ມາເຖິງປັດຈຸບັນ ການຣະບາດຂອງໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ຍັງບໍ່ມີແນວໂນ້ມວ່າ ຈະຫລຸດລົງໄດ້ງ່າຍ ຍ້ອນບໍ່ປະຕິບັດມາຕການປ້ອງກັນ ທີ່ທາງການວາງອອກຢ່າງເຄັ່ງຄັດ. ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາຣະນະສຸຂ ຖແລງຕໍ່ສື່ມວນຊົນ ໃນມື້ວັນທີ 22 ພຶສຈິກາ ນີ້ວ່າ ກວດພົບຜູ້ຕິດໂຄວິດ-19 ໃໝ່ຕື່ມອີກ 999 ຄົນ ຢູ່ 16 ແຂວງຂອງລາວ. ໃນນັ້ນຕິດຫຼາຍກວ່າໝູ່ແມ່ນຢູ່ນະຄອນຫຼວງວຽງຈັນ 407 ຄົນ, ຮອງລົງມາກໍແມ່ນຫຼວງພຣະບາງ 123 ຄົນ, ແຂວງວຽງຈັນ 99 ຄົນ.
ການທີ່ຍັງມີຄົນຕິດເຊື້ອ ໂຄວິດ-19 ຫຼາຍຢູ່ນະຄອນຫຼວງວຽງຈັນ ຄືແນວນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຢູ່ນະຄອນຫຼວງວຽງຈັນ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມຶເວັນທີ 22 ພຶສຈິກາ ນີ້ວ່າ ສາເຫດໃຫຍ່ ກໍເປັນຍ້ອນຄົນບໍ່ປະຕິບັດ ຕາມມາຕການປ້ອງກັນ ທີ່ທາງການວາງອອກ, ຜູ້ມີຄວາມສ່ຽງບໍ່ໄດ້ກັກໂຕ ຍັງຢູ່ຮ່ວມກັນກັບຄອບຄົວ, ມີການໄປ ມາຫາສູ່ຊຸມແຊວກັນ:
" ມີິການຊຸມແຊວໄປມາຫາສູ່ກັນ ຮູ້ວ່າໂຕຢູ່ກຸ່ມສ່ຽງ ຍັງໄປເລາະສາລະເວຢູ່ ປິດບັງແບບບໍ່ຍາກອີ່ຫຍັງຫັ້ນນ່າ. ກຸ່ມສ່ຽງມັນບໍ່ຟັງຄວາມນີ້ນ່າ ກະອຸກໃຈ ຍັງໃຊ້ຊີວິດປົກຕິຢູ່ ກະພີ່ນ້ອງຢູ່ນໍາເຮືອນນໍາຊານນັ້ນເດ໋ ເອົາໄປເອົາມາຕິດກັນໄປໝົດແລ້ວ ຫັ້ນລະຍາກຫຼາຍດຽວນີ້ນ່າ. "
ອີກສາເຫດນຶ່ງ ທີ່ເຮັດໃຫ້ໂຄວິດ-19 ແພ່ຣະບາດຫຼາຍ ແມ່ນເປັນຍ້ອນທາງການຍັງຈໍາກັດ ຈໍານວນຜູ້ສ່ຽງໄປກວດຫາເຊື້ອ ຊຶ່ງບາງບ່ອນ ເຈົ້າໜ້າທີ່ຈະກວດໃຫ້ບໍ່ເກີນ 100 ຄົນຕໍ່ມື້ ແລະການສົ່ງຕົວຢ່າງໄປໃຫ້ ສູນວິເຄາະຊ້າ ກ່ອນຈະຮູ້ ເຮັດໃຫ້ປະຊາຊົນ ຈໍານວນນຶ່ງທີ່ຢູ່ໃນກຸ່ມສ່ຽງນັ້ນ ບໍ່ໄດ້ກວດ ແລະໄປສໍາພັດໃກ້ຊິດກັບຄົນໃນຄອບຄົວ ແລະຄົນໃນຄອບຄົວມີຄວາມສ່ຽງ ທີ່ຈະຕິດ ໂຄວິດ-19 ຖ້າຫາກຜູ້ສ່ຽງນັ້ນຕິດເຊື້ອ ດັ່ງທ່ານໝໍ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ທີ່ໄດ້ໄປກວດຫາເຊື້ອ ໂຄວິດ-19 ໃຫ້ປະຊາຊົນ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ:
" ເພິ່ນວ່າບໍ່ໃຫ້ກາຍ 100% ຫັ້ນນ່າ ພວກເຮົາກໍຕ້ອງມີຈໍານວນຈໍາກັດ ຄືມີ C1 ກັບ C2 ກະໃຫ້ລໍຖ້າ C1 ກວດກ່ອນເນາະ ຖ້າວ່າ C1 ກວດພົບເຮົາຈຶ່ງແນະນໍາ C2 ມາກວດຕໍ່ຫັ້ນນ່າ ແບບບໍ່ໄດ້ສັມຜັດໂດຍກົງ ເຮົາຈະບໍ່ກວດໃຫ້ ຕ້ອງເອົາພວກສັມຜັດ C1 ກ່ອນ ຄືເຮົາໄປປະ ມານ 8 ໂມງເຄິ່ງເນາະ ປະມານ 10 ໂມງເຄິ່ງ ເຮົາກໍຕ້ອງໄດ້ຢຸດ ເພາະວ່າຕ້ອງໄດ້ມາ ຈັດຕຽມເຄື່ອງຕຽມຫຍັງໄປສົ່ງ ຢູ່ຫລັກ 3 ຫັ້ນນ່າ. "
ນອກຈາກນັ້ນ ກໍຍັງມີປະຊາຊົນຈໍານວນນຶ່ງ ໄດ້ຊື້ເຄື່ອງກວດ ໂຄວິດ-19 ແບບໄວ ທາງສື່ສັງຄົມອອນລາຍນ໌ ໄປກວດດ້ວຍຕົນເອງ ຊຶ່ງຫຼາຍຄົນກໍເຮັດບໍ່ຖືກວິທີ ແລະກໍມີບາງຄົນ ທີ່ໄດ້ກວດພົບ ດ້ວຍຕົວເອງ ແຕ່ບໍ່ຍອມກັກໂຕ ຢ່າງຈິງຈັງ ເຮັດໃຫ້ເຊື້ອແພ່ຣະບາດ ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ນະຄອນຫຼວງວຽງຈັນທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 22 ພຶສຈິການີ້ວ່າ:
" ຍົກຕົວຢ່າງ ຄືຫວ່າງນຶ່ງນີ້ ເຂົາ ເຈົ້າໄປກວດເອງເນາະ ຫລັງຈາກຮູ້ແລ້ວ ເພິ່ນພັດບໍ່ໄປກວດໂຮງໝໍສູນກາງ ແລ້ວເພິ່ນວ່າປົວເອງ. ບາດນີ້ປົວເອງແລ້ວບໍ່ກັກຕົວ ແລ້ວຍັງໄປບ່ອນນັ້ນບ່ອນນີ້ຢູ່ ແຕ່ວ່າກິນຢາຢູ່ ແຕ່ໂຕນີ້ນີ່ໂຕເອງສິເຊົາ ແຕ່ໝູ່ຄູ່ມັນພັດໄປຕິດ. "
ອີງຕາມ ການຣາຍງານຂອງ ດຣ. ຣັດຕະນະໄຊ ເພັດສຸວັນ ໃນມື້ວັນທີ 22 ພຶສຈິການີ້, ສາເຫດຂອງການຕິດເຊື້ອ ໂຄວິດ-19 ຄືປັດຈຸບັນ ຍັງບໍ່ສາມາດຮັກສາ ຕາມມາຕການ ທີ່ຄະນະສະເພາະກິດ ໄດ້ວາງອອກ ເນື່ອງຈາກຫຼາຍຄົນ ຢູ່ຮ່ວມກັນເປັນຄອບຄົວ ຫຼືສະຖານທີ່ເຮັດວຽກ, ການຈັດງານທາງປະເພນີ ເປັນຕົ້ນ ງານດອງ, ງານອອກກໍາ, ເຮືອນບຸນ, ເຮືອນດີ, ງານສົ່ງສະການ ຊຶ່ງຍາກທີ່ຈະປະຕິບັດ ໄລຍະຫ່າງ, ໃສ່ຜ້າອັດປາກອັດດັງ ແລະລ້າງມື ຮວມທັງຍັງມີຄົນ ທີ່ມີຄວາມສ່ຽງ ມາຮ່ວມງານນໍາດ້ວຍ.
ພ້ອດຽວກັນນັ້ນ ກໍຍັງມີຄົນລາວ ຈໍານວນນຶ່ງຂ້າມນໍ້າຂອງໄປ ປະເທດໄທຍແບບຜິດກົດໝາຍຢູ່. ເວລາຖືກຈັບສົ່ງກັບຄືນມາ ກໍມີຄວາມສ່ຽງເຣື່ຶອງ ໂຄວິດ-19, ຄືໃນມື້ວັນທີ 18 ພຶສຈິກາ ນີ້ ຕໍາຣວດໄທຍຢູ່ແຂວງອຸບົນ ກໍຈັບຄົນລາວໄດ້ 8 ຄົນ, ຢູ່ໃກ້ຊາຍແດນ ກົງກັນຂ້າມກັບເມືອງສອງຄອນ ແຂວງສວັນນະເຂດ ຊຶ່ງສ່ວນໃຫຍ່ເປັນຄົນ ແຂວງສວັນນະເຂດ ລັກລອບໄປໄທຍ ເພື່ອຫາວຽກງານເຮັດ ຢູ່ບາງກອກ. ທັງໝົດຖືກຕັ້ງຂໍ້ຫາ ເຂົ້າເມືອງຜິດກົດໝາຍ ຊຶ່ງເບື້ອງຕົ້ນ ຈະຖືກຕໍາຣວດໄທຍສົ່ງຂຶ້ນສານ ເພື່ອພິຈາຣະນາຄະດີ, ຈະຖືກຈໍາຄຸກ ຫຼືຖືກສົ່ງກັບປະເທດລາວ ດັ່ງເຈົ້າໜ້າທີ່ ຕໍາຣວດໄທຍ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
" ເນື່ອງຈາກຊາຍແດນ ມັນຍາວຫຼາຍ ມັນມີປ່າ ມີເຂົາ ຊອກລີ້ຊ່ອນຕົວ ຄໍ່າໆມືດໆ ເຂົາກໍຈະຂ້າມ ເພາະວ່າເຂົາຢາກເຂົ້າມາ ທໍາງານ ປະເທດເຮົາເລີ່ມມີງານ ເຂົາກໍຢາກເຂົ້າມາ ເຂົາກໍຕ້ອງມີນາຍຈ້າງແລ້ວ ນາຍຈ້າງອາດເວົ້າ ຂ້າມມາເລີຍ ດຽວກໍຈະມີແນວທາງຂຶ້ນ ທະບຽນແລ້ວ. "
ທ່ານກ່າວຕື່ມວ່າ ໃນໄລຍະນີ້ ຢູ່ປະເທດໄທຍ ທາງການກໍຈະມີນະໂຍບາຍ ໃຫ້ຄົນງານທີ່ເຂົ້າເມືອງແບບຜິດກົດໝາຍ ລົງທະບຽນໃໝ່ ຊຶ່ງກໍອາຈເປັນສາເຫດນຶ່ງ ທີ່ເຮັດໃຫ້ພວກເຂົາລັກລອບເຂົ້າມາ.
ດ່ານສາກົນ ທັງລາວ ແລະໄທຍ ຍັງບໍ່ໄດ້ເປີດ, ຕາມຊາຍແດນຝັ່ງແຂວງສວັນນະເຂດ ມີເຈົ້າໜ້າທີ່ຕໍາຣວດ ທະຫານເວນຍາມຢູ່ຕລອດ, ແຕ່ການກວດກາ ອາຈບໍ່ທົ່ວເຖິງ, ຍັງມີຄົນລັກຂ້າມໄປໄທຍຢູ່ ຕອນເຈົ້າໜ້າທີ່ເຜີ, ເມື່ອຖືກຈັບໄດ້ ກໍຈະຖືກສຶກສາອົບຮົມ ແລະປັບໃໝ ດັ່ງເຈົ້າໜ້າທີ່ ລາວກ່າວວ່າ:
" ພວກເຮົາຍັງບໍ່ໄດ້ເປີດໃຫ້ອອກໄດ້ ມີແຕ່ໃນກໍຣະນີທີ່ຈໍາເປັນ ວຽກທາງຣາຊການໄປໄດ້ ແຕ່ວ່າບຸກຄົນທີ່ໄປຕາມນັ້ນເພິ່ນທັນອະນຸມັດແລ້ວ ລາງເທື່ອມັນກໍຫຼອຍໄປ ຊ່ອງຫວ່າງ ຢູ່ດອນຢູ່ນັ້ນແຫຼະ ເຂົາເຈົ້າຫຼອຍໄປໄດ້ ເຈີກະສິກັກໂຕ ສຶກສາອົບຮົມ ປັບໃໝຕາມ ຣະບຽບ. "
ທາງການລາວ ປະກາດໃນ ມື້ວັນທີ 22 ພຶສຈິກາ ນີ້ວ່າ ກວດພົບຜູ້ຕິດເຊື້ອ ໂຄວິດ-19 ໃໝ່ຕື່ມອີກ 999 ຄົນ. ໃນນັ້ນຕິດໃນຊຸມຊົນ 995 ຄົນ ແລະນໍາເຂົ້າ 4 ຄົນ, ເສັຽຊີວິດຕື່ມອີກ 4 ຄົນ.
ມາເຖິງປັດຈຸບັນ ຢູ່ປະເທດລາວ ມີຜູ້ຕິດເຊື້ອສະສົມ 63,159 ຄົນ, ເສັຽຊີວິດແລ້ວ 132 ຄົນ, ມີຜູ້ໄດ້ສັກວັກຊີນເຂັມທີ 1 ແລ້ວ 3,692,533 ຄົນ, ຄືກວມເອົາປະມານ 50% ຂອງຈໍານວນພົລເມືອງທັງໝົດ ແລະໄດ້ສັກເຂັມທີ 2 ແລ້ວ 3,077,625 ຄົນ ຄືກວມເອົາເກືອບ 42%.