ໂຮງໝໍເມືອງສນາມໄຊ ຂາດຢາ ປິ່ນປົວ
2019.07.26

ຜູ້ປະສົບພັຍເຂື່ອນແຕກ ຢູ່ເມືອງສນາມໄຊ ແຂວງອັດຕະປື ເວົ້າວ່າເວລາເຈັບປ່ວຍ ເມື່ອໄປໂຮງໝໍ ເມືອງສນາມໄຊ ແພດແລະໝໍ ບໍຣິການ ບໍ່ດີ ບໍ່ຢາກຕ້ອນຮັບຄົນເຈັບ ແລະເມື່ອເປັນພຍາດຫຍັງມາ ທ່ານ ໝໍ ກໍເອົາແຕ່ຢາພາຣາ ໃຫ້ເມືອກິນ.
ນອກເໜືອຈາກ ການບໍຣິການຢູ່ໂຮງໝໍບໍ່ດີແລ້ວນັ້ນ ຜູ້ປະສົບພັຍເຂື່ອນແຕກ ທີ່ອາສັຍຢູ່ເຮືອນຊົ່ວຄາວ ຫຼາຍຄົນຕ່າງກໍເວົ້າເປັນສຽງດຽວກັນ ວ່າຢູ່ເຮືອນພັກຊົ່ວຄາວ ນັ້ນ ໝຸດໝັດ-ອຶດອັດ-ຄັບແຄບ-ຮ້ອນອົບເອົ້າ, ຢູ່ລຳບາກ ຫາຍໃຈຍາກ, ຢູ່ບໍ່ເປັນອິສຣະ ຄືດັ່ງທີ່ເຄີຍຢູ່ ເຮືອນໃຜ ເຮືອນລາວ ເຮັດຫຍັງກໍບໍ່ສະດວກ, ອີງຕາມຄຳເວົ້າ ຂອງຜູ້ປະສົພພັຍ ເຂື່ອນແຕກຄົນນຶ່ງ ຕໍ່ ວິທຍຸເອເຊັຽເສຣີ ເມື່ອຕົ້ນເດືອນ ກໍຣະກະດາ ນີ້: ສຽງສັມພາດ
ໃນຂນະດຽວກັນ ຜູ້ປະສົພພັຍເຂື່ອນແຕກ ອີກຄົນນຶ່ງ ທີ່ອາສັຍຢູ່ເຮືອນພັກຊົ່ວຄາວ ກໍເວົ້າຄືກັນວ່າ ຍາມຝົນນິ່ອຶດອັດ ແລະ ມີກິ່ນເໝັນ, ດັ່ງທີ່ທ່ານກ່າວວ່າ: ສຽງສັມພາດ
ກ່ຽວກັບເຣື້ອງທີ່ວ່ານີ້ ທ່ານໝໍ ປະຈໍາໂຮງໝໍ ເມືອງສນາມໄຊ ຊຶ່ງບໍ່ປະສົງອອກຊື່ ແລະສຽງຈິງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 12 ກໍຣະກະດາ ນີ້ວ່າ:
“ເອີ່ ກະເຂົາ ບໍ່ເຂົ້າໃຈຫັ້ນແຫຼະ ເພາະວ່າ ເຂົາມາກວດນິ່ ເຮົາກະເບິ່ງໂຕຈິງເນາະ ສົມມຸດວ່າ ກໍຣະນີ ໃນຄືປັດຈຸບັນຫັ້ນ ໄລຍະຣະບາດ ຂອງໄຂ້ຍຸງລາຍ ເຂົາມາກວດ ເຮົາກະໄດ້ເຈາະເລືອດ ໃຫ້ເຂົາ ທ່ານໝໍ ກະໄດ້ແນະນໍາ ໃຫ້ກິນຢາຢູ່ເຮືອນເຮົາກະແມ່ນ ເຮົາກະໄດ້ໃຫ້ ຢາພາລາ ລະກະນໍ້າໂອລາລິດ ຢາໂອລາລິດ ເຮົາກະຕິດຕາມ ນັດໃຫ້ຂະເຈົ້າມາກວດ ເປັນແຕ່ລະມື້ ເພາະວ່າ ເຮົາກະບໍ່ພໍຊິໄດ້ ຮັບເຂົ້າ ນອນໂຮງໝໍ ຫັັ້ນນາ ຖ້າວ່າຄົນເຈັບຍັງກິນຢາໄດ້ ກະໃຫ້ກິນ ສ່ວນຫຼາຍ ຫັ່ນກະບໍ່ໄດ້ຕາມໃຈເຂົາ ຫັ່ນແຫຼະ ເຂົາກະຢາກໄດ້ຢາຫຼາຍ ແຕ່ທ່ານໝໍ ເຮົາກະຕິດຕາມອາການໂຕຈິງເນາະ.”
ວິທຍຸເອເຊັຽເສຣີ ໄດ້ຖາມຜູ້ປະສົພພັຍ ເຂື່ອນແຕກວ່າ ຢູ່ສູນພັກຊົ່ວຄາວ ນັ້ນມີສຸຂສາລາ, ມີແພດແລະໝໍ ປະຈໍາຢູ່ບໍ ເມື່ອເວລາທີ່ມີຄົນ ເຈັບປ່ວຍ ຈະໄດ້ຮັບການປິ່ນປົວ ໄດ້ທັນເວລາ ຜູ້ປະສົພພັຍເຂື່ອນແຕກ ຜູ້ດຽວກັນນັ້ນກໍຕອບວ່າ:ສຽງ
ທີ່ທ່ານໄດ້ຮັບຟັງສິ້ນສຸດລົງໄປນັ້ນ ແມ່ນການສັມພາດ ຊີວິດການເປັນຢູ່ ຂອງປະຊາຊົນ ຜູ້ປະສົພພັຍ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ທີ່ເມືອງສນາມໄຊ ແຂວງອັດຕະປື ເມື່ອຕົ້ນເດືອນ ກໍຣະກະດາ 2019 ນີ້.