ສວນກ້ວຍຈີນ ຂ.ວຽງຈັນ ຍັງໃຊ້ ສານເຄມີ

ຈຳປາທອງ
2019.02.27
f-banana-plant ສວນປູກກ້ວຍ ຂອງນັກລົງທຶນຈີນ ຢູ່ແຂວງ ພາກເໜືອ ຂອງລາວ.
RFA

ສວນກ້ວຍຈີນ ຢູ່ເມືອງວຽງຄຳ ແຂວງວຽງຈັນ ຍັງໃຊ້ສານເຄມີຊະຊາຍ ເຮັດໃຫ້ບໍຣິເວນສວນກ້ວຍ ປົນເປື້ອນ ໄປດ້ວຍສານເຄມີ ຈົນເຈົ້າຂອງ ສວນກ້ວຍ ໄດ້ປ່ຽນຄົນງານ ຊຸດໃໝ່ ເຂົ້າມາ ເຮັດວຽກແທນ ຄົນງານຊຸດເກົ່າ ໃນແຕ່ລະ 2 ປີ ຍ້ອນຢ້ານວ່າ ຄົນງານ ທີ່ເຮັດວຽກ ນານກວ່າ ສອງປີ ອາຈໄດ້ຮັບ ອັນຕະຣາຍ ຈາກສານເຄມີ ແລະ ຈະໄດ້ຮັບຜິດຊອບ, ດັ່ງນັ້ນ ຈຶ່ງໃຫ້ອອກ ແລະ ປ່ຽນຄົນງານ ຊຸດໃໝ່ ໃນແຕ່ລະ 2 ປີ, ອີງຕາມຣາຍງານ ຂອງສື່ມວນຊົນ ທາງການລາວ.

ກ່ຽວກັບ ບັນຫາດັ່ງກ່າວ ເຈົ້າໜ້າທີ່ ກະສິກຳ ແລະ ປ່າໄມ້ ເມືອງວຽງຄຳ ເວົ້າວ່າ ບໍ່ມີມູນຄວາມຈິງ, ຊາວບ້ານ ພາກັນ ກັງວົນເອງ ເພາະໄດ້ຍິນ ຂ່າວຊື່ໆ ວ່າມີການໃຊ້ສານເຄມີ ໃນສວນກ້ວຍ ແຕ່ບໍ່ມີຂໍ້ມູນ ມາຢັ້ງຢືນ, ດັ່ງທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 26 ກຸມພານີ້ວ່າ:

“ອັນນີ້ແຫລະ ແມ່ນຄຳສເນີ ຂອງຊາວບ້ານ ບໍ່ມີຂໍ້ມູນດອກ ໄດ້ຍິນຂ່າວວ່າ ໃຊ້ສານເຄມີ ຫລາຍຊື່ໆ ກະບໍ່ມີ ຂໍ້ມູນວ່າ ໄດ້ໃຊ້ສານເຄມີ ທີ່ຮ້າຍແຮງ ແບບເກືອດຫ້າມ.”

ທ່ານເວົ້າວ່າ ທີ່ຜ່ານມາ ສວນກວ້ຍຈີນ ຫຼາຍແຫ່ງ ທີ່ເມືອງວຽງຄຳ ໃຊ້ສານເຄມີແທ້. ແຕ່ຫລັງຈາກ ທາງການ ຫ້າມໃຊ້ແລ້ວ ສວນທຸກແຫ່ງ ກໍເຊົາໃຊ້. ມາຮອດ ປັດຈຸບັນ ຍັງມີສວນກວ້ຍຈີນ ຂອງ 2 ບໍຣິສັດ ເທົ່ານັ້ນ ເຫຼືອຢູ່ໃນ ເມືອງນີ້ ແລະ ຈະໝົດກຳນົດສັນຍາ ໃນປີ 2020. ຫລັງຈາກນັ້ນ ເນື້ອທີ່ປູກກ້ວຍ ກໍຈະຖືກສົ່ງຄືນ ໃຫ້ເຈົ້າຂອງດິນ.

ກ່ຽວກັບ ຂ່າວເຣື່ອງການໃຊ້ສານເຄມີ ໃນສວນກ້ວຍຈີນ ຢູ່ເມືອງວຽງຄໍາ ທີ່ີວ່ານັ້ນ ວິທຍຸເອເຊັຽເສຣິ ໄດ້ຕິດຕໍ່ ຖາມໄປຍັງ ຊາວບ້ານ ແລະ ພໍ່ບ້ານ ໃນເຂດດັ່ງກ່າວ ເພື່ອຂໍຮູ້ ຣາຍຣະອຽດ, ແຕ່ບໍ່ມີຜູ້ໃດ ໃຫ້ຄຳເຫັນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.