ຜູ້ໂດຍສານເຮືອສໍາຣານ Diamond Princess
2020.03.13
ຜູ້ໂດຍສານໃນເຮືອສໍາຣານ Diamond Princess ຊຶ່ງຕາມແຜນແມ່ນຢູ່ໃນເຮືອ 15 ມື້, ຂຶ້ນຢູ່ຍີ່ປຸ່ນແຕ່ຕ້ອງໄດ້ກັບມາຍີ່ປຸ່ນກ່ອນກໍານົດ ຍ້ອນມີຄົນຜູ້ນຶ່ງ ທີ່ໄປລົງຢູ່ຮົງກົງ ຖືກກວດພົບຕິດເຊື້ອ COVID-19. ກ່ຽວກັບວ່າຜູ້ຄົນຢູ່ໃນເຮືອ ມີຄວາມຮ້ອນຮົນໃຈ ຫຼືວ່າຣະມັດຣະວັງ ແນວໃດນັ້ນ, ມະນີຈັນ ຈະນໍາພາທ່ານໄປຮູ້ຈັກຜ່ານການສັມພາດ ຈ່ອຍ Goodwin ຊາວລາວ-ອາເມຣິກັນ ຈາກ ເມືອງແຊັນໂຮ ເຊ໊ ຣັດ ແຄລີຟໍເນັຽ ຊຶ່ງເປັນນຶ່ງໃນຈໍານວນ ຜູ້ໂດຍສານນັ້ນ.
Joy Goodwin ຊາວລາວອາເມຣິກັນ ຈາກເມືອງແຊັນໂຮເຊ໋ ຣັດແຄລີຟໍເນັຽ ສະຫະຣັດ ອາເມຣິກາ ຊຶ່ງເປັນນຶ່ງ ໃນຈໍານວນຜູ້ໂດຍສານ ໃນເຮືອ ສໍາຣານ Diamond Princess ທີ່ບັນຈຸໄດ້ 2,670 ຄົນ. ຕາມແຜນທ່ອງທ່ຽວແມ່ນ 15 ມື້. ນາງພ້ອມສາມີ ແລະພີ່ນ້ອງທັງໝົດ 5 ຄົນ ໄດ້ຂີ່ຍົນຈາກອາເມຣິກາ ໄປລົງເຮືອຢູ່ຍີ່ປຸ່ນ ໃນວັນທີ 20 ມົກກະຣາຜ່ານມາ. ໄປເຖິງຮົງກົງ ວັນທີ 25 ມົກກະຣາ, ເຖິງດານັງ ແລະ ຮ່າລ໊ອງເບ ປະເທດວຽດນາມ ວັນທີ 27 ແລະ 28 ມົກກະຣາ, ວັນທີ 31 ໄປຮອດໄທເປ ໃຕ້ຫວັນ. ຈາກນັ້ນ ວັນທີ 1 ເດືອນກຸມພາ ໄປໂອກິນາວາ ຍີ່ປຸ່ນ.
ຕາມແຜນ ແມ່ນຈະຢູ່ໃນເຮືອວັນທີ 2 ແລະ 3 ເພື່ອກັບຄືນມາຮອດຢູໂກຮາມາ ວັນທີ 4 ກຸມພາ. ແຕ່ເຈົ້າໜ້າທີ່ເຮືອ ບອກວ່າ ຕ້ອງໄດ້ກັບ ເມືອກ່ອນມື້ນຶ່ງ ຄືວັນທີ 3 ເພາະຮູ້ວ່າມີຄົນຢູ່ໃນເຮືອ ທີ່ລົງຢູ່ຮົງກົງ ໄປໂຮງໝໍ ແລ້ວກວດພົບ ຕິດເຊື້ອພຍາດ ໂຄວິດ-19 ເຮັດໃຫ້ທຸກຄົນໃນເຮືຶອ ຕ້ອງໄດ້ກວດ ຍ້ອນຢ້ານມີຜູ້ຕິດເຊື້ອ ວັຍຣັສນັ້ນ.
ເມື່ອຮອດ ຢູໂກຮາມາແລ້ວ ກໍມີທີມງານແພດມາກວດ ທຸກຄົນໃນເຮືອໝົດຄືນ ວັນທີ 4 ກຸມພາ, ກວດ-ແທກອູນຫະພູມ, ອາການໄຂ້ ໄອ ເຈັບຄໍ. ທຸກຄົນຢູ່ໃນຫ້ອງເຮືອ ຈົນຮອດວັນທີ 16 ກຸມພາ ທາງການສະຫະຣັດອາເມຣິກາ ຈຶ່ງໄປ ຮັບເອົາຄົນອາເມຣິກັນ ຂຶ້ນເຮືອບິນ ຈາກຍີ່ປຸ່ນ ກັບມາອາເມຣິກາ ຊຶ່ງນາງໄດ້ຖືກໄປກັກກວດພຍາດ ຢູ່ຣັດ ເທັກຊັສ 14 ມື້. ຈ່ອຍ ເວົ້າວ່າ ກ່ອນ ແລະພາຍຫລັງຂຶ້ນເຮືອ ບໍ່ມີໃຜຮູ້ເຣື່ອງການແຜ່ຣະບາດ ຂອງເຊື້ອໄວຣັສ ໂຄໂຣນາ ສາຍພັນໃໝ່ ຫລືໂຄວວິດ-19.