ເຈົ້າໜ້າທີ່ສາທາລາວ ສັກຢາ ຕ້ານໂຄວິດ-19

ຈໍາປາທອງ
2020.12.17
ເຈົ້າໜ້າທີ່ສາທາລາວ ສັກຢາ ຕ້ານໂຄວິດ-19 ເຈົ້າໜ້າທີ່ກະຊວງສາທາຣະນະສຸຂ ໄດ້ຮັບການທົດລອງ ສັກວັກຊິນ Sinovac ປ້ອງກັນໄວຣັສ ໂຄວິດ-19 ຈາກ ນາຍແພດຈີນ.
ນັກຂ່າວພົລເມືອງ

ຈົ້າໜ້າທີ່ລາວ ປະມານ 100 ຄົນ ຊຶ່ງມີທັງແພດ, ໝໍ, ເຈົ້າໜ້າທີ່ກະຊວງສາທາຣະນະສຸຂ ແລະ ອາສາສມັກ ໄດ້ທົດລອງສັກວັກຊິນ Sinovac ປ້ອງກັນໄວຣັສໂຄວິດ-19 ຈາກນາຍແພດຈີນ, ເມື່ອຕົ້ນເດືອນທັນວານີ້. ວັກຊິນດັ່ງກ່າວແມ່ນຣັຖບາລຈີນມອບໃຫ້ຣັຖບານ ລາວທົດລອງ ໃນຖານະປະເທດມິດຕະພາບ, ດັ່ງເຈົ້າໜ້າທີ່ກະຊວງສາທາຣະນະສຸຂ ຜູ້ຂໍສງວນຊື່ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 17 ທັນວາ ນີ້ວ່າ:

“ແມ່ນສະເພາະແຕ່ແພດ-ໝໍ, ທີ່ມີການປ້ອງກັນສໍາລັບ ແພດ-ໝໍກ່ອນເບື້ອງຕົ້ນ, ຫຼາຍກວ່າ 50 ຄົນ ເນາະທົດລອງສັກຢາ, ເພາະວ່າ ມັນມີແຜນແຕ່ພາກສ່ວນເດ້ ອັນນີ້ແມ່ນໂຕຈີນ ທີ່ຊ່ວຍເຫລືອເນາະ ສໍາລັບເຈົ້າໜ້າທີ່.”

ທ່ານກ່າວຕື່ມວ່າ ການທົດລອງສັກວັກຊິນ Sinovac ປ້ອງກັນໄວຣັສໂຄວິດ-19 ຄັ້ງນີ້, ແມ່ນທິມແພດຈີນຈະທົດລອງເປັນ 2 ໄລຍະ ໝາຍຄວາມວ່າ ຜູ້ທີ່ຖືກທົດລອງ ຈະໄດ້ສີດວັກຊິນ ນີ້ 1 ໂດສ, ຫລັງຈາກນັ້ນກໍຈະສັງເກດເບິ່ງອາການຂ້າງຄຽງ ປະມານ 3 ສັປດາ, ຫາກບໍ່ເກີດຜົລຂ້າງຄຽງໃດໆ ເຊັ່ນພູມແພ້ໃນຮ່າງກາຍ ຫຼື ເສັຽຊີວິດກໍຈະສັກ ວັກຊິນຕື່ມອີກ 1 ໂດສ ແລ້ວສັງເກດອາການຂ້າງຄຽງ ຕື່ມອີກ 3 ສັປດາຄືເກົ່າ.

ຫາກຜົລການທົດລອງສັກວັກຊີນຊນິດນີ້ ບໍ່ມີຜົລຂ້າງຄຽງໃດໆ ກໍຄາດວ່າຣັຖບາລຈີນຈະສົ່ງວັກຊິນ Sinovac ນີ້ໃຫ້ຣັຖບາລລາວ ພາຍໃນ ປີ 2021 ທີ່ຈະມາເຖິງນີ້. ເມື່ອໄດ້ຮັບ ວັກຊິນນັ້ນແລ້ວ, ຈະສີດໃຫ້ກຸ່ມຄົນໃດກ່ອນ ກໍຍັງຈະຕ້ອງໄດ້ປຶກສາຫາລືກັນ.

ເຈົ້າໜ້າທີ່ກະຊວງສາທາຣະນະສຸຂ ທ່ານນຶ່ງ, ທີ່ຖືກທົດລອງສັກວັກຊິນ ປ້ອງກັນໄວຣັສໂຄວິດ-19ໃນຄັ້ງນີ້, ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ໄດ້ຮັບການສັກວັກຊິນຊນິດ Sinovac 1 ໂດສ ເມື່ອຕົ້ນເດືອນທັນວານີ້, ໂດຍທີ່ທິມແພດ ແລະໝໍຈາກປະເທດຈີນ ເປັນຜູ້ສັກໃຫ້ໂດຍກົງ ແລະວ່າ ຜ່ານມາເກືອບ 2 ອາທິດແລ້ວ ກໍຍັງບໍ່ທັນເຫັນວ່າມີເຈົ້າໜ້າທີ່ ແລະ ອາສາສມັກຄົນໃດ ທີ່ໄດ້ຖືກສັກ ວັກຊິນນັ້ນເກີດອາການຂ້າງຄຽງແຕ່ຢ່າງໃດ, ດັ່ງທີ່ທ່ານກ່າວວ່າ:

“ຂ້ອຍຫາກະໄດ້ສີດວັກຊິນ ຫວ່າງອາທິດທີ່ແລ້ວນີ້, ກັບຫົວໜ້າແດ່ ກະທັມດາໄດ໋ ປົກຕິ. ຂ້ອຍລອງມາແລ້ວ ສີດສະບາຍ ບໍ່ມີບັນຫາ ຫຍັງດອກ ບໍ່ມີຜົລຂ້າງຄຽງ ຍັງບໍ່ມີ ກະມີທີມ ແພດຈີນ ຂອງເຂົາມາພ້ອມໄດ໋ ບ້ານເຂົາກະສີດມາແລ້ວ ເຂົາວ່າບໍ່ມີຫຍັງ.”

ເມື່ອວັນທີ 24 ສິງຫາ ທີ່ຜ່ານມາ, ທ່ານ ຫລີ ເຄີສຽງ ນາຍົກຣັຖມົນຕຣີຈີນ, ໄດ້ກ່າວຕໍ່ກອງປະຊຸມທາງໄກ ກ່ຽວກັບການຮ່ວມມື ແມ່ນໍ້າ ລ້ານຊ້າງ-ແມ່ນໍ້າຂອງ ຫລື LMC ຄັ້ງທີ 3 ຂອງບັນດາຜູ້ນໍາປະເທດ ໃນຂົງເຂດນີ້ວ່າ, ຈີນຈະໃຫ້ຄວາມສໍາຄັນກັບການ ຈັດສັນວັກຊິນ ປ້ອງກັນໄວຣັສໂຄວິດ-19 ໃຫ້ປະເທດລຸ່ມ ແມ່ນໍ້າຂອງກ່ອນ, ເມື່ອວັກຊິນນັ້ນໄດ້ຮັບ ການພັທນາສໍາເຣັດ ແລະ ຖືກນໍາໄປໃຊ້ຈິງ.

ແຕ່ຂ່າວລ້າສຸດອອກມາວ່າ ທາງການລາວ ໄດ້ປຶກສາຫາລືກັບຣັຖບາລຣັດເຊັຍ, ແລະກໍາລັງມີແຜນທີ່ຈະສັ່ງຊື້ວັກຊິນ ປ້ອງກັນໄວຣັສ ໂຄວິດ-19 ຊນິດ Sputnik V ທີ່ຣັດເຊັຍ ເປັນຜູ້ຜລິດ ແລະ ວັກຊິນຊນິດນີ້ ໄດ້ສໍາເຣັດຂະບວນການທົດລອງ ໃນປະເທດຣັດເຊັຍ ຢ່າງສົມບູນແລ້ວ ແລະ ປັດຈຸບັນ ຣັຖບາລລາວ ຢູ່ໃນຣະຫວ່າງການພິຈາຣະນາ ໃນການຈັດຊື້ ມາທົດລອງຢູ່ປະເທດລາວ, ດັ່ງ ເຈົ້າໜ້າທີ່ກະຊວງວິທຍາສາດ ແລະ ເຕັກໂນໂລຈີລາວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 17 ທັນວາ ນີ້ວ່າ:

“ເພິ່ນໄດ້ປຶກສາໂອ້ລົມ ກັບທາງຣັຖເຊັຽເນາະ, ໂດຍທີ່ມີກະຊວງສາທາເຂົ້າຮ່ວມນໍາແຕ່ວ່າມັນຍັງຢູ່ໃນເຟສ 3 ຂັ້ນຕອນການທົດລອງ ບໍ່ຮູ້ວ່າເພິ່ນສິຈັດຊື້ແລ້ວບໍ່ ຕາມລົມກັນ ເພິ່ນວ່າ, ໃຫ້ທາງວິຊາການ ເພິ່ນຄົ້ນຄວ້າກ່ອນ ຍັງບໍ່ທັນໄດ້ຕົກລົງຊື້ເທື່ອ.”

ແລະ ໃນມື້ວັນທີ 21 ຕຸລາ ທີ່ຜ່ານມານີ້ ທາງການຍີ່ປຸ່ນ ກໍເຫັນດີທີ່ຈະຊ່ອຍເຫລືອວັກຊິນ ປ້ອງກັນ ໄວຣັສ ໂຄວິດ-19 ແກ່ ລາວ ໃນຕໍ່ໜ້າ, ເມື່ອເວລາຍີ່ປຸ່ນພັທນາວັກຊິນສໍາເຣັດແລ້ວ.

ກ່ຽວກັບເຣື່ອງທີ່ວ່ານີ້ ອົງການ UNICEF ຂອງສະຫະປະຊາຊາດ ກໍໄດ້ຣາຍງານໃນມື້ວັນທີ 23 ພຶສຈິກາ ທີ່ຜ່ານມາວ່າ, ຈະຈັດສົ່ງ ວັກຊິນປ້ອງກັນໄວຣັສໂຄວິດ-19 ເກືອບ 2,000 ລ້ານໂດສ, ຊຶ່ງເປັນສ່ວນນຶ່ງ ຂອງໂຄງການ COVAX, ໃຫ້ກຸ່ມປະເທດທີ່ກໍາລັງ ພັທນາພາຍໃນປີໜ້າ, ຊຶ່ງໃນນັ້ນມີທັງປະເທດລາວ ທີ່ເປັນປະເທດ ສະມາຊິກ ຂອງອົງການ ອະນາມັຍໂລກ ນໍາດ້ວຍ, ແລະ ໂຄງການນີ້ໄດ້ຖືກອົງການອະນາມັຍໂລກ ຮັບຮອງແລ້ວ.

ອົງການ UNICEF ເວົ້າວ່າ ປັດຈຸບັນ ຢູ່ໃນຣະຫວ່າງການປະສານງານ ກັບສາຍການບິນ ແລະ ບໍຣິສັດຂົນສົ່ງສິນຄ້າຫຼາຍກວ່າ 350 ແຫ່ງ ເພື່ອຈັດສົ່ງວັກຊິນ ທີ່ວ່ານັ້ນ.

ນັບຕັ້ງແຕ່ ລາວ ກວດພົບວ່າມີຄົນຕິດເຊື້ອພຍາດໂຄວິດ-19 ຄົນທໍາອີດ ທີ່ເດີນທາງມາຈາກຕ່າງປະເທດ ໃນມື້ວັນທີ 24 ມິນາ 2020 ມາຮອດວັນທີ 15 ທັນວາ ນີ້ ໄດ້ກວດຫາເຊື້ອ ພຍາດດັ່ງກ່າວ ນໍາຜູ້ຕິດເຊື້ອ ແລະຜູ້ຕ້ອງສົງສັຍແລ້ວ 85,742 ຄົນ. ໃນນັ້ນກວດພົບຜູ້ຕິດເຊື້ອ 41 ຄົນ ແລະ ປິ່ນປົວຫາຍດີແລ້ວ 36 ຄົນ. ສ່ວນທີ່ເຫຼືອ 5 ຄົນ ຍັງນອນປິ່ນປົວ ຢູ່ໂຮງໝໍມິຕພາບ 150 ຕຽງ ທີ່ນະຄອນຫລວງວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.