ໄຂ້ເລືອດອອກ ຄຶພັຍຄຸກຄາມຊີວິຕ ໃນຣະດູຝົນ
ໄຂ້ເລືອດອອກ ຫຼືໄຂ້ຍຸງລາຍ ຣະບາດແຮງຂຶ້ນຢູ່ລາວ, ຜູ້ທີ່ມີພຍາດປະຈໍາໂຕ ເຊັ່ນ ເບົາຫວານ, ໝາກໄຂ່ຫຼັງຊຸດໂຊມ ຫາກໄດ້ຮັບເຊື້ອ ເຮັດໃຫ້ມີຄວາມສ່ຽງສູງ ທີ່ຈະເສັຍຊີວິຕ ໄດ້ງ່າຍກວ່າຄົນ ທີ່ບໍ່ມີພຍາດປະຈໍາໂຕ.
-
ສຸພັດຕາ
2022-08-19 -
-
-
Your browser doesn’t support HTML5 audio
ພຍາດໄຂ້ເລືອດອອກ ຫຼືໄຂ້ຍຸງລາຍ ເປັນພຍາດທີ່ເກີດຈາກເຊື້ອໄວຣັສ ແດງກີ (Dengue Virus) ໂດຍມີຍຸງລາຍ ເປັນພາຫະນະນໍາເຊື້ອ ຊຶ່ງພົບເຫັນໃນທຸກເພດ ທຸກອາຍຸ ໄຂ້ຍຸງລາຍນີ້ເປັນ ເປັນພຍາດທີ່ມັກຣະບາດໜັກໃນຊ່ວງຣະດູຝົນ ເຊິ່ງເຮັດໃຫ້ມີຈໍານວນຄົນເຈັບ ແລະ ເສັຍຊີວິຕ ເພີ່ມຂຶ້ນທຸກປີ ໃນວັນທີ 3 ເດືອນກໍຣະກະດາ ປີ 2022, ສູນຂ່າວສານການແພດ ສຸຂະສຶກສາ ກະຊວງສາທາຣະນະສຸຂຂອງລາວ ເຜີຍແຜ່ໂຕເລຂຜູ້ເປັນໄຂ້ຍຸງລາຍ ໃນທົ່ວປະເທດ ສະສົມ 6,047 ຄົນ ແລະ ເສັຽຊີວິຕສະສົມ 8 ຄົນຕົກມາເຖິງວັນທີ 18 ສິງຫາ 2022 ນີ້ ຄົນລາວ ເປັນໄຂ້ຍຸງລາຍເພີ່ມຂຶ້ນເປັນ 18,796 ຄົນ ຄື ເກືອບສາມເທົ່າ ແລະ ຈຳນວນຜູ້ເສັຽຊີວິຕກໍເພີ່ມຂຶ້ນອີກ 9 ຄົນ ຮວມທັງໝົດ ເປັນ 17 ຄົນ.
ໃນເມື່ອຈຳນວນຄົນເປັນໄຂ້ຍຸງລາຍເພີ່ມຂຶ້ນຫຼາຍ, ສະນັ້ນ ປະຊາຊົນລາວ ຄວນລະມັດລະວັງ ປ້ອງກັນໂຕເອງ ບໍ່ໃຫ້ຖືກຍຸງກັດ, ຕ້ອງນອນໃນມຸ້ງ ແລະ ທໍາລາຍໜອນນໍ້າຍຸງລາຍ ໝັ່ນຮັກສາຄວາມສະອາດ ບໍຣິເວນອ້ອມແອ້ມເຮືອນຊານຂອງຕົນ ບໍ່ໃຫ້ມີນໍ້າຂັງ ຢູ່ຕາມກະໂປະກະປ໋ອງ ຫຼືພາຊະນະຕ່າງໆທີ່ບໍ່ໃຊ້ ຕ້ອງຂວ້າ ຫຼືປິດຝາໄວ້ ເພື່ອບໍ່ໃຫ້ເປັນແຫຼ່ງເພາະພັນຂອງຍຸງ, ສໍາລັບຄວາມອັນຕຣາຍຂອງພຍາດໄຂ້ຍຸງລາຍນີ້ ຜູ້ທີ່ມີພຍາດປະຈໍາໂຕເຊັ່ນ ເບົາຫວານ, ໝາກໄຂ່ຫຼັງຊຸດໂຊມ ຫາກຕິດເຊື້ອແລ້ວ ຈະເຮັດໃຫ້ມີຄວາມສ່ຽງສູງ ທີ່ຈະເສັຍຊີວິດໄດ້ງ່າຍ ກວ່າຄົນທີ່ບໍ່ມີພຍາດປະຈໍາໂຕ, ອີງຕາມຄວາມເວົ້າ ຂອງທ່ານໝໍ ສິດທິພັນ ຫຼື (ທ່ານໝໍ ໂກ້) ຊ່ຽວຊານ ພຍາດຣະບາດເຂດຮ້ອນ ຢູ່ໂຮງໝໍແຂວງຈໍາປາສັກ ຕໍ່ວິທຍຸເອເຊັຽເສຣີ ເມື່ອທ້າຍເດືອນກໍຣະກະດາ 2022 ນີ້ວ່າ:
“ໄຂ້ຍຸງລາຍເນາະ ເປັນພຍາດທີ່ບໍ່ເລືອກອາຍຸ ບໍ່ເລືອກເພດ ເປັນກຸ່ມສ່ຽງທໍ່ໆກັນ ເບິດທຸກຄົນເລີຍເນາະ ສ່ວນລະດັບຄວາມອັນຕຣາຍນີ້ ກະແມ່ນຂຶ້ນກັບວ່າ ຂະເຈົ້າແຂງແຮງ ຫຼືວ່າຂະເຈົ້າມີພຍາດປະຈໍາໂຕເນາະ ຄັນມີພຍາດປະຈໍາໂຕ ລະດັບຄວາມອັນຕຣາຍ ກໍຈະຫຼາຍເພີ່ມຂຶ້ນໄປຕາມອີກ ໂດຍສະເພາະ ຜູ້ທີ່ປັນຫາ ຂອງເຣື່ອງຂອງພຍາດໝາກໄຂ່ຫຼັງຊຸດໂຊມບໍ່, ຊິເວົ້າພວກເບົາຫວານບໍ່ຈັ່ງຊີ້ ຖ້າເປັນປຶບ ກະແມ່ນມີຄວາມຮຸນແຮງ ແຕກຕ່າງຈາກ ຄົນທີ່ວ່າບໍ່ມີພຍາດປະຈໍາໂຕຢູ່ແລ້ວເນາະ.”
ຫາກຜູ້ໃດ ຖືກຍຸງລາຍທີ່ມີເຊື້ອມາກັດ ກໍຈະມີອາການຕ່າງໆ ສະແດງອອກໃຫ້ເຫັນ ພາຍໃນໄລຍະເວລາ 3-5 ມື້, ດັ່ງທ່ານໝໍ ບອກໃຫ້ຮູ້ວ່າ:
“ອາການຂອງໄຂ້ຍຸງລາຍນີ້ເນາະ ຍຸງລາຍທຸກໂຕ ມັນອາຈບໍ່ມີເຊື້ອເນາະ ແຕ່ຖ້າຫາກວ່າໄປເຈິະຍຸງ ທີ່ວ່າມັນມີເຊື້ອມາກັດເຮົາເນາະ. ມາກັດເຮົາປຶບ ເຮົາກໍຈະຕິດເຊື້ອ ປະມານ 3-5 ວັນ ກໍຈະມີອາການສະແດງອອກ ກະຄື: ໄລຍະທໍາອິດ ຈະແມ່ນມີອາການໄຂ້ ໄຂ້ສູງ, ເຈັບຫົວ, ປວດຕົນໂຕ, ປວດຕາມກະດູກ, ປວດຕາມກ້າມຊີ້ນ, ຂົມປາກ, ເບື່ອອາຫານບໍ່ຢາກກິນເຂົ້າເນາະ ອັນນັ້ນແມ່ນໄລຍະ ຂັ້ນຕົ້ນເນາະ ໄລຍະທີ່ເຮົາເປັນໄຂ້ໃນຊ່ວງທໍາອິດເນາະ ແມ່ນມື້ທີ່ 1 ຫາມື້ທີ່ 3, ແຕ່ຫຼັງຈາກນັ້ນ ຖ້າຫາກວ່າ ມື້ທີ່ 4 ຫາມື້ທີ່ 7 ເປັນໄລຍະທີ່ 2 ເນາະ. ເຂົາຈະເອີ້ນເນາະ ເປັນໄລຍະທີ່ວ່າ ໄຂ້ລົດ ຈະບໍ່ມີໄຂ້ລະ ຈະໄຂ້ກະສ່ວນໜ້ອຍ ຈະໄຂ້ບໍ່ແຮງ ແຕ່ໄລຍະນີ້ ເປັນໄລຍະທີ່ວ່າ ອັນຕຣາຍຫຼາຍເນາະ ເພາະເປັນໄລຍະທີ່ໄຂ້ລົດ ເຊື້ອຈະມີການປ່ຽນແປງ ຜັນຜວນໄດ້ງ່າຍ ໄດ້ທຸກໆຊົ່ວໂມງເລີຍໂຕນີ້ເນາະ ເຊິ່ງວ່າ ອາຈເຮັດໃຫ້ຄົນເຈັບມີອາການເຈັບທ້ອງ, ມີອາການເລືອດອອກຕາມເຟັນແຂ້ວ, ລະກະມີອາການທີ່ບວມ ຕາມມືຕາມຂາເນາະບາງຄົນ. ໝາຍຄວາມວ່າ ແຕ່ລະອາການ ຈະບໍ່ໄດ້ມີເບິດທຸກອາການໃນຄົນນຶ່ງເນາະ ບາງຄົນກະມີອາການ ເລືອດອອກເຟັນແຂ້ວ, ບາງຄົນກະບໍ່ມີ, ບາງຄົນກະມີຍ່ຽວເປັນເລືອດປົນມານໍາ ເປັນແດງໆນໍ້ ເປັນແດງໆແຕ່ບໍ່ແມ່ນແດງສົດ ຈະເປັນແບບແດງໆຄ້າຍໆຄືເຮົາເອົາຊີ້ນໄປລ້າງ ລະມັນຈະເປັນສີແດງໆຈາງໆແບບນັ້ນ ແລ້ວກະເຈັບໃນທ້ອງ ເຈັບໃນທ້ອງເຂດລີ້ນປີ່ເນາະສ່ວນຫຼາຍ ຫຼືບໍ່ ກະເຈັບທົ່ວທ້ອງ ທ້ອງເບັງ ແໜ້ນທ້ອງເນາະ ຂົ່ມເບິ່ງກະເຈັບ ເຈັບແໜ້ນ ອັນນີ້ແມ່ນສັນຍານເຕືອນ ທີ່ວ່າອັນຕລາຍເນາະ ໃນໄລຍະທີ່ 2 ຂອງໄຂ້ຍຸງລາຍ, ສ່ວນທີ່ວ່າ ໄລຍະທີ່ 3 ນີ່ ກະເປັນໄລຍະທີ່ວ່າ ເລີ່ມຟື້ນໂຕແລ້ວເນາະ, ຖ້າຫາກກາຍມື້ທີ່ 7 ໄປເປັນມື້ທີ່ 8 ໝາຍຄວາມວ່າ ພາຍໃນມື້ທີ່ 4 ຫາມື້ທີ່ 7 ຫັ້ນ ເຮົາປອດພັຍ ເຮົາຫວິດມາໄດ້ ເຮົາຜ່ານວິກິຈໂຕນີ້ມາໄດ້ ມື້ທີ່ 8 ໝາຍຄວາມວ່າ ເຮົາຈະປອດພັຍແລ້ວເນາະ ເຮົາຈະບໍ່ເປັນອັນຕລາຍແລ້ວເນາະ ຈະຄ່ອຍໆດີຂຶ້ນໄປເລື້ອຍໆເນາະ ສໍາລັບໄຂ້ຍຸງລາຍ.”
ທ່ານໝໍ ກ່າວຕື່ມອີກວ່າ ໃນໄລຍະທີ່ 2 ນີ້ ເປັນໄລຍະອັນຕລາຍ ເພາະເປັນໄຂ້ມາຫຼາຍມື້ ຕ້ອງໄດ້ໄປກວດໂຕເອງ ຢູ່ຄລິນິກ (Clinic) ຫຼືຢູ່ໂຮງໝໍ:
“ສໍາຄັນກະຄືໄລຍະທີ່ 2 ໄລຍະເປັນໄຂ້ມາໄດ້ ມື້ທີ່ 4 ຫາມື້ທີ່ 7 ຢູ່ໃນຊ່ວງນີ້ ເຮົາຕ້ອງໄດ້ຕິດຕາມໂຕເອງ ຫຼືບໍ່ ຕ້ອງໄດ້ໄປກວດນໍາຄລິນິກ ຫຼືໄປຕິດຕາມຢູ່ໂຮງໝໍ ໄປນອນຢູ່ໂຮງໝໍເນາະ ຖ້າຫາກວ່າ ມີອາການຍ່ຽວແດງ ຫຼືມີອາການ ເລືອດອອກເຟັນແຂ້ວ, ເຈັບໃນທ້ອງນີ້ ເຊິ່ງເປັນສິ່ງທີ່ວ່າ ສັນຍານເຕືອນ ເຖິງອັນລາຍແລ້ວເນາະ ເພາະວ່າ ໄລຍະນີ້ອາຈເຮັດໃຫ້ຕັ້ງຊົ້ງຂອງຄົນເຈັບນີ້ເນາະ ຄວາມດັນເລືອນຂອງຄົນເຈັບນີ້ຫຼຸດ ເຂົາເອີ້ນວ່າພາວະຊ໊ອກເນາະ ຊ໊ອກຍ້ອນການຕິດເຊື້ອໄຂ້ຍຸງລາຍຮຸນແຮງນໍ້ ອາຈເຮັດໃຫ້ເສັຍຊີວິຕໄດ້ ໃນໄລຍະນີ້ ຄົນສ່ວນຫຼາຍຈະເສັຍຊີວິຕໃນໄລຍະທີ່ 2 ທີ່ເຂົາບໍ່ໄດ້ຕິດຕາມອາການຢູ່ໂຮງໝໍ ທີ່ເຂົາໄປປົວນໍາແພດ ອສບ ບໍ່ຊິ ທີ່ເຂົາບໍ່ຮູ້ຈັກວ່າ ເອີ່ຜູ້ນີ້ເປັນໄຂ້ຍຸງລາຍເນາະ ເຂົາຄິດວ່າເປັນເຈັບກະເພາະແມ່ນຫຍັງບໍ່ ເຂົາກະໃຫ້ຢາໄປ ໃຫ້ນໍ້າໄປ ເຮັດໃຫ້ປົວບໍ່ຖືກວິທີ ເຮັດໃຫ້ຄັນເຈັບເປັນໜັກແຮງ ຈຶ່ງໄປຮອດໂຮງໝໍ ແລະເສັຍຊີວິຕ.”
ທ່ານໝໍ ຍັງບອກໃຫ້ຮູ້ອີກຕື່ມວ່າ ອາຫານ ສໍາລັບຜູ້ທີ່ເປັນໄຂ້ຍຸງລາຍ ທີ່ຄວນກິນ ແລະຄວນຫຼີກຫຼ້ຽງ ມີດັ່ງນີ້:
“ຜູ້ທີ່ເປັນໄຂ້ຍຸງລາຍເນາະ ການກິນອາຫານ ເຮົາກິນອາຫານ, ຄືຄົນປົກກະຕິທົ່ວໄປ ເຮົາຄວນທີ່ຈະກິນອາຫານໃຫ້ຄົບ 5 ໝູ່ເນາະ ຄື: ກິນຜັກ, ກິນຊີ້ນ, ກິນເຂົ້າ ກິນຫຍັງຄືຄົນທົ່ວໄປປົກກະເລີຍ ສິ່ງທີ່ຫຼີກຫຼ້ຽງກະຄື ອາຫານທີ່ມີສີແດງເນາະ ຄືວ່ານໍ້າ ເຄື່ອງດື່ມ ທີ່ມີສີແດງ ເຊັ່ນວ່າ: ນໍ້າສະໂລ່ແດງບໍ່ ນໍ້າຫວານລາວທີ່ເປັນສີແດງບໍ່ ຫຼືວ່ານໍ້າແປັບຊີບໍ່ ທີ່ເປັນສີດໍາໆ ກະຄືກັນເນາະ ລະກະອາຫານທີ່ເປັນສີແດງໆເນາະ ເຮົາຄວນຫຼີກຫຼ້ຽງພວກນັ້ນ ເພາະເປັນຫຍັງ ຈຶ່ງບໍ່ຢາກໃຫ້ກິນສີແດງ ເພາະມັນຈະໄປສັບສົນກັນ ກັບເວລາໄລຍະມື້ທີ່ 3 ຫາມື້ທີ່ 7 ເນາະ ໂດຍສະມື້ທີ່ 7 ທີ່ເຮົາເວົ້າກັນວ່າ ຄົນເຈັບອາຈມີຍ່ຽວເປັນສີແດງອີຫຍັງແບບນີ້ ຄືວ່າເຮົາກິນອາຫານທີ່ເປັນສີແດງ ເຮົາໄປຍ່ຽວປຶບ ຄັນວ່າໂອ່ ຍ່ຽວຂ້ອຍເປັນສີແດງແລ້ວ ຂ້ອຍເປັນອັນຕລາຍ ຫາກທີ່ຈິງແລ້ວເປັນນໍາອາຫານເຮົາ ບໍ່ໄດ້ເປັນນໍາເຊື້ອຫັ້ນນ່າ ມັນຈະໄປເຮັດໃຫ້ທ່ານໝໍສັບສົນ ເວລາໄປກວດຊື່ໆເນາະ ເຮົາກະເລີຍບໍ່ຢາກໃຫ້ກິນອາຫານທີ່ເປັນສີແດງຫັ້ນ.”
ນອກຈາກນີ້ ທ່ານໝໍ ຍັງຝາກຄວາມເປັນຫ່ວງ ເຖິງພໍ່ແມ່ປະຊາຊົນ ທີ່ຢູ່ເຂດຫ່າງໄກສອກຫຼີກ ໃຫ້ປ້ອງກັນໂຕເອງ ແລະຄອບຄົວ ຈາກພຍາດໄຂ້ຍຸງລາຍ ແລະບໍ່ຄວນຊື້ຢາມາກິນເອງ ເມື່ອເປັນໄຂ້ເປັນໄອ ເພາະອາດເຮັດໃຫ້ເປັນອັນຕຣາຍ ແລະເສັຍເງິນຫຼາຍກວ່າເກົ່າ:
“ຝາກເຖິງປະຊາຊົນ ທີ່ເຂດຫ່າງໄກສອກຫຼີກແຫຼະເນາະ ຖ້າຫາກວ່າ ບ້ານເຮືອນເຮົາ ມັນມີແຫຼ່ງນໍ້າຂັງ ມີບ່ອນກະໂປ໊ະກະປ໋ອງ ກະຄວນທີ່ວ່າໄປຂວ້າມຖິ້ມທໍາລາຍ ບໍ່ໃຫ້ຍຸງລາຍຫັ້ນ ມີບ່ອນໄດ້ແຜ່ພັນໄດ້ ມີບ່ອນແຜ່ເຊື້ອຂຍາຍພັນໄດ້ເນາະ ລະກະໃຫ້ນອນໃນມຸ້ງເນາະ ຖ້າຫາກວ່າມີໄຂ້ ມີໄອ ອາການບໍ່ຮຸນແຮງກໍຢ່າເນາະ ຂໍໃຫ້ປະຊາຊົນຫັ້ນ ເຂົ້າມາກວດຢູ່ທີ່ ສະຖານທີ່ບໍຣິການ ທາງດ້ານສຸຂພາບ ຢູ່ໃກ້ໆບ້ານ ຂອງທ່ານເອງຫັ້ນແຫຼະເນາະ ຢູ່ສຸຂສາລາເນາະ ເພື່ອກວດເບິ່ງວ່າ ເຮົາຈະເປັນຫຍັງກັນແທ້ ບໍ່ຄວນທີ່ຈະໄປຊື້ຢາຊຸດ ຢາຊຸມມາກິນເອງເນາະ ຊຸດນຶ່ງ 2 ພັນກີບ 3 ພັນກີບ ມັນຖືກກໍຈິງ ແຕ່ວ່າມັນອາຈເຮັດໃຫ້ເຮົາ ເປັນອັນຕລາຍ ລະກະເສັຍເງິນກວ່າເກົ່າອີກໃນອະນາຄົດເນາະ ຄວນທີ່ຈະມາປຶກສາແພດ ປຶກສາໝໍກ່ຽວກັບສຸຂພາບເນາະ ບໍ່ຄວນຊື້ຕ້ານເຊື້ອມາກິນເອງເນາະ ເພາະວ່າເຫັນ ປະຊາຊົນຢູ່ເຂດຫ່າງໄກສອກຫຼີກ ສ່ວນຫຼາຍກະແມ່ນມັກ ຊື້ຢາຕ້ານເຊື້ອມາກິນເອງ ລະກິນບໍ່ຖືກວິທີເນາະ ເຮັດໃຫ້ມີການດື້ຢາ ເຮັດໃຫ້ມີການອັກເສບໄຂ່ຫຼັງ ມີໄຂ່ຫຼັງຊຸດໂຊມເນາະ ຍ້ອນວ່າ ການກິນຢາບໍ່ຖືກວິທີ ສະນັ້ນແລ້ວ ເຣື່ອງກິນຢາ ກໍເປັນອີກອັນນຶ່ງທີ່ສໍາຄັນ ກໍຢາກໃຫ້ທາງພໍ່ແມ່ປະຊາຊົນນີ້ ເຂົ້າມາປຶກສາ ນໍາແພດນໍາໝໍເນາະ ກ່ອນທີ່ຈະຕັດສິນໃຈຊື້ຢາມາກິນ.”
ອີງຕາມຣາຍງານ ຂອງສູນຂ່າວສານການແພດສຸຂສຶກສາ ກະຊວງສາທາຣະນະສຸຂ ຂອງລາວ, ນັບແຕ່ເດືອນ 1 ຂອງປີ 2022 ນີ້ ເປັນຕົ້ນມາ ຈົນເຖິງວັນທີ່ 18 ສິງຫາ 2022 ໃນທົ່ວປະເທດລາວ ມີຜູ້ຕິດເຊື້ອໄຂ້ຍຸງລາຍທັງໝົດ 18,796 ຄົນ ໃນນີ້ ນະຄອນຫຼວງວຽງຈັນ ເປັນເຂດທີ່ມີຜູ້ຕິດເຊື້ອຫຼາຍກວ່າໝູ່ ມີປະມານ 9,548 ຄົນ, ຮອງລົງມາແມ່ນ ແຂວງຫຼວງນໍ້າທາ ມີຜູ້ຕິດເຊື້ອ 2,349 ຄົນ ແລະທີ່ສາມ ແມ່ນແຂວງສາຣະວັນ ຊຶ່ງມີຜູ້ຕິດເຊື້ອໄຂ້ຍຸງລາຍ 1,194 ຄົນ.