ຈຳນວນ ຄົນເປັນໄຂ້ຍຸງ, ເສັຍຊີວິດ ຈາກໄຂ້ຍຸງ ເພີ່ມສູງຂຶ້ນ
ສູນຂ່າວສານ ການແພດສຸຂສຶກສາ ກະຊວງສາທາຣະນະສຸຂ ເຜີຍແຜ່ຂໍ້ມູນວ່າ ມາຮອດວັນທີ 25 ຕຸລາ 2023 ທົ່ວປະເທດລາວ ມີຜູ້ຕິດເຊື້ອໄຂ້ຍຸງລາຍ ຫຼືໄຂ້ເລືອດອອກ ສະສົມແລ້ວ 31,957 ຄົນ ມີຜູ້ເສັຍຊີວິດສະສົມແລ້ວ 19 ຄົນ.
- 2023-10-26
-
-
-
Your browser doesn’t support HTML5 audio
ສູນຂ່າວສານການແພດສຸຂສຶກສາ ກະຊວງສາທາຣະນະສຸຂ ເຜີຍແຜ່ຂໍ້ມູນວ່າ ມາຮອດວັນທີ 25 ຕຸລາ 2023 ທົ່ວປະເທດລາວ ມີຜູ້ຕິດເຊື້ອໄຂ້ຍຸງລາຍ ຫຼືໄຂ້ເລືອດອອກ ສະສົມແລ້ວ 31,957 ຄົນ ມີຜູ້ເສັຍຊີວິດສະສົມແລ້ວ 19 ຄົນ ໃນນີ້ ແຂວງທີ່ມີການຣະບາດຫຼາຍກວ່າໝູ່ ແມ່ນແຂວງອຸດົມໄຊ ມີຜູ້ຕິດເຊື້ອສະສົມ ທັງໝົດ 5,374 ຄົນ ເສັຍຊີວິດ 1 ຄົນ ຮອງລົງມາ ແມ່ນນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອ 5,012 ຄົນ ເສັຍຊີວິດ 2 ຄົນ ຕໍ່ມາ ແມ່ນແຂວງຄໍາມ່ວນ ທີ່ມີຜູ້ຕິດເຊື້ອແລ້ວ 3,776 ຄົນ ມີຜູ້ເສັຍຊີວິດ 1 ຄົນ.
ໃນໄລຍະຜ່ານມາ ຢູ່ເມືອງແບງ ແຂວງອຸດົມໄຊ ມີການຕິດເຊື້ອໄຂ້ເລືອດອອກຫຼາຍ ໂດຍສະເພາະ ໃນເດືອນກໍຣະກະດາ, ເດືອນສິງຫາ ແລະເດືອນກັນຍາ, ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 26 ຕຸລາ ນີ້ວ່າ:
“ເຣີ່ມຫຼາຍ ແມ່ນຊ່ວງເດືອນ 7 ເດືອນ 8 ເດືອນ 9 ມາ ປະມານເດືອນ 8 ຫຼາຍກວ່າໝູ່ ໂອ້ ຊ່ວງເດືອນ 7 ເດືອນ 8 ຫຼາຍເຕີບ ເມືອງແບງເຮົາຫັ້ນນ່າ ຄົນທີ່ເປັນຢູ່ເມືອງ ສ່ວນຫຼາຍຂະເຈົ້າ ກໍໄປໂຮງໝໍນ້ອຍ ໂຮງໝໍຊຸມຊົມໃນເມືອງຫັ້ນແຫຼະ ແຕ່ວ່າ ບາງຄົນ ຂະເຈົ້າກໍໄປແຂວງຄືກັນ.”
ຢູ່ເມືອງຮຸນ ແຂວງອຸດົມໄຊ ການຣະບາດ ຈະຢູ່ໃນເຂດເທສບານເປັນຫຼັກ ຍ້ອນເປັນຈຸດສຸມ ມີອັດຕຣາຄົນໜາແໜ້ນ ຢ່າງໃດກໍຕາມ ສ່ວນນຶ່ງທີ່ເຮັດໃຫ້ໂຕເລຂຜູ້ຕິດເຊື້ອຫຼາຍ ກໍຍ້ອນປະຊາຊົນບາງສ່ວນ ຍັງບໍ່ປະຕິບັດຕາມ ມາຕການເຝົ້າຣະວັງປານໃດ, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກ່າວວ່າ:
“ບົນພືິ້ນຖານທີ່ວ່າ ອັນນຶ່ງ ເວົ້າເຣື່ອງກ່ຽວກັບ ການເຝົ້າຣະວັງ ຂອງບັນດາປະຊາຊົນ ແຕ່ລະບ້ານ ເພາະວ່າເມືອງຮຸນ ເປັນເມືອງໃຫຍ່ເນາະ ທີ່ມີຈໍານວນພົລເມືອງທັງໝົດ ຢູ່ 86,000 ກວ່າຄົນ ໃນນັ້ນ ການດໍາຣົງຊີວິດຂອງພໍ່ແມ່ປະຊາຊົນ ສ່ວນໃຫຍ່ ແມ່ນດໍາຣົງຊີວິດແບບພື້ນຖານ ປະຖົມປະຖານ ທາງທີມງານເຮົາ ລົງໄປເຮັດສຸຂສຶກສາ ທີມງານເຮົາລົງໄປໃຫ້ຂໍ້ມູນ ໃຫ້ຄວາມຮູ້ຂະເຈົ້າ ກໍບໍ່ຄ່ອຍໃຫ້ຄວາມຮ່ວມມື.”
ຢູ່ແຂວງຄໍາມ່ວນ ປີນີ້ ເຊື້ອໄຂ້ຍຸງລາຍ ຫຼືໄຂ້ເລືອດອອກ ເຣີ່ມຣະບາດຕັ້ງແຕ່ເດືອນ 5 ແລະ ມີຈໍານວນຜູ້ປ່ວຍເພີ່ມຂຶ້ນຫຼາຍ ໃນຊ່ວງເດືອນ 8 ແລະເດືອນ 9 ເມື່ອທຽບໃສ່ເດືອນຕຸລານີ້ ຖືວ່າ ຈໍານວນຜູ້ປ່ວຍຫຼຸດລົງ ຢ່າງໃດກໍຕາມ ປີນີ້ ຖືວ່າ ມີີຈໍານວນຜູ້ປ່ວຍໄຂ້ຍຸງລາຍ ຫຼາຍກວ່າປີທີ່ຜ່ານມາ, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ນາງນຶ່ງ ກ່າວວ່າ:
“ສ່ວນຫຼາຍກໍຈະເກີດ ແຕ່ບ່ອນເກົ່າ ບ່ອນຈຸດສຸມເກົ່າຫັ້ນ ປີໃດເຄີຍເປັນກໍແມ່ນໄດ້ ເປັນເກີດຂຶ້ນອີກຫັ້ນນ່າ ແຕ່ວ່າມາປີນີ້ ກໍຈະເກີດຂຍາຍໄປຫຼາຍ ຂຍາຍໄປເກືອບຢູ່ທຸກບ້ານເລີຍ ປີນີ້ ຖືວ່າ ເປັນປີທີ່ຣະບາດກວ່າໝູ່ເລີຍ ສະເພາະ ແຂວງໄທເຮົາກະເປັນແນວນັ້ນຫັ້ນແຫຼະ ປີນີ້ ຕິດຫຼາຍເລີຍປີນີ້ ຍອມຮັບເລີຍ.”
ຍານາງ ກ່າວຕື່ມວ່າ ທີ່ຜ່ານມາ ຫ້ອງການສາທາຣະນະສຸຂຂັ້ນເມືອງ ກໍໄດ້ສົມທົບກັບຂັ້ນບ້ານ ລົງກວດກາ ເພື່ອທໍາລາຍແຫຼ່ງນໍ້າ ເຊິ່ງເປັນບ່ອນເພາະພັນຂອງຍຸງລາຍ ແລະໄດ້ໂຄສະນາ ຫຼັກການ 5 ປໍ ໃຫ້ຊາວບ້ານ ແຕ່ກໍຍັງພົບຂໍ້ທ້າທາຍຫຼາຍດ້ານ ເປັນຕົ້ນ ຊາວບ້ານບາງສ່ວນ ບໍ່ໃຫ້ຄວາມຮ່ວມມື ນອກຈາກນີ້ ຍັງຂາດເຂີນງົປມານໃນການພົ່ນຢາ ແລະ ຍັງຂາດເຂີນຢາຂ້າໜອນນໍ້າ ຈຶ່ງຕ້ອງໃສ່ເກືອ ເພື່ອແກ້ໄຂປັນຫາສະເພາະໜ້າກ່ອນ.
ປັດຈຸບັນ ແຂວງບໍຣິຄໍາໄຊ ແມ່ນເປັນແຂວງ ທີ່ມີໂຕເລຂຜູ້ເສັຍຊີວິດສະສົມ 5 ຄົນ ເຊິ່ງຖືວ່າຫຼາຍທີ່ສຸດ ໃນບັນດາແຂວງທັງໝົດ ໃນຜູ້ເສັຍຊີວິດ ມີທັງເດັກນ້ອຍ ແລະຜູ້ເຖົ້າ.
ສາເຫດຂອງການເສັຍຊີວິດ ກະເພາະຜູ້ປ່ວຍ ບໍ່ໄດ້ມາຮັບການຮັກສາປິ່ນປົວ ຢູ່ໂຮງໝໍທັນທີ ເມື່ອອາການໜັກຈຶ່ງຮັກສາບໍ່ທັນ ແລະທີ່ຫຼາຍຄົນບໍ່ໄດ້ໂຮງໝໍນັ້ນ ເພາະອາການໄຂ້ຍຸງລາຍຂັ້ນທໍາອິດ ມີອາການຄ້າຍກັບໄຂ້ຫວັດຫຼາຍ ເຮັດໃຫ້ຜູ້ປ່ວຍບາງຄົນ ເຂົ້າໃຈຜິດວ່າ ເປັນໄຂ້ຫວັດທັມມະດາ ທີ່ສາມາດຊື້ຢາມາປິ່ນປົວເອງໄດ້ ຈຶ່ງບໍ່ໄດ້ໄປໂຮງໝໍ ເພື່ອກວດເລືອດຫາເຊື້ອພຍາດທີ່ແທ້ຈິງ, ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ທ່ານນຶ່ງ ກ່າວວ່າ:
“ມັນຂຶ້ນກັບໄລຍະ ທີ່ວ່າ ຂະເຈົ້າ ຫຼັງຈາກເປັນແລ້ວ ບໍ່ໄດ້ປິ່ນປົວຢູ່ໂຮງໝໍຫັ້ນນ່າ ບໍ່ໄດ້ໄປກວດເລືອດ ຊື້ຢາມາກິນເອງ ຊື້ຫຍັງສິນ່າ ມັນໜັກຈຶ່ງໄປໂຮງໝໍສິນ່າ ໄລຍະຜ່ານມາ ທີ່ເສັຍຊີວິດຫັ້ນນ່າ ຜູ້ໃດເປັນແລ້ວ ໄປປິ່ນປົວຢູ່ໂຮງໝໍແລ້ວ ກໍບໍ່ມີກໍຣະນີເສັຍຊີວິດ ສ່ວນຫຼາຍໜັກ ແມ່ນຈຶ່ງໄປ.”
ຊາວບ້ານຢູ່ແຂວງອຸດົມໄຊ ທ່ານນຶ່ງ ທີ່ປ່ວຍເປັນໄຂ້ຍຸງລາຍ ໃນເດືອນສິງຫາ ທີ່ຜ່ານມາ ກ່າວວ່າ ມີອາການໄຂ້ເຖິງ 3-4 ມື້, ບໍ່ມີແຮງ, ວິນຫົວ, ປວດເມື່ອຍຕາມແຂນຂາ ຢ່າງໃດກໍຕາມ ກໍບໍ່ໄດ້ໄປຮັກສາໂຕ ແລະກວດເລືອດທີ່ໂຮງໝໍ ມີແຕ່ໄປຊື້ຢານໍາຮ້ານຂາຍຢາມາກິນຊື່ໆ ແລະທີ່ຜ່ານມາ ທ່ານກໍບໍ່ໄດ້ປະຕິບັດຕາມຫຼັກການ 5 ປໍ ປານໃດ, ດັ່ງຊາວບ້ານຜູ້ນີ້ ກ່າວວ່າ:
“ການປິ່ນປົວ ມີແຕ່ພັກຜ່ອນ ກິນຢາພາຣາ ຕອນເປັນໄຂ້ ກໍເປັນ 3-4 ມື້ພຸ້ນຈຶ່ງດີ ໂອ່ຍບໍ່ມີແຮງເລີຍນ່າ ຮູ້ສຶກວ່າ ປວດແຂນ, ປວດຂາ ອັນນີ້ ບໍ່ໄດ້ໄປໂຮງໝໍ ມີແຕ່ຊື້ຢາຂ້າງນອກ ແລ້ວກໍກິນ ສົງສັຍວ່າໂຕເອງ ວ່າສິເປັນໄຂ້ຍຸງ ເບິ່ງທ່ານອື່ນ ກໍເປັນອາການຄືກັນຫັ້ນນ່າ ກໍເລີຍຮັກສາເອງ.”
ໃນມື້ວັນທີ 3 ຕຸລາ ທີ່ຜ່ານມາ ຫ້ອງການສາທາຣະນະສຸຂເມືອງໄຊ ແຂວງອຸດົມໄຊ ກໍໄດ້ລົງໂຄສະນາ ເຜີຍແຜ່ການປ້ອງກັນ ແລະການກໍາຈັດເຊື້ອໄຂ້ຍຸງລາຍ ໃຫ້ແກ່ນັກຮຽນ ຊັ້ນ ມ.ປາຍ ຢູ່ໂຮງຮຽນ ມ.ສ ແຂວງອຸດົມໄຊ ນໍາ ທີ່ຜ່ານມາ ຜແນກສາທາຣະນະສຸຂ ຂັ້ນແຂວງ, ເມືອງ ແລະບ້ານ ທົ່ວປະເທດລາວ ໄດ້ລົງໂຄສະນາເຖິງຫຼັກການປ້ອງກັນ ແລະ ປາບປາມໄຂ້ຍຸງລາຍ ຫຼື 5 ປໍ ປະກອບມີ:
- ປິດ: ຄືປິດພາຊະນະ ທີ່ເກັບນໍ້າໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງໄຂ່ໃສ່.
- ປ່ຽນ: ຄືປ່ຽນນໍ້າ ໃນພາຊະນະ ທີ່ປິດບໍ່ໄດ້.
- ປ່ອຍ: ຄືປ່ອຍປາຫາງນົກຍຸງ ເພື່ອໃຫ້ກິນໜອນນໍ້າ.
- ປັບປຸງ: ຄືປັບປຸງສະພາບແວດລ້ອມ ບໍ່ໃຫ້ມີນໍ້າຂັງ.
- ປະຕິບັດ: ຄືປະຕິບັດ ເປັນປະຈໍາທຸກໆ 3-5 ມື້ ຫຼື ທຸກສັປດາ
ສຳລັບການຣາຍງານ ສະພາບການຣະບາດ ຂອງເຊື້ອໄຂ້ຍຸງລາຍ ປະຈຳວັນທີ 25 ຕຸລາ 2023 ທີ່ຜ່ານມານີ້, ມີຜູ້ຕິດເຊື້ອໃໝ່ ຈຳນວນ 81 ຄົນ ແລະ ຍັງບໍ່ທັນມີຜູ້ເສັຽຊີວິດໃໝ່.