ຣະວັງໂຣຄ ຫູ-ຄໍ ອັກເສບ
ຫ້ອງການ ສາທາຣະນະສຸກ ທີ່ ເມືອງຊຳໃຕ້ ໄດ້ ຕັກເຕື່ອນ ພໍ່ແມ່ ຂອງ ເດັກນ້ອຍ ກ່ຽວກັບ ໂຣຄ ຫູ-ຄໍ ອັກເສບ.
-
ສິດນີ
2017-03-22 -
-
-
Your browser doesn’t support HTML5 audio
ຫ້ອງການ ສາທາຣະນະສຸກ ເມືອງຊຳໃຕ້ ແຂວງຫົວພັນ ໄດ້ເຕືອນໃຫ້ ຜູ້ປົກຄອງ ທີ່ມີລູກນ້ອຍ ອາຍຸ ຣະຫວ່າງ 5ຫາ10 ປີໃຫ້ລະວັງ ໂຣຄ ຫູ-ຄໍ ອັກເສບ ຫລື ໄຂ້ຫວັດລົງຄໍ ທີ່ເກີດຈາກ ການກິນນ້ຳເຢັນ ຫລື ກະແລມ ( Ice Cream) ໃນຣະດູຮ້ອນ ຣະຫວ່າງ ເດືອນ ມິນາ ຫາ ເມສາ ເນື່ອງຈາກວ່າ ປັດຈຸບັນ ໂຮງຫມໍ ທີ່ເມືອງຊຳໃຕ້ ໄດ້ມີເດັກນ້ອຍ ເຂົ້າມາ ປິ່ນປົວໂຣຄ ດັ່ງກ່າວ ວັນລະ 3ຫາ5 ຄົນ ຫາກຜູ້ປົກຄອງ ຍັງບໍ່ຮູ້ ຣາຍລະອຽດ ກ່ຽວກັບ ໂຣຄດັ່ງກ່າວ ຄວນລະມັດລະວັງ ແລະ ເບິ່ງແຍງລູກເຕົ້າ ໃຫ້ດີ ໂດຍສະເພາະ ໃນຍາມ ອາກາດຮ້ອນ ອຸນນະພູມສູງ. ດັ່ງເຈົ້າຫນ້າທີ່ ສາທາຣະນະສຸກ ປະຈຳໂຮງຫມໍ ເມືອງຊຳໃຕ້ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 21 ມິນາ ນີ້ວ່າ:
"ກໍໄດ້ເວົ້າຫາ ລະກະໃຫ້ສຸຂສາລາໄປນຳ ແບບຂະເຈົ້າ ມາບໍຣິການໂຮງຫມໍ ເຮົາປົວໄປນຳ ເຮົາກະເວົ້າໄປນຳຕອນນີ້ ຢູ່ຈັ່ງໃດ ກິນຈັ່ງໃດ ຫມໍກະສິ ວາງຢາໃຫ້ກິນ ແນະນຳ ບໍ່ໃຫ້ກິນນ້ຳເຢັນ ກິນນ້ຳ ທັມມະດາ".
ທ່ານກ່າວຕື່ມວ່າ ຜູ້ປົກຄອງ ຄວນໃຫ້ເດັກນ້ອຍ ດື່ມນ້ຳ ອຸນນະພູມ ທັມມະດາ ບໍ່ເຢັນເກີນໄປ ແລະບໍ່ໃຫ້ກິນກະແລມ ຖ້າເຫັນເດັກນ້ອຍ ມີອາການ ຜິດປົກກະຕິ ເປັນຕົ້ນ ໄອບໍ່ເຊົາ ຄໍແດງ ແລະ ມີອາການອ່ອນເພັຽ ຕ້ອງພາໄປຫາຫມໍ ທັນທີ ເພື່ອໃຫ້ ນາຍຫມໍປີ່ນປົວ ກ່ອນ ຈະລາມໄປໃສ່ຄົນ ໃນຄອບຄົວ.
ຜ່ານມາໂຣຄດັ່ງກ່າວເກີດຂຶ້ນ ທີ່ເມືອງຊຳໃຕ້ ໃນແຕ່ລະປີ ຍ້ອນວ່າ ຜູ້ປົກຄອງເດັກນ້ອຍ ສ່ວນຫລາຍຂາດຄວາມຮູ້ ແລະ ຄວາມເຂົ້າໃຈ ໃນໂຣຄນີ້ ໃນຂນະດຽວກັນ ໂຮງຫມໍແລະຫ້ອງການ ສາທາຣະນະສຸກ ເມືອງຊຳໃຕ້ ກໍຂາດການປະຊາສຳພັນ ກັບ ຊາວບ້ານໃນບັນຫາ ດັ່ງກ່າວ.