ຄົນເຈັບ ໄຂ້ຍຸງລາຍ ລົ້ນໂຮງໝໍ, ເລືອດບໍ່ພໍ

ໄຂ້ເລືອດອອກ ຫຼືໄຂ້ຍຸງລາຍ ຣະບາດແຮງຂຶ້ນຢູ່ລາວ; ຈຳນວນຄົນເຈັບ ດັ່ງກ່າວເພີ່ມຂຶ້ນເກືອບ ສາມເທົ່າໃນໄລຍະນຶ່ງເດືອນ ທີ່ຜ່ານມາ ເຮັດໃຫ້ໂຮງໝໍ ບໍ່ສາມາດຮອງຮັບຄົນເຈັບ ແລະສິ່ງສຳຄັນຄື ໂຮງໝໍໍບໍ່ສາມາດສນອງເລືອດໃຫ້ຜູ້ປ່ອຍໄດ້ ສ່ວນທາງກະຊວງ ສາທາຣະນະສຸຂ ຍັງບໍ່ມີແຜນການຮັບມືເທື່ອ.

ຮູບໂຕຢ່າງ: ຄົນເຈັບ ແລະ ຍາຕິພີ່ນ້ອງ ຂອງຄົນເຈັບ ທີ່ຕ້ອງນອນ ຢູ່ນອກ (ລະບຽງ) ໂຮງໝໍແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ເນື່ອງຈາກຕຽງນອນ ຫຼືຫ້ອງນອນບໍ່ພຽງພໍ ກັບຄົນເຈັບ. ນັກຂ່າວ ພົລເມືອງ

ໃນວັນທີ 3 ເດືອນກໍຣະກະດາ ປີ 2022, ສູນຂ່າວສານເພື່ອສຸຂພາບ ແລະສຸຂສຶກສາ ກະຊວງສາທາຣະນະສຸຂຂອງລາວ ເຜີຍແຜ່ໂຕເລຂຜູ້ຕິດເຊື້ອ ໄຂ້ຍຸງລາຍຫຼືໄຂ້ເລືອດອອກ ໃນທົ່ວປະເທດສະສົມ 6,047 ຄົນ ແລະ ເສັຽຊີວິຕສະສົມ 8 ຄົນ; ຕົກມາເຖິງວັນທີ 15 ສິງຫາ 2022 ຄົນລາວ ຕິດເຊື້ອໄຂ້ຍຸງລາຍເພີ່ມຂຶ້ນເປັນ 17,892 ຄົນ ເກືອບສາມເທົ່າ ແລະ ຈຳນວນຜູ້ເສັຽຊີວິຕ ກໍເພີ່ມຂຶ້ນອີກ 9 ຄົນ ລວມທັງໝົດເປັນ 17 ຄົນ.

ໃນເມື່ອຈຳນວນຄົນຕິດເຊື້ອໄຂ້ຍຸງລາຍເພິ້ມຂຶ້ນຫຼາຍ, ໂຮງໝໍໃນຫຼາຍໆເມືອງ ແລະແຂວງ ກໍເຕັມ, ຈົນລົ້ນ; ຕົວຢ່າງ ແຂວງຫຼວງນ້ຳທາ ໃນພາກເໜືອຂອງລາວ ມີຜູ້ຕິດເຊື້ອໄຂ້ຍຸງລາຍຫຼາຍທີ່ສຸດ ອັນສອງ ຄືມີຜູ້ຕິດ ເຖິງ 2,000 ຄົນ, ຮອງຈາກນະຄອນຫຼວງວຽງຈັນ ຊຶ່ງມີຜູ້ຕິດຫຼາຍກວ່າ 9,000 ຄົນ; ນາງພະຍາບານຜູ້ນຶ່ງ ຢູ່ໂຮງໝໍແຂວງຫຼວງນ້ຳທາ ກ່າວກັບວິທະຍຸເອເຊັຽເສຣີເມື່ອວັນທີ່ 16 ສິງຫາ 2022 ນີ້ວ່າ ຕຶກນອນ ຜແນກຊຶມເຊື້ອ ຂອງໂຮງໝໍແຂວງຫຼວງນ້ຳທາ ເຕັມແລ້ວ ບໍ່ມີບ່ອນນອນ ສຳຣັບຄົນເປັນໄຂ້ຍຸງລາຍແລ້ວ ຈຳເປັນຕ້ອງສົ່ງຄົນປ່ວຍ ທີ່ເປັນໄຂ້ຍຸງລາຍ ໄປຝາກໄວ້ກັບຕຶກອື່ນ ແລະຜແນກອື່ນ.

ດ່ັງນາງພະຍາບານຜູ້ນັ້ນກ່າວຕື່ມວ່າ:

ບາງມື້ຄັນລົ້ນ ກໍຕຽງເສີມທາງນອກຄືກັນ; ແຕ່ລະບ້ານ ແຕ່ລະເຮືອນນີ້ເປັນໝົດ ຄັນເປັນຄົນນຶ່ງແລ້ວ ເປັນໝົດທັງຄອບຄົວ.

ນາງພະຍາບານຜູ້ນີ້ ໃຫ້ຣາຍລະອຽດຕື່ມວ່າ ຈຳນວນຜູ້ຕິດເຊື້ອ ໄຂ້ຍຸງລາຍທີ່ຮຸນແຮງ ທີ່ຕ້ອງນອນໂຮງໝໍ ໃນແຂວງຫຼວງນ້ຳທາ ເພີ່ມຂຶ້ນເປັນ 70 ຄົນ. ນອກນັ້ນ ກໍເປັນຜູ້ຕິດເຊື້ອ ທີ່ບໍ່ຮ້າຍແຮງ ທີ່ມາໂຮງໝໍ ເພື່ອກວດເລືອດ, ຮັບຢາ ແລະຄຳແນະນຳຕ່າງໆ ເພື່ອໄປຮັກສາປິ່ນປົວໂຕເອງຢູ່ເຮືອນ.

ຢູ່ນະຄອນຫຼາຍວຽງຈັນ ໂຮງໝໍເດັກແຫ່ງຊາຕ ກໍເຣີ່ມບໍ່ມີຕຽງນອນ ສຳຣັບຄົນເປັນໄຂ້ຍຸງລາຍແລ້ວ; ຄົນເຈັບຫຼາຍຄົນ ຈຳເປັນຕ້ອງນອນຕາມລະບຽງ ແລະຕາມທາງຍ່າງ ໃນໂຮງໝໍນັ້ນໄປກ່ອນ ເພື່ອລໍຖ້າຕຽງວ້າງ.

ດັ່ງເຈົ້າໜ້າທີ່ໂຮງໝໍເດັກແຫ່ງຊາຕຄົນນຶ່ງ ກ່າວວ່າ:

ບໍ່ພຽງພໍ ເພາະວ່າ ຄົນໄຂ້ຍຸງມັນຫຼາຍຫັ່ນນ່າ ເພິ່ນເອົາບ່ອນນອກຫ້ອງ ບ່ອນຍ່າງນອກຫ້ອງຫັ້ນນ່າ ເພາະວ່າຕຽງມັນບໍ່ພຽງພໍເດ່ໃນຫ້ອງ.

ແຂວງສາຣະວັນໃນພາກໃຕ້ຂອງລາວ ຊຶ່ງເປັນແຂວງ ທີ່ມີຜູ້ຕິດເຊື້ອໄຂ້ຍຸງລາຍຫຼາຍອັນດັບສາມ ຄືຈົນເຖິງວັນທີ່ 15 ສິງຫາ 2022 ນີ້ ມີຜູ້ຕິດທັງໝົດປະມານ 1,000 ຄົນ. ໂຮງໝໍແຂວງສາຣະວັນ ຊຶ່ງມີຫ້ອງນອນຄົນເຈັບສອງຫ້ອງ ແລະສາມາດບັນຈຸໄດ້ຄົນເຈັບ 16 ຄົນ ກໍເຕັມຕັ້ງແຕ່ເດືອນກໍຣະກະດາ ທີ່ຜ່ານມາ; ປັດຈຸບັນ ຄົນເຈັບເປັນໄຂໍ້ຍຸງລາຍຫຼາຍຄົນ ຈຳເປັນຕ້ອງນອນຕຽງເສີມ ຢູ່ຂ້າງນອກ ອ້ອມຕຶກອາຄານຂອງໂຮງໝໍ, ອີງຕາມຄຳເວົ້າ ຂອງທ່ານໝໍແຂວງສາຣະວັນ ທ່ານນຶ່ງ ທີ່ບໍ່ປະສົງບອກຊື່ ແລະຕຳແໜ່ງ.

ທ່ານໝໍ ກ່າວກັບວິທະຍຸເອເຊັຽເສຣີ ໃນວັນທີ່ 16 ສິງຫາ 2022 ນີ້ວ່າ:

ຊ່ວງເດືອນກ່ອນຫັ່ນ ເຮົາກໍເສີມຕຽງຫັ່ນແຫຼະ ດຽວນີ້ຫັ່ນ ໂຕເສີມຕຽງຫັ້ນກະ ເຮົາມີໄວ້ ເພື່ອຫຼຸດຜ່ອນໜ່ອຍນຶ່ງ ເຂົາເຈົ້ານອນຫັ້ນ ມັນກໍພໍຫັ່ນໜ໋າ. ພວກຣະບາດ ເຂົາເຈົ້າໄປສຳຣວດ ມັນມີໜອນນ້ຳ ໄຂ້ຍຸງລາຍຫຼາຍເດ່ ແລະທັງຮ້າຍແຮງກວ່າປີອື່ນໆ ຄັນມີໜອນນ້ຳ ໄຂ້ຍຸງລາຍຫຼາຍ ຄົນຊິປົກປ້ອງແນວໃດ ມັນກໍກັດຢູ່ດີແຫຼະ ເພາະວ່າ ດຽວນີ້ ຍຸງກັດໝົດ ທັງກາງເວນກາງຄືນ ມັນກໍກັດ ມີແຕ່ວ່າ ກຳຈັດໜອນນ້ຳ ບໍ່ມີໃຫ້ມີ ໂຕນີ້ແຫຼະສິ່ງສຳຄັນກວ່າໃນການປ້ອງກັນນ່າ.

ທ່ານໝໍແຂວງສາຣະວັນນາງນີ້ ກ່າວຕື່ມວ່າ ປັດຈຸບັນ ຕຽງປິ່ນປົວຄົນເຈັບໄຂ້ຍຸງລາຍ ກໍເຕັມແລ້ວ ແຕ່ລະຕຶກ ບໍ່ວ່າຈະແມ່ນຕຶກນອກ ຜແນກຊຶມເຊື້ອຜູ້ໃຫຍ່ ຕຶກນອກ ຜແນກຊຶມເຊື້ອເດັກແລະຕຶກສຸກເສີນ ກໍຕຽມຕຽງແຮໄວ້ຂ້າງໆຕຶກ ເພື່ອເສີມຕຽງທັນທີ ທີ່ມີຄົນເຈັບ.

ເຖິງວ່າ ຈຳນວນຄົນຕິດເຊື້ອໄຂ້ຍຸງລາຍ ເພີ່ມຂຶ້ນຫຼາຍ, ທ່ານໝໍທ່ານນຶ່ງ ຈາກກະຊວງສາທາຣະນະສຸຂ ກ່າວວ່າ ຄົນເຈັບເປັນໄຂ້ຍຸງລາຍ ສາມາດນອນຮ່ວມກັບຄົນເຈັບ ທີ່ເປັນພະຍາດອື່ນໆໄດ້ ບໍ່ຄືກັບຜູ້ຕິດໂຄວິດ-19.

ດັ່ງທ່ານໝໍຄົນນັ້ນ ໄດ້ກ່າວວ່າ:

ກໍມີຫຼາຍໂຮງໝໍຮັບ ເພາະວ່າ ມັນບໍ່ຄືໂຄວິດ-19 ເສີມກໍໄດ້ ອັນນີ້ ໂຄວິດ-19 ມັນຕ້ອງມີບ່ອນສະເພາະ ດັ່ງນັ້ນ ມັນກໍບໍ່ມີບັນຫາປານໃດ, ມີບາງໂຮງໝໍ ໂຕຢ່າງໂຮງໝໍໃດ ທີ່ມີເດັກນ້ອຍຫຼາຍ ເຂົາກໍແນະນຳໃຫ້ໄປໂຮງໝໍອື່ນ.

ແຕ່ສຳຣັບຄົນເປັນໄຂ້ຍຸງລາຍ ຊ້ຳພັດປະສົບກັບບັນຫາຂາດເຂີນເລືອດ ເພາະຂາດເຂີນຜູ້ບໍຣິຈາກ; ຖ້າຜູ້ໃດຕິດເຊື້ອ ແລະຕ້ອງການເລືອດ ກໍຕ້ອງອາໃສເລືອດຈາກຍາດຕິພີ່ນ້ອງເອົາ.

ອີກບັນຫານຶ່ງ ໄຂ້ຍຸງລາຍນີ້ ຣະບາດໄວ ແລະກໍງ່າຍ ໂດຍສະເພາະສຳຣັບ ຜູ້ບໍ່ລະມັດລະວັງ.

ດັ່ງຊາວບ້ານ ບ້ານໂພນມ່ວງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເລົ່າວ່າ ນ້ອງຊາຍຂອງນາງ ກໍຕິດເຊື້ອໄຂ້ຍຸງລາຍ ໃນເວລາເປັນຫາໝໍ່ໄມ້ໃນປ່າ.

ເປັນນຳເພິ່ນໄປປ່າ ໄປຫັ່ນຫັ້ນນ່າ ໄປຫາໝໍ່ໄມ້ ຍຸງຊິກັດບ່ອນນັ້ນຕິບາດນີ້ ມັນເປັນມາ ຄິດວ່າ ເປັນໄຂ້ຫວັດທັມມະດາ ຊື້ແຕ່ຢາຫັ່ນແຫຼະ ຢາພາຣອດພາຣາ ມາກິນຫັ້ນນ່າ ບາດນີ້ ອາການມັນໜັັກ ມັນຈຶ່ງມາໂຮງໝໍ ມັນລະແຮງ ບາດນີ້ ໄຂ້ຂຶ້ນສມອງເອົາຊະແມ້ຫັ່ນໜ໋າ ບໍ່ຈັກຊິວ່າ ນຶ່ງຢູ່ເຮືອນເຮົາ ເຮົາກໍໃຊ້ຢາກັນຍຸງກັນນັ້ນຫັ່ນແຫຼະ ເຮົາກໍຣະມັດຣະວັງເອົາ ບໍ່ໃຫ້ຍຸງກັດເກີນໄປຫັ້ນນ່າ.

ອີງຕາມຣາຍງານ ຂອງສູນສື່ສານເພື່ອສຸຂພາບ ແລະສຸຂສຶກສາ, ນັບແຕ່ເດືອນນຶ່ງຂອງປີ 2022 ນີ້ ເປັນຕົ້ນມາ ຈົນເຖິງວັນທີ່ 15 ສິງຫາ 2022 ໃນທົ່ວປະເທດລາວ ມີຜູ້ຕິດເຊື້ອໄຂ້ຍຸງລາຍ ທັງໝົດ 17,892 ຄົນ; ນະຄອນຫຼວງວຽງຈັນ ເປັນເຂດທີ່ມີຜູ້ຕິດ ປະມານ 9,000 ຄົນ ຫຼາຍທີ່ສຸດ; ຮອງລົງມາແມ່ນ ແຂວງຫຼວງນ້ທາ ທີ່ມີຜູ້ຕິດປະມານ 2,000 ຄົນ ແລະທີ່ສາມ ແມ່ນແຂວງສາຣະວັນ ຊຶ່ງມີຜູ້ຕິດເຊື້ອໄຂ້ຍຸງລາຍ 1,000 ຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org