ທາງການ ກຳລັງສືບຫາ ຕຳແໜ່ງທີ່ມາ ຂອງທາດລະເບີດ ຢູ່ຮ້ານຂາຍອາໄຫຼ່ລົດ ຂອງຊາວຈີນ
ທາງການແຂວງອຸດົມໄຊ ກຳລັງສືບຫາ ຕຳແໜ່ງທີ່ມາຂອງທາດລະເບີດ ແລະ ໝາກຟ່າ ທີ່ພົບຢູ່ຮ້ານຂາຍອາໄຫຼ່ລົດ ຂອງຊາວຈີນ ທີ່ເກີດເຫດໄຟໄໝ້ແລະລະເບີດຮຸນແຮງ ຈົນມີຜູ້ເສຍຊີວິດ 4 ຄົນ ແລະບາດເຈັບສາຫັດ 3 ຄົນ.
-
ພອນ ພູມມີທອນ
2025-02-18 -
-
-
ປັດຈຸບັນ ພະນັກງານເຈົ້າໜ້າທີ່ ຄະນະຮັບຜິດຊອບ ແກ້ໄຂອັກຄີໄພ ແລະເກີດເຫດລະເບີດ ຢູ່ແຂວງອຸດົມໄຊ ກຳລັງສືບສວນ-ສອບສວນ ຊອກຫາບ່ອນທີ່ມາ ຂອງທາດລະເບີດ ແລະໝາກຟ່າ ທີ່ກວດພົບຢູ່ຮ້ານຂາຍອາໄຫຼ່ລົດ ຂອງ ທ້າວ ຜ່ານຕົ່ງ ນັກທຸລະກິດຊາວຈີນ ຢູ່ບ້ານນາໝີ ເມືອງໄຊ, ທີ່ເກີດໄຟໄໝ້ ແລະລະເບີດ ຢ່າງຮຸນແຮງ ໃນວັນທີ 14 ກຸມພາ ທີ່ຜ່ານມາ ຈົນມີຜູ້ເສຍຊີວິດ 4 ຄົນ ແລະບາດເຈັບອີກຈຳນວນໜຶ່ງ, ແຕ່ພາກສ່ວນກ່ຽວຂ້ອງ ກໍຍັງບໍ່ສາມາດໃຫ້ຂໍ້ມູນຄືບໜ້າໄດ້ເທື່ອ, ດັ່ງທີ່ເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງອຸດົມໄຊ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 17 ກຸມພາ ນີ້ວ່າ:
"ກຳລັງລວມກັນອັນນັ້ນຢູ່ ຈັ່ງວ່າກໍຍັງບໍ່ໄດ້ອັນນັ້ນເນາະ ເຮົາຢູ່ຫ້ອງການນ່າ ບໍ່ຮູ້ຂໍ້ມູນປານໃດ."
ພ້ອມກັນນີ້ ວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຍັງ ກອງບັນຊາການທະຫານ ແຂວງອຸດົມໄຊ ແລະພະແນກອຸດສາຫະກໍາ ແລະການຄ້າ ແຂວງອຸດົມໄຊ ເພື່ອສອບຖາມຂໍ້ມູນເພີ່ມຕື່ມ ແຕ່ເຈົ້າໜ້າທີ່ທັງສອງຫນ່ວຍງານ ດັ່ງກ່າວ ບອກວ່າ ຍັງບໍ່ຮູ້ລາຍລະອຽດ ແລະມີແຕ່ໃຫ້ລໍຖ້າ ຕິດຕາມ ການຖະແຫລ່ງຂ່າວເພີ່ມຕື່ມ ຈາກຄະນະຮັບຜິດຊອບ ແກ້ໄຂອັກຄີໄພ ແລະເກີດເຫດລະເບີດ ເທົ່ານັ້ນ.
ໃນຂະນະດຽວກັນ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ກົງສຸນໃຫຍ່ຈີນ ປະຈຳແຂວງຫລວງພຣະບາງ ຊຶ່ງມີໜ້າທີ່ ຄຸ້ມຄອງພົນລະເມືອງຈີນ ທີ່ຢູ່ໃນພາກເໜືອຂອງລາວ. ເຈົ້າໜ້າທີ່ຜູ້ໜຶ່ງ ທີ່ຂໍສະຫງວນຊື່ ແລະສຽງ ໄດ້ກ່າວວ່າ:
"ພາຍຫລັງເກີດເຫດການນັ້ນ ເຈົ້າໜ້າທີ່ກົງສຸນໃຫຍ່ຈີນ ປະຈຳແຂວງຫລວງພຣະບາງ ໄດ້ລົງພື້ນທີ່ໄປແຂວງອຸດົມໄຊ ເພື່ອຕິດຕາມເຫດການດັ່ງກ່າວ ແລະຢ້ຽມຢາມຜູ້ເຄາະຮ້າຍ. ສ່ວນເລື່ອງຄວາມຮັບຜິດຊອບ ຕໍ່ເຫດການດັ່ງກ່າວນັ້ນ ທາງກົງສຸນໃຫຍ່ຈີນ ບໍ່ສາມາດໃຫ້ຄຳຕອບຢ່າງຄັກແນ່ໄດ້ ວ່າ ຈະມີການຮັບຜິດຊອບແນວໃດ ຫລືບໍ່ ລວມທັງບໍ່ສາມາດເປີດເຜີຍ ຂໍ້ມູນລະອຽດ ຕໍ່ສື່ມວນຊົນໄດ້ ໃນ ທຸກກໍລະນີ."
ພ້ອມກັນນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕາມຫາສະຖານທູດຈີນ ປະຈໍາລາວ ແຕ່ເຈົ້າໜ້າທີ່ ປະຈຳສະຖານທູດຈີນ ກ່າວວ່າ ທາງສະຖານທູດບໍ່ໄດ້ຕິດຕາມ ມີແຕ່ໃຫ້ກົງສຸນໃຫຍ່ຈີນ ປະຈຳແຂວງຫຼວງພຣະບາງ ເປັນຜູ້ຕິດຕາມ ພາຍຫຼັງເກີດເຫດການດັ່ງກ່າວ ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງ ແຂວງອຸດົມໄຊ ແລະທ່ານ ຈັ່ງ ເສີຜິງ (Zhang Sheping) ກົງສຸນໃຫຍ່ຈີນ ປະຈຳແຂວງຫຼວງພຣະບາງ ກໍໄດ້ໄປຢ້ຽມຢາມຄົນເຈັບ ຈາກເຫດການດັ່ງກ່າວ ຢູ່ໂຮງໝໍ ໂດຍທ່ານ ຈັ່ງ ເສີຜິງ ໄດ້ກ່າວວ່າ ພາລະກິດເລັ່ງດ່ວນ ຂອງກົງສຸນໃຫຍ່ຈີນ ຄືການຊ່ວຍເຫຼືອຜູ້ຮັບບາດເຈັບ ແລະຊ່ວຍຈັດງານສົບ ໃຫ້ແກ່ຜູ້ເສຍຊີວິດ ຢ່າງຮີບດ່ວນ ພ້ອມທັງໄດ້ຮຽກຮ້ອງໃຫ້ທາງການລາວ ເລັ່ງສືບສວນຫາສາເຫດທີ່ຄັກແນ່ ຂອງເຫດການດັ່ງກ່າວ ແລ້ວ ສົ່ງຂໍ້ມູນທັງໝົດ ໃຫ້ແກ່ທາງການຈີນ.
ຂ່າວກ່ຽວກັນ
ໄຟໄໝ້ ໃກ້ເຂດຕະຫຼາດຊັງຈ່ຽງ ສູນການຄ້າຈີນ ໃນນະຄອນຫຼວງວຽງຈັນ
ໄຟໄໝ້ ອາຄານຫຼັງໜຶ່ງ ຂອງກະຊວງເຕັກໂນໂລຊີ ການສື່ສານ
ກ່ອນຫນ້ານີ້ ເມື່ອວັນທີ 15 ກຸມພາ ທີ່ຜ່ານມາ ທ່ານ ພັນເອກ ດວງຈັນ ໄຊວຸດ ຮອງຫົວໜ້າ ກອງບັນຊາການ ປກສ ແຂວງອຸດົມໄຊ ພ້ອມດ້ວຍຄະນະຮັບຜິດຊອບ ໄດ້ຖະແຫຼງການ ກ່ຽວກັບເຫດໄຟໄໝ້ ແລະລະເບີດຮຸນແຮງ ຢູ່ຮ້ານຂາຍອາໄຫຼ່ລົດ ຂອງທ້າວ ຜ່ານຕົ່ງ ສັນຊາດຈີນ ຢູ່ບ້ານນາໝີ ເມືອງໄຊ ເມື່ອວັນທີ 14 ກຸມພາ 2025, ໂດຍຖະແຫຼງ ໃນເທື່ອນີ້ ໄດ້ລະບຸວ່າ ພົບທາດລະເບີດ ແລະໝາກຟ່າ ຢູ່ໃນເຮືອນດັ່ງກ່າວ ເຊິ່ງຜູ້ກ່ຽວໄດ້ລັກນຳມາຂາຍ ຫຼື ເພື່ອຈຸດປະສົງໃດໜຶ່ງ, ປັດຈຸບັນ ກຳລັງຢູ່ໃນລະຫວ່າງການສືບສວນ-ສອບສວນ ເພີ່ມຕື່ມ:
“ແມ່ນຜູ້ກ່ຽວ ໄດ້ລັກລອບນຳເອົາທາດລະເບີດ ແລະແກບໝາກຟ່າ ມາຊຸກເຊື່ອງ ແລະຈຳໜ່າຍ ຫຼືຈຸດປະສົງໃດໜຶ່ງ. ພວກເຮົາຍັງບໍ່ສາມາດຮູ້ໄດ້ ຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນ ສ່ວນສາເຫດໄຟໄໝ້ ແລະມູນຄ່າຄວາມເສຍຫາຍທີ່ຕົວຈິງ ຍັງພວມສືບຕໍ່ ດຳເນີນການສືບສວນ-ສອບສວນ ເກັບກຳຂໍ້ມູນ.”
ໃນບົດຖະເເຫລ່ງການ ດັ່ງກ່າວ ຍັງໄດ້ລະບຸຕື່ມ ວ່າ ສາເຫດໄຟໄໝ້ທີ່ແທ້ຈິງ ຍັງບໍ່ຮູ້ສາເຫດທີ່ລະອຽດ ເນື່ອງຈາກຜູ້ທີ່ຢູ່ໃນເຫດການຕົວຈິງ ໄດ້ເສຍຊີວິດ ແລະຍັງພວມຢູ່ໃນຂັ້ນຕອນເກັບກໍາຂໍ້ມູນ ແລະສືບສວນ-ສອບສວນ.
ເຖິງຢ່າງໃດກໍຕາມ ພາກສ່ວນທີ່ກ່ຽວຂ້ອງ ຈະມີການສືບສວນ-ສອບສວນ ຢ່າງລະອຽດ ແລະມີແຜນດຳເນີນການຢ່າງເຂັ້ມງວດ ຕໍ່ຜູ້ທີ່ມີສ່ວນພົວພັນ ກັບເຫດການດັ່ງກ່າວ.
ເຖິງຢ່າງໃດກໍຕາມ ຊາວບ້ານຢູ່ເມືອງໄຊ ທີ່ຮູ້ຂ່າວດັ່ງກ່າວ ກໍເຊື່ອວ່າ ຮ້ານຂາຍອາໄຫຼ່ລົດດັ່ງກ່າວ ອາດລັກລອບນຳເອົາທາດລະເບີດ ແລະໝາກຟ່າ ເຂົ້າມາພົວພັນກັບບໍລິສັດຂຸດຄົ້ນບໍ່ແຮ່ຂອງຈີນ ເພື່ອໃຊ້ໃນວຽກງານຂຸດຄົ້ນບໍ່ແຮ່ ແລະກໍອາດເປັນທາດລະເບີດ ທີ່ມີຄວາມຮຸນແຮງຫຼາຍ ເນື່ອງຈາກເຮັດໃຫ້ບ່ອນເກີດເຫດລະເບີດ ກາຍເປັນຂຸມຂະຫນາດໃຫຍ່ ດັ່ງຊາວບ້ານ ທ່ານໜຶ່ງ ກ່າວວ່າ:
“ອັນນີ້ໆ ກໍຫຼາຍຄົນບອກຫັ້ນແຫຼະ ຄົນຈີນ ຄົນຫຍັງນີ້ ມັນຮ່ວມກັນ ເຮັດທຸລະກິດຮ່ວມກັນ ແລ້ວກໍເອົາເຄື່ອງເອົາຂອງ ທີ່ວ່າທາດລະເບີດຫັ້ນແຫຼະ ເຂົາເຈົ້າເອົາລະເບີດມາຝາກໄວ້ ເພື່ອວ່າເອົາໄປຈູດບໍ່ຄຳ.”
ສ່ວນຊາວບ້ານຢູ່ເມືອງໄຊ ອີກທ່ານໜຶ່ງ ກ່າວວ່າ ມາຮອດປັດຈຸບັນ ທາງເຈົ້າໜ້າທີ່ ທີ່ໄດ້ເຮັດການອະນາໄມ ແລະກໍປິດກັ້ນ ບ່ອນເກີດເຫດ ເພື່ອບໍ່ໃຫ້ຊາວບ້ານເຂົ້າໄປໃນເຂດນັ້ນ ສ່ວນສາເຫດຂອງການເກີດໄຟໄໝ້ແລະລະເບີດຢ່າງຄັກແນ່ນັ້ນ ກໍຍັງຕ້ອງໄດ້ຕິດຕາມ ການຖະແຫຼ່ງຂ່າວຕື່ມ ວ່າເກີດຍ້ອນຫຍັງແທ້ ແລະຜູ້ກ່ຽວຂ້ອງ ໄດ້ນຳເອົາທາດລະເບີດເຂົ້າມາ ໃນລາວໄດ້ແນວໃດ:
“ຄືວ່າທຳຄວາມສະອາດແມ່ນຫຍັງ ເພິ່ນເຂົ້າໄປກວດກາຫມົດ ຕັ້ງແຕ່ວານນີ້ແລ້ວຕີ ໃນເບື້ອງຕົ້ນມັນກໍເກີດເປັນອັກຄີໄພ ແຕ່ວ່າຕົ້ນສາເຫດທີ່ມັນລະເບີດແທ້ ກໍຍັງບໍ່ທັນແຈ້ງອອກມາ ແຕ່ທາງເຈົ້າໜ້າທີ່ ເພິ່ນກໍກຳລັງກວດສອບ.”
ເຫດການດັ່ງກ່າວນີ້ ເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນ ເປັນຄົນຈີນ 3 ຄົນ ແລະຄົນລາວ 1 ຄົນ, ບາດເຈັບສາຫັດ 3 ຄົນ ເປັນຄົນຈີນ ແລະບາດເຈັບເລັກໜ້ອຍ 3 ຄົນ ແຕ່ບໍ່ເປີດເຜີຍລາຍຊື່ ຜູ້ເຄາະຮ້າຍທັງໝົດ. ນອກນັ້ນ, ຍັງໄດ້ເສຍຫາຍຕໍ່ຊັບສິນ ເປັນບໍລິເວນກວ້າງເຊັ່ນ ຮ້ານຂາຍເຄື່ອງ, ຮ້ານຂາຍລົດ, ປໍ້ານໍ້າມັນ ແລະ ເຮືອນທີ່ຢູ່ອາໄສ ຈໍານວນຫຼາຍຫຼັງ.