ໂຮງງານເຈັ້ຽ ຊັນເປເປີ ຍັງສົ່ງກິ່ນເໝັນຢູ່
2018.07.05

ມາເຖິງປັດຈຸບັນ ໂຮງງານຜລິດເຈັ້ຍ ຊັນເປເປີ ຂອງຈີນ ຢູ່ບ້ານມັນຈີ່ ເມືອງເຊໂປນ ແຂວງສວັນນະເຂດ ຍັງສົ່ງກິ່ນເໝັນ ຢ່າງຮຸນແຮງ ກະທົບໃສ່ ປະຊາຊົນຫຼາຍບ້ານ ຢູ່ຕໍ່ມາ ແລະ ບໍ່ມີແນວໂນ້ມວ່າ ກິ່ນເໝັນນັ້ນ ຈະຫລຸດຜ່ອນລົງ ເຮັດໃຫ້ເຈົ້າໜ້າທີ່ ຫຼາຍພາກສ່ວນທີ່ກ່ຽວຂ້ອງ ຕິດຕາມບັນຫານີ້ ຢ່າງໃກ້ຊິດ, ແຕ່ກໍຍັງບໍ່ສາມາດ ແກ້ໄຂບັນຫານີ້ ໄດ້, ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຫ້ອງການຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ ເມືອງເຊໂປນ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 5 ກໍຣະກະດາ ນີ້ວ່າ:
“ມາຮອດປັດຈຸບັນ ກະຍັງເໝັນຢູ່ ບາງຊ່ວງບາງເວລາ ຕອນເຊົ້າຕອນແລງ ສ່ວນຫລາຍຈົນກາງຄືນເດິກ ປະຊາຊົນ ໃກ້ຄຽງນີ້ ກະເຂົາຮ້ອງ ເຂົາໂຈມຕີ ຈັກສິວ່າແນວໃດ ເໝັນຄືປາແດກ ຈົນວ່າ ພວກນັກຮຽນເພີ່ນເປັນລົມ ເປັນຮາກແຫລະ ເໝັນອັນນີ້ ກະເຣິ່ມແຕ່ ວັນທີ 5 ຂອງ ເດືອນ 6.”
ທ່ານກ່າວຕື່ມວ່າ ກິ່ນເໝັນເກີດ ຈາກນໍ້າເສັຽ ທີ່ໄຫລອອກຈາກໂຮງງານຜລິດເຈັ້ຍ ຂອງຈີນ ໄດ້ແພ່ກະຈາຍ ໄປທົ່ວ ເຮັດໃຫ້ປະຊາຊົນ ຫຼາຍບ້ານ ທັງທີ່ຢູ່ຫ່າງຈາກໂຮງງານ ໃນຣັສມີ 6-7 ກິໂລແມັດ ແລະ ແມ່ນແຕ່ ເຈົ້າໜ້າທີ່ ຫຼາຍຫ້ອງການ ກໍຍັງໄດ້ຮັບຜົລກະທົບ ແລະວ່າ ບັນຫານີ້ ໄດ້ຣາຍງານ ໃຫ້ຂັ້ນເທິງຊາບແລ້ວ ແລະ ໄດ້ສເນີໃຫ້ ເຈົ້າຂອງໂຮງງານດັ່ງກ່າວ ແກ້ໄຂບັນຫາກິ່ນເໝັນນີ້ ຫຼາຍເທື່ອແລ້ວ ແຕ່ກິ່ນເໝັນນັ້ນ ກໍຍັງບໍ່ມີແນວໂນ້ມວ່າ ຈະຫລຸດຜ່ອນລົງ.
ປະຊາຊົນ ຢູ່ຕລາດເມືອງເຊໂປນ ກ່າວຕໍ່ ເຈົ້າໜ້າທີ່ ໂທຣະທັດ ເມືອງເຊໂປນວ່າ ພວກເຂົາເຈົ້າ ຕ້ອງໄດ້ທົນຕໍ່ກິ່ນເໝັນນັ້ນ ມາເປັນເວລາ ດົນແລ້ວ ດັ່ງນັ້ນ ຈຶ່ງຢາກໃຫ້ທາງການ ຊ່ອຍແກ້ໄຂຢ່າງຮີບດ່ວນ ຍ້ອນຢ້ານກິ່ນເໝັນນັ້ນ ເປັນອັນຕະຣາຍ ຕໍ່ສຸຂພາບຂອງພວກຕົນ ດັ່ງປະຊາຊົນນາງນຶ່ງ ກ່າວວ່າ:
"ຄືນນີ້ປະມານ 8 ໂມງປາຍໆຫັ້ນແຫລະ ສິມີກິ່ນເໝັ້ນ ຢາກຮູ້ວ່າ ເພີ່ນສິມີວິທີໃດ ແລ້ວກະຢາກຮູ້ຈັກວ່າ ກິ່ນເໝັນໂຕນີ້ຫັ້ນ ມັນສິທໍາລາຍ ສຸຂພາບ ຂອງເຮົາຫລາຍ ຫລືໜ້ອຍຊໍ່າໃດ ແລະ ມັນສິມີຜົລກະທົບແນວໃດ ຕໍ່ສຸຂພາບຈິດ ສຸຂພາບກາຍ ຂອງຜູ້ເຖົ້າ ແລະເດັກນ້ອຍຊໍ່າໃດ.”
ໂຮງງານຜລິດເຈັ້ຍຂອງຈີນນີ້ ເລີ້ມທໍາການຜລິດ ໃນລະຍະທົດລອງ ມາຕັ້ງແຕ່ມື້ວັນທີ 21 ພຶສພາ ແລະ ຈະດໍາເນີນ ການທົດລອງຜລິດ ໄປ ຈົນເຖິງ ມື້ວັນທີ 20 ສິງຫາ 2018 ນີ້. ໂຮງງານໄດ້ເລີ້ມສົ່ງກິ່ນເໝັນແຮງ ມາຕັ້ງແຕ່ ເດືອນມິຖຸນາ ແລະໃນມື້ວັນທີ 9 ມິຖຸນາ ທາງຜແນກ ຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ ແຂວງສວັນນະເຂດ ໄດ້ໄປເວົ້າກ່ຽວກັບ ບັນຫາທີ່ວ່ານັ້ນ ກັບເຈົ້າຂອງໂຮງງານ ແລະ ເຈົ້າຂອງ ໂຮງງານ ກໍຮັບປາກວ່າ ຂໍເວລາ 10 ມື້ ໃນການແກ້ໄຂບັນຫານີ້. ແຕ່ວ່າ ມາເຖິງປັດຈຸບັນ ເວລາກໍລ່ວງເລີຍມາຫຼາຍແລ້ວ ແຕ່ກໍຍັງມີ ກິ່ນເໝັນຢ່າງຮຸນແຮງນັ້ນຢູ່ ແລະນັບມື້ ຍິ່ງເໝັນແຮງຂຶ້ນ.
ເມື່ອເຈົ້າໜ້າທີ່ ໄປຖາມທາງໂຮງງານ, ທາງໂຮງງານກໍອ້າງວ່າ ເປັນຍ້ອນໄຟຟ້າບໍ່ພຽງພໍ ເຮັດໃຫ້ຣະບົບຄວບຄຸມກິ່ນບໍ່ເຮັດວຽກ ເຮັດໃຫ້ ບັນຫານັ້ນ ແກ່ຍາວມາຮອດປັດຈຸບັນ ຈົນຊາວບ້ານຫຼາຍຄົນ ຢາກທໍາການປະທ້ວງໂຮງງານດັ່ງກ່າວ ແຕ່ເຈົ້າໜ້າທີ່ທາງການ ສປປລາວ ພຍາມຫ້້າມບໍ່ໃຫ້ພວກເຂົາເຈົ້າປະທ້ວງ.