທ່ຽວທະເລ Diamond Princess
ຮູບຈາກ : ນັກຂ່າວພົລເມືອງ

Joy Goodwin ຊາວລາວອາເມຣິກັນ ຈາກເມືອງແຊັນໂຮເຊ໋ ຣັດແຄລີຟໍເນັຽ ສະຫະຣັດອາເມຣິກາ ຊຶ່ງເປັນນຶ່ງ ໃນຈໍານວນຜູ້ໂດຍສານ ໃນເຮືອສໍາຣານ Diamond Princess ທີ່ບັນຈຸໄດ້ 2,670 ຄົນ. ຕາມແຜນທ່ອງທ່ຽວແມ່ນ 15 ມື້. ນາງພ້ອມສາມີ ແລະ ພີ່ນ້ອງທັງໝົດ 5 ຄົນ ໄດ້ຂີ່ຍົນຈາກອາເມຣິກາ ໄປລົງເຮືອຢູ່ ຍີ່ປຸ່ນ ໃນມື້ວັນທີ 20 ມົກກະຣາ ຜ່ານມາ. ໄປເຖິງຮົງກົງ ວັນທີ 25 ມົກກະຣາ, ເຖິງດານັງ ແລະຮ່າລ໊ອງເບ ປະເທດວຽດນາມ ວັນທີ 27 ແລະ 28 ມົກກະຣາ, ວັນທີ 31 ໄປຮອດໄທເປ ໃຕ້ຫວັນ. ຈາກນັ້ນ ວັນທີ 1 ກຸມພາ ໄປໂອກິນາວາ ຍີ່ປຸ່ນ.

ຕາມແຜນ ແມ່ນຈະຢູ່ໃນເຮືອວັນທີ 2 ແລະ 3 ເພື່ອກັບຄືນມາຮອດຢູໂກຮາມາ ວັນທີ 4 ກຸມພາ. ແຕ່ເຈົ້າໜ້າທີ່ເຮືອ ບອກວ່າ ຕ້ອງໄດ້ກັບ ເມືອກ່ອນມື້ນຶ່ງ ຄືວັນທີ 3 ເພາະຮູ້ວ່າມີຄົນຢູ່ໃນເຮືອ ທີ່ລົງຢູ່ຮົງກົງ ໄປໂຮງໝໍແລ້ວກວດພົບ ຕິດເຊື້ອພຍາດໂຄວິດ-19 ເຮັດໃຫ້ທຸກຄົນ ໃນເຮືຶອ ຕ້ອງໄດ້ຖຶກກວດ ຍ້ອນຢ້ານມີຜູ້ຕິດເຊື້ອ ໄວຣັສນັ້ນ.

ເມື່ອຮອດ ຢູໂກຮາມາແລ້ວ ກໍມີທີມງານແພດມາກວດ ທຸກຄົນໃນເຮືອໝົດຄືນວັນທີ 4 ກຸມພາ, ກວດ-ແທກ ອູນຫະພູມ, ອາການໄຂ້ ໄອ ເຈັບຄໍ. ທຸກຄົນຢູ່ໃນຫ້ອງເຮືອ 14 ມື້ ຈົນຮອດວັນທີ 16 ກຸມພາ ທາງການສະຫະຣັດ ອາເມຣິກາ ຈຶ່ງເອົາເຮືອບິນ 2 ລໍາໄປຮັບເອົາຄົນ ອາເມຣິກັນ ຂຶ້ນເຮືອບິນ ຈາກຍີ່ປຸ່ນ ກັບມາອາເມຣິກາ ຊຶ່ງນາງໄດ້ຖືກໄປກັກກວດພຍາດ ຢູ່ຖານທັບອາກາດ ທີ່ ຣັຖເທັກຊັສ ອີກ 14 ມື້.

ຈ່ອຍ ເວົ້າວ່າ 14 ມື້ຢູ່ຖານທັບອາກາດ ທີ່ຣັຖ Texas ນາງ ແລະຄົນອາເມຣິກັນອື່ນໆ ແມ່ນໄດ້ຮັບຄວາມສະດວກດີ  .... ຕອບ.......ຖາມ.....ຕອບ.

ທີ່ທ່ານໄດ້ຮັບຟັງ ຈົບລົງໄປນັ້ນ ຄືການສັມພາດ ຈ່ອຍ ຊາວລາວອາເມຣິກັນ ຈາກເມືອງ ແຊັນໂຮເຊ໊, ຣັດ California ໃນມື້ວັນທີ 12 ມີນາ ຜ່ານທາງ ໂທຣະສັບ ພາຍຫລັງທີ່ນາງຈາກຣັດ Texas ມາຣັດຄາລີຟໍເນັຍບ່ອນທີ່ນາງ ພ້ອມສາມີ, ເອື້ອຍແລະອ້າຍເຂີຍຖືກກັກ ກັນເພື່ອກວດ ແລະຕິດຕາມສຸຂພາບ ຢູ່ຖານທັບອາກາດ 14 ມື້.

ໃນເວລາທີ່ຖືກກັກກັນຢູ່ໃນເຮືອສໍາຣານ ແລະຢູ່ຖານທັບເຮືອ ທີ່ຣັຖ Texas ບ່ອນລະ 14 ມື້ນັ້ນ ຈ່ອຍ ບອກວ່າ ທຸກຄົນ ໄດ້ຮັບຄວາມ ສະດວກດີ ມີທັງການສນອງເຄື່ອງໃຊ້ ອະນາມັຍຕ່າງໆ ເປັນຕົ້ນນໍ້າຢາລ້າງມື ໜ້າກາກອະນາມັຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.