ໂຮງງານ ຕົ້ມນ້ຳມັນເຄື່ອງ ສົ່ງກິ່ນຂິວ ກະທົບຊາວບ້ານ ຢູ່ເມືອງໄຊທານີ

ໂຮງງານຕົ້ມນ້ຳມັນເຄື່ອງເກົ່າ ຢູ່ບ້ານ ນາຜາສຸກ ເຂດຫຼັກ 32 ເມືອງ ໄຊທານີ ນະຄນອນຫຼວງວຽງຈັນ ລັກຕົ້ມນ້ຳມັນເຄື່ອງ ໃນຕອນກາງຄືນ ຈົນຮອດມື້ເຊົ້າ ເຮັດໃຫ້ເກີດມີກິ່ນຂິວ ແລະ ຄວັນດຳ ປິວໄປທົ່ວ, ສົ່ງຜົລກະທົບ ຕໍ່ປະຊາຊົນ ທີ່ຢູ່ອ້ອມຂ້າງ.

ປ້າຍທາງເຂົ້າດ້ານໜ້າ ຫ້ອງການປົກຄອງບ້ານ ບ້ານນາຜາສຸກ, ເມືອງໄຊທານີ ນະຄອນຫຼວງວຽງຈັນ ອັນເປັນເຂດບ້ານ ທີ່ມີບັນຫາກິ່ນຂິວ ຈາກໂຮງງານຕົ້ມນ້ຳມັນເຄື່ອງເກົ່າ (TS), ເດືອນສິງຫາ ປີ 2022. RFA

ໂຮງ​ງານ​ນ້ຳ​ມັນ​ເຄື່ອງ​ເກົ່າ ຢູ່​ບ້ານ ນາ​ຜາ​ສຸກ ເຂດ​ຫຼັກ 32 ເມືອງ ໄຊ​ທາ​ນີ ນະ​ຄນອ​ນ​ຫລວງວຽງ​ຈັນ ຍັງ​ຄົງ​ລັກ​ຕົ້ມ​ນ້ຳ​ມັນ​ເຄື່ອງ ໃນ​ເວ​ລາຕອນ​ແລງ​ຈົນ​ຮອດມື້​ເຊົ້າ ເຮັດ​ໃຫ້​ເກີດ​ກິ່ນ​ຂິວ ແລະ ຄວັນ​ດຳ ​ປິວ​ໄປ​ທົ່ວ ສົ່ງ​ຜົ​ລ​ກະ​ທົບ​ຕໍ່​ປະ​ຊາ​ຊົນ ທີ່​ຢູ່ອ້ອມ​ຂ້າງ

ຊາວ​ບ້ານ​ນາ​ຜາ​ສຸກ ເມືອງ​ໄຊ​ທາ​ນາ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 3 ເມ​ສາ ວ່າ:

“ມີ​ຢູ່ໆ ມັນ​ຢູ່​ຊຸມ​ຊົນ​ແດ່​ໜ້ອຍ​ນຶ່ງ​ນ່າ ເພາະ​ວ່າ ພໍ່​ແມ່​ປະ​ຊາ​ຊົນ​ຢູ່​ອ້ອມ​ຂ້າງຫັ້ນ ຄື​ວ່າ ຂະເຈົ້າ​ທຳ​ມາ​ຫານ​ກິນໄຖ​ນາແຖວ​ນັ້ນ ຂະ​ເຈົ້າ ກໍ​ວ່າ ຂິວ​ຫັ້ນ​ແຫຼະ ພວກ​ຢູ່​ໃກ້​ເນາະ ຈິງໆ ບ້ານ​ກໍ​ຍັງ​ບໍ່​ຂິວ ມັນ​ກໍ​ຂິວ​ຢູ່​ເປັນ​ບາງ​ຄັ້ງ ບາງ​ຄາວ ເພິ່ນ​ມີ​ນ້ຳ​ມັນ ເພິ່ນ​ກໍ​ຕົ້ມ ບໍ່​ມີ​ເພິ່ນ​ກໍ​ບໍ່​ຕົ້ມ​ຊິ​ນ່າ.”

ໃນ​ປີ 2022 ​ຊາວ​ບ້ານ​ເຄີຍ​ຮ້ອງ​ທຸກ ຫາ​ໜ່ວຍ​ງານ​ທີ່​ກ່ຽວ​ກັບ​ຂ້ອງ ກ່ຽວ​ກັບ​ເຣື່ອງໂຮງ​ງານ​ຕົ້ມ​ນ້ຳ​ມັນເຄື່ອງ​ເກົ່າ​ແຫ່ງນີ້ ສົ່ງ​ກິ່ນ​ຂິວລົມ​ກວນ​ຊາວ​ບ້ານ ເພາະ​ວ່າ ໂຮງ​ງານ​ດັ່ງ​ກ່າວ ລັກ​ຕົ້ມ​ນ້ຳ​ມັນ​ເຄື່ອງ​ ຕອນ​ກາງ​ຄືນ ແລະ ຕໍ່​ມາ​ເຈົ້າ​ໜ້າ​ທີ່ກ່ຽວ​ຂ້ອງ ກໍ​ສັ່ງ​ປິດຊົ່ວ​ຄາວ​ເປັນ​ເວ​ລາ 2 ເດືອນ ເພື່ອ​ໃຫ້​ແກ້​ໄຂ​ບັນ​ຫາ​.

ເຈົ້າ​ໜ້າທີ່ ​ບ້ານ​ນາ​ຜາ​ສຸກ ໄດ້​ກ່າວ​ວ່າ:

“ເອີ ສັ່ງ​ປິດ​ຊົ່ວ​ຄາຍ​ປີ​ກາຍນີ້​ແຫຼະ ຂະ​ເຈົ້າ​ມາ​ແກ້​ໄຂ​ກັນ​ນະ ຊິ​ທາງ​ນະ​ຄອນ​ຫລວງ ບໍ່, ທາງ​ເມືອງ ທາງ​ສິ່ງ​ແວດ​ລ້ອມ​ຊິ​ນ່າ ຕາມ​ໜັງ​ສື​ສັນ​ຍາ​ກັນ ຢຸດ​ຊົ່ວ​ຄາວ ຈັກ​ປະ​ທານນີ້​ແຫຼະ 2 ເດືອນ ນີ້​ແຫຼະ ໃຫ້​ເຈົ້າ​ບົວ​ລະ​ບັດຜັດ​ສີ ໃຫ້​ເຈົ້າ​ຮັກ​ສາ​ຄວາມ​ສະ​ອາດ ບໍ່​ໃຫ້​ສົ່ງ​ກິ່ນ​ຂິວ​ຊິ​ນ່າ ຂະ​ເຈົ້າ​ກໍ​ກັບ​ມາ​ເຮັດ​ອີກ ຂະ​ເຈົ້າ​ກໍ​ຊິ​ລົມ​ກັນລະ​ອຽດແລ້ວ ຊິ​ທາງ​ນະ​ຄອນ​ຫລວງ ທາງ​ສິງ​ແວດ​ລ້ອມ​ເມືອ​ງ​ເນາະ.”

ເຈົ້າ​ໜ້າ​ທີ່ ​ບ້ານ​ນາ​ຜາ​ສຸກ ຍັງ​ກ່າວ​ຕື່ມ​ອີກວ່າ ອຳ​ນາດ​ການ​ປົກ​ຄອງ​ບ້ານ ໄດ້​ໂອ້​ລົມ​ກັບ​ໂຮງ​ງານ​ອີກ​ຄັ້ງ ແລະ ໂຮງ​ງານເອງ​ບອກວ່າ ຈະ​ປັບ​ປຸງ​ແກ້​ໄຂ​ຕື່ມ ແລະ ສ່ວນ​ເຣື່ອງ​ການກວດ​ກາ​ນັ້ນ ​ຕ້ອງ​ໃຫ້​ຂັ້​ນ​ເທິງ​ມາ​ປະ​ສານ​ ກັບ​ໂຮງ​ງານ​ເອງ.

ກ່ຽກັບ​ເຣື່ອງ​ດັ່ງ​ກ່າວ, ໜ້າ​ທີ່​ຫ້ອງ​ການ​ ຊັບ​ພະ​ຍາ​ກອນ​ທັມມະ​ຊາຕ ແລະ ສິ່ງ​ແວດ​ລ້ອມ ເມືອງ​ໄຊ​ທາ​ນີ ຜູ້ບໍ່​ປະ​ສົງ​ອອກ​ຊື່ ແລະ ສຽງ ໄດ້​ກ່າວ​ວ່າ:

“ຍັງ​ບໍ່​ໄດ້​ຮັບ​ຂໍ້​ມູນ​ວ່າ ໂຮງ​ງານນີ້ ກັບ​ມາ​ເປີດ​ອີກ​ເທື່ອ ຫຼືບໍ່ ຕ້ອງ​ຖາມ​ການ​ຄ້າ​ກ່ອນ ຫາກ​ເຮັດ​ຜິດກໍບໍ່​ຖືກ​ຕ້ອງ ກໍ​ຕ້ອງ​ລົງ​ໄປ​ເບິ່ງ ວ່າ ຂະ​ເຈົ້າ​ເຮັດ​ແນວ​ໃດຕື່ມ ແລະ ຈະ​ດຳ​ເນີນ​ການ​ຕາມ​ລະ​ບຽບ​ຕໍ່​ໄປ.”

ປັດ​ຈຸ​ບັນ ຢູ່​ບ້ານ​ນາ​ຜາ​ສຸກ ມີ​ໂຮງ​ງານ​ຕົ້ມ​ນ້ຳ​ມັນ​ເຄື່ອງ​ເກົ່າ 2 ແຫ່ງ ທັງ​ໝົດ ເປັນ​ຂອງ​ຊາວ​ວຽດ​ນາມ. ໂຮງ​ງານ​ທີ່​ຖືກ​ສັ່ງ​ປິດ​ຊົ່ວ​ຄາວ ຕັ້ງ​ຢູ່​ໃກ້​ຊຸມ​ຊົນ ແລະ ອີກ​ໂຮງ​ງານແຫ່ງ​ນຶ່ງ ຕັ້ງ​ຢູ່​ໃກ້​ກັບ​ສ​ນາ​ມ​ຂີ້​ເຫຍື້ອຫ່າງ​ຈາກ​ຊຸມ​ຊົນ​ໄປ​ ປະ​ມານ 3 ກິ​ໂລ​ແມັດ.

​ຊາວ​ບ້ານ​ຍັງ​ໄດ້​ກິ່ນ​ຂິວ ຍ້ອນຄວັນ​ຈາກ​ໂຮງ​ງານ ​ຕົ້ມ​ນ້ຳ​ມັນດັ່ງ​ກ່າວ ແຕ່ ກິ່ນ​ຂິວກໍ​ຫຼຸດ​ຜ່ອນ​ລົງ. ປັດ​ຈຸ​ບັນ ກິ່ນ​ຂິວ ​ທີ່​ສົ່ງ​ຜົ​ລ​ກະ​ທົບ​ຫຼັກ​ນັ້ນ ມາ​ຈາກ​ໂຮງ​ງານ​ຕົ້ມ​ຢາງ​ໝາກ​ຕ໋ອຍ.

ຊາວ​ບ້ານ ອີກ​ທ່ານ​ນຶ່ງ ໄດ້​ກ່າວ​ວ່າ:

“ມັນ​ກໍ​ມີ​ຢູ່​ຫັ້ນ​ນ່າ ແຕ່​ວ່າ ເວົ້າ​ເຣື່ອງ​ຄວັນ​ຕົວ​ນີ້ ນໍ້​າ​ມັນ​ນີ້ ບໍ່​ຄ່ອຍ​ຈະ​ປານ​ໃດ ປັດ​ຈຸ​ບັນ​ນີ້ ສ່ວນ​ມາກ​ຂິວ​ກ່ຽວ​ກັບ​ໂຮງ​ງານ​ຢາງ​ໝາກ​ຕ໋ອຍ ສ່ວນ​ຫຼາຍ​ຂິວ​ນ່າ ແຕ່​ວ່າ ກ່ຽວ​ກັບ​ນ້ຳ​ມັນ, ມັນ​ຄ່ອຍໆ ຜ່ອນ​ລົງ​ແລ້ວ​ດຽວນີ້.”

ສ​ນາມ​ຂີ້​ເຫຍື້ອ​ ທີ່​ຕັ້ງຢູ່​ທີ່​ບ້ານ​ນາ​ຜາ​ສຸກ ຫຼັກ 32 ກໍ​ເຮັດ​ໃຫ້​ກີດ​ກິ່ນ​ຂິວ​ນຳ ໂດຍ​ສະ​ເພາະ​ເມື່ອ​ມີ​ລົມ ຫຼື ຝົນ​ຕົກ​ ກິ່ນ​ອາຍ​ຂີ້​ເຫຍື້ອ​ ຈະ​ຂຶ້ນ​ມາ ເຮັດ​ໃຫ້​ປະ​ຊາ​ຊົນ ​ເດືອດ​ຮ້ອນ.

ຊາວ​ບ້ານ​ນາ​ຜາ​ສຸກ ອີກ​ນາງ​ນຶ່ງ ໄດ້​ກ່າວ​ວ່າ:

“ມັນ​ຫຼາຍ​ອັນ​ແດ່ ມັນ​ມີ​ຂີ້​ເຫຍື້ອ​ແນ່​ເດ້. ມີ​ລົມມາ ບາງ​ເທື່ອ​ມັນ​ກໍ​ຂິວ ມາ​ເປັນ​ບ້ານໆ ຖ້າ​ມີ​ລົມ​ມາ​ມັນ​ກໍ​ຂິວ ບໍ່​ມີ​ລົມ​ມັນ​ກໍ​ບໍ່​ຂິວ ກັບສ່ວນ​ຫຼາຍ​ແມ່ນ​ຝົນ​ຕົກ ໃສ່ຫັ້ນ​ແຫ່ງ​ຢູ່ບໍ່ໄດ້​ ຝົນ​ຕົກ​ໃສ່​ແລ້ວ ອາຍ​ມັນ​ຂຶ້ນ​ເດ້​ເນາະ,  ຂຶ້ນ​ແລ້ວ​ມັນ​ກໍ​ຂິວ.”

ເກີດ​ໄຟ​ໄໝ້​ສ​ນາມ​ຂີ້​ເຫຍື້ອ ຢູ່​ບ້ານນາ​ຜາ​ສຸກ ​ມາ​ແລ້ວ 2 ຄັ້ງ, ຄັ້ງ​ທີ 1 ເກີດ​ຂຶ້ນ​ໃນ​ປີ 2018  ແລະ ຄັ້ງ​ທີ 2 ເກີດ​ຂຶ້ນ​ໃນ​ເດືອນ​ກຸມ​ພາ 2022.

ຫຼ້າ​ສຸດ ທາງ​ການ ໄດ້​ອອກ​ແຈ້ງ​ການ​ ໃຫ້​ປະ​ຊາ​ຊົນ​ຮັກ​ສາ​ສຸຂ​ພາບ ແລະ ລະ​ວັງ​ອັນຕະ​ລາຍ ຈາກ​ຝຸ່ນ​ລະ​ອອງ PM 2.5 ແລະ ມົນ​ລະ​ພິດ​ທາງ​ອາ​ກາດ.  

ໃນ​ເດືອນ​ມີ​ນາ 2023 ຢູ່​ເຂດ​ບ້ານ​ທ່າ​ສະ​ໂນ ນະ​ຄອນ​ໄກ​ສອນ​ພົມ​ວິ​ຫານ ແຂວງ​ສວັນ​ນະ​ເຂດ, ໂຮ​ງ​ງານ ຣີ​ໄຊ​ເຄີ​ລ ຂອງ​ບໍ​ຣິ​ສັດ ຈີນ ສົ່ງ​ກິ່ນ​ຂິວ-ເໝັນ ລົບ​ກວນ​ຊາວ​ບ້ານ ຫາຍ​ໃຈ​ຍາກ ເຊິ່ງ​ສົ່ງ​ຜົລກະ​ທົບ​ ໃນ​ໄລ​ຍະ​ສັ້ນ ແລະ ຍາວ. 

ນອກ​ຈາກນີ້ ຍັງ​ມີ​ໂຮງ​ງານ​ແຮ່​ເຫຼັກ ຢູ່ ແຂວງ​ສວັນ​ນະ​ເຂດ, ໂຮງ​ງານ​ປຸງ​ແຕ່ງຢາງ​ພາ​ຣາ ແລະ ໂຮງ​ງານ​ຫຼອມ​ໂລ​ຫະ ຢູ່ ບ້ານພ​ຣະ​ບາດ​ໂພນ​ສັນ ເມືອ​ງ​ທ່າ​ພ​ຣະ​ບາດ ແຂວງ ບໍ​ລິ​ຄຳ​ໄຊ ກໍ​ໄດ້​ປ່ອຍ​ນ້ຳ​ເສັຽ​ລົງ​ແມ່​ນ້ຳ ແລະ ຫ້ວຍ​ນ້ຳ ເຮັດ​ໃຫ້​ຊາວ​ບ້າ​ນ​ຫາ​ປາບໍ່​ໄດ້ ແລະ ນ້ຳ​ມີ​ກິ່ນ​ເໝັນ​ຢ່າງ​ຮຸນ​ແຮງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org