ຂ່າວໝໍຈີນປົວຄົນເຈັບ ຕາຍ 5

ຈໍາປາທອງ
2015.08.05
F-Hos ໂຮງໝໍ ເອກກະຊົນ ໄຊມັງກອນ ຂອງຈີນ ແຂວງ ອຸດົມໄຊ
RFA/NY

ຂ່າວ ຣາຍງານ ວ່າ ມີ ປາຊາຊົນ ເສັຽຊີວິດ ໄປແລ້ວ 5 ຄົນ, ຍ້ອນ ໄປ ປິ່ນປົວ ຢູ່ ໂຮງໝໍ ໄຊມັງກອນ, ຊຶ່ງ ເປັນ ໂຮງໝໍ ເອກກະຊົນ ຂອງຈີນ ຢູ່ ແຂວງ ອຸດົມໄຊ. ເຈົ້າໜ້າທີ່ ແພດ ຢູ່ ໂຮງໝໍ ແຂວງ ອຸດົມໄຊ ທ່ານນຶ່ງ ຜູ້ທີ່ບໍ່ ປະສົງ ອອກຊື່ ໄດ້ ກ່າວຕໍ່ ເອເຊັຽ ເສຣີ ວ່າ: ຜູ້ ເສັຽຊີວິດ 1 ໃນ 5 ຄົນ ນັ້ນ ແມ່ນຍ້ອນ ຖືກລັກ ໝາກໄຂ່ຫຼັງ, ຊຶ່ງ ໃນເວລາ ທີ່ ຜູ້ກ່ຽວ ໄປ ປິ່ນປົວ ນັ້ນ ກໍບໍ່ໄດ້ ມີ ບັນຫາ ຫຍັງ ກ່ຽວກັບ ໝາກໄຂ່ຫຼັງ.

ເຈົ້າໜ້າທີ່ ແພດ ທ່ານນີ້ ກ່າວຕື່ມວ່າ, ຫລັງຈາກ ມີການ ເສັຽຊີວິດ ຍາດ ພີ່ນ້ອງ ຂອງ ຜູ້ຕາຍ ເກີດ ສົງໄສວ່າ ຜູ້ຕາຍ ຖືກລັກ ໝາກໄຂ່ຫຼັງ ແລະ ຈະ ສົ່ງຟ້ອງ ສານ, ແຕ່ ທາງ ໂຮງໝໍ ສເນີ ຈ່າຍເງິນ ຄ່າຫົວ ໃຫ້ 1 ຕື້ ກີບ.

ໃນເວລາ ນັ້ນ ໂຮງໝໍ ໄຊມັງກອນ ກໍໄດ້ປິດ ບໍຣິການ ໄປ ເປັນ ເວລາ 5 ເດືອນ, ແຕ່ ກໍ່ກັບຄືນ ມາເປີດ ບໍຣິການ ອີກ ເມື່ອບໍ່ດົນ ມານີ້ ອີງຕາມ ການ ບອກເລົ່າ ຂອງ ເຈົ້າໜ້າທີ່ ແພດ ທ່ານ ນັ້ນ.

ນອກຈາກ ນີ້ ໜ່ວຍງານ ສາທາ ຣະນະສຸກ ແຂວງ ອຸດົມໄຊ, ກໍ ບໍ່ມີການ ອອກມາ ຊີ້ແຈງ ຫຍັງ ກ່ຽວກັບ ເຣື້ອງ ມີຄົນ ເສັຽຊີວິດ, ນັກຂ່າວ ເອເຊັຽ ເສຣີ ກໍໄດ້ ຕິດຕໍ່ ສອບຖາມ ທ່ານໝໍ ບຸນລຽນ ຮອງ ຫົວໜ້າ ຜແນກ ສາທາຣະນະສຸກ ແຂວງ ອຸດົມໄຊ, ເພື່ອ ຂໍຄວາມ ກະຈ່າງ ແຈ້ງ ແລະ ທ່ານ ກໍຕອບວ່າ ຜູ້ເສັຽ ຊີວິດ ແມ່ນຈາກ ໝາກໄຂ່ຫຼັງ ຊຸດໂຊມ. ດັ່ງ ທ່ານ ໝໍ ບຸນລຽນ ຮອງ ຫົວໜ້າ ຜແນກ ສາທາ ຣະນະສຸຂ ແຂວງ ອຸດົມໄຊ ໄດ້ກ່າວ ຕໍ່ ເອເຊັຽ ເສຣີ ວ່າ:

"ຄວາມຈິງ ແລ້ວ ໝາກໄຂ່ຫຼັງ ເພິ່ນ ຊຸດໂຊມ ຕ່າງຫາກ ບໍ່ມີ  ບັນຫາ ອັນ ອື່ນດອກ, ແຕ່ ຢູ່ຂັ້ນຕົ້ນ ລາວ ກະຊ່າ ກ່ອນຫັ້ນ ເດ້ ລາວ ບໍ່ຮູ້ ວ່າຕົວໂອງ ເຣື້ອງ ໝາກໄຂ່ຫຼັງ ຊຸດໂຊມ ມາເຂົ້າຫັ້ນ ແກ້ມັນ ບໍ່ທັນ ແລ້ວ ເປັນ ໄລຍະ ທີ່ ສຸດທ້າຍ ຂອງ ການ ເຮັດໜ້າທີ່ ຂອງ ໝາກໄຂ່ຫຼັງ ຫັ້ນ ແລ້ວ."

ທ່ານ ກ່າວວ່າ ບໍ່ມີການ ຂຶ້ນສານ ພຽງແຕ່ ແກ້ໄຂ ບັນຫາ ຕາມສາຍຕັ້ງ ທາງດ້ານ ວິຊາການ. ດັ່ງທ່ານ ກ່າວຕື່ມ ອີກວ່າ:

"ເອີ ໄດ້ແກ້ກັນ ແລ້ວ ບໍ່ມີ ບັນຫາ ຫຍັງດອກ ແກ້ແລ້ວ ບໍ່ໄດ້ມີ ການຂຶ້ນສານ ນ່າ ໂຕນີ້ ແກ້ກັນ ຫມົດລະນ່າ ແກ້ຕາມສາຍ ຕັ້ງ ດ້ານ ວິຊາການ ແລ້ວ ບໍ່ເປັນຫຍັງ ພວກເຮົາ ແກ້ໝົດ ແລ້ວ".

ນອກຈາກ ນີ້ ຢູ່ ເມືອງສິງ ແຂວງ ຫຼວງນໍ້າທາ ກໍມີ ຣາຍງານ ວ່າມີ ປະຊາຊົນ ເສັຽຊີວິດ 3 ຄົນ ເນື່ອງຈາກ ໄປ ປິ່ນປົວ ຢູ່ ຄລິນິກ ຈີນ ໃນນັ້ນ ຜູ້ ເສັຽຊີວິດ 2 ຄົນ ເປັນ ຊົນເຜົ່າ ອາຄ່າ ບໍ່ຮູ້ຊື່ ແລະ ອີກ 1 ຄົນ ເປັນ ຊົນເຜົ່າ ໄທ ເໜືອ ຊື່ງ ວ່າ ນາງ ບົວວັນ ອາຍຸ 48 ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.