ຮຽກຮ້ອງ ໃຫ້ທາງການ ເລັ່ງມອດໄຟໄໝ້ ຂີ້ເຫຍື້ອ

ຊາວບ້ານ ທີ່ຢູ່ໃກ້ສນາມ ຂີ້ເຫຍື້ອຫລັກ 32 ເມືອງໄຊທານີ ນະຄອນຫລວງວຽງຈັນ ຮຽກຮ້ອງໃຫ້ ທາງການເລັ່ງມອດໄຟໄໝ້ຂີ້ເຫຍື້ອ ຍ້ອນຄວັນໄຟ ປິວໄປທົ່ວ, ກະທົບຕໍ່ສຸຂພາບ, ກິ່ນຂິວ, ແສບຕາ ຢູ່ຍາກ.

ໂຕຢ່າງ ສະພາບຂອງຄວັນດໍາ ທີ່ທາງການຍັງກໍາລັງ ຫາທາງຄວບຄຸມ ແລະກໍາຈັດໃຫ້ໝົດໄປ ຮູປພາບ: ອຸປຖັມໂດຍ ນັກຂ່າວໝີນ້ອຍ

ປະຊາຊົນ ທີ່ຢູ່ໃກ້ກັບສນາມຂີ້ເຫຍື້ອ ຫລັກ 32 ເມືອງໄຊທານີ ນະຄອນຫລວງວຽງຈັນ ຮຽກຮ້ອງໃຫ້ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ເລັ່ງມອດໄຟໄໝ້ຂີ້ເຫຍື້ອ ທີ່ກໍາລັງໄໝ້ຢ່າງຮຸນແຮງ ຍ້ອນຄວັນໄຟປິວໄປທົ່ວ ຄ້າຍຄືກັນກັບໝອກ, ແສບຕາ ແລະມີກິ່ນຂິວແຮງ, ແຕ່ບໍ່ມີຜູ້ໃດມາມອດແລະເວົ້າຫຍັງ.

ດັ່ງຊາວບ້ານ ຜູ້ນຶ່ງທີ່ຢູ່ໃກ້ສນາມຂີ້ເຫຍື້ອນັ້ນ ເວົ້າຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 1 ກຸມພານີ້ວ່າ:

ຫລັກ 31 ໄປທາງນາຂາວແຖວນັ້ນຫັ້ນນະ ຜູ້ໃດກໍລົງເຟສໝົດ ຢູ່ບໍ່ໄດ້ ມັນຂິວແຮງນະ ຄວັນຫລາຍ ອັນຜູ້ໃດກໍພາກັນແສບຕາ ແສບດັງ ເພາະວ່າມັນແຮງອີ່ຫລີຫັ້ນນະ ກະຍັງບໍ່ເຫັນມອດຢູ່ໃດ໋ ຍາມມື້ຄືນມັນກໍຍັງເຫັນແສງໄຟຢູ່ໃດ໋ ບໍ່ເຄີຍເຫັນໃຜລົງມາ ແລ້ວກໍບໍ່ມີຜູ້ໃດເວົ້າຫຍັງ.”

ປະຊາຊົນຜູ້ນີ້ເວົ້າຕື່ມອີກວ່າ ຊາວບ້ານເປັນຈໍານວນ ຫລວງຫລາຍ ກັງວົນ ຖ້າຫາກຕ້ອງໄດ້ຫາຍ ໃຈເອົາຄວັນໄຟຫລາຍເກີນໄປ ກໍອາຈເຮັດໃຫ້ເກີດພະຍາດ ແລະມີຜົລກະທົບຕໍ່ສຸຂພາບໄດ້.

ຊາວບ້ານອີກຜູ້ນຶ່ງ ທີ່ຢູ່ໃກ້ກັບເຂດນັ້ນກໍເວົ້າວ່າ ຊາວບ້ານເລິ້ມສັງເກດເຫັນ ຄວັນເປັນເມັດເລັກໆນ້ອຍໆ ທີ່ປິວມາຈາກສນາມຂີ້ເຫຍື້ອຫລັກ 32 ປະມານ 3-4 ມື້ກ່ອນ, ແຕ່ກໍຍັງບໍ່ເຫັນພາກສ່ວນທີ່ກ່ຽວຂ້ອງ ໃດມາມອດໄຟ, ເຮັດໃຫ້ໄຟໄໝ້ລາມໄປຫລາຍຂຶ້ນນໍາເລື້ອຍໆ. ໄຟໄໝ້ເທື່ອນີ້ ເຮັດໃຫ້ມີຄວັນປິວອອກຈາກ ສນາມຂີ້ເຫຍື້ອ ມີກິ່ນຂິວຮຸນແຮງ ແລະຄວັນກໍເປັນຄືໝອກປົກຄຸມໄປທົ່ວ, ເກີດສະພາບອາກາດມົວ, ເປັນມົລພິດ ແລະມີຜົລກະທົບສິ່ງແວດລ້ອມ ແລະຊາວບ້ານ ແຕ່ກໍຍັງບໍ່ມີພາກສ່ວນທີ່ກ່ຽວຂ້ອງໃດ ມາບອກໃຫ້ປະຊາຊົນ ຮູ້ເຣື່ອງວິທີປ້ອງກັນມົລພິດນັ້ນ.

ດັ່ງຊາວບ້ານເວົ້າຕໍ່ວິທຍຸເອເຊັຍເສຣີໃນມື້ດຽວກັນນີ້ວ່າ:

ໄຟໄໝ້ບໍ່ຫັ້ນ ມັນເປັນຄວັນ ເປັນມົລພິດຫັ້ນນະ ບໍ່ແມ່ນໄດ້ຮອດ 3-4 ມື້ແລ້ວວະ ກາງຄືນມາກະຂິວໆ ກາງເວັນມາກໍເປັນແບບອ້າວເປັນແບບມົລພິດ ເປັນແບບມືດໆໄປ ຄືໝອກນີ້ນະ.”

ໃນຂະນະດຽວກັນ ປະຊາຊົນຜູ້ນຶ່ງ ທີ່ຢູ່ໃກ້ເຂດໄຟໄໝ້ເວົ້າວ່າ ຄວັນໄຟທີ່ປິວມາຈາກສນາມຂີ້ເຫຍື້ອຫລັກ 32 ປິວໄປໄກຫລາຍກິໂລແມັດ ເຮັດໃຫ້ຊາວບ້ານຈໍານວນຫລວງຫລາຍພາກັນຈົ່ມວ່າ ແຕ່ຍັງບໍ່ທັນເຫັນພາກສ່ວນໃດມາແກ້ໄຂເທື່ອ ແລະວ່າ ສໍາລັບຄອບຄົວຂອງຕົນແລ້ວ ແມ່ນໄດ້ປິດປະຕູ, ປິດປ່ອງຢ້ຽມໃຫ້ແຈບ ເພື່ອບໍ່ໃຫ້ຄວັນໄຟປິວເຂົ້າເຮືອນໄດ້ ກໍເຫັນວ່າບໍ່ຂິວປານໃດ.

ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 1 ກຸມພານີ້ວ່າ:

ເອີ ຂິວໆ ຂີ້ເຫຍື້ອນີ້ນໍ ແຖວນີ້ເຫັນຄົນຈົ່ມວ່າຂິວ ແມ່ກະບໍ່ເຫັນຂິວປານໃດເດ ອັດປະຕູກະບໍ່ໄດ້ຂິວປານໃດ.”

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ອົງການພັທນາ ແລະບໍຣິຫານຕົວເມືອງ ນະຄອນຫລວງວຽງຈັນ ເວົ້າຕໍ່ວິທຍຸເອເຊັຍເສຣີໃນມື້ດຽວກັນນັ້ນວ່າ ພາຍຫັລງທີ່ຮູ້ຂ່າວຈາກຊາວບ້ານໃນເຂດໄຟໄໝ້ນັ້ນ ແລ້ວ ທາງພາກສ່ວນທີ່ກ່ຽວຂ້ອງກໍໄດ້ລົງພື້ນທີ່ໄປເບິ່ງ ແລະປັດຈຸບັນກໍາລັງເລັ່ງສິດນໍ້າມອດໄຟ ແຕ່ກໍເຫັນວ່າ ຂ້ອນຂ້າງຄວບຄຸມໄຟໄດ້ຍາກ ເພາະຂີ້ເຫຍື້ອແຫ້ງ ແລະມີລົມແຮງ.

ດັ່ງທີ່ທ່ານກ່າວວ່າ:

ໂຕນີ້ໄທເຮົາລົງໄປເບິ່ງແລ້ວ ມັນມອດບໍ່ໄດ້ ເຮົາກໍເອົາຣົຖດັບເພີງເຂົ້າໄປສີດນໍ້າໃສ່ ມັນກະບໍ່ຮອດນໍ ມັນມີລົມແດ່.”  

ອີງຕາມຄໍາເວົ້າຂອງທ່ານ ດາວວອນ ສັກດາພອນ ທີ່ປຶກສາສນາມບໍາບັດຂີ້ເຫຍື້ອຫລັກ 32 ຕໍ່ຊື່ມວນຊົນລາວໃນມື້ວັນທີ 31 ມົກກະຣາທີ່ຜ່ານມາ ແລ້ວແມ່ນວ່າ ເວລາປະມານ 12 ໂມງ 30 ນາທີ ຂອງມື້ວັນທີ 29 ມົກກະຣາ 2022 ພະນັກງານທີ່ປະຈໍາການໄດ້ເຫັນຄວັນໄຟ ຢູ່ຂຸມຂີ້ເຫຍື້ອໝາຍເລກ 1. ໃນເບື້ອງຕົ້ນ ທິມງານໄດ້ເອົາຣົຖນໍ້າເຂົ້າໄປມອດ, ແຕ່ເນື່ອງຈາກຈຸດທີ່ເກີດໄຟໄໝນັ້ນ ຢູ່ໃຈກາງຂອງຂຸມຂີ້ເຫຍື້ອ, ເຮັດໃຫ້ຣົຖສີດນໍ້າເຂົ້າໄປບໍ່ເຖິງ ແລະມີລົມແຮງ ເຮັດໃຫ້ພະນັກງານບໍ່ສາມາດມອດໄຟໄດ້.

ໃນການມອດໄຟໄໝ້ຄັ້ງນີ ປັດຈຸບັນມີຣົຖດຸດ 1 ຄັນ, ຣົຖຈົກຂີ້ເຫຍື້ອ 4 ຄັນ, ຣົຖດາມ 12 ຄັນ, ຣົຖສີດນໍ້າທັງໝົດ 7 ຄັນ, ຣົຖດັບເພີງ 3 ຄັນ.

ສນາມຂີ້ເຫຍື້ອຫລັກ 32 ມີເນື້ອທີ່ທັງໝົດ 48.2 ເຮັກຕາ. ໃນນັ້ນຖືກໄຟໄໝ້ແລ້ວ 33.74 ເຮັກ ຕາ ຄືໄໝ້ໄປສ່ວນຫລາຍແລ້ວ. ສ່ວນສາເຫດທີ່ເຮັດໃຫ້ເກີດໄຟໄໝ້ ຍັງຢູ່ໃນລະຫວ່າງການສືບສວນ ສອບສວນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org